![]() |
ໃນໂອກາດດັ່ງກ່າວ, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ທ່ານທູດ ຢ່າງຈິງໃຈ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກ ລັດຖະບານ ກໍຄື ປະຊາຊົນ ສ ເກົາຫຼີ ທີ່ໄດ້ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ, ເພື່ອເປັນການປະກອບສ່ວນ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ເກົາຫຼີ ກໍຄື ປະຊາຊົນລາວ-ເກົາຫຼີ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງຂຶ້ນ ແລະ ເຊື່ອໝັ້ນວ່າ ດ້ວຍຄວາມຮູ້, ຄວາມສາມາດ ແລະ ປະສົບການຂອງທ່ານທູດ, ທ່ານທູດຈະເປັນຂົວຕໍ່ທີ່ສໍາຄັນໃນການປະກອບສ່ວນເຂົ້າໃນການສືບຕໍ່ເພີ່ມທະວີຮັດແໜ້ນການເສີມຂະຫຍາຍສາຍ ພົວພົນມິດຕະພາບ ແລະ ການຮ່ວມມືອັນດີງາມ ຂອງສອງປະເທດ ສປປ ລາວ ແລະ ສ ເກົາຫຼີ ໃຫ້ນັບມື້ນັບກວ້າງຂວາງເລິກເຊິ່ງຍິ່ງໆຂຶ້ນ.
ຈາກນັ້ນ, ທ່ານ ຈອງ ຢອງ ຊູ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ຄໍາພັນ ເຜີຍຍະວົງ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ໃນຄັ້ງນີ້ ຈາກນັ້ນ ກໍໄດ້ແຈ້ງຈຸດປະສົງຂອງການມາຢ້ຽມຢາມ ໃຫ້ກັບທ່ານ ຄໍາພັນ ເຜີຍຍະວົງ ໄດ້ຮັບຊາບອີກດ້ວຍ.
(ຂ່າວ: ແສງຈັນ)

ຄໍາເຫັນ