ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ຈີນ ແລະ ອິນເດຍ ເປັນຄູ່ຮ່ວມມືແຕ່ບໍ່ແມ່ນຄູ່ແຂ່ງ, ເປັນໂອກາດຂອງກັນ ແລະ ກັນ ແຕ່ບໍ່ແມ່ນໄພຂົ່ມຂູ່ຕໍ່ກັນ. ສອງຝ່າຍຄວນສຸມໃສ່ການພັດທະນາ, ເພີ່ມທະວີການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຂະຫຍາຍການຮ່ວມມືດ້ານການແລກປ່ຽນວັດທະນະທຳ, ຖ້ຽວບິນໂດຍກົງ ແລະ ອື່ນໆ, ແກ້ໄຂຄວາມກັງວົນດ້ານເສດຖະກິດການຄ້າຢ່າງສົມດຸນ, ສຸມກຳລັງເຂົ້າໃນການຊຸກຍູ້ການແກ້ໄຂບັນຫາຊາຍແດນຄວບຄູ່ໄປກັບການຂະຫຍາຍການພົວພັນສອງຝ່າຍ ແລະ ເພີ່ມທະວີການປະສານງານພາຍໃນຂອບຫຼາຍຝ່າຍ.
ທ່ານ ໂມດີ ກ່າວວ່າ: ອິນເດຍຍິນດີເປັນຄູ່ຮ່ວມມືກັບຈີນແຕ່ບໍ່ແມ່ນຄູ່ແຂ່ງ ແລະ ການຂະຫຍາຍການພົວພັນກັບຈີນຈະບໍ່ກະທົບເຖິງຝ່າຍທີສາມ, ອິນເດຍສະໜັບສະໜູນຈີນໃນການປະຕິບັດໜ້າທີ່ເປັນປະເທດປະທານບຣິກສໃນປີໜ້າ. ສອງຝ່າຍຄວນຮ່ວມກັນສຸມຄວາມພະຍາຍາມເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ຄວາມສະຫງົບຢູ່ເຂດຊາຍແດນ.
ຄໍາເຫັນ