ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ຄວາມຫຼາກຫຼາຍດ້ານອະລິຍະທຳເປັນສີສັນທາດແທ້ຂອງໂລກ. ປະຫວັດສາດໄດ້ບອກໃຫ້ພວກເຮົາຮູ້ວ່າ: ຄວາມຈະເລີນຮຸ່ງເຮືອງດ້ານອະລິຍະທຳ ແລະ ຄວາມກ້າວໜ້າຂອງມວນມະນຸດ ລ້ວນແຕ່ບໍ່ສາມາດປັດສະຈາກການແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນລະຫວ່າງອະລິຍະທຳໄດ້. ປັດຈຸບັນ, ສະພາບການສາກົນພວມຜັນແປໄປຢ່າງສັບສົນວຸ້ນວາຍ, ມວນມະນຸດຢືນຢູ່ປາກທາງສີ່ແຍກອັນໃໝ່, ຈຶ່ງມີຄວາມຕ້ອງການຢ່າງຮີບດ່ວນໃນການຜ່ານຜ່າຄວາມຂັດແຍ້ງກັນດ້ານອະລິຍະທຳດ້ວຍການແລກປ່ຽນດ້ານອະລິຍະທຳ, ຜ່ານຜ່າການປະທະກັນດ້ານອະລິຍະທຳດ້ວຍການຖອດຖອນບົດຮຽນເຊິ່ງກັນແລະກັນດ້ານອະລິຍະທຳ.
ເນື້ອໃນສານຊົມເຊີຍຍັງໄດ້ເນັ້ນໜັກວ່າ: ຈີນຍິນດີຮ່ວມກັບບັນດາປະເທດໃນໂລກປະຕິບັດຕາມທັດສະນະອະລິຍະທຳທີ່ສະເໝີພາບ, ຖອດຖອນບົດຮຽນເຊິ່ງກັນແລະກັນ, ສົນທະນາກັນ ແລະ ກວມລວມ, ຈັດຕັ້ງປະຕິບັດຂໍ້ລິເລີ່ມອະລິຍະທຳທົ່ວໂລກ, ຊຸກຍູ້ການສ້າງເຄືອຂ່າຍການສົນທະນາແລະການຮ່ວມມືດ້ານອະລິຍະທຳໂລກ, ເພີ່ມແຮງຂັບເຄື່ອນອັນໃໝ່ເຂົ້າໃນການຊຸກຍູ້ຄວາມກ້າວໜ້າດ້ານອະລິຍະທຳຂອງມວນມະນຸດ, ສັນຕິພາບແລະການພັດທະນາຂອງໂລກ. ຫວັງວ່າ ບັນດາທ່ານຈະລົງເລິກແລກປ່ຽນຄວາມຄິດເຫັນ ແລະທ້ອນໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນ, ເພື່ອປະກອບສ່ວນສະຕິປັນຍາແລະກຳລັງແຮງເຂົ້າໃນການສົ່ງເສີມຄວາມເຂົ້າໃຈແລະຄວາມສະໜິດສະໜົມເຊິ່ງກັນແລະກັນລະຫວ່າງປະຊາຊົນບັນດາປະເທດ ກໍຄື ການຄົງຕົວຮ່ວມກັນຢ່າງກົມກຽວລະຫວ່າງອະລິຍະທຳຕ່າງໆ.
ແຫຼ່ງຂ່າວຈາກ: CGTN

ຄໍາເຫັນ