ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ສົ່ງສານຊົມເຊີຍໂດຍໄດ້ຕາງໜ້າໃຫ້ສູນກາງພັກ ສະແດງຄວາມຊົມເຊີຍຕໍ່ການຈັດກອງປະຊຸມດັ່ງກ່າວ, ຝາກຄວາມຢື້ຢາມຖາມຂ່າວຢ່າງຈິງໃຈເຖິງສະມາຊິກກອງເຍົາວະຊົນບຸກເບີກ, ທີ່ປຶກສາກອງເຍົາວະຊົນບຸກເບີກ ແລະ ຜູ້ເຮັດວຽກກອງເຍົາວະຊົນບຸກເບີກທັງຫຼາຍ, ພ້ອມທັງອວຍພອນໄຊອັນປະເສີດມາຍັງເດັກນ້ອຍທົ່ວປະເທດເນື່ອງໃນໂອກາດວັນເດັກນ້ອຍສາກົນທີ່ໃກ້ຈະໝູນວຽນມາເຖິງ.
ເນື້ອໃນສານຊົມເຊີຍຂອງທ່ານ ສີຈິ້ນຜິງ ໄດ້ລະບຸວ່າ: ເດັກນ້ອຍເຍົາວະຊົນເປັນກອງກຳລັງສຳຄັນໃນອະນາຄົດ. ຢູ່ບົນຂະບວນການໃໝ່, ກອງເຍົາວະຊົນບຸກເບີກຕ້ອງຍົກສູງຄັນທຸງກອງເຍົາວະຊົນເດີນຕາມພັກ. ຕ້ອງເພີ່ມທະວີການນຳພາຂອງພັກຕໍ່ວຽກງານກອງເຍົາວະຊົນບຸກເບີກຢ່າງຮອບດ້ານ, ຮັດແໜ້ນໜ້າທີ່ຮັບຜິດຊອບຂອງທົ່ວຄະນະຊາວໜຸ່ມກອມມູນິດຈີນໃຫ້ນຳພາກອງເຍົາວະຊົນບຸກເບີກຈີນ, ສ້າງສະພາບແວດລ້ອມ ແລະ ເງື່ອນໄຂທີ່ດີໃຫ້ແກ່ການເຕີບໃຫຍ່ຢ່າງມີສຸຂະພາບແຂງແຮງຂອງເດັກນ້ອຍເຍົາວະຊົນ ແລະ ຊຸກຍູ້ໃຫ້ພາລະກິດກອງເຍົາວະຊົນບຸກເບີກໃຫ້ໄດ້ຮັບຜົນງານໃໝ່ຢ່າງບໍ່ຢຸດຢັ້ງ.
ຄໍາເຫັນ