ທ່ານ ສອນໄຊ ສີພັນດອນ ຢ້ຽມຢາມ ຈຸດສຸມຜາສັງ ເມືອງເຟືອງ

ທ່ານ ສອນໄຊ ສີພັນດອນ ຢ້ຽມຢາມ ຈຸດສຸມຜາສັງ ເມືອງເຟືອງ

ທ່ານ ສອນໄຊ ສີພັນດອນ ຢ້ຽມຢາມ ຈຸດສຸມຜາສັງ ເມືອງເຟືອງ
ວັນທີ 18 ມິຖຸນານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລົງມາຢ້ຽມຢາມ ແລະ ເຮັດວຽກຢູ່ຈຸດສູມຜາສັງ ເມືອງເຟືອງ ແຂວງວຽງຈັນ, ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ມີເຈົ້າເມືອງໆເຟືອງ, ການນຳພັກ-ລັດ ຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.
ທານ ສອນໄຊ ສພນດອນ ຢຽມຢາມ ຈດສມຜາສງ ເມອງເຟອງ - image 1
 

    ທ່ານ ອາດ ວິໄລພົນ ປະທານກວດກາພັກ-ລັດເມືອງເຟືອງ ໄດ້ຕາງໜ້າຂຶ້ນລາຍງານສະພາບລວມຂອງຕົວເມືອງນ້ອຍຜາສັງ ເມືອງເຟືອງວ່າ: ຈຸດສຸມຜາສັງ ແມ່ນໜຶ່ງໃນຈຸດສຸມພັດທະນາຂອງແຂວງວຽງຈັນ ໄດ້ຖືກຮັບຮອງເປັນ ຕົວເມືອງນ້ອຍໃນຊົນນະບົດ ໃນຄັ້ງວັນທີ 5 ມັງກອນ 2024, ມີ 10 ບ້ານຂຶ້ນກັບ, 156 ໜ່ວຍສາມັກຄີ, ມີ 2,415 ຄອບຄົວ, ມີພົນລະເມືອງ 14,265 ຄົນ, ຍິງ 7,049 ຄົນ, ມີ 5 ຊົນເຜົ່າຄື: ເຜົ່າລາວ, ເຜົ່າໄຕ, ເຜົ່າກຶມມຸ, ເຜົ່າມົ້ງ ແລະ ເຜົ່າອີວມ້ຽນ, ປະຊາຊົນສ່ວນຫຼາຍຖືເອົາການປູກຝັງ-ລ້ຽງສັດ, ອັນທີ່ພົ້ນເດັ່ນແມ່ນ ການປູກເຂົ້າ, ໝາກເດືອຍ, ຢາງພາລາ, ລ້ຽງໄກ່ໄຂ່ ແລະ ສັດໃຫຍ່, ສະເລ່ຍເຂົ້າເປືອກຕໍ່ຫົວຄົນໄດ້ 900 ກວ່າກິໂລຕໍ່ຄົນ/ປີ. ປັດຈຸບັນຍັງມີຄອບຄົວບໍ່ພົ້ນທຸກ (ທຸກຍາກ) ຈຳນວນ 112 ຄອບຄົວ.

ທານ ສອນໄຊ ສພນດອນ ຢຽມຢາມ ຈດສມຜາສງ ເມອງເຟອງ - image 2
 

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ພໍ່ແມ່ປະຊາຊົນທຸກຄົນ ຈົ່ງສືບຕໍ່ຮັກສາມູນເຊື້ອດຸໝັ່ນຂະຫຍັ່ນພຽນຂອງຕົນໃນການປູກຝັງລ້ຽງສັດ ຕາມທ່າແຮງທີ່ຕົນມີ, ປູກໃຫ້ຫຼາຍ ໃຫ້ກຸ້ມກິນ ສ່ວນທີ່ເຫຼືອກໍສົ່ງອອກຈຳໜ່າຍຂ່າຍ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ, ໃຫ້ມີຢູ່ມີກິນກ້າວໄປເຖິງການຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ພ້ອມນີ້ ການຈັດຕັ້ງທີ່ກ່ຽວຂ້ອງກໍຕ້ອງໃຫ້ການສະໜັບໜູນໃນການຄົ້ນຫາແຫຼ່ງທຶນ, ເງິນກຸ້ດອກເບ້ຍຕ່ຳ ສະໜອງໃຫ້ແກ່ເຂົາເຈົ້າອີກ. ສຳລັບການຈັດງານບຸນປະເພນີຂອງເຜົ່າຕ່າງໆກໍຕ້ອງຢູ່ບົນພື້ນຖານຄວາມປະຢັດມັດທະຍັດຕາມຄວາມເໝາະສົມ. ໂອກາດທີ່ມາຢ້ຽມຢາມໃນຄັ້ງນີ້, ທ່ານນາຍົກ ໄດ້ນຳເອົາອຸປະກອນເຄື່ອງໃຊ້ຫ້ອງການມາມອບໃຫ້ແກ່ຈຸດສຸມຜາສັງອີກດ້ວຍ.

(ແຫຼ່ງຂ່າວ: ເມືອງເຟືອງ)

ຄໍາເຫັນ

ຂ່າວເດັ່ນ

ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ຮັບແຕ່ງຕັ້ງເປັນປະທານ ສນຫລ ສະໄໝທີ V

ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ຮັບແຕ່ງຕັ້ງເປັນປະທານ ສນຫລ ສະໄໝທີ V

ກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດຄັ້ງທີ V ໄດ້ເປີດຂຶ້ນ ແລະ ປິດລົງ ໃນວັນທີ 16 ຕຸລານີ້ ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະບໍລິຫານງານພັກ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ), ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີຄະນະຜູ້ແທນ ສນຫລ, ນາຍ ແລະ ພົນທະຫານອາວຸໂສບໍານານ, ອົງການຈັດຕັ້ງພັກ-ລັດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ນາຍົກລັດຖະມົນຕີ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ນາຍົກລັດຖະມົນຕີ ຣາຊະອານາຈັກໄທ

ໃນຕອນເຊົ້າຂອງວັນທີ 16 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ລາວ-ໄທ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ລາວ-ໄທ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 16 ຕຸລາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ເສີມຂະຫຍາຍການພົວພັນຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງຊາດ ລາວ ແລະ ໄທ ໃຫ້ພັດທະນາ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ໃນວັນທີ 14 ຕຸລານີ້ ທີ່ຫ້ອງຮັບແຂກສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ພົນເອກ ຟານ ວັນຢາງ ລັດຖະມົນຕີ ກະຊວງ ປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍານັບ, ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນ ລະຫວ່າງວັນທີ 14-15 ຕຸລານີ້.
ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025

ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ເປີດຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນຳຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກັນຍາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນຕຸລາ 2025. ກອງປະຊຸມຄັ້ງນີ້ ດໍາເນີນເປັນເວລາ 1 ວັນເຄິ່ງ ຊຶ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລືປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສຳຄັນ ຄື:
ສະຫາຍ ເລຂາທິການໃຫຍ່ ພັກ ປປ ລາວ ສືບຕໍ່ຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ

ສະຫາຍ ເລຂາທິການໃຫຍ່ ພັກ ປປ ລາວ ສືບຕໍ່ຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ

ໃນວັນທີ 8 ຕຸລາ 2025, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ ເປັນມື້ທີ 2, ໂດຍໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ ແລະ ລັດ ແຫ່ງ ສປປ ລາວ ເຂົ້າວາງກະຕ່າດອກໄມ້ ຢູ່ ວັງພະອາທິດ ກຶມສຸສານ, ເພື່ອໄຫວ້ອາໄລ ແລະ ຈາລຶກເຖິງຄຸນງາມຄວາມດີ ຂອງ ສະຫາຍ ປະທານ ກິມ ອິນ ຊຸງ ແລະ ສະຫາຍ ປະທານ ກິມ ເຈິງ ອິນ ໃນພາລະກິດນໍາພາປະຊາຊົນເກົາຫຼີ ຕໍ່ສູ້ກູ້ຊາດ, ສ້າງສາ ແລະ ພັດທະນາປະເທດຊາດ ສປປ ເກົາຫຼີ ໃຫ້ເຂັ້ມແຂງ ແລະ ຈະເລີນກ້າວໜ້າ ໃນປັດຈຸບັນ.
ນາຍົກລັດຖະມົນຕີ ເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ​

ນາຍົກລັດຖະມົນຕີ ເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ​

ວັນທີ​ 7 ຕຸລາຜ່ານມານີ້,​ ທ່ານ​ ສອນໄຊ​ ສີພັນດອນ​ ນາຍົກ​ລັດຖະມົນຕີ​​ ພ້ອມພັນລະຍາ ໄດ້ໃຫ້ກຽດເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ແຂວງຈໍາປາສັກ., ມີທ່ານ​​ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງ​ຈໍາປາສັກ​ ພ້ອມດ້ວຍ​ ພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ເມືອງຊະນະສົມບູນ​ເຂົ້າຮ່ວມ.​ ພິທີມອບເຄື່ອງຈັດຂຶ້ນຢູ່ສາລາໂຮງທໍາວັດບ້ານຄີລີ​,.
ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ,​ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ຂອງ ພັກ ແລະ ລັດ ແຫ່ງ ສປປ ລາວ ເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ ໃນລະຫວ່າງວັນທີ 7-8 ຕຸລາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ສປປ ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.
ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4

ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4

ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄຳຂວັນ: ການຕອບໂຕ້ວິກິດໃນຕົວເມືອງ ໄດ້ຈັດຂຶ້ນ ໃນວັນທີ 6 ຕຸລາ ນີ້ ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດກອງປະຊຸມ ຢ່າງເປັນທາງການ ໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງມີ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ບາໂຄເດຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ທ່ານ ອາວີ ຊາຄາ ຫົວໜ້າອົງການສະຫະປະຊາຊາດ ດ້ານເຄຫາສະຖານ ປະຈໍາ ສປປ ລາວ, ລັດຖະມົນຕີ, ເຈົ້າແຂວງ ແລະ ພາກສວ່ນກ່ຽວຂ້ອງເຂົ້າຮ່ວມ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນວັນທີ 3 ຕຸລານີ້ທີ່ ທໍານຽບປະທານປະເທດ,ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາເອກອັກຄະລັດຖະທູດແຕ່ງຕັ້ງຕ່າງປະເທດ ຈໍານວນ6ທ່ານ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ເພີ່ມເຕີມ