ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບຫົວໜ້າຄະນະຜູ້ແທນຕ່າງປະເທດທີ່ເຂົ້າຮ່ວມກອງປະຊຸມ 3RC-CCM

ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບຫົວໜ້າຄະນະຜູ້ແທນຕ່າງປະເທດທີ່ເຂົ້າຮ່ວມກອງປະຊຸມ 3RC-CCM

ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບຫົວໜ້າຄະນະຜູ້ແທນຕ່າງປະເທດທີ່ເຂົ້າຮ່ວມກອງປະຊຸມ  3RC-CCM
ໃນວັນທີ 14 ກັນຍາ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາຫົວໜ້າຄະນະຜູ້ແທນລະດັບສູງຕ່າງປະເທດ ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ. ການເຂົ້າຢ້ຽມຂໍ່ານັບດັ່ງກ່າວ ໄດ້ຈັດຂຶ້ນໃນບັນຍາກາດທີ່ສະໜິດສະໜົມ ແລະ ສ້າງສັນໂດຍມີການແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ກ່ຽວກັບບັນຫາທີ່ກ່ຽວຂ້ອງກັບຈຸດປະສົງຫຼັກຂອງກອງປະຊຸມ ແລະ ການຂະຫຍາຍການຮ່ວມມືລະຫວ່າງຝ່າຍຕ່າງໆ ຊຶ່ງສາມາດສັງລວມໄດ້ດັ່ງນີ້:
ທານ ທອງສະຫວນ ພມວຫານ ຕອນຮບຫວໜາຄະນະຜແທນຕາງປະເທດທເຂາຮວມກອງປະຊມ 3RC-CCM - image 1
 

ໃນການພົບປະກັບທ່ານ ນາງ ຫງວຽນ ທິ ຮວາງ ເວິນ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສສ ຫວຽດນາມ, ຝ່າຍຫວຽດນາມໄດ້ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນການເປັນປະທານກອງປະຊຸມຂອງ ສປປ ລາວ, ພ້ອມທັງອວຍພອນໃຫ້ກອງປະຊຸມດັ່ງກ່າວປະສົບຜົນສຳເລັດຢ່າງຈົບງາມ; ສອງຝ່າຍໄດ້ເນັ້ນເຖິງຄວາມສຳຄັນຂອງການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ສົ່ງຜົນກະທົບຕໍ່ຊີວິດປະຊາຊົນ ແລະ ການພັດທະນາເສດຖະກິດ-ສັງຄົມ; ສອງຝ່າຍຈະສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ຂອງການນໍາຂັ້ນສູງຂອງສອງ-ພັກ ແລະ ສອງລັດໃນມໍ່ໆນີ້ ໃຫ້ໄດ້ຮັບຜົນສໍາເລັດ, ກະກຽມສະເຫຼີມສະຫຼອງປີສາມັກຄີ-ມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ໃນປີ 2027; ພ້ອມທັງຍິນດີຮ່ວມກັນເສີມຂະຫຍາຍກົນໄກການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດໃຫ້ມີປະສິດທິຜົນສູງເພື່ອຊຸກຍູ້ ແລະ ສົ່ງເສີມການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງຂອງສອງພັກ, ສອງລັດ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນທັງສອງຊາດ.

ສໍາລັບການພົບປະກັບ ທ່ານ ສະຣັນ ຈະເລີນສຸວັນ ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດແຫ່ງຣາຊະອານາຈັກໄທ: ຝ່າຍລາວໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ລັດຖະບານແຫ່ງຣາຊາອານາຈັກໄທ ທີ່ໄດ້ແຕ່ງຕັ້ງໃຫ້ທ່ານ ສະຣັນ ຈະເລີນສຸວັນ ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດເຂົ້າຮ່ວມກອງປະຊຸມຄັ້ງນີ້; ຝ່າຍໄທ ໄດ້ຢ້ຳຄືນຄວາມໝາຍໝັ້ນໃນການຮ່ວມມືດ້ານມະນຸດສະທຳ, ໂດຍສະເພາະການແກ້ໄຂບັນຫາລະເບີດບໍ່ທັນແຕກ. ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບການກະກຽມກອງປະຊຸມຄະນະກຳມະການຮ່ວມມື ລາວ-ໄທ ຄັ້ງທີ 23 ຊຶ່ງກໍານົດຈະຈັດຂຶ້ນໃນຕົ້ນເດືອນຕຸລາ 2026.

ສໍາລັບການພົບປະກັບທ່ານ ເບັນດີໂຕ ໂດຣ ຊານໂຕຣ ຟຣີອີຕັດ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍແລັສເຕ ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຂະຫຍາຍການຮ່ວມມືສອງຝ່າຍ, ໂດຍສະເພາະຄວາມຄືບໜ້າໃນການສ້າງຕັ້ງສະຖານທູດ ສປປ ລາວ ທີ່ເມືອງດີລີ. ທັງສອງຝ່າຍຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບການສົ່ງເສີມການຮ່ວມມືຊຶ່ງກັນ ແລະ ກັນ ໃນຂອບຫຼາຍຝ່າຍ ທັງໃນລະດັບພາກພື້ນ (ອາຊຽນ) ແລະ ສາກົນ.

ສໍາລັບການພົບປະກັບ ທ່ານ ໂຊກ ໂລເບີ ຮອງປະທານຄະນະກຳມະການກາແດງສາກົນ (ICRC): ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມື ໃນການສົ່ງເສີມວຽກງານດ້ານມະນຸດສະທຳສາກົນ. ອົງການICRC ໄດ້ແຈ້ງໃຫ້ຊາບກ່ຽວກັບຂໍ້ລິເລີ່ມສາກົນເພື່ອໃຫ້ຄຳໝາຍໝັ້ນທາງການເມືອງຕໍ່ກົດໝາຍມະນຸດສະທຳສາກົນ (GIHLI)ຊຶ່ງ ສປປ ລາວ ໄດ້ເຂົ້າຮ່ວມໃນເດືອນກໍລະກົດ 2026, ພ້ອມທັງໄດ້ເຊື້ອເຊີນ ສປປ ລາວ ເຂົ້າຮ່ວມກອງປະຊຸມລະດັບສູງດ້ານມະນຸດສະທຳ ຊຶ່ງຈະຈັດຂຶ້ນໃນເດືອນທັນວາ 2026 ຢູ່ປະເທດຊອກດານີ. ຝ່າຍລາວ ໄດ້ສະແດງຄວາມຂອບໃຈ ແລະ ພ້ອມທີ່ຈະສືບຕໍ່ຮັດແໜ້ນການຮ່ວມມືກັບອົງການ ICRC ພາຍໃຕ້ຂອບການຮ່ວມມືດ້ານມະນຸດສະທໍາທີ່ສອງຝ່າຍມີການຕົກລົງຮ່ວມກັນ.

ທ່ານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕີລາຄາສູງຕໍ່ການພົບປະແລກປ່ຽນຄວາມຄິດເຫັນໃນຄັ້ງນີ້ວ່າ ເປັນບາດກ້າວອັນສຳຄັນ ເພື່ອສ້າງຄວາມເຂົ້າໃຈ, ຄວາມສາມັກຄີ ແລະ ຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດ ແລະ ອົງການຈັດຕັ້ງສາກົນ. ພ້ອມດຽວກັນນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ການຕີລາຄາສູງ ແລະ ການສະໜັບສະໜູນຈາກທຸກຝ່າຍຕໍ່ການເປັນປະທານກອງປະຊຸມຂອງ ສປປ ລາວ ແລະ ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງຕໍ່ການເຂົ້າຮ່ວມຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ. ການເຂົ້າຮ່ວມດັ່ງກ່າວ ຍັງໄດ້ສະແດງອອກຢ່າງຈະແຈ້ງເຖິງຄວາມເອົາໃຈໃສ່ ແລະ ຍົກສູງນ້ຳໃຈແຫ່ງການຮ່ວມມືແບບຫຼາຍຝ່າຍ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມກ້າວໜ້າຂອງມວນມະນຸດ.

ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ,ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນນຳ​ໂດຍສະ​ຫາຍນາງຢາງ ເຊິງ(Yang Sheng)ທີ່​ປຶກ​ສາ​ລະ​ດັບ2ຂອງສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ15-17ຕຸ​ລາ 2026.
ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ເພື່ອປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບແລະການພັດທະນາແບບຍືນຍົງໃນທະວີບອາຊີ ໃນວັນທີ 14 ຕຸລາຜ່ານມານີ້ ທີ່ ນະຄອນຫຼວງບາກູສາທາລະນະລັດອາແຊກໄບຊານ, ໃນໄລຍະກອງປະຊຸມສຸດຍອດກົນໄກການພົວພັນແລະການສ້າງຄວາມໄວ້ເນື້ອເຊື່ອໃຈໃນອາຊີ (CICA) ຄັ້ງທີ 7 (14-15 ຕຸລາ 2026), ທ່ານທອງສະຫວັນພົມວິຫານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເຂົ້າຮ່ວມພິທີລົງນາມເພື່ອຮັບຮອງເອົາເອກະສານພື້ນຖານເພື່ອເຂົ້າເປັນສະມາຊິກຂອງສປປລາວໃນອົງການ CICA ຄື: ຖະແຫຼງການວ່າດ້ວຍຫຼັກການນຳພາຄວາມສຳພັນລະຫວ່າງປະເທດສະມາຊິກ (ກັນຍາ 1999) ແລະກົດບັດອານມາຕີ (ມິຖຸນາ 2002) ວ່າດ້ວຍຫຼັກການແຫ່ງຄວາມສະໝີພາບ, ບໍ່ແຊກແຊງກິດຈະການພາຍໃນ, ສັນຕິພາບແລະການຮ່ວມມື, ເພື່ອໃຫ້ກອງປະຊຸມສຸດຍອດຂອງອົງການ CICA ສາມາດປະກາດຮັບຮອງເອົາສປປລາວເປັນປະເທດສະມາຊິກຢ່າງສົມບູນໃນວັນທີ 15 ຕຸລາ 2026 (ພາຍຫຼັງໄດ້ເຂົ້າຮ່ວມເປັນປະເທດສັງເກດການແຕ່ປີ 2017 ເປັນຕົ້ນມາ).
ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ໃນວັນທີ 15 ຕຸລານີ້ທີ່ຫ້ອງປະຊຸມສະຖາບັນຂົງຈື້ມະຫາວິທະຍາໄລແຫ່ງຊາດ, ໄດ້ມີພິທີເປີດກອງປະຊຸມສຳມະນາວິທະຍາສາດ ແລະ ພາກປະຕິບັດລະດັບສາກົນ ພາຍໃຕ້ຫົວຂໍ້: “ທິດສະດີ ໂນໂອໂນມີ: ແນວທາງໃໝ່ຕໍ່ການຫັນປ່ຽນເສດຖະກິດ-ສັງຄົມ” ຢ່າງເປັນທາງການ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ໃນວັນທີ 14 ຕຸລາຜ່ານມານີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ທ່ານ ນາງ ໄກມະນີ ອໍລະບູນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ໄດ້ພົບປະກັບ ທ່ານ ນາງ ກຶນເຮ ຊິນ(Dr. Keunhye Shin), ຫົວໜ້າຄະນະຝ່າຍກິດຈະການນັກສຶກສາ (Dean of Student Affairs) ຂອງມະຫາວິທະຍາໄລຮັນກຸກພາສາຕ່າງປະເທດ (Hankuk University of Foreign Studies: HUFS),ເນື່ອງໃນໂອກາດຄົບຮອບ 10 ປີ ການສອນພາສາລາວ. ການພົບປະຄັ້ງນີ້ມີຈຸດປະສົງເພື່ອແລກປ່ຽນຄຳເຫັນ, ທົບທວນຜົນສຳເລັດຂອງການຮຽນ-ການສອນພາສາລາວໃນ ສເກົາຫຼີ ຕະຫຼອດ 10 ປີຜ່ານມາ, ພ້ອມທັງປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ.
ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ເພີ່ມເຕີມ