ທ່ານ ໄຊສົມພອນ ພົມວິຫານ ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດອີກສະໄໝ

ທ່ານ ໄຊສົມພອນ ພົມວິຫານ ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດອີກສະໄໝ

ທ່ານ ໄຊສົມພອນ ພົມວິຫານ ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດອີກສະໄໝ
ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 23 ມີນານີ້, ໄດ້ເລືອກຕັ້ງເອົາທ່ານ ໄຊສົມພອນ ພົມວິຫານ ເປັນປະທານສະພາແຫ່ງຊາດຊຸດທີ X ທັງເປັນປະທານຄະນະປະຈຳສະພາແຫ່ງຊາດຊຸດທີ X.

   ທ່ານ ໄຊສົມພອນ ພົມວິຫານ ໄດ້ຂຶ້ນລາຍງານການປະຕິບັດໜ້າທີ່ໃນໄລຍະ 5 ປີຜ່ານມາ ແລະ ກ່າວລາໜ້າທີ່. ຈາກນັ້ນ, ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດຊຸດທີ IX ຂຶ້ນອ່ານໜັງສືສະເໜີຂອງຄະນະປະຈຳສະພາແຫ່ງຊາດຊຸດທີ IX ກ່ຽວກັບມາດຕະຖານເງື່ອນໄຂຂອງປະທານສະພາແຫ່ງຊາດ ແລະ ເປົ້າໝາຍເລືອກຕັ້ງເປັນປະທານສະພາແຫ່ງຊາດຊຸດທີ X ໂດຍອີງໃສ່ມາດຕະຖານດັ່ງກ່າວ ສະເໜີເລືອກຕັ້ງເອົາທ່ານ ໄຊສົມພອນ ພົມວິຫານ ເປັນປະທານສະພາແຫ່ງຊາດຊຸດທີ X.

ຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຊູດທີ X ລົງຄະແນນສຽງຮັບຮອງເອົາດ້ວຍຄະແນນສຽງເຫັນດີ 100%.

ຈາກນັ້ນ, ໄດ້ເລືອກຕັ້ງເອົາຮອງປະທານສະພາແຫ່ງຊາດຈຳນວນ 4 ທ່ານດັ່ງນີ້:

1. ທ່ານນາງ ສູນທອນ ໄຊຍະຈັກ;

2. ທ່ານ ກອງແກ້ວ ໄຊສົງຄາມ;

3. ທ່ານ ວິໄລວົງ ບຸດດາຄຳ;

4. ທ່ານ ມອນໄຊ ລາວມົວຊົ່ງ;

ແຕ່ງຕັ້ງກຳມະການຄະນະປະຈຳສະພາແຫ່ງຊາດຈຳນວນ 6 ທ່ານດັ່ງນີ້:

1. ທ່ານ ບຸນຈັນ ສີວົງພັນ;

2. ທ່ານນາງ ອຳໄພວອນ ລ້ອມບຸນແພງ;

3. ທ່ານນາງ ທຸມມາລີ ວົງພະຈັນ;

4. ທ່ານ ໂພໄຊ ໄຂຄຳພິທູນ;

5. ທ່ານ ພົນຈັດຕະວາ ສຸລິໄຊ ພິຈິດ;

6. ທ່ານ ຈັນທະບູນ ສຸກອາລຸນ.

ໃນພິທີທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ອ່ານໜັງສືສະເໜີຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບກົງຈັກການຈັດຕັ້ງຂອງສະພາແຫ່ງຊາດຊຸດທີ X ແລະ ແຕ່ງຕັ້ງຫົວໜ້າຫ້ອງວ່າ ການສະພາແຫ່ງຊາດ ແລະ ປະທານກຳມາທິການສະພາແຫ່ງຊາດຊຸດທີ X ດັ່ງນີ້:

1. ທ່ານ ບຸນຈັນ ສີວົງພັນ ເປັນຫົວໜ້າຫ້ອງວ່າການສະພາແຫ່ງຊາດ;

2. ທ່ານນາງ ອຳໄພວອນ ລ້ອມບຸນແພງ ເປັນປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ;

3. ທ່ານນາງ ທຸມມາລີ ວົງພະຈັນ ເປັນປະທານກຳມາທິການກົດໝາຍ ແລະ ຍຸຕິທຳ;

4. ທ່ານ ໂພໄຊ ໄຂຄຳພິທູນ ເປັນປະທານກຳມາທິການ ການຕ່າງປະເທດ;

5. ທ່ານ ພົນຈັດຕະວາ ສຸລິໄຊ ພິຈິດ ເປັນປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;

6. ທ່ານ ຈັນທະບູນ ສຸກອາລຸນ ເປັນປະທານກຳມາທິການເສດຖະກິດ ແລະ ການເງິນ.

ຂ່າວ: ພູວັນ; ພາບ: ຕຸໄລເພັດ

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

ໃນລະຫວ່າງວັນທີ 15-16 ພະຈິກນີ້, ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX ຊຶ່ງຈັດຂຶ້ນພາຍໃຕ້ຫົວຂໍ້ “ການລົງທຶນຄືນໃໝ່ໃນສັນຕິພາບ ເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນ ແລະ ສະຖຽນລະພາບທີ່ຍືນຍົງ ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຈາກບັນດາປະເທດສະມາຊິກສົມບູນ, ປະເທດສະມາຊິກສົມທົບ ແລະ ປະເທດສະມາຊິກສັງເກດການຂອງອົງການຝຣັງໂກໂຟນີສາກົນ (OIF) ເຂົ້າຮ່ວມ. ພ້ອມນີ້, ຍັງມີການປຶກສາຫາລືໃນຫົວຂໍ້ສະເພາະຄື: “ການເສີມສ້າງສັນຕິພາບ: ໂຄງການລວມໝູ່ລວມເອົາຈຸດແຂງ ແລະ ຂໍ້ໄດ້ປຽບທີ່ຫຼາກຫຼາຍຂອງພວກເຮົາ” ຂອງບັນດາປະເທດສະມາຊິກ.
ພັກປປ ລາວ, ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນກຳປູເຈຍ ພົບປະປຶກສາຫາລື ການພົວພັນຮ່ວມມື

ພັກປປ ລາວ, ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນກຳປູເຈຍ ພົບປະປຶກສາຫາລື ການພົວພັນຮ່ວມມື

ໃນຕອນເຊົ້າວັນທີ 16 ພະຈິກນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ປະທານພັກປະຊາຊົນກໍາປູເຈຍ ປະທານສະພາສູງແຫ່ງຣາຊະອານາຈັກກໍາປູເຈຍ ໄດ້ຮັບປະທານອາຫານເຊົ້າ ແລະ ພົບປະສາມຝ່າຍ ລາວ-ຫວຽດນາມ-ກຳປູເຈຍ ໂດຍການເປັນເຈົ້າພາບຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ປະທານພັກປະຊາຊົນກໍາປູເຈຍ ປະທານສະພາສູງແຫ່ງຣາຊະອານາຈັກກໍາປູເຈຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີຄັ້ງທີ XX ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກ ກໍາປູເຈຍ.
ສອງເລຂາທິການໃຫຍ່ ປະທານປະເທດລາວ-ຫວຽດນາມ ພົບປະກັນໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີຄັ້ງທີ XX

ສອງເລຂາທິການໃຫຍ່ ປະທານປະເທດລາວ-ຫວຽດນາມ ພົບປະກັນໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີຄັ້ງທີ XX

ໃນວັນທີ 15 ພະຈິກຜ່ານມາ ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີຄັ້ງທີ XX ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ.
ຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນ ມວສຊ

ຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນ ມວສຊ

ພິທີປະກາດຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ເປັນມະຫາວິທະຍາໄລວິທະຍາ ສາດສຸຂະພາບແຫ່ງຊາດ (ມວສຊ) ພ້ອມທັງເປີດສົກຮຽນໃໝ່ 2026-2027 ໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້ ທີ່ວິທະຍາເຂດດົງໂພສີ ມວສຊ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີລັດຖະມົນຕີ, ຮອງລັດຖະມົນຕີ, ອະດີດການນໍາກະຊວງສາທາລະນະສຸກ, ບັນດາຜູ້ອໍານວຍການ-ຮອງອໍານວຍການໃຫຍ່, ຄູ-ອາຈານ ເຂົ້າຮ່ວມ.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ໃນວັນທີ 15 ພະຈິກນີ້ ທີ່ມະນີລາ ສາທາລະນະລັດ ຟີລິບປິນ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຊຶ່ງໄດ້ມີພິທີເປີດກອງປະຊຸມຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 15 ພະຈິກ ນີ້, ໂດຍການເປັນປະທານຂອງ ທ່ານ ເຟີດິນານ ມາຄອດຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ໃນນາມປະທານອາຊຽນ 2026,
ນາຍົກລັດຖະມົນຕີ ຕ້ອນຮັບ ອາສາສະໝັກຍີ່ປຸ່ນ

ນາຍົກລັດຖະມົນຕີ ຕ້ອນຮັບ ອາສາສະໝັກຍີ່ປຸ່ນ

ໃນວັນທີ 11 ພະຈິກ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ອາສາສະໝັກຍີ່ປຸ່ນ ຊຶ່ງນຳໂດຍທ່ານ ໂຄອິຊຸມິ ຊຶໂຕມຸ(H.E Mr. KOIZUMI Tsutomu)ເອກອັກຄະລັດຖະທູດຢີ່ປຸ່ນ ປະຈໍາລາວ ແລະ ທ່ານ ຮາຢະກາວະ ຢູໂຮະ (Mr. HAYAKAWA Yuho)ຮອງປະທານອາວຸໂສອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຈາກສຳນັກງານໃຫຍ່ທີ່ໂຕກຽວ ປະເທດຍີ່ປຸ່ນ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ຕິດຕາມສະພາບການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ແກ່ ສປປ ລາວ.
ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ເພີ່ມເຕີມ