ທາງລົດໄຟ ໄດ້ສ້າງຄວາມສະດວກ ສະບາຍໃຫ້ແກ່ພວກເຮົາ

ທາງລົດໄຟ ໄດ້ສ້າງຄວາມສະດວກ ສະບາຍໃຫ້ແກ່ພວກເຮົາ
ນັບແຕ່ທາງລົດໄຟລາວ-ຈີນ ໄດ້ເປີດນຳໃຊ້ຂະບວນລົດໄຟໂດຍສານສາກົນ ເປັນຕົ້ນມາ, ການຂີ່ລົດໄຟຈາກນະຄອນຄຸນໝິງ ແຕ່ເຊົ້າ ຈະສາມາດເດີນທາງໄປເຖິງນະຄອນຫຼວງວຽງຈັນ ໃນຕອນບ່າຍ ຊຶ່ງໄດ້ອຳນວຍຄວາມສະດວກຫຼາຍກວ່າເກົ່າ ໃຫ້ແກ່ຊາວໜຸ່ມລາວທີ່ມາຮຽນ ຫຼື ເຮັດວຽກຢູ່ຈີນ.
ນາງ ສູໄຫຮວາ ນັກສຶກສາລາວ ທີ່ມາຈາກນະຄອນຫຼວງວຽງຈັນ ເຫັນວ່າ: ທາງລົດໄຟລາວ-ຈີນ ໄດ້ນຳເອົາການປ່ຽນແປງອັນໃຫຍ່ຫຼວງມາໃຫ້ແກ່ຊີວິດຂອງຕົນ, ນາງ ເວົ້າວ່າ: ແຕ່ກ່ອນ, ຂ້ອຍ ແລະ ໝູ່ຮ່ວມຮຽນຂອງຂ້ອຍ ຕ້ອງອອກເດີນທາງຈາກນະຄອນຫຼວງວຽງຈັນ ແຕ່ 8 ໂມງເຊົ້າ, ຂີ່ລົດໂດຍສານຫຼາຍສິບຊົ່ວໂມງ ຈຶ່ງສາມາດເດີນທາງໄປເຖິງນະຄອນຜູເອີ ແຂວງຢຸນນານ ໃນເວລາປະມານ 7 ໂມງແລງຂອງມື້ທີ 2, ແຕ່ປັດຈຸບັນ, ຂີ່ລົດໄຟແມ່ນໃຊ້ເວລາພຽງ 8 ຊົ່ວໂມງກໍເຖິງໂຮງຮຽນແລ້ວ.
ນາງ ໂຈ່ວວານຈິ່ນ ນັກສຶກສາລາວ ທີ່ຫາກໍ່ຮຽນຈົບຈາກວິທະຍາໄລຜູເອີ ໃນປີຜ່ານມາ, ໃນຂະນະ ທີ່ນັກສຶກສາສ່ວນຫຼາຍ ຫາກໍຮຽນຈົບຈາກມະຫາວິທະຍາໄລ ແມ່ນມີຄວາມຫຍຸ້ງຍາກໃນການຊອກຫາວຽກເຮັດງານທຳ, ແຕ່ ນາງ ສາມາດຊອກໄດ້ວຽກເຮັດງານທຳ ຍ້ອນໄດ້ກຳໂອກາດຂອງຍຸກສະໄໝ.
ນາງ ໂຈ່ວວານຈິ່ນ ທີ່ຮຽນຂະແໜງວິຊາບັນຊີ ຢູ່ວິທະຍາໄລຜູເອີ ໄດ້ຢຶດໝັ້ນຄວາມຝັນຂອງຕົນມາໂດຍຕະຫຼອດ ແລະ ຕັ້ງໃຈຮຽນພາສາຈີນ ຢ່າງດຸໝັ່ນຂະຫຍັນພຽນ. ປັດຈຸບັນ, ນາງ ສາມາດເວົ້າພາສາຈີນ ໄດ້ຢ່າງລ່ຽນໄຫຼ, ນາງ ກ່າວຕໍ່ນັກຂ່າວວ່າ: ຂ້ອຍໄດ້ໂອກາດເຮັດວຽກທີ່ດີ, ນັ້ນກໍຄື ຂ້ອຍຈະໄປເຮັດວຽກຢູ່ທະນາຄານອຸດສາຫະກຳການຄ້າຈີນ ຫຼື ICBC ສາຂານະຄອນຫຼວງວຽງຈັນ, ນີ້ແມ່ນໂອກາດເຮັດວຽກທີ່ຊາວໜຸ່ມທັງຫຼາຍໄຝ່ຝັນຫາ.
ພາຍຫຼັງເປີດນຳໃຊ້ທາງລົດໄຟ ລາວ-ຈີນ, ຊາວໜຸ່ມລາວ ທີ່ຮຽນຕໍ່ຢູ່ຈີນ ກໍສາມາດຊອກພົບໂອກາດການຄ້າ. ໃນເວລາ ທ້າວ ວາງຈື້ເສິງ ທີ່ມາຈາກແຂວງຜົ້ງສາລີ ຮຽນຢູ່ວິທະຍາໄລຜູເອີ ໃນປີ 2019, ລາວ ໄດ້ສຳຜັດກັບສີມືປຸງແຕ່ງຊາຜູເອີ, ກໍເລີຍຕັດສິນໃຈຢາກນຳເອົາບົດຮຽນ ແລະ ແຜນການພັດທະນາອຸດສາຫະກຳຊາຂອງຈີນ ກັບເມືອບ້ານເກີດຂອງຕົນ ເພື່ອພັດທະນາອຸດສາຫະກຳຊາ ຢູ່ແຂວງຜົ້ງສາລີ ແລະ ຊຸກຍູ້ການພັດທະນາຂອງເສດຖະກິດທ້ອງຖິ່ນ.
ໃນໄລຍະຮຽນຢູ່ຈີນ, ທ້າວ ວາງຈື້ເສິງ ໄດ້ໄປທ່ຽວຕະຫຼາດຊາຫຼາຍແຫ່ງ, ໄດ້ໂຄສະນາເຜີຍແຜ່ໃບຊາຜົ້ງສາລີ ແລະ ຫວັງວ່າ ຈະສາມາດດຳເນີນການຮ່ວມມືກັບນັກທຸລະກິດຈີນ ໄດ້ດີກວ່າເກົ່າ. ລາວ ກ່າວວ່າ: ແຂວງຜົ້ງສາລີ ແມ່ນແຫຼ່ງຜະລິດຊາທີ່ດີ, ຄ້າຍຄືກັບນະຄອນຜູເອີ ຂອງຈີນ. ພາຍຫຼັງຂ້ອຍມາຮອດນະຄອນຜູເອີແລ້ວ, ໄດ້ເຫັນໃບຊາຊະນິດຕ່າງໆ ແລະ ຍີ່ຫໍ້ຕ່າງໆ, ສີມືປຸງແຕ່ງຊາຢູ່ແຫ່ງນີ້ ກໍທັນສະໄໝຫຼາຍ ແລະ ມີບັນຍາກາດການຄ້າທີ່ເຂັ້ມຂຸ້ນ ຊຶ່ງເປັນສິ່ງທີ່ສົນໃຈເພື່ອໃຫ້ຂ້ອຍຖອດຖອນບົດຮຽນໄດ້ຫຼາຍ.
“ຂ້ອຍຢາກເສີມຂະຫຍາຍທ່າແຮງຂອງຕົນທີ່ຮຽນຢູ່ຈີນ ເພື່ອທຳການຄ້າຂາຍ ລະຫວ່າງ ຈີນ ແລະ ລາວ.” “ທີວທັດທຳມະຊາດຂອງບ້ານເກີດຂອງຂ້ອຍງາມຫຼາຍ, ຍັງມີອາຫານທີ່ແຊບຫຼາຍຢ່າງ, ຍິນດີຕ້ອນຮັບນັກທ່ອງທ່ຽວຈີນໄປທ່ຽວປະເທດລາວ.”
ນັກຂ່າວ: ບົວໃສ

ຄໍາເຫັນ

ຂ່າວຕ່າງປະເທດ

ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປະເທດບຸນກາຣີໄດ້ເຂົ້າຮ່ວມເປັນສ່ວນໜຶ່ງໃນເຂດເອີໂຣ (eurozone) ຫຼື ອີຢູ ແລະ ໄດ້ຮັບຮອງເອົາເງິນເອີໂຣເປັນສະກຸນເງິນຢ່າງເປັນທາງການໃນວັນປີໃໝ່ (ວັນທີ 1 ມັງກອນ 2026) ເຮັດໃຫ້ບຸນກາຣີກາຍເປັນສະມາຊິກອັນດັບທີ 21 ຂອງເຂດເອີໂຣ.
ບັນດາການນຳໂລກສົ່ງສານອວຍພອນປີໃໝ່ 2026

ບັນດາການນຳໂລກສົ່ງສານອວຍພອນປີໃໝ່ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 1 ມັງກອນ ຜ່ານມາວ່າ: ໃນສານຕ້ອນຮັບປີໃໝ່ 2026, ບັນດາການນຳໂລກໄດ້ສົ່ງຄຳອວຍພອນ ພ້ອມກັບຄຳຮຽກຮ້ອງຄວາມມານະພະຍາຍາມທົ່ວໂລກ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍລວມ, ໃນນັ້ນ, ສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກສືບຕໍ່ແມ່ນຄວາມວິຕົກກັງວົນ ແລະ ບຸລິມະສິດແຖວໜ້າກັບຫຼາຍປະເທດ. ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ເນັ້ນໜັກເຖິງການສ້າງຕັ້ງສັນຕິພາບ ແລະ ຄວາມຍຸຕິທຳ.
ການເຊື່ອມໂຍງດ້ວຍ QR Code ນໍາເອົາແຮງຂັບເຄື່ອນໃໝ່ມາໃຫ້ຈີນ - ອາຊຽນ

ການເຊື່ອມໂຍງດ້ວຍ QR Code ນໍາເອົາແຮງຂັບເຄື່ອນໃໝ່ມາໃຫ້ຈີນ - ອາຊຽນ

ຂ່າວສານຊີອາໄອລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປີ 2026 ເປັນປີແຫ່ງການສ້າງຕັ້ງເຂດການຄ້າເສລີຈີນ-ອາຊຽນ ຄົບຮອບ 16 ປີ.​ ຄຽງຄູ່ກັບການແລກປ່ຽນກັນດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ ໄດ້ຮັບການຍົກລະດັບຢ່າງບໍ່ຢຸດຢັ້ງ, ການປ່ຽນແປງທີ່ສາມາດເຫັນ ແລະ ນໍາໃຊ້ໄດ້ທີ່ນັບມື້ນັບຫຼາຍຂຶ້ນນັ້ນ ພວມອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນລະຫວ່າງປະຊາຊົນ ກໍຄືການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ. ໃນນັ້ນ, ການເຊື່ອມໂຍງເຊື່ອມຈອດດ້ວຍ QR Code ກໍແມ່ນໜຶ່ງໃນການປ່ຽນແປງທີ່ໂດດເດັ່ນທີ່ໄດ້ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າຢູ່ໃນພາກພື້ນໃຫ້ເຂົ້າສູ່ລວງເລິກຢ່າງເປັນຮູບປະທໍາ.
ການຄ້າເອເລັກໂຕຣນິກ ຫວຽດນາມ ເພີ່ມຄວາມໄວ ແລະ ບຸກທະລຸ ໄລຍະ 2026 – 2030

ການຄ້າເອເລັກໂຕຣນິກ ຫວຽດນາມ ເພີ່ມຄວາມໄວ ແລະ ບຸກທະລຸ ໄລຍະ 2026 – 2030

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ກ້າວເຂົ້າສູ່ປີ 2026, ການຄ້າເອເລັກໂຕຣນິກສືບຕໍ່ໄດ້ຮັບການຄາດຄະເນວ່າຈະແມ່ນໜຶ່ງໃນບັນດາກຳລັງໜູນການເຕີບໂຕທີ່ສຳຄັນຂອງເສດຖະກິດດີຈີຕອນ ຫວຽດນາມ, ພິເສດໃນສະພາບການຫັນເປັນດີຈີຕອນທີ່ພວມດຳເນີນໄປນັບມື້ນັບເລິກເຊິ່ງ, ກວ້າງຂ້ວາງ ແລະ ຕະຫຼາດສາກົນໄດ້ເປີດໂອກາດໃໝ່ຫຼາຍຢ່າງ.
ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວຄຳປາໄສອວຍພອນປີໃໝ່ 2026

ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວຄຳປາໄສອວຍພອນປີໃໝ່ 2026

ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່​ສາ​ກົນ​ 2026 ກຳ​ລັງ​ຈະ​ກ້າວ​ເຂົ້າມາ​ເຖິງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ອວຍ​ພອນ​ປີ​ໃໝ່ ແລະ ສົ່ງ​ຄຳ​ອວຍ​ພອນ​ອັນ​ປະ​ເສີດ​ຈາກ​ນະ​ຄອນຫຼວງ​ປັກ​ກິ່ງ​ເຖິງ​ບັນ​ດາ​ທ່ານ ໂດຍ​ຜ່ານ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ແລະອິນ​ເຕີ​ເນັດ.
ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ

ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ທັນວາ ຜ່ານມາວ່າ: ຂໍ້ມູນຈາກທະນາຄານ Barclays ຊີ້ໃຫ້ເຫັນວ່າ, ການໃຊ້ຈ່າຍຜ່ານບັດເດບິດ ແລະ ບັດເຄຣດິດຂອງຜູ້ຊື້ສິນຄ້າຊາວອັງກິດໃນປີ 2025 ຫຼຸດລົງເປັນຄັ້ງທຳອິດນັບຕັ້ງແຕ່ການລະບາດຂອງ ໂຄວິດ-19. ເຖິງຢ່າງໃດກໍຕາມ, ຊາວອັງກິດຍັງຄົງເຕັມໃຈທີ່ຈະໃຫ້ຄວາມສຸກຕົນເອງດ້ວຍການຊື້ສິນຄ້າຟຸ່ມເຟືອຍ ລວມທັງໃຊ້ຈ່າຍກັບການຫາປະສົບການໃໝ່ໆ.
ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດ

ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດ

ຂ່າວຕ່າງປະເທດລາຍງານໃນວັນທີ 30 ທັນວາ ຜ່ານມາວ່າ: ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດໃນປະຫວັດສາດຂອງໂລກ, ໂດຍອ້າງເຖິງການເຜົາໄໝ້ເຊື້ອໄຟຟອດຊິວຢ່າງບໍ່ຢຸດຢັ້ງເປັນສາເຫດຫຼັກຂອງໄພພິບັດທົ່ວໂລກ, ໄດ້ເອົາຊີວິດຄົນນັບບໍ່ຖ້ວນ ແລະ ກໍ່ໃຫ້ເກີດຄວາມເສຍຫາຍທີ່ບໍ່ສາມາດວັດແທກໄດ້.
ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້ວ່າ: ຄະ​ນະ​ກຳ​ມະ​ການ​ກົດ​ລະ​ບຽບ​ພາ​ສີ​ຂອງ​ລັດ​ຖະ​ບານ​ຈີນ​ ໄດ້​ເຜີຍ​ແຜ່ “ແຜນ​ການ​ປັບ​ປຸງ​ພາ​ສີ​ປີ 2026”, ແຜນ​ການ​ສະ​ບັບ​ນີ້​ຈະຈັດ​ຕັ້ງ​ປະ​ຕິ​ບັດ​ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026 ເປັນ​ຕົ້ນ​ໄປ.
ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ມາເລເຊຍໄດ້ຮັບເງິນລົງທຶນທັງໝົດ 54.13 ຕື້ຣິງກິດ (ປະມານ 13.33 ຕື້ໂດລາ) ໃນໄຕມາດທີສາມຂອງປີ 2025 ພາຍໃຕ້ໂຄງການສົ່ງເສີມເສດຖະກິດດີຈີຕອນ “Malaysia Digital” ຊຶ່ງຊ່ວຍສ້າງວຽກເຮັດງານທໍາທີ່ມີຄຸນນະພາບສູງຫຼາຍກວ່າ 21,815 ຕໍາແໜ່ງໃນ 402 ບໍລິສັດດີຈີຕອນ.
ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ທັນວາ ຜ່ານມາວ່າ: Roscosmos ຊຶ່ງເປັນອົງການອາວະກາດຂອງຣັດເຊຍ ໄດ້ລາຍງານການຍິງຈະຫຼວດ Soyuz-2.1b ທີ່ບັນທຸກດາວທຽມ 52 ດວງເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສຳເລັດຜົນໃນຕອນບ່າຍວັນທີ 28 ທັນວາ ຜ່ານມາ.
ເພີ່ມເຕີມ