ຍທຂ ຕ້ອນຮັບລັດຖະມົນຕີກະຊວງ ຖະໜົນຫົນທາງ ແລະ ການຂົນສົ່ງ ມົງໂກລີ

ທ່ານລັດຖະມົນຕີກະຊວງ ຍທຂ ຕ້ອນຮັບລັດຖະມົນຕີກະຊວງ ຖະໜົນຫົນທາງ ແລະ ການຂົນສົ່ງ ມົງໂກລີ

ທ່ານລັດຖະມົນຕີກະຊວງ ຍທຂ ຕ້ອນຮັບລັດຖະມົນຕີກະຊວງ ຖະໜົນຫົນທາງ ແລະ ການຂົນສົ່ງ ມົງໂກລີ
ໃນວັນທີ 27 ມັງກອນ ນີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ), ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ເດລເກຣໄຊຄານ ບໍຣຄູລັດຖະມົນຕີ

ກະຊວງຖະໜົນຫົນທາງ ແລະ ການຂົນສົ່ງ ແຫ່ງປະເທດມົງໂກລີ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມ JC ລາວ - ມົງໂກລິີ ຄັ້ງທີ 12.

ທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ ທ່ານ ເດລເກຣໄຊຄານ ບໍຣຄູ ທີ່ໃຫ້ຄວາມສໍາຄັນໃນການຮ່ວມມືດ້ານການເຊື່ອມຈອດ ແລະ ການຄົມມະນາຄົມຂົນສົ່ງ ແລະ ມາຢ້ຽມຢາມກະຊວງໂຍທາທິການ ແລະ ຂົນສົ່ງໃນຕົ້ນປີ 2025. ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືທາງການທູດຂອງສອງປະເທດໃນໄລຍະຫຼາຍທົດສະຕະວັດທີ່ຜ່ານມາ ແລະ ໄດ້ໃຫ້ຄວາມສໍາຄັນໃນການຮ່ວມມືເພື່ອຊຸກຍູ້ການເຊື່ອມຈອດ ແລະ ເຊື່ອມໂຍງລະຫວ່າງສອງປະເທດ ທີ່ມີດ້ານພູມສັນຖານຄ້າຍຄືກັນ, ເປັນປະເທດທີ່ມີປະຊາກອນບໍ່ຫຼາຍ, ບໍ່ມີຊາຍແດນຕິດກັບທະເລ ແຕ່ມີຊາຍແດນຕິດກັບປະເທດທີ່ມີພົນລະເມືອງຫຼາຍ.

ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ປືກສາຫາລືແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການສົ່ງເສີມການຮ່ວມມຶືຂອງສອງປະເທດເປັນຕົ້ນແມ່ນການຮ່ວມມືດ້ານການຂົນສົ່ງຜ່ານທາງລົດໄຟ ລາວ-ຈີນ-ມົງໂກລີຊຶ່ງເປັນການນໍາໃຊ້ທ່າແຮງຂອງ ສປປ ລາວ ແລະ ມົງໂກລີ ທີ່ໄດ້ເປັນສະມາຊິກໃນກອບ OSJD, ການຮ່ວມມື ແລະ ການແລກປ່ຽນບົດຮຽນກ່ຽວກັບການພັດທະນາທ່າບົກຢູ່ລາວ ແລະ ມົງໂກລີທີ່ໄດ້ກໍານົດໄວ້ຢູ່ໃນກອບການຮ່ວມມື UNESCAP, ການຮ່ວມມືດ້ານການຂົນສົ່ງທາງບົກ ແລະ ການສົ່ງເສີມການຂົນສົ່ງທາງອາກາດ ລະຫວ່າງ ສປປ ລາວ ແລະ ມົງໂກລີ ຊຶ່ງທັງສອງປະເທດໄດ້ເຊັນສັນຍາຂົນສົ່ງທາງອາກາດຮ່ວມກັນໃນປີ 2023 ຜ່ານມາ.

ໃນການຢ້ຽມຢາມຄັ້ງນີ້, ທ່ານ ເດລເກຣໄຊຄານ ບໍຣຄູ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ງາມປະສົງ ເມືອງມະນີແລະ ສະແດງຄວາມຊົມເຊີຍຕໍ່ ສປປ ລາວ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງທີ່ໄດ້ຮ່ວມມືກັບ ສປ ຈີນ ໃນການສ້າງເສັ້ນທາງລົດໄຟແຕ່ ນະຄອນຫຼວງວຽງຈັນ ຫາ ຄູນໝິງສໍາເລັດ. ພ້ອມທັງມີຄວາມປິຕິຍິນດີ ໃນການຮ່ວມມືກັບບັນດາປະເທດເພື່ອນບ້ານ ເພື່ອເຊື່ອມຈອດດ້ານການຄົມມະນາຄົມຂົນສົ່ງ ລະຫວ່າງ ສປປ ລາວ ແລະ ມົງໂກລີ ໂດຍຜ່ານ ສປ ຈີນ ແລະ ທັງຈະເປັນການເຊື່ອມຈອດ ສປປ ລາວ ໄປສູ່ຣັດເຊຍ ໂດຍຜ່ານທາງລົດໄຟຂອງ ສປ ຈີນ ແລະ ມົງໂກລີ. ພ້ອມດຽວກັນນີ້, ທ່ານ ເດລເກຣໄຊຄານ ບໍຣຄູ ໄດ້ສະເໜີໃຫ້ ສປປ ລາວ ໃຫ້ການຮ່ວມມື ແລະ ພິຈາລະນາສະໜັບສະໜູນສັນຍາຂົນສົ່ງຫຼາຍຝ່າຍໃນພາກພື້ນອາຊີທີ່ມີ ສປ ຈີນ ແລະ ຣັດເຊຍເຂົ້າຮ່ວມ.

ນອກຈາກນັ້ນ, ທ່ານ ລັດຖະມົນຕີກະຊວງ ຖະໜົນຫົນທາງ ແລະ ການຂົນສົ່ງ ແຫ່ງ ມົງໂກລີຈະສຶບຕໍ່ໃຫ້ການສະໜັບສະໜູນ-ຮ່ວມມືກັບ ກະຊວງໂຍທາທິການ ແລະ ຂົນສົ່ງ ໃນການເປັນສະມາຊິກ ຂອງອົງການຮ່ວມມືລະຫວ່າງທາງລົດໄຟ (Organisation for Co‑operation between Railways “OSJD”), ການຮ່ວມມືໃນການນໍາໃຊ້ເສັ້ນທາງລົດໄຟເພື່ອເຊື່ອມຈອດຫາກັນແລະ ພ້ອມດຽວກັນນັ້ນ ທ່ານ ເດລເກຣໄຊຄານ ບໍຣຄູ ໄດ້ເຊື້ອເຊີນ ທ່ານລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ເຂົ້າຮ່ວມກອງປະຊຸມປະຈໍາປີຂອງອົງການ OSJD.

ໃນຕອນທ້າຍ, ທ່ານລັດຖະມົນຕີກະຊວງ ຍທຂ ໄດ້ສະເໜີແລກປ່ຽນບົດຮຽນ ການເປັນສະມາຊິກ ອົງການຂົນສົ່ງທາງທະເລສາກົນ (International Maritime Organization “IMO”)ຊຶ່ງມົງໂກລີ ໄດ້ເຂົ້າເປັນສະມາຊິກແລ້ວ ໂດຍ 2 ປະເທດ ລາວ ແລະ ມົງໂກລີ ແມ່ນບໍ່ມີຊາຍແດນຕິດກັບທະເລ (Land locked countries) ຄືກັນ ແລະ ບົດຮຽນກ່ຽວກັບຈຸດດີ ແລະ ຈຸດອ່ອນຂອງການເຂົ້າເປັນສະມາຊິກຂອງອົງການ.

(ຂ່າວ-ພາບ:ຍທຂ)

ຄໍາເຫັນ

ຂ່າວການຮ່ວມມື

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອານບານີ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອານບານີ

ເມື່ອບໍ່ດົນມານີ້ ທີ່ສຳນັກງານປະທານາທິບໍດີແຫ່ງ ສາທາລະນະລັດ ອານບານີ ນະຄອນຫຼວງທີຣານາ(Tirana) ປະເທດ ສາທາລະນະລັດອານບານີ (ສອານບານີ), ທ່ານ ຄໍາພອນ ວົງສັນຕິ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ Bajram Begaj ປະທານາທິບໍດີແຫ່ງ ສ ອານບານີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສ ອານບານີ ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງ ບູດາແປສ ປະເທດຮົງກາຣີ.
ຫົວໜ້າ ຄະນະພົວພັນຕ່າງປະເທດ ລາວ-ຈີນ ພົບປະ ແລະ ລົງນາມ ແຜນການຮ່ວມມືສອງພັກ

ຫົວໜ້າ ຄະນະພົວພັນຕ່າງປະເທດ ລາວ-ຈີນ ພົບປະ ແລະ ລົງນາມ ແຜນການຮ່ວມມືສອງພັກ

ໂດຍປະຕິບັດຕາມ ສັນຍາຮ່ວມມື ລະຫວ່າງ 2 ຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຈີນ ສະບັບປີ 2023-2027, ໃນວັນທີ 13 ມັງກອນ ຜ່ານມາ ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ພົບປະເຮັດວຽກກັບ ສະຫາຍ ຫຼິວ ຫາຍຊິງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ຜູ້ຕາງໜ້າພິເສດ ຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ພັກກອມມູນິດຈີນ ມາ​ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ປປ ລາວ.
ລາວ-ເຢຍລະມັນ ຮັດແໜ້ນການຮ່ວມມືໃນຂະແໜງອາຊີວະສຶກສາ

ລາວ-ເຢຍລະມັນ ຮັດແໜ້ນການຮ່ວມມືໃນຂະແໜງອາຊີວະສຶກສາ

ຄະນະນຳ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ພົບປະຫາລື ກັບຄະນະຜູ້ແທນຈາກກະຊວງຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ປະເທດເຢຍລະມັນ ເພື່ອແລກປ່ຽນແນວທາງການຮ່ວມມືໃນຂະແໜງອາຊີວະສຶກສາ ໃນວັນທີ 12 ມັງກອນ ຜ່ານມາ ທີ່ກະຊວງ ສສກ.
ຮອງປະທານປະເທດ ຕ້ອນຮັບທູດສະຫະລັດ ອາເມຣິກາ ເຂົ້າຢ້ຽມຂໍ່ານັບອໍາລາ

ຮອງປະທານປະເທດ ຕ້ອນຮັບທູດສະຫະລັດ ອາເມຣິກາ ເຂົ້າຢ້ຽມຂໍ່ານັບອໍາລາ

ໃນວັນທີ 15 ມັງກອນນີ້ ທີ່ສະພາແຫ່ງຊາດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather VARIAVA) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

ໃນວັນທີ 14 ມັງກອນ ນີ້ ທີ່ສໍານັກງານສູນກາງພັກ, ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມ້ງ ເກືອງ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຄື່ອນໄຫວເຮັດວຽກຢູ່ ສປປ ລາວ.
ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ

ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ

ໃນວັນທີ 14 ມັງກອນຜ່ານມານີ້ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather VARIAVA) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ອາສາສະໝັກ ລາວ-ຈີນມອບເຄື່ອງນຸ່ງໃຫ້ເດັກນ້ອຍເຂດຊົນນະບົດ ສປປລາວ

ອາສາສະໝັກ ລາວ-ຈີນມອບເຄື່ອງນຸ່ງໃຫ້ເດັກນ້ອຍເຂດຊົນນະບົດ ສປປລາວ

ອາສາສະໝັກຈາກ ສປ ຈີນແລະອາສາສະໝັກ ສປປ ລາວໄດ້ຮ່ວມກັນນຳເອົາເສື້ອຜ້າ, ເຄື່ອງໃຊ້ໃນຊີວິດປະຈຳວັນແລະອຸປະກອນກິລາໄປມອບໃຫ້ເດັກນ້ອຍໃນເຂດຊົນນະບົດແຂວງວຽງຈັນແລະແຂວງຫຼວງພະບາງ.
ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ປອກຕຸຍການ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ປອກຕຸຍການ

ໃນວັນທີ 12 ມັງກອນ 2026 ທີ່ ທຳນຽບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປອກຕຸຍການ ນະຄອນຫຼວງລິດສະບອນ, ທ່ານ ກາລະມຸງຄຸນ ສຸພານຸວົງ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ພະນະທ່ານ ມາເຊໂລ ຣີບີໂລ ເດີ ສຸຊາ (H.E. Marcelo Rebelo de Sousa) ປະທານາທິບໍດີ ແຫ່ງ ສາທາລະນະລັດ ປອກຕຸຍການ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ປອກຕຸຍການ ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງປາຣີ ປະເທດຝຣັ່ງ.
ລາວ ແລະ ຈີນ ​ວາງ​ແຜນ​ຜັງ​ການ​ພັດ​ທະ​ນາ​ແບບ​ຊ່ວຍ​ຊູ​ຍູ້​ໜູນ​ກັນ

ລາວ ແລະ ຈີນ ​ວາງ​ແຜນ​ຜັງ​ການ​ພັດ​ທະ​ນາ​ແບບ​ຊ່ວຍ​ຊູ​ຍູ້​ໜູນ​ກັນ

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ​ປະ​ຊາ​ຊົນ​​ປະ​ຕິ​ວັດລາວ ທີ່​ຈັດ​ຂຶ້ນ​ລະ​ຫວ່າງວັນ​ທີ 6-8 ມັງ​ກອນ ຜ່ານມາ ໄດ້​​ພິ​ຈາ​ລະ​ນາ ແລະ ຮັບ​ຮອງ​ເອົາ​ເອ​ກະ​ສານ​ສຳ​ຄັນ​ຕ່າງໆເຊັ່ນ: “ບົດ​ລາຍ​ງານ​ສະຫຼຸບ​ຕີ​ລາ​ຄາ​ການ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 9 (ປີ 2021-2025)ແລະ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັ​ງ​ຄົມ ​ແຫ່ງ​ຊາດ 5 ປີ​ ຄັ້ງ​ທີ 10 (ປີ 2026-2030)” ເປັນ​ຕົ້ນ. ເມື່ອ​ສົມທຽບ​ກັບ​ຂໍ້​ສະ​ເໜີກ່ຽວ​ກັບ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 15 ຂອງ​ຈີນ​ທີ່​ໄດ້​ຮັບ​ຮອງ​​ເອົາໃນ​ປີ​ຜ່ານ​ມາ, ເອ​ກະ​ສານ​ຂອງ​ສອງ​ປະ​ເທດ​ຖື​ເປັນ​ເອ​ກະ​ສານ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຕໍ່​ສອງ​ປະ​ເທດ ແລະ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ພຶດ​ຕິ​ກຳ​ຕົວ​ຈິງ​ໃນ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ​ຢ່າງ​ມີ​ຊີ​ວິດ​ຊີ​ວາ.
ສ້າງສາຍພົວພັນການທູດລະຫວ່າງ ລາວ ແລະ ຮາຊິມິດ ຊອກດານີ

ສ້າງສາຍພົວພັນການທູດລະຫວ່າງ ລາວ ແລະ ຮາຊິມິດ ຊອກດານີ

ໃນວັນທີ 7 ມັງກອນ ຜ່ານມານີ້ຢູ່ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ຮາຊິມິດ ຊອກດານີ ປະຈຳອົງການສະຫະປະຊາຊາດ ທີ່ ນະຄອນນິວຢອກ ສະຫະລັດ ອາເມຣິກາ, ໄດ້ມີພິທີລົງນາມຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ຮາຊິມິດ ຊອກດານີ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງຣາຊະອານາຈັກ ຣາຊິມິດ ຊອກດານີ ແມ່ນ ທ່ານ ວາລີດ ຄາລີດ ໂອເບດັດ (H.E. Mr. Walid Obeidat) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ຮາຊິມິດ ຊອກດານີ ປະຈໍາອົງການ ສປຊ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດທັງສອງຝ່າຍ.
ເພີ່ມເຕີມ