ທ່ານໂວໂຈລາວຕາວຮອງນາຍບ້ານໆນໍ້າຍ່ອງໃໝ່ເມືອງບຸນເໜືອແຂວງຜົ້ງສາລີໄດ້ລາຍງານໃຫ້ຮູ້ວ່າ:ບ້ານນໍ້າຍ່ອງໃໝ່ມີພົນລະເມືອງທັງໝົດ 389 ຄົນຍິງ 136 ຄົນ, 63 ຫຼັງຄາເຮືອນ, 89 ຄອບຄົວປະກອບອາຊີບປູກຝັງ, ລ້ຽງສັດແລະບໍລິການຄ້າຂາຍ, ມາເຖິງປັດຈຸບັນສາມາດຢັ້ງຢືນເປັນຄອບຄົວວັດທະນະທຳມີ38ຫຼັງຄາເຮືອນ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີມີເອກະລັກດ້ານການນຸ່ງຖືນຸ່ງເຄື່ອງສີດຳ, ໂສ້ງເສື້ອຄຸມດຳ, ມີໝວກປະດັບດ້ວຍເຄື່ອງເງິນທີ່ມີສີສັນສວຍງາມ,
ໂອກາດເຄື່ອນໄຫວຄັ້ງນີ້, ທ່ານລມຕກະຊວງຖວທໄດ້ຊົມການສະແດງສິລະປະວັນນະຄະດີຂອງຊົນເຜົ່າ.
ຂ່າວ-ພາບ: ພູວັນ
ຄໍາເຫັນ