ທ່ານຈັນເພັງເລົາລີນາຍບ້ານໂອ້ມາໄດ້ໃຫ້ຮູ້ວ່າ:ເຜົ່າອາຄາໂອ້ມາທົ່ວແຂວງມີ 7 ບ້ານ, ສະເພາະເມືອງບຸນເໜືອມີບ້ານຊົນເຜົ່າອາຄາໂອ້ມາ 1 ບ້ານ, 80 ຫຼັງຄາເຮືອນ, ພົນລະເມືອງ468 ຄົນ, ຍິງ 225 ຄົນ, ປະຊາຊົນມີອາຊີບເຮັດໄຮ່, ເຮັດນາ,ເອກະລັກຂອງຊົນເຜົ່າແມ່ນການນຸ່ງຖື, ນຸ່ງສິ້ນມີຕີນ, ມີແພຄາດຫົວ, ປັກລວດລາຍທີ່ເປັນເອກະລັກສວຍງາມຂອງເຜົ່າ, ຮີດຄອງປະເພນີມີປະຕູເຂົ້າບ້ານແລະຖືສາສະໜາຜີ.
ໃນໂອກາດເຄື່ອນໄຫວຢ້ຽມຢາມຄັ້ງນີ້ , ທ່ານລມຕກະຊວງຖວທໄດ້ຮ່ວມກິດຈະກຳປັກແສ່ວ, ຊົມການສະແດງຂອງຊົນເຜົ່າແລະຊີມອາຫານທີ່ເປັນເອກະລັກເຂົ້າປໍປາ, ດື່ມນໍ້າຊາແລະອື່ນໆ.
ຂ່າວ-ພາບ: ພູວັນ
ຄໍາເຫັນ