ທ່ານນາງ ປານີ ຢາທໍ່ຕູ້ ເນັ້ນໃຫ້ການນຳແຂວງຈໍາປາສັກເອົາໃຈໃສ່ບາງບັນຫາ  ເພື່ອກະກຽມຕ້ອນຮັບປີທ່ອງທ່ຽວລາວ 2024

ທ່ານນາງ ປານີ ຢາທໍ່ຕູ້ ເນັ້ນໃຫ້ການນຳແຂວງຈໍາປາສັກເອົາໃຈໃສ່ບາງບັນຫາ  ເພື່ອກະກຽມຕ້ອນຮັບປີທ່ອງທ່ຽວລາວ 2024
ທ່ານນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຈໍາປາສັກໃນວັນທີ 17 ຕຸລາຜ່ານມາ, ມີທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ,ມີຄະນະປະຈໍາພັກແຂວງ, ຫົວໜ້າພະແນກທີ່ກ່ຽວຂ້ອງເຂົ້າຮ່ວມ.
     ໃນພິທີທ່ານວັນນະໄຊ ຊາດຕະກຸນ ຫົວໜ້າພະແນກ ຖວທ ແຂວງ ໄດ້ລາຍງານຫຍໍ້ກ່ຽວກັບການພັດທະນາວຽກງານການທ່ອງທ່ຽວຂອງແຂວງໃນ 9 ເດືອນປີ 2023 ຜ່ານມາຊຶ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ, ບັນຫາ ແລະ ຂໍ້ຫຍຸ້ງຍາກ ທີ່ຕິດພັນກັບວຽກງານການທ່ອງທ່ຽວໃນໄລຍະຜ່ານມາ. ພ້ອມນີ້ໄດ້ລາຍງານແຜນວຽກຈຸດສຸມໃນ 3 ເດືອນທ້າຍປີ 2023 ແລະ ການກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດກິດຈະກຳປີທ່ອງທ່ຽວລາວ 2024 ຢູ່ແຂວງຈຳປາສັກ ຕົ້ນຕໍແມ່ນການກະກຽມດ້ານນິຕິກໍາ, ການປັບປຸງສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ, ການກະກຽມດ້ານພາຫະນະເພື່ອຮອງຮັບນັກທ່ອງທ່ຽວ, ການກໍ່ສ້າງເສັ້ນທາງເຂົ້າຫາແຫຼ່ງທ່ອງທ່ຽວ, ການຊຸກຍູ້ການຜະລິດສິນຄ້າພາຍໃນເພື່ອທົດແທນການນໍາເຂົ້າ, ການຊຸກຍູ້ສົ່ງເສີມການຜະລິດສິນຄ້າໜຶ່ງເມືືອງ ໜຶ່ງຜະລິດຕະພັນ ເພື່ອເປັນເຄື່ອງທີ່ລະນຶກຕ້ອນຮັບນັກທ່ອງທ່ຽວ, ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການພາຍໃນແຂວງ ຊຶ່ງໄດ້ມີການຕິດຕາມກວດກາຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ການຈັດງານວາງສະແດງ-ຈໍາໜ່າຍ ແລະ ຊື້-ຂາຍສິນຄ້າ, ການເກັບຄ່າທໍານຽມ, ຄ່າວິຊ່າ ແລະ ຄ່າບໍລິການຕ່າງໆພາຍໃນດ່ານ, ການຍາດແຍ່ງການລົງທຶນ ແລະ ການຈັດສັນງົບປະມານເພື່ອຮັບໃຊ້ໃຫ້ແກ່ການພັດທະນາວຽກງານການທ່ອງທ່ຽວ.
ໂອກາດນີ້,ທ່ານນາງ ປານີ ຢາທໍ່ຕູ້ ໄດ້ໃຫ້ກຽດໂອ້ລົມ ໂດຍເນັ້ນໜັກໃຫ້ການນໍາແຂວງເປັນເຈົ້າການໃນການຄົ້ນຄວ້າແກ້ໄຂບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ນັກທ່ອງທ່ຽວ ໂດຍສະເພາະແກ້ໄຂບັນຫາການເກັບຄ່າທໍານຽມທາງ ແລະ ຄ່າບໍລິການດ້ານຕ່າງໆຈາກນັກທ່ອງທ່ຽວ. ພ້ອມນີ້ກໍໃຫ້ພົວພັນປະສານສົມທົບ-ຮ່ວມແຮງຮ່ວມໃຈກັບຜູ້ປະກອບການ ແລະ ປະຊາຊົນໃນການພັດທະນາການທ່ອງທ່ຽວ ໃຫ້ກາຍເປັນອຸດສາຫະກໍາການທ່ອງທ່ຽວທີ່ທັນສະໄໝ ເພາະວຽກງານການທ່ອງທ່ຽວ ເປັນວຽກໜຶ່ງທີ່ສໍາຄັນໃນການສ້າງລາຍໄດ້ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ. ຍ້ອນແນວນັ້ນວຽກງານທີ່ຕິດພັນກັບການທ່ອງທ່ຽວ ຕ້ອງຫັນເປັນວິຊາຊີບຮອບດ້ານ ແລະ ຫັນເປັນທັນສະໄໝດ້ວຍຮູບການຕ່າງໆລວມທັງການຄຸ້ມຄອງ, ການໂຄສະນາການທ່ອງທ່ຽວໃຫ້ທັນສະໄໝວ່ອງໄວ ແລະ ຂະຫຍາຍໄປທົ່ວໂລກ.
      ທ່ານນາງ ປານີ ຢາທໍ່ຕູ້ ເນັ້ນໜັກຕື່ມອີກວ່າ: ການຈັດຕັ້ງປະຕິບັດວຽກງານການພັດທະນາແຫຼ່ງທ່ອງທ່ຽວ ຕ້ອງມີຈຸດສຸມ ແລະ ກໍານົດເປັນແຜນພັດທະນາໃນແຕ່ລະໄລຍະ ເຮັດໃຫ້ແຫຼ່ງທ່ອງທ່ຽວມີຄຸນນະພາບ ແລະ ປະສິດທິຜົນ, ຄ່າບໍລິການກໍໃຫ້ສົມເຫດສົມຜົນ, ທຸກຄົນຍອມຮັບໄດ້. ນອກນີ້ໃຫ້ເອົາໃຈໃສ່ຊຸກຍູ້ການພັດທະນາແຫຼ່ງທ່ອງທ່ຽວ ໃຫ້ສາມາດແຂ່ງຂັນກັບແຫຼ່ງທ່ອງທ່ຽວຂອງປະເທດຕ່າງໆໃນອະນຸພາກພື້ນ ແລະ ໃນໂລກ. ສິ່ງສຳຄັນຕ້ອງໃຫ້ມີຄວາມຍືນຍົງຕິດພັນກັບການອະນຸລັກປົກປັກຮັກສາວັດທະນະທໍາ-ຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ ແລະ ຕິດພັນກັບການອະນຸລັກຮັກສາດ້ານສະພາບແວດລ້ອມ ທີ່ເອື້ອອໍານວຍໃຫ້ນັກທ່ອງທ່ຽວ ທັງມີຄວາມສະຫງົບກາຍເປັນຂອງທົ່ວປວງຊົນ, ສືບຕໍ່ເສີມຂະຫຍາຍທ່າແຮງດ້ານການທ່ອງທ່ຽວທີ່ແຂວງມີ, ປັບປຸງ ແລະ ສົ່ງເສີມໃຫ້ດີຂຶ້ນ. ເອົາໃຈໃສ່ສ້າງສິ່ງດຶງດູດເພື່ອເຮັດໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວຊົມນັບມື້ຫຼາຍຂຶ້ນ. ບັນດາໜ້າວຽກຕ່າງໆຕ້ອງກໍານົດເປົ້າໝາຍພັດທະນາ ລວມທັງການກໍານົດຜະລິດຕະພັນການທ່ອງທ່ຽວໃນແຕ່ລະເຂດໃຫ້ລະອຽດຈະແຈ້ງ. ພ້ອມດຽວກັນນັ້ນໃຫ້ເອົາໃຈໃສ່ພັດທະນາບຸກຄະລາກອນທີ່ຮັບໃຊ້ໃນວຽກງານການບໍລິການດ້ານການທ່ອງທ່ຽວ, ພາກລັດຕ້ອງເປັນເຈົ້່າການ ແລະ ອໍານວຍຄວາມສະດວກໃນການຄຸ້ມຄອງ ໂດຍສະເພາະດ້ານລາຄາໂຮງແຮມ, ອາຫານ ແລະ ເຄື່ອງດື່ມ ຕ້ອງມີນິຕິກໍາຮອງຮັບຄັກແນ່. ນອກນີ້, ກໍໃຫ້ມີສະຖາບັນສໍາລັບຝຶກອົບຮົມບຸກຄະລາກອນດ້ານການທ່ອງທ່ຽວ, ພະນັກງານນໍາທ່ຽວເພື່ອໃຫ້ເຂົາເຈົ້າມີຄວາມຮູ້ຮອບດ້ານ, ມີຫຼັກໝັ້ນການເມືອງ, ສາມາດກໍາແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດທີ່ກໍານົດອອກໃນແຕ່ລະໄລຍະ, ສ້າງພະນັກງານນໍາທ່ຽວໃຫ້ເປັນຜູ້ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ- ລັດ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ. ໃນໂອກາດນີ້, ທ່ານນາງ ປານີ ຢາທໍ່ຕູ້ ໄດ້ເຄື່ອນໄຫວຢ້ຽມຊົມຫ້ອງອັດສຽງ, ຫ້ອງສົ່ງ ແລະ ຫ້ອງກະຈາຍສຽງຂອງສະຖານີວິທະຍຸກະຈາຍສຽງແຂວງ ຕື່ມອີກ.
ຂ່າວ-ພາບ: ທູນທອງໃຈ

ຄໍາເຫັນ

ຂ່າວເດັ່ນ

ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ພິທີໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນ ໄຫວ້ພະຮັບສິນ, ຟັງທໍາມະເທດສະໜາ ແລະ ຢາດນໍ້າ ຕາມຮີດຄອງປະເພນີທີ່ໄດ້ເຄີນປະຕິບັດສືບທອດກັນມາແຕ່ບູຮານນະການ ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2025 (ໃນມື້ຂຶ້ນ 15 ຄໍ່າເດືອນ 12 ພສ 2568) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 5 ພະຈິກນີ້ ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ມີຮອງປະທານປະເທດ, ເຈົ້າຄອງ ນວ, ການນໍາພັກ-ລັດ, ພ້ອດ້ວຍມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ3ແລະ ອັດລົງໃນຕອນເຊົ້າ ວັນທີ 4ພະຈິກ 2025ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງແລະປະກອບຄຳເຫັນຕໍ່ການສະຫຼຸບວຽກງານປະຈຳເດືອນຕຸລາແລະທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ2025.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີ IV ເປີດຂຶ້ນ ແລະ ປິດລົງໃນວັນທີ 1 ພະຈິກນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາຜູ້ແທນສົມບູນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການເງິນ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ຂຶ້ນໃນວັນທີ 31 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ປະທານ-ຮອງປະທານຄະນະກຳມະການປົກຄອງແຂວງ-ນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ, ບັນດາອະດີດພະນັກງານການນໍາກະຊວງການເງິນ, ພະນັກງານຫຼັກແຫຼ່ງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2 ຂຶ້ນໃນວັນທີ 30 ຕຸລາ ນີ້ ທີ່ຈຸດທາບທາມກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນໍາຂອງສອງກໍາລັງປະກອບອາວຸດ, ພ້ອມດ້ວຍຜູ້ແທນກອງປະຊຸມ ເຂົ້າຮ່ວມ.
ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ໃນຕອນເຊົ້າວັນທີ 29 ຕຸລາ ນີ້, ການນໍາຂັ້ນສູງ ນໍາໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການສິ້ນພະຊົນ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ ພະບໍຣົມຣາຊະຊົນນະນີພັນປີຫຼວງ (ແມ່ຂອງ ພະບາດສົມເດັດ ເຈົ້າຊີວິດ ຣາຊະການທີ 10) ທີ່ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ.
ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ຄຣິດສຕອບເຟີ ລັກຊອນ(Christopher LUXON) ນາຍົກລັດຖະມົນຕີ ແຫ່ງ ນິວຊີແລນ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ນີ້ ທີ່ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອັນໂຕນິໂອ ຄອດສຕາ (António Costa) ປະທານສະພາມົນຕີເອີຣົບ ແຫ່ງ ສະຫະພາບເອີຣົບ (ອີຢູ) ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງໃນວັນທີ 26-28ຕຸລາ 2025.
ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ໃນວັນທີ 27 ຕຸລານີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ສ ເກົາຫຼີ ຄັ້ງທີ 26, ກອງປະຊຸມສຸດຍອດອາຊຽນບວກສາມ (APT) ຄັ້ງທີ 28, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 20 ແລະ ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດ ຄັ້ງທີ 15.
ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນຕອນເຊົ້າວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມຮັບປະທານອາຫານເຊົ້າແບບເຮັດວຽກ ຮ່ວມກັບພະນະທ່ານ ຟ້າມ ມິງຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ສົມເດັດຮຸນມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງໃນວັນທີ 26-87 ຕຸລາ 2025.
ເພີ່ມເຕີມ