ທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມຕໍ່ການນຳຫຼັກແຫຼ່ງແຂວງວຽງຈັນ

ທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມຕໍ່ການນຳຫຼັກແຫຼ່ງແຂວງວຽງຈັນ

ທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມຕໍ່ການນຳຫຼັກແຫຼ່ງແຂວງວຽງຈັນ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງແຂວງວຽງຈັນ ໃນຕອນບ່າຍ ວັນທີ 18 ມິຖຸນາ ຜ່ານມາ ທີ່ສະໂມສອນເມືອງເຟືອງ ແຂວງວຽງຈັນ; ນຳພາຄະນະຂອງແຂວງ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ, ໂດຍທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ.
ທານນາຍກລດຖະມນຕ ພບປະໂອລມຕການນຳຫກແຫງແຂວງວຽງຈນ - image 1
 

 

ໃນໂອກາດນີ້, ທ່ານເຈົ້າແຂວງວຽງຈັນ ໄດ້ລາຍງານໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນຂອງແຂວງ ເຫັນວ່າ: ໃນໄລຍະ 3 ເດືອນຕົ້ນປີ2025, ເສດຖະກິດຂອງແຂວງສືບຕໍ່ຂະຫຍາຍຕົວ, ບັນດາຫົວໜ່ວຍການຜະລິດ ແລະ ບໍລິການຕ່າງໆຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນແຂວງ ໄດ້ພ້ອມກັນເອົາໃຈໃສ່ເຮັດການຜະລິດ ແລະ ການບໍລິການ ເພື່ອກະຕຸ້ນເສດຖະກິດ ແລະ ພັດທະນາສັງຄົມ ເຮັດໃຫ້ທົ່ວແຂວງ ສືບຕໍ່ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສາມາດຮັກສາສະຖຽນລະພາບທາງການເມືອງ ຢ່າງໜັກແໜ້ນ, ສ້າງເງື່ອນໄຂ ແລະ ສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ການລົງທຶນ ແລະພັດທະນາເສດຖະກິດຂອງແຂວງ ໃຫ້ສືບຕໍ່ຂະຫຍາຍຕົວ; ໃນນັ້ນ, ເສດຖະກິດຂອງແຂວງ ຂະຫຍາຍຕົວໃນລະດັບ 3.8%, ລາຍຮັບສະເລ່ຍໃສ່ຫົວຄົນ ໄດ້ 17.54 ລ້ານກີບ/ປີ; ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ 902,057 ເທື່ອຄົນ, ເທົ່າກັບ 64.7% ຂອງແຜນການປີ, ສ້າງລາຍຮັບທົ່ວສັງຄົມໄດ້ 755 ຕື້ກີບ, ເທົ່າກັບ 73,3% ຂອງແຜນການປີ; ການປະຕິບັດຄາດໝາຍດ້ານການພັດທະນາ (SDGs) ຂອງຂະແໜງການສຶກສາ ໃນ 15 ຄາດໝາຍ ສາມາດບັນລຸແລ້ວ 9 ຄາດໝາຍ ແລະ ຂະແໜງສາທາລະນະສຸກ ໃນ 11 ຄາດໝາຍ ສາມາດບັນລຸແລ້ວ 9 ຄາດໝາຍ.

ທານນາຍກລດຖະມນຕ ພບປະໂອລມຕການນຳຫກແຫງແຂວງວຽງຈນ - image 2
 

ພາຍຫຼັງຮັບຟັງການລາຍງານ, ທ່ານນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດມີຄຳເຫັນພົບປະໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງຂອງການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງວຽງຈັນ ໃນຄັ້ງນີ້; ໄດ້ຍົກໃຫ້ເຫັນ ສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ, ລວມທັງ ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ໂດຍສະເພາະຄວາມພະຍາຍາມ ແລະ ເອົາໃຈໃສ່ ຂອງສູນກາງພັກ, ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ໃນການແກ້ໄຂບັນຫາຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເຮັດໃຫ້ປະເທດເຮົາ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ກໍນັບມື້ພົ້ນເດັ່ນຫຼາຍຂຶ້ນ; ພ້ອມກັນນັ້ນ, ກໍໄດ້ເນັ້ນຄືນຄວາມສໍາຄັນຂອງວຽກງານຈຸດສຸມພັດທະນາ ໃນປີ 2025

ທານນາຍກລດຖະມນຕ ພບປະໂອລມຕການນຳຫກແຫງແຂວງວຽງຈນ - image 3
 

ໂດຍສະເພາະເປັນປີມ້ວນທ້າຍ ໃນການບຸກບືນສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ທັງເປັນປີຄົບຮອບການສະເຫຼີມສະຫຼອງໃຫຍ່ 3 ວັນປະຫວັດສາດຂອງຊາດ ແລະ ເປັນໄລຍະດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ອັນສຳຄັນ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ອົງການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານເປັນຕົ້ນ ພ້ອມກັນຕັ້ງໜ້າປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ເດັດດ່ຽວແກ້ໄຂບັນດາປະກົດການຫຍໍ້ທໍ້ທາງດ້ານສັງຄົມໃຫ້ຫຼຸດລົງ; ສືບຕໍ່ເພີ່ມທະວີຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນ; ຊຸກຍູ້ສົ່ງເສີມ ແລະ ນຳໃຊ້ທ່າແຮງບົ່ມຊ້ອນຂອງບັນດາທ້ອງຖິ່ນ ເຂົ້າໃນການພັດທະນາ ແລະ ຜະລິດເປັນສິນຄ້າ ຢ່າງແຂງແຮງ ຕາມທິດ “ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ” ໃນແຕ່ລະດ້ານ ໃຫ້ປະກົດຜົນເປັນຈິງ; ສືບຕໍ່ຕິດຕາມກວດກາ ແລະ ຄຸ້ມຄອງບັນດາໂຄງການລົງທຶນ ທີ່ໄດ້ຮັບອະນຸມັດຜ່ານມາ ໃຫ້ເຄື່ອນໄຫວ ແລະ ປະຕິບັດພັນທະ ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ; ສືບຕໍ່ພັດທະນາວຽກງານດ້ານສັງຄົມ ໂດຍສະເພາະການປະຕິບັດຄາດໝາຍດ້ານການພັດທະນາ ໃຫ້ບັນລຸຕາມແຜນທີ່ກຳນົດໄວ້; ສືບຕໍ່ພົວພັນຮ່ວມມືກັບຕ່າງປະເທດ ເພື່ອຍາດແຍ່ງການຊ່ວຍເຫຼືອ ແລະ ສະໜັບສະໜູນ ໃຫ້ໄດ້ຫຼາຍຂຶ້ນ; ສືບຕໍ່ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ພາຍໃນແຂວງ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ທານນາຍກລດຖະມນຕ ພບປະໂອລມຕການນຳຫກແຫງແຂວງວຽງຈນ - image 4
 

ໃນໂອກາດເຄື່ອນໄຫວເຮັດວຽກຢູ່ເມືອງເຟືອງໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ແລະ ຄະນະ ຍັງໄດ້ໄປຢ້ຽມຊົມແຫຼ່ງທ່ອງທ່ຽວທີ່ມີຊື່ສຽງ ຂອງເມືອງເຟືອງຈຳນວນໜຶ່ງ ເປັນຕົ້ນ ວັດສິນໄຊຍາຣາມ, ຕູບເຟືອງ (ເຮືອນຈຳລອງ ແລະ ສິລະປະວັດທະນະທຳຊົນເຜົ່າຕ່າງໆ, ຮ້ານອາຫານ, ຮ້ານຂາຍເຄື່ອງທີ່ລະນຶກ...), ຫໍມູນເຊື້ອກົກແຕ້ ຈາລຶກຄວາມແຄ້ນ, ພ້ອມທັງ ປູກຕົ້ນໄມ້ ຮ່ວມກັບການນຳຂອງແຂວງວຽງຈັນ ຕື່ມອີກ.

(ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025

ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025ໄດ້ເປີດຂຶ້ນໃນຕອນເຊົ້າ ຂອງວັນທີ 11ທັນວານິ້,ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພະຈິກ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນທັນວາ 2025.
ປທປທ ຮັບສານຕາຕັ້ງຈາກທູດປະເທດເພື່ອນມິດ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈໍາຢູ່ຕ່າງປະເທດ

ປທປທ ຮັບສານຕາຕັ້ງຈາກທູດປະເທດເພື່ອນມິດ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈໍາຢູ່ຕ່າງປະເທດ

ໃນວັນທີ 8 ທັນວານີ້, ທີ່ ສໍານັກງານປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງເອກອັກຄະລັດຖະທູດແຕ່ງຕັ້ງ ຈາກ 2 ປະເທດ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ, ປະກອບມີ:
ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ໃນວັນທີ 2 ທັນວາ 2025, ທີ່ນະຄອນຫຼວງວຽງຈັນ, ໄດ້ມີການພົບປະຂັ້ນສູງ ລະຫວ່າງ ພັກປະ ຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ເພີ່ມເຕີມ