ທ່ານນາຍົກລັດຖະມົນຕີ ສືບຕໍ່ເຄື່ອນໄຫວຊຸກຍູ້ການຜະລິດຢູ່ເມືອງຜົ້ງສາລີ

ທ່ານນາຍົກລັດຖະມົນຕີ ສືບຕໍ່ເຄື່ອນໄຫວຊຸກຍູ້ການຜະລິດຢູ່ເມືອງຜົ້ງສາລີ
ໃນວັນທີ 27 ພະຈິກ ນີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ສືບຕໍ່ເຄື່ອນໄຫວ ຊຸກຍູ້ວຽກງານ ຢູ່ເມືອງຜົ້ງສາລີ, ແຂວງຜົ້ງສາລີ; ມີທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ນຳພາຄະນະ ໂດຍການຕ້ອນຮັບຂອງການນຳເມືອງຜົ້ງສາລີ, ອົງການປົກຄອງບ້ານ, ປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ການເຄື່ອນໄຫວຊຸກຍູ້ວຽກງານຄັ້ງນີ້, ຄະນະຂອງທ່ານ ນາຍົກລັດຖະມົນຕີ ໄດ້ໄປພົບປະໂອ້ລົມປະຊາຊົນ ບ້ານໜອງກິນນາລີ ຊຶ່ງປະຊາຊົນບ້ານດັ່ງກ່າວ ຈໍານວນໜຶ່ງແມ່ນໄດ້ຍົກຍ້າຍມາຈາກບ້ານກໍແມນໃໝ່ ທີ່ຖືກໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 6; ປັດຈຸບັນ ທົ່ວບ້ານ ມີພົນລະເມືອງທັງໝົດ 534 ຄົນ, ຍິງ 250 ຄົນ, ມີ 119 ຫຼັງຄາເຮືອນ, 129 ຄອບຄົວ; ການຈັດສັນອາຊີບທີ່ຜ່ານມາ ເຫັນວ່າປະຊາຊົນທີ່ອາໄສຢູ່ກ່ອນ ແມ່ນມີອາຊີບປູກຊາ, ສ່ວນປະຊາຊົນ ທີ່ຍົກຍ້າຍມາຢູ່ໃໝ່ ແມ່ນຍັງບໍ່ທັນມີອາຊີບຖາວອນ. ໂອກາດທີ່ຄະນະທ່ານນາຍົກລັດຖະມົນຕີ ໄດ້ມາເຄື່ອນໄຫວຄັ້ງນີ້ ອໍານາດການປົກຄອງບ້ານ ຈຶ່ງໄດ້ນຳສະເໜີຂໍ້ຫຍຸ້ງ ຍາກຈຳນວນໜຶ່ງ ທີ່ປະຊາຊົນກຳລັງປະເຊີນ ເປັນຕົ້ນ ບັນຫາການຂຸດຄົ້ນຖ່ານຫີນ ຢູ່ໃກ້ຂອບເຂດແດນຂອງບ້ານ ໄດ້ສົ່ງຜົນກະທົບຕໍ່ບ່ອນທໍາມາຫາກິນຂອງປະຊາຊົນ, ພື້ນທີ່ເຮັດການຜະລິດຈໍາກັດ ບໍ່ພຽງພໍກັບຄວາມຕ້ອງການ, ການນໍາໃຊ້ເສັ້ນທາງເຂົ້າເຂດຜະລິດ ຍັງມີຄວາມຫຍຸ້ງຍາກຫຼາຍ; ການນໍາໃຊ້ລະບົບນໍ້າລິນ ໃນລະດູແລ້ງ ແມ່ນບໍ່ພຽງພໍ ເຮັດໃຫ້ພົບກັບຄວາມຫຍຸ້ງຍາກ ເນື່ອງຈາກການເພີ່ມຂຶ້ນຂອງພົນລະເມືອງ; ສະເໜີພິຈາລະນາ ຊ່ວຍກໍ່ສ້າງລະບົບນໍ້າບາດານ ເພື່ອໃຫ້ສາມາດຕອບສະໜອງນໍ້າໃຊ້-ນໍ້າກິນໃຫ້ພຽງພໍ ແລະ ຊ່ວຍປັບປຸງເສັ້ນທາງເຂົ້າເຂດເຮັດການຜະລິດຂອງບ້ານ ຕື່ມອີກ.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ, ພ້ອມທັງ ໃຫ້ທິດຊີ້ນຳຕໍ່ອົງການປົກຄອງເມືອງ ສືບຕໍ່ຕິດຕາມ, ຊຸກຍຸ້ ແລະ ຊີ້ນໍາບ້ານ ໃນການສ້າງບ້ານພັດທະນາ ຕາມ 4 ເນື້ອໃນ 4 ຄາດໝາຍ ກໍຄື ທິດ 3 ສ້າງຢ່າງແຂງແຮງ ແລະ ເລິກເຊິ່ງເຖິງຖອງ; ໂຄສະນາສຶກສາອົບຮົມການເມືອງແນວຄິດ ຕິດພັນກັບການປັບປຸງກໍ່ສ້າງຮາກຖານການເມືອງ ໃຫ້ເຂັ້ມແຂງ ແລະ ພັດທະນາຊົນນະບົດຮອບດ້ານ; ສຶກສາອົບຮົມລູກຫຼານ ແລະ ເຕົ້າໂຮມຄວາມສາມັກຄີບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດໄວ ເພື່ອສ້າງຄວາມສາມັກຄີປອງດອງ ເປັນອັນໜຶ່ງອັນດຽວກັນ; ສືບຕໍ່ຊຸກຍູ້ສົ່ງເສີມການສ້າງສາແຕ່ລະທ້ອງຖິ່ນ ຕາມທ່າແຮງຕົວຈິງ ໃຫ້ເປັນແຫຼ່ງຜະລິດທາງດ້ານກະສິກຳ, ຫັດຖະກຳ ແລະ ການປະມົງ ເພື່ອເປັນສິນຄ້າສົ່ງອອກ; ພ້ອມນັ້ນ, ໃຫ້ເມືອງ ສົ່ງພະນັກງານວິຊາການຢູ່ບັນດາຂະແໜງການ ລົງຊ່ວຍແນະນຳວິທີການປູກ-ການລ້ຽງຂອງປະຊາຊົນ ເພື່ອຍົກສູງສະມັດຕະພາບຂອງການຜະລິດໃຫ້ຫຼາຍຂຶ້ນ; ສົ່ງເສີມການສຶກສາ ແລະ ການຂະຫຍາຍຕາໜ່າງສາທາລະນະສຸກ ໃຫ້ທົ່ວເຖິງໃນໝູ່ບ້ານ; ເອົາໃຈໃສ່ຮັກສາຮີດຄອງປະເພນີ ແລະ ວັດທະ ນະທຳອັນດີງາມຂອງປະຊາຊົນບັນດາຊົນເຜົ່າ ຄຽງຄູ່ກັບການຫັນປ່ຽນວິຖີຊີວິດແບບດັ້ງເດີມ ໄປສູ່ອັນໃໝ່ທີ່ກ້າວໜ້າ; ຢືດໜັ້ນ ແລະ ເຂົ້າຮ່ວມແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ ເຮັດໃຫ້ບ້ານມີຄວາມສະຫງົບສຸກ. ພ້ອມນີ້ ໄດ້ມອບໃຫ້ຂະແໜງການກ່ຽວຂ້ອງ ແລະ ແຂວງ ນຳເອົາຄຳສະເໜີຂອງອົງ ການປົກຄອງບ້ານ ນຳໄປພິຈາລະນາແກ້ໄຂ ຕາມສະພາບຄວາມເປັນຈິງ.  ໃນໂອກາດມາເຄື່ອນໄຫວເຮັດວຽກຢູ່ບ້ານ ໜອງກິນນາລີ ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ມອບເຄື່ອງນຸ່ງຫົ່ມຕ້ານໄພໜາວ ໃຫ້ປະຊາຊົນ ແລະ ງົບປະມານຈຳນວນໜຶ່ງ ປະກອບສ່ວນເຂົ້າໃນກອງທຶນພັດທະນາບ້ານດັ່ງກ່າວ.
ໃນມື້ດຽວກັນ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມໂຄງການເຂື່ອນໄຟຟ້ານ້ຳອູ 6 ຊຶ່ງເປັນເຂື່ອນໄຟຟ້າໃຫຍ່ທີ່ສຸດ ທີ່ວິສາຫະກິດໄຟຟ້າ ສປ ຈີນ ລົງທຶນ ຢູ່ ສປປ ລາວ ທີ່ໄດ້ນໍາໃຊ້ແມ່ນໍ້າສາຍດຽວ ພັດທະນາໂຄງການ 7 ເຂື່ອນ, ມີກໍາລັງຕິດຕັ້ງລວມທັງໝົດ 1.272 MW, ກວມເອົາກໍາລັງຕິດຕັ້ງ ໃນລະບົບຕາຂ່າຍໄຟຟ້າ ຂອງລັດວິສາຫະກິດໄຟຟ້າລາວ 27%, ກວມເອົາປະມານ 60% ກໍາລັງຕິດຕັ້ງ ຂອງສະມາຄົມວິສາຫະກິດຜະລິດໄຟຟ້າຈີນຢູ່ລາວ, ມູນຄ່າການລົງທຶນທັງໝົດ 2,73 ຕື້ໂດລາ, ຊຶ່ງພັດທະນາຮູບແບບ BOT, ມີໄລຍະສໍາປະທານ 29 ປີ, ສໍາລັບການຜະລິດພະລັງງານໄຟຟ້າທັງໝົດ ແມ່ນຂາຍໃຫ້ຕາຂ່າຍໄຟຟ້າຂອງລາວ.
ຫຼັງຈາກນັ້ນ, ຄະນະດັ່ງກ່າວ ໄດ້ສືບຕໍ່ໄປຢ້ຽມຢາມໂຮງງານແກະໝາກເດືອຍ ຂອງບໍລິສັດ ຢຸນເວີນ ກະສິກໍາ ຂາເຂົ້າ-ຂາອອກ ຈໍາກັດ, ຕັ້ງຢູ່ບ້ານຫ້ວຍລໍ, ເມືອງບຸນເໜືອ ຊຶ່ງໃນປີ 2008-2009 ທາງບໍລິສັດ ໄດ້ຊຸກຍູ້ສົ່ງເສີມປະຊາຊົນປູກໝາກເດືອຍໃນຮູບແບບການມີສ່ວນຮ່ວມຂອງປະຊາຊົນ ແລະ ເກັບຊື້ເພື່ອສົ່ງອອກໄປ ສປ ຈີນ. ຕໍ່ມາໄດ້ລົງທຶນຮ່ວມກັບນັກທຸລະກິດຈາກ ສປ ຈີນ ສ້າງຕັ້ງ ບໍລິສັດ ສົ່ງເສີມກະສິກໍາ ໂດຍໄດ້ສົ່ງເສີມການປູກ ແລະ ເກັບຊື້ໝາກເດືອຍ ຢູ່ 40 ກວ່າບ້ານເປົ້າໝາຍ ພາຍໃນເມືອງບຸນເໜືອ, ໃນແຕ່ລະປີ ບໍລິສັດ ໄດ້ລົງທຶນສົ່ງເສີມປະຊາຊົນປູກຢ່າງໜ້ອຍ ໃນເນື້ອທີ່ປະມານ 500-600 ເຮັກຕາ, ໄດ້ຮັບຜົນຜະລິດ ສະເລ່ຍ 1.000 ກວ່າໂຕນ. ນອກຈາກນີ້ ຍັງໄດ້ເກັບຊື້ ໝາກເດືອຍ ຢູ່ອີກ 5 ເມືອງ ຂອງແຂວງຜົ້ງສາລີ. ສະເພາະໃນປີ 2022 ໄດ້ສໍາເລັດການສ້າງໂຮງແກະໝາກເດືອຍ ໂດຍນໍາເອົາໝາກເດືອຍເປືອກ ມາແກະ ຈໍານວນ 2.000 ໂຕນ, ໄດ້ໝາກເດືອຍທີ່ແກະແລ້ວ ປະມານ 1.000 ໂຕນ ຊຶ່ງໄດ້ສົ່ງອອກໄປ ສປ ຈີນ ທັງໝົດ. 
ໃນຕອນທ້າຍ, ຄະນະຂອງທ່ານ ນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມຟາມລ້ຽງໝູ ຂອງບໍລິສັດ ບຸນທະວີໄຊ ທີ່ເມືອງບຸນເໜືອ, ປັດຈຸບັນ ຟາມດັ່ງກ່າວ ມີໝູທັງໝົດ 2.000 ກວ່າໂຕ, ສາມາດຈຳໜ່າຍໝູອອກສູ່ຕະຫຼາດ ໂດຍສະເພາະ ຕະຫຼາດເມືອງບຸນເໜືອ ແຕ່ກໍ່ຍັງບໍ່ພຽງພໍກັບຄວາມຕ້ອງການຂອງຕະຫຼາດ. ໃນອະນາຄົດ ທາງບໍລິສັດ ຈະເພີ່ມປະລິມານການລ້ຽງໝູໃຫ້ຫຼາຍຂຶ້ນ ເພື່ອສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດໃກ້ຄຽງ ໃຫ້ພຽງພໍ ແລະ ສ່ວນທີ່ເຫຼືອ ຈະສະໜອງໃຫ້ຕະຫຼາດຢູ່ຕ່າງເມືອງຕື່ມອີກ.
ການລົງຢ້ຽມຢາມໂຄງການ ແລະ ພື້ນຖານການຜະລິດ ແຕ່ລະບອ່ນໃນຄັ້ງນີ້, ທ່ານ ນາຍົກ ລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ, ພ້ອມທັງ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ  ໃຫ້ຂະແໜງການກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ ສືບຕໍ່ພັດທະນາ ແລະ ກຳນົດເຂດການຜະລິດ ຢ່າງມີຈຸດສຸມ, ແທດກັບທ່າແຮງຕົວຈິງ ແລະ ມີປະສິດທິຜົນ; ສືບຕໍ່ຊຸກຍູ້ສົ່ງເສີມປະຊາຊົນ ມີສ່ວນຮ່ວມໃນວຽກງານການຜະລິດໃຫ້ຫຼາຍຂຶ້ນຕື່ມ ໄປຄຽງຄູ່ກັບການສ້າງເງື່ອນໄຂ ໃຫ້ປະຊາຊົນມີວຽກເຮັດງານທຳ; ໃຫ້ຜູ້ປະກອບການ ຄົ້ນຄວ້າປັບປຸງຜະລິດຕະພັນຂອງຕົນ ໃຫ້ມີຄວາມຫຼາກຫຼາຍ, ທັງເພີ່ມປະສິດທິພາບ ແລະ ຄວາມສາມາດ ໃນການແຂ່ງຂັນໃຫ້ສູງຂຶ້ນ; ປະສານສົມ ທົບກັບທະນາຄານທຸລະກິດ  ເພື່ອຂະຫຍາຍລະບົບການຊໍາລະສະສາງຜ່ານລະບົບທະນາຄານ ຮັບໃຊ້ການຊື້-ຂາຍສິນຄ້າ ກໍຄືຜົນຜະລິດ. ນອກນັ້ນ, ໃຫ້ເອົາໃຈໃສ່ປັບປຸງລະບົບການສະໜອງນ້ຳ ເພື່ອຮັບໃຊ້ການປູກຝັງ-ລ້ຽງສັດ, ທັງຫຼີກລ່ຽງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ. 
(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ