ທ່ານນາຍົກລັດຖະມົນຕີ ຕິດຕາມຊຸກຍູ້ໂຄງການຜະລິດເປັນສິນຄ້າຂອງແຂວງສາລະວັນ

ທ່ານນາຍົກລັດຖະມົນຕີ ຕິດຕາມຊຸກຍູ້ໂຄງການຜະລິດເປັນສິນຄ້າຂອງແຂວງສາລະວັນ
ໃນຕອນບ່າຍ ວັນທີ 11 ພະຈິກ 2023 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ (ຫົວໜ້າຄະນະສະເພາະກິດ 19/ກມສພ) ພ້ອມດ້ວຍຄະນະ ໄດ້ສືບຕໍ່ຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດບັນດາມາດຕະການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ ຢູ່ແຂວງສາລະວັນ ໂດຍສະເພາະການຜະລິດຮັບໃຊ້ພາຍໃນແຂວງ ແລະ ການຜະລິດເປັນສິນຄ້າສົ່ງອອກ ຕິດພັນກັບການປຸງແຕ່ງ ເພື່ອຫຼຸດການນຳເຂົ້າສິນຄ້າຈາກຕ່າງປະເທດ ໂດຍມີທ່ານ ດາວວົງ ພອນແກ້ວ, ເຈົ້າແຂວງສາລະວັນ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງ ແລະ ພາກທຸລະກິດ ທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ຮ່ວມເຮັດວຽກ.
ໃນໂອກາດນີ້, ຄະນະຂອງທ່ານນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ ການພັດທະນາໂຄງການປູກພືດເປັນຢາ (ພືດສະໝຸນໄພ) ເປັນສິນຄ້າສົ່ງອອກ ຂອງບໍລິສັດ ລາວສຶມຸລະ ຈຳກັດ ທີ່ເມືອງເລົ່າງາມ ຊຶ່ງທ່ານ Yoichiro NAKAI ຜູ້ອຳນວຍການບໍລິສັດດັ່ງກ່າວ ໄດ້ລາຍງານໃຫ້ຮູ້ວ່າ ໂຄງການມີເນື້ອທີ່ທັງໝົດ 473 ເຮັກຕາ ໂດຍໄດ້ເລີ່ມປູກທົດລອງ ໃນປີ 2005, ເລີ່ມດຳເນີນກິດຈະການຢ່າງເປັນທາງການ ໃນປີ 2010 ແລະ ໃນປີ 2011 ແມ່ນໄດ້ເປີດນຳໃຊ້ສຳນັກງານຫ້ອງການ, ທີ່ພັກ ແລະ ໂຮງງານປຸງແຕ່ງພືດເປັນຢາ. ສຳລັບແນວພັນພືດທີ່ປູກ ແມ່ນນຳມາຈາກປະເທດຍີ່ປຸ່ນ, ປັດຈຸບັນ ໄດ້ປູກພືດຫຼັກ 6 ຊະນິດ ຄື: ແຄຫອມ, ໄຊໂກະ, ຂີງ, ໝາກກ້ຽງ, ໂຊໂຢະ ແລະ ໝາກຄ້ຽວ. ນອກນັ້ນ ກໍມີພືດທີ່ກຳລັງປູກທົດລອງ 10 ກວ່າຊະນິດ. ສ່ວນປະຕິບັດພັນທະອາກອນຕ່າງໆ ແມ່ນໄດ້ປະຕິບັດຢ່າງເປັນປົກກະຕິ ຊຶ່ງນັບແຕ່ປີ 2018-2022 ລວມມູນຄ່າ ທີ່ມອບພັນທະໃຫ້ລັດ ແມ່ນປະມານ 6,5 ຕື້ກີບ ຊຶ່ງພືດເປັນຢາດັ່ງກ່າວ ພາຍຫຼັງປຸງແຕ່ງເຄິ່ງສຳເລັດຮູບ ແລະ ສຳເລັດຮູບແລ້ວ ແມ່ນໄດ້ສົ່ງໄປຂາຍທີ່ປະເທດຍີ່ປຸ່ນ ໂດຍມີລາຍຮັບຕໍ່ປີ 30 ຕື້ກີບ (ຂໍ້ມູນປີ 2021), ປັດຈຸບັນ ມີພະນັກງານ-ກໍາມະກອນທັງໝົດ 248 ຄົນ (ພະນັກງານປະຈໍາ 158 ຄົນ).
ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດໂອ້ລົມ ຕໍ່ຄະນະອຳນວຍການຂອງບໍລິສັດ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ແລະ ຄວາມຈິງໃຈເຮັດແທ້ທຳຈິງ ຂອງບໍລິສັດຜູ້ພັດທະນາ ໂດຍເຮັດໃຫ້ກິດຈະການຂອງຕົນ ດຳເນີນມີຄວາມຄືບໜ້າດີ, ມີຜົນກຳໄລເປັນກ້າວໆ ແລະ ປະກອບພັນທະໃຫ້ລັດຫຼາຍຂຶ້ນຕໍ່ເນື່ອງ, ທັງສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນທ້ອງຖິ່ນ ມີລາຍຮັບ, ໄດ້ໃຫ້ການຊ່ວຍເຫຼືອສັງຄົມ ໃນການພັດທະນາໂຄງລ່າງພື້ນຖານ ເສັ້ນທາງຄົມມະນາຄົມ, ໄຟຟ້າ, ອຸປະກອນການຮຽນການສອນ ແລະ ກິດຈະກຳສຳຄັນຕ່າງໆ, ຊຶ່ງທັງໝົດນັ້ນ ໄດ້ປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ກໍຄື ສປປ ລາວ ໃນແຕ່ລະໄລຍະ ຢ່າງຕໍ່ເນື່ອງ. ນອກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີບໍລິສັດຜູ້ພັດທະນາໂຄງການ ສົມທົບກັບອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ສືບຕໍ່ປັບປຸງເສັ້ນທາງໄປມາ ໃນເຂດໂຄງການ ກໍ່ຄືບ້ານຂອງປະຊາຊົນ ໃຫ້ມີຄວາມສະດວກສະບາຍຫຼາຍຂຶ້ນ ໂດຍນຳໃຊ້ທ່າແຮງດ້ານທຶນຮອນ ຈາກບໍລິສັດ, ສັງຄົມ ແລະ ປະຊາຊົນ ຕາມເງື່ອນໄຂຕົວຈິງ; ໃນແຕ່ລະໄລຍະ ໃຫ້ບໍລິສັດ ຄົ້ນຄວ້າ, ທົດລອງ ແລະ ເລືອກເຟັ້ນປູກພືດຊະນິດທີ່ມີເສດຖະກິດສູງ, ທັງສ້າງເງື່ອນໄຂ ໃຫ້ປະຊາຊົນທ້ອງຖິ່ນມີສ່ວນຮ່ວມໃນການປູກໃນເນື້ອທີ່ຂອງຕົນ ເພື່ອສະໜອງຂາຍໃຫ້ບໍລິສັດ; ໃຫ້ບໍລິສັດ ສືບຕໍ່ໃຫ້ບຸລິມະສິດ ນຳໃຊ້ແຮງງານທ້ອງຖິ່ນ ເຂົ້າໃນການດຳເນີນໂຄງການ ເພື່ອສ້າງວຽກເຮັດງານທຳ ກໍຄືລາຍຮັບໃຫ້ແກ່ເຂົາເຈົ້າ, ພ້ອມທັງ ສືບຕໍ່ໃຫ້ການຊ່ວຍເຫຼືອສັງຄົມ ໃນດ້ານຕ່າງໆ ໂດຍສະເພາະການແກ້ໄຂຄວາມທຸກຍາກຂອງປະຊາຊົນ ກໍຄືການສ້າງອາຊີບຄົງທີ່, ພັດທະນາສີມືແຮງງານ, ສົ່ງເສີມການສຶກສາ ແລະ ສຸຂະພາບ, ພັດທະນາ ໂຄງລ່າງພື້ນຖານ ແລະ ອື່ນໆ. ຫຼັງຈາກນັ້ນ, ຄະນະຂອງທ່ານ ນາຍົກລັດຖະມົນຕີ ກໍໄດ້ຢ້ຽມຊົມໂຮງງານປຸງແຕ່ງ ແລະ ລົງເບິ່ງພື້ນທີ່ປູກຕົວຈິງ ຕື່ມອີກ.
(ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ)

ຄໍາເຫັນ

ຂ່າວເດັ່ນ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເພີ່ມເຕີມ