ທ່ານນາຍົກລັດຖະມົນຕີ ຕ້ອນຮັບນັກລົງທຶນ ແລະ ຮັບເງິນຊ່ວຍເຫຼືອແກ້ໄຂໄພພິບັດ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບນັກລົງທຶນ ແລະ ຮັບເງິນຊ່ວຍເຫຼືອແກ້ໄຂໄພພິບັດ
ໃນຕອນບ່າຍ ວັນທີ 2 ຕຸລາ ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງທ່ານ Brin Caffyn, ປະທານບໍລິຫານກຸ່ມບໍລິສັດ UPC Renewables ແລະ ທ່ານ ຄຳສະຫວາດ ບຸນວິໄລ ຜູ້ອຳນວຍການບໍລິສັດ ນາແສງ-ວາໂຍ ລົງທຶນ ແລະ ພັດທະນາພະລັງງານໝູນວຽນ ຈຳກັດ ພ້ອມດ້ວຍຄະນະ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ຄະນະ ທັງສອງທີ່ເຂົ້າຢ້ຽມຂໍ່ານັບ ໃນຄັ້ງນີ້ ໂດຍສະເພາະກໍຊົມເຊີຍ ກິດຈະການໄຟຟ້າພະລັງງານລົມ ແລະ ການຄ້າຂາຍໄຟຟ້າ ທີ່ສອງບໍລິສັດດັ່ງກ່າວ ໄດ້ລົງທຶນຢູ່ຫຼາຍປະເທດ ໃນໄລຍະຜ່ານມາ, ລວມທັງ ຄວາມສົນໃຈ ຂອງສອງບໍລິສັດດັ່ງກ່າວ ທີ່ຈະຮ່ວມມືກັນ ລົງທຶນພັດທະນາໂຄງການໄຟຟ້າພະລັງງານລົມ ແລະ ລະບົບສາຍສົ່ງ ຢູ່ ສປປ ລາວ ເຊິ່ງຄາດວ່າ ໃຊ້ເວລາສຶກສາສຳຫຼວດຄວາມເປັນໄປໄດ້ຂອງໂຄງການ ປະມານ 2 ປີ ແລະ ດຳເນີນການກໍ່ສ້າງໂຄງການ ປະມານ 2 ປີ. ພ້ອມກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ມີຄຳເຫັນແນະນຳ ກ່ຽວກັບ ຂັ້ນຕອນ ກໍ່ຄືນະໂຍບາຍຂອງ ສປປ ລາວ ຕໍ່ຂົງເຂດວຽກງານພະລັງງານ, ລວມທັງ ສິ່ງທີ່ຄວນເອົາໃຈ ໃນການພັດທະນາໂຄງການໄຟຟ້າພະລັງງານລົມ ໂດຍສະເພາະ ດ້ານພື້ນທີ່ ບໍ່ໃຫ້ທັບຊ້ອນກັບໂຄງການອຶ່ນ, ຫຼີກລຽງ ຜົນກະທົບທາງດ້ານສິ່ງແວດລ້ອມ-ສັງຄົມ ແລະ ອຶ່ນໆ.
ໃນໂອກາດດຽວກັນ, ທ່ານ Brin Caffyn ແລະ ທ່ານ ຄຳສະຫວາດ ບຸນວິໄລ ກໍໄດ້ຜັດປ່ຽນກັນມີຄຳເຫັນ ໂດຍສະເພາະ ສະພາບລວມຂອງບໍລິສັດຕົນ, ບົດຮຽນ ແລະ ປະສົບການ ໃນການລົງທຶນດ້ານພະງງານໄຟຟ້າ ໃນໄລຍະຜ່ານມາ, ຄວາມສົນໃຈ ໃນການລົງທຶນ ພັດທະນາໂຄງການໄຟຟ້າພະລັງງານລົມ ແລະ ລະບົບສາຍສົ່ງໄຟຟ້າ ໄປຂາຍຕ່າງປະເທດ ຢູ່ ສປປ ລາວ, ລວມທັງ ຂໍ້ສະເໜີຈຳນວນໜຶ່ງ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການລົງທຶນພັດທະນາໂຄງການໄຟຟ້າພະລັງງານລົມ ຢູ່ ສປປ ລາວ ປະກົດຜົນເປັນຈິງໂດຍໄວ.
ໃນຕອນທ້າຍ, ບໍລິສັດ ນາແສງ-ວາໂຍ ລົງທຶນ ແລະ ພັດທະນາພະລັງງານໝູນວຽນ ຈຳກັດ ໄດ້ມອບເງິນ ໃຫ້ລັດຖະບານ ຈຳນວນ 1 ຕື້ກີບ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂບັນຫາໄພພິບັດທຳມະຊາດ ຢູ່ສປປ ລາວ ຊຶ່ງກ່າວມອບໂດຍ ທ່ານ ຄຳສະຫວາດ ບຸນວິໄລ ຜູ້ອຳນວຍການບໍລິສັດ ແລະ ໃຫ້ກຽດກ່າວຮັບໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໂດຍມີຜູ້ຕາງໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ພາກສ່ວນກ່ຽວຂ້ອງ ຮ່ວມເປັນສັກຂິພິຍານ.          ຂ່າວ: ສນຍ, ພາບ: ສຳນານ

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ຢ້ຽມຢາມໂຄງການພະລັງງານໝູນວຽນ ຢູ່ ເມືອງໂຂງ

ນາຍົກລັດຖະມົນຕີ ຢ້ຽມຢາມໂຄງການພະລັງງານໝູນວຽນ ຢູ່ ເມືອງໂຂງ

ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຢ້ຽມຢາມໂຄງການພະລັງງານໝູນວຽນ ໂພນສະອາດ ຢູ່ບ້ານໂພນສະອາດ ເມືອງໂຂງ ແຂວງຈຳປາສັກ, ໃນ​ວັນ​ທີ 25 ພະ​ຈິກ​ຜ່ານ​ມາ, ໂດຍ​ມີ ທ່ານ ສາທິດ ປັດສາພັນ ເລຂາຄະນະບໍລິຫານງານພັກເມືອງໂຂງ ພ້ອມດ້ວຍການ​ນຳ​ເມືອງ ແລະ ພາກສ່ວນກ່ຽວຂ້ອງ ໃຫ້​ການ​ຕ້ອນ​ຮັບ.
ງານ​ບຸນ​ມະ​ໂຫລານກາເຟແລະ ຜະລິດຕະພັນກະສິກໍາລາວປະ​ຈຳ​ປີ 2026 ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່

ງານ​ບຸນ​ມະ​ໂຫລານກາເຟແລະ ຜະລິດຕະພັນກະສິກໍາລາວປະ​ຈຳ​ປີ 2026 ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່

ງານ​ບຸນ​ມະ​ໂຫລານກາເຟ ແລະ ຜະລິດຕະພັນກະສິກຳລາວພູ​ພຽງ​ບໍ​ລະ​ເວນປະ​ຈຳ​ປີ 2026 ໄດ້​ເປີດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່ ໃນ​ວັນ​ທີ 25 ພະ​ຈິກ​ຜ່ານ​ມາ, ທີ່ ນະ​ຄອນ​ປາກ​ເຊແຂວງ​ຈຳ​ປາ​ສັກ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ, ມີບັນດາທ່ານລັດຖະມົນຕີ, ການນຳແຂວງຈຳປາສັກ,ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ, ຜູ້ປະກອບການ ແລະແຂກຖືກເຊີນ ເຂົ້າຮ່ວມ.
ສານຂອງ​​ທ່ານ ສະເຫຼີມໄຊ ກົມມະສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປປ ລາວ

ສານຂອງ​​ທ່ານ ສະເຫຼີມໄຊ ກົມມະສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປປ ລາວ

ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ຄົບຮອບ 26 ປີ (25/11/2000-25/11/2026) ສປປ ລາວ ກໍ່ຄືບັນດາປະເທດໃນໂລກ ໄດ້ຈັດຂະບວນການລະນຶກວັນດັງກ່າວ ພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈກັນ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ຮັບປະກັນຄວາມຍຸຕິທຳ, ປົກປ້ອງຜູ້ຖືກເຄາະຮ້າຍ, ລົງໂທດຜູ້ກະທຳຜິດຕາມກົດໝາຍ ຢ່າງເຂັ້ມງວດ”, ຂ້າພະເຈົ້າ ຕາງໜ້າ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ, ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ, ຄວາມເປັນຫ່ວງເປັນໃຍ ມາຍັງພໍ່ແມ່ປະຊາຊົນລາວບັນດາເຜົ່າ, ເພື່ອນມິດສະຫາຍ ແລະ ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດທຸກທົ່ວໜ້າ ໃນຂອບເຂດທົ່ວປະເທດ.
ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພະທາດຫຼວງດ້ວຍຄວາມເບີກບານມ່ວນຊື່ນ

ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພະທາດຫຼວງດ້ວຍຄວາມເບີກບານມ່ວນຊື່ນ

ໃນຕອນເຊົ້າວັນທີ 24 ພະຈິກນີ້ ຊຶ່ງກົງກັບວັນຂຶ້ນ 15 ຄໍ່າ ເດືອນ 12 ລາວ, ທີ່ເດີ່ນພະທາດຫຼວງວຽງຈັນ ບັນດາການນໍາພັກ-ລັດ ໄດ້ມີຈິດໃຈເຫຼື້ອມໃສໃນພຸດທະສາສະໜາ ຮ່ວມໃສ່ບາດຖວາຍສັງຄະທານ ແດ່ ພະສົງ-ສໍາມະເນນ, ຢູ່ດ້ານໃນກົມມະລຽນ, ໃຫ້ກຽດຮ່ວມພິທີໃສ່ບາດຄັ້ງນີ້ ໂດຍມີ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ກິແກ້ວ ໄຂຄໍາພິທູນ ປະທານແນວລາວສ້າງຊາດ, ພະອາຈານໃຫຍ່ ເຫວດ ມະຫາເສໄນ ປະທານສູນກາງ ອພສ, ຄະນະປະທານ ອພສ 9 ເມືອງ, ມີບັນດາອະດີດການນໍາພັກ, ລັດ, ລັດຖະມົນຕີ/ຮອງລັດຖະມົນຕີ, ຄະນະພັກ-ຄະນະນໍານະຄອນ ຫຼວງວຽງຈັນ, ບັນດາເມືອງ-ຕາແສງອ້ອມຂ້າງ ນວ ພ້ອມດ້ວຍ ເຖົ້າແກ່ແນວໂຮມ, ພໍ່, ແມ່, ປະຊາຊົນ ຊາວນະຄອນຫຼວງວຽງຈັນ ແລະ ປວງຊົນລາວໃນທົ່ວປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ວັນທີ 23 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2026 ພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບກອງປະຊຸມທາງໄກ.
ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້, ທີ່ເດີ່ນພະທາດຫຼວງ ໂດຍການເປັນກຽດເຂົ້າຮ່ວມເປີດງານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ອາດສະພັງທອງ ສີພັນດອນ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ພ້ອມພັນລະຍາ, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ມີພະເຖຣາ-ນຸເຖຣະ, ບັນດາການນໍາພັກ-ລັດຈາກສູນກາງ-ນວ, ອະດີດການນໍາພັກ-ລັດຂັ້ນສູນກາງ-ນວ, ບັນດາທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ຜູ້ໃຫ້ການສະໜັບສະໜູນ, ມວນຊົນ ເຂົ້າຮ່ວມ.
ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ໃນວັນທີ 15 ພະຈິກຜ່ານມາ ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບພະນະທ່ານ ອິກນາຊິໂອ ກາສຊິດ (Ignazio Cassis) ຮອງປະທານາທິບໍດີແຫ່ງສະມາພັນທະລັດສະວິດ, ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ໃນວັນທີ 17ພະຈິກຜ່ານມາ,ທີ່ ນະຄອນຫຼວງມະນີລາ ປະເທດ ຟີລິບປິນ,ທ່ານ ສະເຫຼີມໄຊ ກົມມະສິດ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ (Mekong-Japan Cooperation ຫລື MJC)ຄັ້ງທີ 13 ໂດຍການເປັນປະທານຮ່ວມຂອງ ທ່ານLê Minh Hưngນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມແລະ ທ່ານ ນາງTAKAICHI Sanae,ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງອື່ນໆ.
ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ໃນວັນທີ 17 ພະຈິກຜ່ານມາ ທີ່ ມະນິລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 29, ກອງປະຊຸມຜູ້ນໍາປະຊາຄົມອາຊີເພື່ອຫຼຸດຜ່ອນການປ່ອຍອາຍພິດໃຫ້ເຫຼືອສູນ ຄັ້ງທີ 4, ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 29, ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 23, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 21ແລະ ກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ສ. ອາເມຣິກາ.
​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ໃນ​ວັນ​ທີ 17 ພະຈິກ ຜ່ານມານີ້, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ໄດ້​ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ເຊຣເກລາວະຣົບ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້ ທີ່ ນະຄອນຫຼວງມະນີລາ ສາທາລະນະລັດ ຟີລິບປິນ.
ເພີ່ມເຕີມ