ທ່ານສີຈິ້ນຜິງປະທານປະເທດຈີນໄດ້ພົບປະກັບທ່ານທອງລຸນສີສຸລິດ

ທ່ານສີຈິ້ນຜິງພົບປະກັບທ່ານທອງລຸນສີສຸລິດ

ທ່ານສີຈິ້ນຜິງພົບປະກັບທ່ານທອງລຸນສີສຸລິດ
ຂ່າວສານຊີອາໄອລາຍງານ, ໃນຕອນຄ່ຳວັນທີ 22 ຕຸລານີ້ທ່ານສີຈິ້ນຜິງປະທານປະເທດຈີນໄດ້ພົບປະກັບທ່ານທອງລຸນສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວປະທານປະເທດລາວຢູ່ນະຄອນຄາຊານປະເທດຣັດເຊຍ.

ໂອກາດດັ່ງກ່າວ, ທ່ານສີຈິ້ນຜິງກ່າວວ່າ: ເດືອນຕຸລາປີ 2023, ພວກເຮົາໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນກ່ຽວກັບການລົງເລິກການຮ່ວມມືຍຸດທະສາດຮອບດ້ານຈີນ-ລາວ. ໃນໄລຍະ 1 ປີຜ່ານມາ, ພາກສ່ວນຂອງສອງພັກສອງລັດກໍຄືທ້ອງຖິ່ນຕ່າງໆຂອງສອງປະເທດໄດ້ຈັດຕັ້ງປະຕິບັດຄວາມເຫັນດັ່ງກ່າວຢ່າງຕັ້ງໜ້າ ໂດຍຊຸກຍູ້ໃຫ້ການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການເຊື່ອມໂຍງເຊື່ອມຈອດກັນ, ການລົງທຶນດ້ານເສດຖະກິດການຄ້າແລະການແລກປ່ຽນດ້ານວັດທະນະທຳເປັນຕົ້ນໄດ້ຮັບຜົນສຳເລັດທີ່ອຸດົມສົມບູນ. ໃນຖານະເປັນສະຫາຍແລະອ້າຍນ້ອງສັງຄົມນິຍົມ, ການພົວພັນລະຫວ່າງຈີນ-ລາວມີຖານະບົດບາດສຳຄັນພິເສດດ້ານການຕ່າງປະເທດຕໍ່ປະເທດອ້ອມຂ້າງຂອງຈີນ ແລະ ຢູ່ແຖວໜ້າຂອງການສ້າງຄູ່ຮ່ວມຊາຕາກຳຢ່າງສະເໝີຕົ້ນສະເໝີປາຍ. ບໍ່ວ່າສະພາບການສາກົນຈະປ່ຽນແປງໄປແນວໃດກໍຕາມ, ຈີນຈະເປັນເພື່ອນມິດແລະຄູ່ຮ່ວມມືທີ່ໜ້າເຊື່ອຖືຂອງລາວຕະຫຼອດໄປ. ຈີນພວມຊຸກຍູ້ຄວາມທັນສະໄໝແບບຈີນຢ່າງຮອບດ້ານດ້ວຍການພັດທະນາທີ່ມີຄຸນນະພາບສູງ, ລາວພວມຢູ່ໃນໄລຍະໃໝ່ແຫ່ງການພັດທະນາແລະສ້າງຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ. ຈີນຍິນດີຮ່ວມກັບລາວປັບປຸງຄວາມໄວ້ເນື້ອເຊື່ອໃຈກັນດ້ານຍຸດທະສາດ, ລົງເລິກການຮ່ວມມືທີ່ຕິດແທດຕົວຈິງ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວກ້າວລົງສູ່ລວງເລິກດ້ວຍຜົນງານຕົວຈິງຢ່າງຕໍ່ເນື່ອງ.
ທ່ານສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ຈີນຍິນດີເພີ່ມທະວີການແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນກັບປະເທດລາວ, ສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນຢ່າງເດັດດ່ຽວໃນບັນຫາທີ່ກ່ຽວຂ້ອງເຖິງຜົນປະໂຫຍດຕົ້ນຕໍຂອງກັນແລະກັນ.ສອງຝ່າຍຄວນສືບຕໍ່ພັດທະນາທາງລົດໄຟຈີນ-ລາວໃຫ້ເຂັ້ມແຂງ, ຊຸກຍູ້ການສ້າງແລວເສດຖະກິດຈີນ-ລາວ, ສ້າງແບບຢ່າງຮ່ວມມືດ້ານການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ຈີນຍິນດີນຳເຂົ້າຜະລິດຕະພັນກະສິກຳທີ່ມີຄຸນນະພາບສູງຈາກປະເທດລາວຫຼາຍກວ່າເກົ່າ, ເຮັດໃຫ້ການແລກປ່ຽນແລະການຮ່ວມມືໃນຂົງເຂດການສຶກສາ, ວັດທະນະທຳ, ຊາວໜຸ່ມແລະຂົງເຂດອື່ນໆແໜ້ນແຟ້ນກວ່າເກົ່າ. ຂໍສະແດງຄວາມຊົມເຊີຍປະເທດລາວທີ່ເປັນເຈົ້າພາບຈັດກອງປະຊຸມສຸດຍອດການຮ່ວມມືອາຊີຕາເວັນອອກແລະກອງປະຊຸມທີ່ກ່ຽວຂ້ອງຕ່າງໆຢ່າງສຳເລັດຜົນ, ຍິນດີຕ້ອນຮັບປະເທດລາວຕັ້ງໜ້າເຂົ້າຮ່ວມການຮ່ວມມືປະເທດບຣິກສ. ສອງຝ່າຍຄວນເພີ່ມທະວີການປະສານສົມທົບຫຼາຍຝ່າຍ, ຮ່ວມກັນຮັກສາຄວາມຍຸຕິທຳແລະຄວາມເປັນທຳຂອງສາກົນແລະຜົນປະໂຫຍດຂອງປະເທດກຳລັງພັດທະນາທັງໝົດ.
ທ່ານທອງລຸນສີສຸລິດກ່າວວ່າ: ປີກາຍນີ້, ຂ້າພະເຈົ້າໄດ້ເດີນທາງໄປປະເທດຈີນເພື່ອເຂົ້າຮ່ວມກອງປະຊຸມສຸດຍອດເວທີເປິກສາຫາລືການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3, ແລະຮ່ວມກັບທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນລົງນາມແຜນແມ່ບົດສະບັບໃໝ່ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ. ປັດຈຸບັນ, ແຜນແມ່ບົດດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຕົວຈິງຢ່າງມີປະສິດທິຜົນ. ສາຍພົວພັນລະຫວ່າງລາວກັບຈີນພວມຢູ່ໃນໄລຍະດີທີ່ສຸດໃນປະຫວັດສາດ, ການຮ່ວມມືລະຫວ່າງສອງຝ່າຍນັບມື້ນັບຂະຫຍາຍຕົວກວ້າງຂວາງອອກແລະກ້າວສູ່ລວງເລິກຫຼາຍກວ່າເກົ່າ. ປະເທດຈີນໄດ້ໃຫ້ການສະໜັບສະໜູນອັນລ້ຳຄ່າແກ່ປະເທດລາວມາແຕ່ດົນນານມາແລ້ວ, ໄດ້ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວຢ່າງໃຫຍ່ຫຼວງ, ປະເທດລາວຄອງຄອຍຮ່ວມກັບປະເທດຈີນສືບຕໍ່ຊຸກຍູ້ການສ້າງສາພັດທະນາທາງລົດໄຟລາວ-ຈີນ, ແລວເສດຖະກິດລາວ-ຈີນແລະສ້າງຄູ່ຮ່ວມຊາຕາກຳລາວ-ຈີນ. ຂ້າພະເຈົ້າຢາກເນັ້ນໜັກອີກຄັ້ງໜຶ່ງວ່າ: ພັກແລະ ລັດຖະບານລາວຈະຍຶດໝັ້ນນະໂຍບາຍປະເທດຈີນດຽວຢ່າງເດັດດ່ຽວໜຽວແໜ້ນ, ສະໜັບສະໜູນລັດຖະບານຈີນປົກປ້ອງຜົນປະໂຫຍດໃຈກາງຂອງຈີນຢ່າງເດັດດ່ຽວໜຽວແໜ້ນ, ສະໜັບສະໜູນຫຼັກໝັ້ນທີ່ຊອບທຳຂອງຈີນກ່ຽວກັບບັນຫາໄຕ້ຫວັນ, ເຂດບໍລິຫານພິເສດຮົງກົງແລະເຂດປົກຄອງຕົນເອງອຸຍເກີ້ຊິນຈ່ຽງ. ຂອບໃຈນຳຈີນທີ່ສະໜັບສະໜູນປະເທດລາວເປັນເຈົ້າພາບຈັດກອງປະຊຸມສຸດຍອດການຮ່ວມມືອາຊີຕາເວັນອອກຢ່າງແຂງແຮງ, ລາວຍິນດີສືບຕໍ່ເພີ່ມທະວີການຮ່ວມມືກັບຈີນໃນເວທີຫຼາຍຝ່າຍ ເຊັ່ນອາຊຽນແລະອື່ນໆໃຫ້ແໜ້ນແຟ້ນກວ່າເກົ່າ.

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ