ທ່ານສີຈິ້ນຜິງສຳຫຼວດກວດກາວຽກງານຢູ່ນະຄອນຊຽງໄຮ້

ທ່ານສີຈິ້ນຜິງສຳຫຼວດກວດກາວຽກງານຢູ່ນະຄອນຊຽງໄຮ້
ທ່ານສີຈິ້ນຜິງເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ນະຄອນຊຽງໄຮ້ ຫວ່າງບໍ່ດົນມານີ້, ໂດຍໄດ້ໄປສຳຫຼວດກວດກາຕະຫຼາດສິນຄ້າຊື້-ຂາຍລ່ວງໜ້າຂອງຊຽງໄຮ້, ງານວາງສະແດງຜົນງານການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກຊຽງໄຮ້, ເຂດຊຸມຊົນບ້ານຜູ້ກໍ່ສ້າງແລະຜູ້ຄຸ້ມຄອງຕົວເມືອງຍຸກໃໝ່ເມືອງມິນຊິງນະຄອນຊຽງໄຮ້, ເພື່ອຮັບຮູ້ສະພາບການທີ່ຊຽງໄຮ້ເສີມສ້າງກຳລັງແຂ່ງຂັນໃນຖານະເປັນສູນກາງການເງິນສາກົນ, ຊຸກຍູ້ການສ້າງສູນປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກສາກົນແລະການສ້າງເຮືອນໃຫ້ເຊົ່າແບບຄ້ຳປະກັນດ້ານນະໂຍບາຍ.
ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດກາວຽກງານຢູ່ນະຄອນຊຽງໄຮ້ເຖິງ 6 ເທື່ອ. ເທື່ອນີ້ທ່ານສີຈິ້ນຜິງໄປສຳຫຼວດກວດກາວຽກງານດ້ານການເງິນວິທະຍາສາດເຕັກນິກແລະຊີວິດການເປັນຢູ່ຂອງປະຊາຊົນ, ໄດ້ສົ່ງສັນຍານທີ່ພົ້ນເດັ່ນໃນ 3 ດ້ານຄື:
ໜຶ່ງ, ການເງິນຕ້ອງຮັບໃຊ້ເສດຖະກິດຮູບປະທຳໃຫ້ດີກວ່າເກົ່າ.
ການຮັບໃຊ້ເສດຖະກິດໃຫ້ດີກວ່າເກົ່າ, ສິ່ງນີ້ເປັນຄວາມຮຽກຮ້ອງຂອງທ່ານສີຈິ້ນຜິງຕໍ່ການພັດທະນາການເງິນດ້ວຍຄຸນນະພາບສູງ. ກ່ອນໜ້ານີ້ ໃນກອງປະຊຸມວຽກງານການເງິນຂັ້ນສູນກາງ, ໄດ້ສະເໜີອອກຢ່າງຈະແຈ້ງວ່າ: “ຢຶດໝັ້ນໃຫ້ການເງິນຮັບໃຊ້ເສດຖະກິດຮູບປະທຳເປັນຈຸດປະສົງພື້ນຖານ” “ການເງິນຕ້ອງສະໜອງການບໍລິການທີ່ມີຄຸນນະພາບສູງຕໍ່ການພັດທະນາເສດຖະກິດ-ສັງຄົມ”.
ທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການສ້າງຕະຫຼາດການເງິນຂອງຊຽງໄຮ້ມາໂດຍຕະຫຼອດ, ເມື່ອປີ 2007 ທ່ານສີຈິ້ນຜິງເປັນເລຂາຄະນະພັກນະຄອນຊຽງໄຮ້, ເພິ່ນເຄີຍໄປສຳຫຼວດກວດກາຕະຫຼາດສິນຄ້າຊື້ຂາຍລ່ວງໜ້າຂອງຊຽງໄຮ້. ໃນເວລານັ້ນ ຕະຫຼາດສິນຄ້າຊື້-ຂາຍລ່ວງໜ້າຍັງເປັນສິ່ງທີ່ເກີດຂຶ້ນໃໝ່ຢູ່ຈີນ, ມາຮອດປັດຈຸບັນໄດ້ຄອງຖານະທີ່ສຳຄັນຢູ່ອາຊີກໍຄືຂອງໂລກ.ທ່ານສີຈິ້ນຜິງໄປສຳຫຼວດກວດກາຕະຫຼາດສິນຄ້າຊື້-ຂາຍລ່ວງໜ້າຊຽງໄຮ້ຄັ້ງນີ້, ເມື່ອເບິ່ງຈາກວັນເວລາແລ້ວ, ແມ່ນຫຼັງຈາກກອງປະຊຸມວຽກງານການເງິນຂັ້ນສູນກາງຈັດຂຶ້ນບໍ່ຮອດ 1 ເດືອນ ຊຶ່ງສະແດງໃຫ້ເຫັນເຖິງທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນເປັນຢ່າງສູງແລະ ມີຄວາມປາຖະໜາເປັນຢ່າງຍິ່ງຕໍ່ການຊຸກຍູ້ການພັດທະນາວຽກງານການເງິນດ້ວຍຄຸນນະພາບສູງ ກໍຄື ການສ້າງປະເທດເຂັ້ມແຂງດ້ານການເງິນ. 
ສອງ, ຂໍກະແຈສຳຄັນຂອງຄວາມທັນສະໄໝແບບຈີນແມ່ນຄວາມທັນສະໄໝດ້ານ ວິທະຍາສາດເຕັກນິກຊຽງໄຮ້ຕັ້ງຢູ່ເຂດສາມຫຼ່ຽມແມ່ນ້ຳຢາງຊີກຽງ, ແມ່ນໜຶ່ງໃນເຂດແຄ້ວນຂອງຈີນທີ່ເສດຖະກິດພັດທະນາໄປຢ່າງມີຊີວິດຊີວາຫຼາຍທີ່ສຸດ, ມີລະດັບການເປີດກວ້າງສູງສຸດແລະມີຄວາມສາມາດດ້ານການປະດິດສ້າງເຂັ້ມແຂງທີ່ສຸດ, ຊຽງໄຮ້ຍັງເປັນຕົວເມືອງນຳໜ້າທີ່ສຳຄັນໃນການປະດິດສ້າງວິທະຍາສາດເຕັກນິກຢູ່ເຂດສາມຫຼ່ຽມແມ່ນ້ຳຢາງຊີກຽງ. ການເລັ່ງບັນລຸຄວາມເຂັ້ມແຂງດ້ວຍຕົນເອງດ້ານວິທະຍາສາດເຕັກນິກທີ່ມີຄຸນນະພາບສູງ ແມ່ນເສັ້ນທາງທີ່ຕ້ອງຂ້າມຜ່ານຂອງການຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ. ທ່ານສີຈິ້ນຜິງ ໄດ້ໄປຊົມງານວາງສະແດງຜົນງານການປະດິດສ້າງດ້ານວິທະຍາສາດເຕັກນິກຊຽງໄຮ້ທີ່ຈັດຂຶ້ນຢູ່ເມືອງວິທະຍາສາດຈ່າງຈ່ຽງ ຊຶ່ງໄດ້ສະແດງໃຫ້ເຫັນອີກຄັ້ງໜຶ່ງວ່າ: ວິທະຍາສາດເຕັກນິກເປັນການຄ້ຳປະກັນແລະການນຳພາຕໍ່ການພັດທະນາດ້ວຍຄຸນນະພາບສູງແລະ ມີຖານະເປັນແກນກາງໃນສະພາບລວມແຫ່ງການພັດທະນາຂອງປະເທດຊາດ.
ສາມ, ການສ້າງຕົວເມືອງຕ້ອງຢຶດໝັ້ນຖືເອົາປະຊາຊົນເປັນໃຈກາງ
ການສຳຫຼວດກວດກາຄັ້ງນີ້, ທ່ານສີຈິ້ນຜິງ ຍັງໄດ້ໄປສຳຫຼວດກວດກາເຂດຊຸມຊົນເຮືອນໃຫ້ເຊົ່າແບບຄ້ຳປະກັນດ້ານນະໂຍບາຍຢູ່ເຂດໝິ້ນສິງນະຄອນຊຽງໄຮ້. ເພື່ອຕອບສະໜອງຄວາມຕ້ອງການດ້ານເຮືອນຢູ່ຂອງຊາວເມືອງທີ່ຍ້າຍເຂົ້າມາໃໝ່ແລະຊາວໜຸ່ມ, ເຮືອນໃຫ້ເຊົ່າແບບຄ້ຳປະກັນດ້ານນະໂຍບາຍຊຽງໄຮ້ໄດ້ສ້າງລະບົບການສະໜອງເຮືອນຢູ່ທີ່ມີຫຼາຍລະດັບ ຊຶ່ງໄດ້ສົ່ງສັນຍານການສ້າງຕົວເມືອງເພື່ອປະຊາຊົນຢ່າງຈະແຈ້ງ.
ໃນໃຈຂອງທ່ານສີຈິ້ນຜິງ, ການບັນລຸການພັດທະນາດ້ວຍຄຸນນະພາບສູງ ຕ້ອງມີການບຸກທະລຸຫຼາຍກວ່າເກົ່າໃນການສ້າງຊີວິດການເປັນຢູ່ທີ່ມີຄຸນນະພາບສູງໃຫ້ແກ່ປະຊາຊົນ. ຄືດັ່ງເພິ່ນໄດ້ເນັ້ນໜັກວ່າ: “ຕ້ອງຖືເອົາການຕອບສະໜອງຄວາມຕ້ອງການຂອງປະຊາຊົນຕໍ່ຊີວິດອັນດີງາມທີ່ນັບມື້ນັບເພີ່ມຫຼາຍຂຶ້ນເປັນຈຸດເລີ່ມຕົ້ນແລະເປັນເປົ້າໝາຍ, ຫັນຜົນງານການພັດທະນາເປັນຊີວິດການເປັນຢູ່ທີ່ມີຄຸນນະພາບດີຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ປະຊາຊົນມີຄວາມຮູ້ສຶກໄດ້ຮັບຜົນປະໂຫຍດ, ມີຄວາມສຸກແລະຮູ້ສຶກປອດໄພຢ່າງບໍ່ຢຸດຢັ້ງ.”
ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

Siemens ຮ່ວມມືກັບ Nvidia ພັດທະນາລະບົບປະຕິບັດການ AI ສຳລັບຂະແໜງອຸດສາຫະກຳ

Siemens ຮ່ວມມືກັບ Nvidia ພັດທະນາລະບົບປະຕິບັດການ AI ສຳລັບຂະແໜງອຸດສາຫະກຳ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ບໍລິສັດ Siemens ແລະ Nvidia ໄດ້ປະກາດການຮ່ວມມືດ້ານປັນຍາປະດິດ (AI) ເພື່ອພັດທະນາວິທີແກ້ໄຂ AI ສຳລັບການນຳໃຊ້ໃນຂະແໜງອຸດສາຫະກຳ. ໂດຍມີເປົ້າໝາຍຍົກລະດັບຂະບວນການຕັ້ງແຕ່ການອອກແບບ ແລະ ການຜະລິດ ຈົນເຖິງລະບົບຕ່ອງໂສ້ການສະໜອງໂດຍຜ່ານການພັດທະນາລະບົບປະຕິບັດການອຸດສາຫະກຳທີ່ຂັບເຄື່ອນດ້ວຍ AI.
ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມສີລັງກາບັນລຸລະດັບສູງສຸດໃນປີ 2025

ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມສີລັງກາບັນລຸລະດັບສູງສຸດໃນປີ 2025

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: ທ່ານ ວິຈິດຕາ ເຮຣາດ ລັດຖະມົນຕີກະຊວງການຕ່າງປະເທດ, ການຈ້າງງານໃນຕ່າງປະເທດ ແລະ ການທ່ອງທ່ຽວຂອງສີລັງກາ ໄດ້ເປີດເຜີຍໃນກອງປະຊຸມຂ່າວ ຫວ່າງມໍ່ໆມານີ້ວ່າ, ສີລັງກາ ມີຈຳນວນນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນສູງສຸດແບບບໍ່ເຄີຍມີມາກ່ອນ ໃນປີ 2025, ໃນຂະນະທີ່ລາຍຮັບຈາກການທ່ອງທ່ຽວປະຈຳປີກໍທຳລາຍສະຖິຕິໃໝ່ເຊັ່ນດຽວກັນ, ເຖິງວ່າຈະປະເຊີນກັບອຸປະສັກຈາກພາຍຸໄຊໂຄລນ Ditwah ກໍຕາມ.
ອິນເດຍ ຊຸກຍູ້ໂຄງການພັດທະນາທັກສະດ້ານ AI ແຫ່ງຊາດ

ອິນເດຍ ຊຸກຍູ້ໂຄງການພັດທະນາທັກສະດ້ານ AI ແຫ່ງຊາດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ອິນເດຍກຳລັງນຳໃຊ້ປັນຍາປະດິດ (AI) ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກຳລັງແຮງງານຂອງຕົນ ທ່າມກາງຄວາມກັງວົນທົ່ວໂລກວ່າເຕັກໂນໂລຊີດັ່ງກ່າວອາດຈະເຂົ້າມາທົດແທນວຽກເຮັດງານທຳຈຳນວນຫຼາຍ. ໂດຍລັດຖະບານອິນເດຍໄດ້ເປີດໂຄງການພັດທະນາທັກສະດ້ານ AI ແຫ່ງຊາດຂະໜາດໃຫຍ່ ຊຶ່ງມີຈຸດປະສົງເພື່ອຝຶກອົບຮົມຊາວໜຸ່ມໃຫ້ໄດ້ 1 ລ້ານຄົນພາຍໃນ 1 ປີ.
Samsung ເຕືອນ ລາຄາສິນຄ້າໄອທີມີທ່າອ່ຽງຈະເພີ່ມຂຶ້ນ

Samsung ເຕືອນ ລາຄາສິນຄ້າໄອທີມີທ່າອ່ຽງຈະເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ບໍລິສັດ Samsung Electronics ຊຶ່ງເປັນບໍລິສັດເອເລັກໂຕຣນິກຊັ້ນນໍາຂອງໂລກຈາກ ສ ເກົາຫຼີ ຄາດຄະເນວ່າ, ບັນຫາການຂາດແຄນຊິບໜ່ວຍຄວາມຈໍາຈະເຮັດໃຫ້ລາຄາສິນຄ້າໃນອຸດສາຫະກໍາເອເລັກໂຕຣນິກເພີ່ມສູງຂຶ້ນ ຊຶ່ງອາດຈະລວມທັງສິນຄ້າຂອງ Samsung ດ້ວຍ, ເຖິງແມ່ນວ່າ Samsung ເບິ່ງຄືວ່າມີຂໍ້ໄດ້ປຽບຫຼາຍກວ່າຄູ່ແຂ່ງຂອງຕົນ ເພາະວ່າເປັນຜູ້ຜະລິດຊິບໜ່ວຍຄວາມຈຳທີ່ໃຫຍ່ທີ່ສຸດໃນໂລກ.
ປີ 2025 ການ​ຝາກ​ເຄື່ອງ​ທາງ​ໄປ​ສະ​ນີ​ຂອງ​ຈີນ​ບັນ​ລຸ​ເຖິງ 216 ຕື້ 500 ລ້ານ​​ອັນ

ປີ 2025 ການ​ຝາກ​ເຄື່ອງ​ທາງ​ໄປ​ສະ​ນີ​ຂອງ​ຈີນ​ບັນ​ລຸ​ເຖິງ 216 ຕື້ 500 ລ້ານ​​ອັນ

ຂ່າວສານຊີອາໄອລາຍງານວ່າ: ຕາມ​ນັກ​ຂ່າວ​ໄດ້​ຮັບ​ຊາບ​ຂໍ້​ມູນ​ຈາກກອ​ງ​ປະ​ຊຸມ​ວຽກ​ງານ​​ໄປ​ສະ​ນີ​ທົ່ວ​ປະ​ເທດ​ປີ 2026 ທີ່​ກົມ​​ໄປ​ສະ​ນີ​ແຫ່ງ​ຊາດ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ມັງ​ກອນ ຜ່ານມາ​ນີ້​​ວ່າ:
ຫວຽດນາມ ສ້າງ​ພື້ນ​ຖານ​ບຸກ​ທະ​ລຸ ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່

ຫວຽດນາມ ສ້າງ​ພື້ນ​ຖານ​ບຸກ​ທະ​ລຸ ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ເນື່ອງໃນໂອກາດປີໃໝ່ 2026, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ຽວກັບ ໝາກຜົນຂອງການພັດທະນາເສດຖະກິດ-ສັງຄົມ ປີ 2025, ອາຍຸການລັດຖະບານ 2021 – 2025 ແລະ ໜ້າທີ່ ປີ 2026.
ອັງກິດ ຫ້າມໂຄສະນາອາຫານຈານດ່ວນໃນເວລາກາງເວັນ

ອັງກິດ ຫ້າມໂຄສະນາອາຫານຈານດ່ວນໃນເວລາກາງເວັນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: ນັບຕັ້ງແຕ່ວັນທີ 5 ມັງກອນ 2026, ລັດຖະບານອັງກິດໄດ້ຫ້າມການໂຄສະນາອາຫານຂີ້ເຫຍື້ອໃນໂທລະພາບ ແລະ ທາງອອນລາຍໃນເວລາກາງເວັນ ຊຶ່ງລັດຖະບານເອີ້ນວ່າເປັນມາດຕະການ "ຄວາມທັນສະໄໝ" ໃນການແກ້ໄຂບັນຫາໂຣກຕຸ້ຍໃນເດັກນ້ອຍ.
ພະລັງງານແສງຕາເວັນ ກາຍເປັນແຫຼ່ງຜະລິດໄຟຟ້າອັນດັບສອງຂອງເຢຍລະມັນ

ພະລັງງານແສງຕາເວັນ ກາຍເປັນແຫຼ່ງຜະລິດໄຟຟ້າອັນດັບສອງຂອງເຢຍລະມັນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: ບົດລາຍງານຂອງສະມາຄົມພະລັງງານແສງຕາເວັນເຢຍລະມັນ ທີ່ເຜີຍແຜ່ໃນວັນທີ 5 ມັງກອນ ຜ່ານມາ ເປີດເຜີຍວ່າ, ໄຟຟ້າທີ່ຜະລິດຈາກລະບົບພະລັງງານແສງຕາເວັນໃນເຢຍລະມັນກວມເອົາປະມານ 18% ຂອງການຜະລິດໄຟຟ້າທັງໝົດຂອງປະເທດໃນປີ 2025, ເຮັດໃຫ້ພະລັງງານແສງຕາເວັນກາຍເປັນແຫຼ່ງຜະລິດໄຟຟ້າທີ່ໃຫຍ່ທີ່ສຸດອັນດັບສອງຂອງປະເທດ.
ປະຊາຊົນໃນກາຊາ ໄດ້ຮັບອາຫານຕາມມາດຕະຖານຂັ້ນຕໍ່າເປັນຄັ້ງທຳອິດໃນຮອບຫຼາຍກວ່າ 2 ປີ

ປະຊາຊົນໃນກາຊາ ໄດ້ຮັບອາຫານຕາມມາດຕະຖານຂັ້ນຕໍ່າເປັນຄັ້ງທຳອິດໃນຮອບຫຼາຍກວ່າ 2 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: ຫ້ອງການປະສານງານດ້ານມະນຸດສະທຳຂອງສະຫະປະຊາຊາດ (OCHA) ໄດ້ລາຍງານວ່າ, ການແຈກຢາຍການຊ່ວຍເຫຼືອດ້ານອາຫານໂດຍລວມໃນກາຊາ ໃນເດືອນມັງກອນນີ້ ໄດ້ຜ່ານມາດຕະຖານປະລິມານແຄລໍຣີຂັ້ນຕ່ຳເປັນຄັ້ງທຳອິດນັບຕັ້ງແຕ່ເດືອນຕຸລາ 2023, ໂດຍແຕ່ລະຄອບຄົວໄດ້ຮັບອາຫານສອງຊຸດ ແລະ ແປ້ງສອງຖົງ (25 ກິໂລຕໍ່ຖົງ).
ບໍລິສັດ Hyundai ກະກຽມນໍາໃຊ້ຫຸ່ນຍົນໃນໂຮງງານຜະລິດລົດທົ່ວໂລກ

ບໍລິສັດ Hyundai ກະກຽມນໍາໃຊ້ຫຸ່ນຍົນໃນໂຮງງານຜະລິດລົດທົ່ວໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: Hyundai, ບໍລິສັດລົດຍົນຍັກໃຫຍ່ຂອງ ສ ເກົາຫຼີໄດ້ປະກາດແຜນການທີ່ຈະນໍາຫຸ່ນຍົນຮູບຮ່າງຄ້າຍຄືມະນຸດມານໍາໃຊ້ໃນໂຮງງານຜະລິດລົດຍົນທົ່ວໂລກ ເລີ່ມຕົ້ນໃນປີ 2028, ໃນທ່າມກາງການແຂ່ງຂັນຂອງອຸດສາຫະກຳຂະໜາດໃຫຍ່ ທີ່ເລັ່ງປັບຕົວເຂົ້າກັບຍຸກ AI.
ເພີ່ມເຕີມ