![]() |
ທ່ານ ບົວລີ ເພັດມີໄຊ ໄດ້ກ່າວວ່າ ຜ່ານມາການຂຽນຄໍາຖະແຫຼງ ແລະ ການຖະແຫຼງຕໍ່ສານ ຂອງພະນັກງານໄອຍະການປະຊາຊົນຍັງບໍ່ທັນມີຄວາມເອກະພາບເທົ່າທີ່ຄວນເຖິງຈະມີການອອກນິຕິກໍາແຕ່ລະໄລຍະໃນການນໍາໃຊ້ຮ່າງຄໍາຖະແຫຼງກໍຕາມ. ຈາກນັ້ນ, ການໂຕ້ຖຽງຄະດີໃນທີ່ປະຊຸມສານ ກໍຍັງບໍ່ຮັບປະກັນຄວາມສະເໝີພາບຂອງພົນລະເມືອງຕໍ່ໜ້າກົດໝາຍ ແລະ ສານ, ທັງຍັງບໍ່ທັນຮັບປະກັນໃນການຕໍ່ສູ້ຄະດີເທົ່າທີ່ຄວນຂອງຜູ້ຖືກຫາ ຫຼື ຈໍາເລີຍ, ຜູ້ທີ່ເຂົ້າຮ່ວມໃນການດໍາເນີນຄະດີ. ຊຶ່ງບັນຫາດັ່ງກ່າວເປັນສິ່ງທ້າທາຍທົດສອບ ໃຫ້ແກ່ອົງການໄອຍະການປະຊາຊົນ ກໍຄື ການດຳເນີນຄະດີຕາມຂະບວນຍຸຕິທໍາປະເທດເຮົາໃນປະຈຸບັນ. ສ່ວນໜຶ່ງ ກໍແມ່ນຄຸນນະພາບໃນການຂຽນຄໍາຖະແຫຼງ, ການຖະແຫຼງຂອງພະນັກງານໄອຍະການ ຍັງບໍ່ທັນສູງເທົ່າທີ່ຄວນ. ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານໄອຍະການປະຊາຊົນ ທາງດ້ານວິຊາການ ແລະ ເປັນການຜັນຂະຫຍາຍຜັນຂະຫຍາຍເນື້ອໃນມະຕິ 112 ຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກສູງຄຸນນະພາບການດຳເນີນຄະດີຕາມຂະບວນຍຸຕິທຳ, ປື້ມຄູ່ມືການຂຽນຄໍາຖະແຫຼງຄະດີອາຍາ, ການນຳໃຊ້ ແລະ ການຕິດຕາມກວດກາການນຳໃຊ້ 7 ມາດຕະການສະກັດກັ້ນ ຂອງອົງການໄອຍະການປະຊາຊົນ ຈຶ່ງເປັນເຄື່ອງມືອັນໜຶ່ງທີ່ຈໍາເປັນໃນການປະຕິບັດໜ້າທີ່ ແລະ ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ. ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການລາຍງານຜົນສໍາເລັດໃນການຈັດຕັ້ງປະຕິບັດໂຄງການ ໃນໄລຍະທີ 1 (2022-2024) ພ້ອມທັງສະເໜີ ໃນການສືບຕໍ່ຮ່ວມມືຂອງ ໄລຍະທີ 2 (2025-2030) ເພື່ອສືບຕໍ່ສ້າງພາວະຄວາມເປັນຜູ້ນໍາ ໃນວຽກງານ ສະກັດກັ້ນ ແລະ ຕ້ານ ອາຊະຍາກໍາສັດປ່າ, ການສ້າງຄວາມອາດສາມາດໃຫ້ ອົງການໄອຍະການປະຊາຊົນ ແລະ ອົງການ ສຶບສວນ-ສອບສວນ, ເຄືອຂ່າຍບັງຄັບໃຊ້ກົດໜາຍລາວ ໃຫ້ສາມາດຍົກສູງຄຸນນະພາບການດໍາເນີນຄະດີອາຊະຍາກໍາສັດປ່າ ຕາມຂະບວນການຍຸຕິທໍາ ນອກຈາກນີ້ ກອງປະຊຸມຍັງໄດ້ມີການແລກປ່ຽນຄວາມຄິດເຫັນ ເພື່ອປະກອບໃສ່ປຶ້ມຄູ່ມືໃຫ້ມີຄວາມຖືກຕ້ອງ ສອດຄ່ອງ ແລະ ນໍາໄປຈັດຕັ້ງປະຕິບັດໄດ້ຢ່າງມີຜົນສັກສິດ.
ກອງປະຊຸມໃນຄັ້ງນີ້ໄດ້ຮັບການສະໜັບສະໜູນທຶນຈາກສະຫະພາບເອີຣົບ ໂດຍຜ່ານອົງການອະນຸລັກສັດປ່າປະຈໍາ ສປປ ລາວ.
ຄໍາເຫັນ