ເທດສະການຮູບເງົາດີເດັ່ນ ລາວ-ຈີນ: ຂົວຕໍ່ຮຽນຮູ້ການພັດທະນາຂອງຈີນ ເພື່ອເປັນບົດຮຽນໃຫ້ແກ່ການພັດທະນາຂອງລາວ ໂດຍສະເພາະການແກ້ໄຂຄວາມທຸກຍາກ

ເທດສະການຮູບເງົາດີເດັ່ນ ລາວ-ຈີນ: ຂົວຕໍ່ຮຽນຮູ້ການພັດທະນາຂອງຈີນ ເພື່ອເປັນບົດຮຽນໃຫ້ແກ່ການພັດທະນາຂອງລາວ ໂດຍສະເພາະການແກ້ໄຂຄວາມທຸກຍາກ

ເທດສະການຮູບເງົາດີເດັ່ນ ລາວ-ຈີນ: ຂົວຕໍ່ຮຽນຮູ້ການພັດທະນາຂອງຈີນ ເພື່ອເປັນບົດຮຽນໃຫ້ແກ່ການພັດທະນາຂອງລາວ ໂດຍສະເພາະການແກ້ໄຂຄວາມທຸກຍາກ
ໜຶ່ງ​ໃນ​ກິດຈະກຳ​ຂອງ​ການ ເຄື່ອນໄຫວ​ວຽກ​ງານ​ຂອງ​ວິ​ທະ​ຍຸ​-​ໂທລະພາບ​ສູນ​ກາງຈີນ ປະ ​ຈຳລາວ​ແມ່ນ​ການ​ຈັດ​ງານ​ເທດ ສະການ​ຮູບເງົາ​ດີເດັ່ນ ລາວ​-​ຈີນ​ທີ່​ໄດ້​ຮ່ວມ​ກັບ​ກົມ​ຮູບເງົາ​ ກະ ຊວງ​ຖະແຫຼງ​ຂ່າວ, ວັດທະນະ ທຳ​ ແລະ ​ທ່ອງ​ທ່ຽວ​ໃນ​ເມື່ອ​ກ່ອນ​ກໍ​ຄື​ກະຊວງ​ວັດທະນະທຳ​ ແລະ ​ການທ່ອງທ່ຽວ​ໃນ​ປັດຈຸບັນ, ສົມ ທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ​ ​ທັງ​ຢູ່​ສູນ​ກາງ ​ແລະ​ ທ້ອງຖິ່ນ ໂດຍ​ມີຈຸດປະສົງ​ນຳ​ເອົາ​ຮູບເງົາ​ຈີນ ​ດີເດັ່ນ​ທີ່​ພາກ​ພາສາລາວ​ເດີນ​ສາຍ​ໃຫ້​ປະຊາຊົນລາວບັນດາ ເຜົ່າ​ທັງ​ໃນ​ຕົວ​ເມືອງ​ ແລະ ຊົນນະບົດ​ເຂດ​ຫ່າງ​ໄກ​ສອກຫຼີກແຕ່​ ເໜືອ​ຮອດ​ໃຕ້​ສຸດ​ຂອງ​ປະເທດ​ລາວ​ໄດ້​ຮັບ​ຊົມ​ຮູບເງົາ​ຢ່າງ​ເບີກ ບານ​ມ່ວນ​ຊ່ືນ​ມີ​ຊີວິດ​ຊີ​ວາ.
ເທດສະການຮບເງາດເດນ ລາວ-ຈນ: ຂວຕຮຽນຮການພດທະນາຂອງຈນ ເພອເປນບດຮຽນໃຫແກການພດທະນາຂອງລາວ ໂດຍສະເພາະການແກໄຂຄວາມທກຍາກ - image 1
 

 

ພິເສດ ເນື່ອງໃນໂອກາດປີ 2026 ແມ່ນຄົບຮອບ 65 ປີວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ, ປີມິດຕະພາບລາວ-ຈີນ ແລະ ເທດສະການຮູບເງົາດີເດັ່ນ ລາວ-ຈີນ ຄົບຮອບ 10 ປີ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ຮ່ວມກັບສະຖານທູດ ສປ ຈີນ ປະຈຳລາວ ແລະ ວິທະຍຸໂທລະພາບສູນກາງຈີນ (CMG) ໄດ້ຮ່ວມກັນຈັດພິທີເປີດງານສັບປະດາຮູບເງົາຈີນພາກພາສາລາວໃນວັນທີ 20 ເມສາ 2026 ທີ່ນະຄອນຫຼວງວຽງຈັນ ໂດຍມີການນຳຂັ້ນສູງຝ່າຍລາວໃຫ້ກຽດເຂົ້າຮ່ວມ ໂດຍທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍການນຳຝ່າຍຈີນ ແລະ ແຂກຖືກເຊີນເຂົ້າຮ່ວມຊົມຮ້ອຍກວ່າທ່ານ.

ເທດສະການຮບເງາດເດນ ລາວ-ຈນ: ຂວຕຮຽນຮການພດທະນາຂອງຈນ ເພອເປນບດຮຽນໃຫແກການພດທະນາຂອງລາວ ໂດຍສະເພາະການແກໄຂຄວາມທກຍາກ - image 2
 

ໃນພິທີ, ທ່ານ ນາງ ຟາງຫົງເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ກ່າວວ່າ: ຮູບເງົາໃນຖານະເປັນສິລະປະທີ່ລວມເອົາທັງພາບ ແລະ ສຽງໄວ້ນຳກັນ, ມີພະລັງພິເສດທີ່ສາມາດ ເຂົ້າເຖິງຈິດໃຈຂອງຄົນໄດ້ໂດຍກົງ, ທັງເປັນຊ່ອງທາງສຳຄັນໃນການສົ່ງເສີມການເຊື່ອມໂຍງທາງດ້ານວັດທະນະທຳ ແລະ ສ້າງຄວາມໃກ້ຊິດລະຫວ່າງຈິດໃຈຂອງປະຊາຊົນ ຈີນ-ລາວ.ຂະນະດຽວກັນ, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວກໍໄດ້ຕີລາຄາສູງຕໍ່ການຈັດງານທີ່ມີຄວາມໝາຍສຳຄັນໃນຄັ້ງນີ້ແມ່ນການສົ່ງເສີມການຮ່ວມມືດ້ານວັດທະນະທຳລະຫວ່າງສອງຊາດໄດ້ກາຍເປັນຂົວຕໍ່ມິດ ຕະພາບທີ່ສຳຄັນຍິ່ງໂດຍຜ່ານການຮັບຊົມຮູບເງົາຈີນທີ່ພາກພາສາລາວ.

ເທດສະການຮບເງາດເດນ ລາວ-ຈນ: ຂວຕຮຽນຮການພດທະນາຂອງຈນ ເພອເປນບດຮຽນໃຫແກການພດທະນາຂອງລາວ ໂດຍສະເພາະການແກໄຂຄວາມທກຍາກ - image 3
 

ໃນໂອກາດນີ້, ທ່ານນາງ ແສງແກ້ວ ຫົວໜ້າວິທະຍຸໂທລະພາບສູນກາງຈີນ ປະຈຳລາວໄດ້ກ່າວວ່າ: ພວກເຮົາໄດ້ເລີ່ມເຄື່ອນໄຫວ ສາຍຮູບເງົາ ແຕ່ປີ 2017 ມາຮອດປີ 2026 ລວມ 10 ປີ, ໄດ້ເດີນທາງໄປສາຍແຕ່ເໜືອຮອດໃຕ້ສຸດຂອງປະເທດລາວຫຼາຍກວ່າ 100 ຄັ້ງ, ເຮັດໃຫ້ປະຊາຊົນລາວໄດ້ສຳຜັດກັບຄວາມສຸກຂອງຮູບເງົາກາຍ ເປັນກິດຈະກຳວັດທະນະທຳອັນສຳຄັນທີ່ໄດ້ຮັບຄວາມນິຍົມຊົມຊອບ ແລະ ສຽງຕອບຮັບຍ້ອງຍໍຊົມເຊີຍຈາກວົງ ການນຳແຕ່ຂັ້ນສູນກາງຮອດທ້ອງຖິ່ນໃນສັງຄົມລາວ ແລະ ພໍ່ແມ່ປະຊາຊົນລາວ ຢ່າງກວ້າງຂວາງ. ເທດສະການຮູບເງົາດີເດັ່ນ ລາວ-ຈີນ ແມ່ນຂົວຕໍ່ທີ່ສຳຄັນໃນການຮຽນຮູ້, ການພັດທະນາຂອງຈີນ ເພື່ອມາເປັນບົດຮຽນໃຫ້ແກ່ການພັດທະນາຂອງປະເທດລາວ ໂດຍສະເພາະແມ່ນບົດຮຽນໃນການແກ້ໄຂຄວາມທຸກຍາກໃຫ້ປະຊາຊົນ. ດ້ວຍຜົນງານການເຄື່ອນໄຫວເດີນສາຍຮູບເງົາຕະຫຼອດ10 ປີຜ່ານມາ ໂດຍສະເພາະໃນໄລຍະງານສັບປະດາຮູບເງົາຈີນພາກພາສາລາວຫຼາຍພາກສ່ວນກໍໄດ້ມອບໜັງສືຊົມເຊີຍໃຫ້ແກ່ CMG ປະຈຳລາວ ເປັນຕົ້ນແມ່ນສູນກາງແນວລາວສ້າງຊາດ, ກະຊວງວັດ ທະນະທຳ ແລະ ການທ່ອງທ່ຽວ ແລະ ພາກສ່ວນອື່ນໆ.

ເທດສະການຮບເງາດເດນ ລາວ-ຈນ: ຂວຕຮຽນຮການພດທະນາຂອງຈນ ເພອເປນບດຮຽນໃຫແກການພດທະນາຂອງລາວ ໂດຍສະເພາະການແກໄຂຄວາມທກຍາກ - image 4
 

ທ່ານ ນາງ ແສງແກ້ວ ໄດ້ກ່າວຕື່ມວ່າ: ດ້ວຍບົດຮຽນ, ປະສົບການໃນການເດີນສາຍຮູບເງົາຕະຫຼອດ 10 ປີຜ່ານມາ ບວກກັບຄວາມຮຽກຮ້ອງຕ້ອງການຢາກຊົມຮູບເງົາຂອງພໍ່ແມ່ປະຊາຊົນລາວບັນດາເຜົ່າ, ທີມງານພວກ

ເຮົາຈະສືບຕໍ່ຈັດງານເທດສະ ການສາຍຮູບເງົາດີເດັ່ນ ລາວ-ຈີນ ຕະຫຼອດໄປ.

ເທດສະການຮບເງາດເດນ ລາວ-ຈນ: ຂວຕຮຽນຮການພດທະນາຂອງຈນ ເພອເປນບດຮຽນໃຫແກການພດທະນາຂອງລາວ ໂດຍສະເພາະການແກໄຂຄວາມທກຍາກ - image 5
 

ສັງລວມແລ້ວ ການຈັດງານ ເທດສະການຮູບເງົາດີເດັ່ນ ລາວ-ຈີນ ບໍ່ແມ່ນຈັດຂຶ້ນໂດຍບັງເອີນ, ແຕ່ຈັດຂຶ້ນຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມລາວທີ່ຢາກຊົມ ໂດຍສະເພາະໃນເຂດຊົນນະບົດຫ່າງໄກສອກຫຼີກທີ່ຍາກຈະມີໂອກາດໄດ້ຊົມຮູບເງົາ ເຄື່ອນທີ່ຄືແນວນີ້, ພ້ອມນັ້ນ ການຈັດງານຍັງເປັນການສ້າງນັກ ພາກສຽງຮູບເງົາເປັນພາສາລາວຂອງຄົນລາວໃຫ້ກາຍເປັນມືອາຊີບທີ່ມີມາດຕະຖານສູງ, ຄຸນນະພາບສູງຕື່ມອີກ. ພິເສດການຈັດງານເທດສະການສາຍຮູບເງົາດີເດັ່ນລາວ-ຈີນຍັງແມ່ນໜຶ່ງໃນການຈັດຕັ້ງປະຕິບັດວຽກງານພາຍໃຕ້ຂອບການຮວ່ມມືແລກ ປ່ຽນວັດທະນະທຳ ລາວ-ຈີນ, ຈີນ-ລາວ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງກວ່າເກົ່າຕາມທິດ 4 ດີຄື: “ບ້ານໃກ້ເຮືອນຄຽງທີ່ດີ, ໝູ່ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ” ຢ່າງແທ້ຈິງ.

ຄໍາເຫັນ

ຂ່າວການຮ່ວມມື

ຫົວໜ້າ ຄອສພ ຕ້ອນຮັບ ທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ຫົວໜ້າ ຄອສພ ຕ້ອນຮັບ ທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ ໃນວັນ ທີ 4 ພະຈິກນີ້ ທີ່ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ຮອງ ລມຕ ກະຊວງການຕ່າງປະເທດ ສປປ ລາວ ແລະ ສ ຕັດຈິກິດສະຖານ ປຶກສາຫາລືສອງຝ່າຍ

ຮອງ ລມຕ ກະຊວງການຕ່າງປະເທດ ສປປ ລາວ ແລະ ສ ຕັດຈິກິດສະຖານ ປຶກສາຫາລືສອງຝ່າຍ

ໃນວັນທີ 2 ພະຈິກ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ອີດີເບັກ ກາລັນດາ (Idibek Kalandar) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕັດຈິກິດສະຖານ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 1-3 ພະຈິກ 2026 ເພື່ອປຶກສາຫາລື ກ່ຽວກັບ ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ຕັດຈິກິດສະຖານ.
ອາເມຣິກາ ແລະ WFP ມອບເງິນ 19 ຕື້ກວ່າກີບ ຊ່ວຍປະຊາຊົນ 4 ເມືອງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ອາເມຣິກາ ແລະ WFP ມອບເງິນ 19 ຕື້ກວ່າກີບ ຊ່ວຍປະຊາຊົນ 4 ເມືອງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

​ ວັນທີ 3 ພະຈິກນີ້ ທີ່ບ້ານດົງໝາກໄຟ ເມືອງໄຊບູລີ ແຂວງສະຫວັນນະເຂດ, ໄດ້ຈັດພິທີເປີດກິດຈະກຳການມອບເງິນສົດເພື່ອຊ່ວຍເຫຼືອຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໂດຍການເປັນປະທານຮ່ວມຂອງທ່ານ ທອງໃສ ໄຊຍະວົງຄໍາດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ພົງໄຊສັກ ອິນທະລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ນາງ ມີກເຊວ ເອົາຫຼໍ່ ອຸປະທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ທ່ານ ມາກ ອັງເດຣ ໂພຣສ ຜູ້ອຳນວຍການອົງການອາຫານໂລກ (WFP) ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່່ກຽວຂ້ອງເຂົ້າຮ່ວມ.
ສະຫາຍ ທອງສະຫວັນ ພົມວິຫານ ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

ສະຫາຍ ທອງສະຫວັນ ພົມວິຫານ ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

ໃນວັນທີ 3 ພະຈິກນີ້, ທີ່ເຮືອນຮັບແຂກລັດຖະບານຕ້ຽວ ຢູ ຖາຍ ນະຄອນຫຼວງປັກກິ່ງ ສປ ຈີນ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຫວັງ ອີ້ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11 ໃນລະຫວ່າງວັນທີ 3-4 ພະຈິກ 2026 ທີ່ ນະຄອນຫຼວງປັກກິ່ງ ສປ ຈີນ.
ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນ ​ອະ​ນຸ​ບານແລະປະ​ຖົມຢູ່ເມືອງນາໝໍ້

ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນ ​ອະ​ນຸ​ບານແລະປະ​ຖົມຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງເມືອງນາໝໍ້ ແຂວງອຸດົມໄຊໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ແຂວງ​ອຸ​ດົມ​ໄຊ, ຮ່ວມ​ລົງ​ນາມ​ໂດຍທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວແລະທ່ານ ວົງວັນ ສີວິໄລ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງນາໝໍ້, ໂດຍ​ມີທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງອຸດົມໄຊແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນ​ສັກ​ຂີ​ພິ​ຍານ​ນໍ​າ.
ພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ

ພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ

ໃນວັນທີ 2 ພະຈິກຜ່ານມາ,ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມງານພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ ຢູ່ທີ່ພື້ນທີ່ຊຸ່ມນໍ້າໜອງແດ, ແຂວງອຸດອນທານີ ປະເທດໄທ. ຊຶ່ງມີ ທ່ານ ອານຸທິນ ຊານວິລະກູນ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງມະຫາດໄທ ເຂົ້າຮ່ວມເປັນປະທານໃນພິທີ.
ສະພາແຫ່ງຊາດ​ ລາວ-ຫວຽດນາມພົບປະ​ສອງຝ່າຍ

ສະພາແຫ່ງຊາດ​ ລາວ-ຫວຽດນາມພົບປະ​ສອງຝ່າຍ

ວັນທີ 3 ພະຈິກນີ້, ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ,​ສະຫາຍ ສອນໄຊ ສີພັນດອນກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດແຫ່ງ ສປປລາວ ພົບປະຢ່າງເປັນທາງການກັບສະຫາຍ ເຈິ່ນ ແທັງ ເໝິ້ນກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດຫວຽດນາມໃນໂອກາດເຄື່ອນໄຫວຢ້ຽມຢາມ ສສຫວຽດນາມ ຢ່າງເປັນທາງການ ຊຶ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດ ພາຍຫຼັງໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດລາວ ຊຸດທີ X.
ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ໃນທ້າຍເດືອນຕຸລາຜ່ານມາ, ຄະນະນັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົບວຽກງານພະນັກງານນໍາພາ-ຄຸ້ມຄອງສື່ມວນຊົນ ສປປ ລາວ ໄດ້ໄປທັດສະນະພົບປະແລກປ່ຽນບົດຮຽນກັບໜັງສືພິມ ແລະ ວິທະຍຸ-ໂທລະພາບຫາຍຟອງ ຊຶ່ງນໍາໂດຍທ່ານນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນຄະນະໂຄສະນາອົບຮົມສູນກາງພັກ.
ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສ ຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ, ໃນວັນ ທີ 3 ພະຈິກນີ້, ທີ່ທຳນຽບປະທານປະເທດ,ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ງານສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8 ຈັດຂຶ້ນໃນວັນທີ 30 ຕຸລາຜ່ານມາ, ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເກີ ປ່ຽວ ຮອງຫົວໜ້າອົງການຄຸ້ມຄອງວິທະຍຸ ໂທລະພາບ ແລະ ຮູບເງົາແຫ່ງຊາດຈີນ, ທ່ານ ຈ້າວ ຮາຍໂປ ອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ