ທີມນັກກິລາດອກປີກໄກ່ລາວສ້າງຜົນງານ ຍາດໄດ້ຫຼຽນຄຳ ຊີງແຊັມອາຊຽນ 2026

ທີມນັກກິລາດອກປີກໄກ່ລາວສ້າງຜົນງານ ຍາດໄດ້ຫຼຽນຄຳ ຊີງແຊັມອາຊຽນ 2026

ທີມນັກກິລາດອກປີກໄກ່ລາວສ້າງຜົນງານ ຍາດໄດ້ຫຼຽນຄຳ ຊີງແຊັມອາຊຽນ 2026
ທີມນັກກິລາດອກປີກໄກ່ເຍົາວະຊົນທີມຊາດລາວ ສ້າງຜົນງານສາມາດຍາດໄດ້1 ຫຼຽນຄຳ 3 ຫຼຽນເງິນ ແລະ 5 ຫຼຽນທອງ ເປັນຄັ້ງປະຫວັດສາດໜ້າໃໝ່ໃຫ້ວົງການກິລາດອກປີກໄກ່ລາວ ໃນການແຂ່ງຂັນກິລາດອກປີກໄກ່ ຊີງແຊັມອາຊຽນ ປະຈຳປີ 2026 ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ໄດ້ເດີນທາງກັບເຖິງບ້ານເກີດ ນະຄອນຫຼວງວຽງຈັນ ພ້ອມທັງໃຫ້ການຕ້ອນຮັບຢ່າງອົບອຸ່ນ ໂດຍ ທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ແລະ ທ່ານ ໄຊບັນດິດ ຣາຊະພົນ ເລຂາທິການສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍຜູ້ປົກຄອງ ແລະ ມວນຊົນຊາວນະຄອນຫຼວງວຽງຈັນ ທີ່ສະໜາມບິນສາກົນວັດໄຕ ໃນຕອນຄໍ່າຂອງວັນທີ 22 ສິງຫາ 2026 ທີ່ຜ່ານມາ
ທມນກກລາດອກປກໄກລາວສາງຜນງານ ຍາດໄດຫຽນຄຳ ຊງແຊມອາຊຽນ 2026 - image 1
 

ທ່ານ ດາວເພັດ ເພັດສີລິແສງ ຮອງເລຂາທິການສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ທັງເປັນຫົວໜ້າຄະນະນັກກິລາດອກປີກໄກ່ເຍົາວະຊົນທີມຊາດລາວ ໃຫ້ສຳພາດວ່າ: ສຳລັບຜົນງານທີ່ພວກເຮົາສາມາດຍາດໄດ້ 1 ຫຼຽນຄຳ, 3 ຫຼຽນເງິນ ແລະ 8 ຫຼຽນທອງ ຄັ້ງນີ້ ພວກເຮົາຍັງບໍ່ສາມາດເຮັດໄດ້ຕາມເປົ້າໝາຍ ໂດຍພວກເຮົາຕັ້ງໄວ້ກ່ອນໄປແມ່ນ 2 ຫຼຽນຄຳ ແລະ ກໍພາດເປົ້າໝາຍໄປໃນປະເພດຄູ່ຊາຍ ແຕ່ກໍເປັນອັນດີທີ່ທ້າວ ໄຊຍະລາດ ສຸກສະຫວັດ ສາມາດສ້າງປະຫວັດສາດໄຫຼຽນດ້ຄຳ ປະເພດດ່ຽວຊາຍ ສຳລັບສິ່ງທີ່ທ້າທາຍຂອງສະຫະພັນພວກເຮົາ ແມ່ນເລື່ອງງົບປະມານ ເພາະນັກກິລາທີ່ເດີນທາງເຂົ້າຮ່ວມແຂ່ງຂັນຄັ້ງນີ້ ຕ້ອງໄດ້ໃຊ້ງົບປະມານຕົນເອງໃນການເດີນທາງ ສະນັ້ນ ພວກເຮົາກໍຕ້ອງຂໍຂອບໃຈເປັນຢ່າງສູງມາຍັງພໍ່ແມ່ນັກກິລາ ແລະ ນັກກິລານະທີ່ນີ້ດ້ວຍ ເພາະປັດຈຸບັນ ທາງສະຫະພັນກໍໄດ້ມີການວາງແຜນ ໃນການລົງທຶນມະຫາສານ ເພື່ອກຽມຄວາມພ້ອມເປັນເຈົ້າພາບ ໃນການຈັດງານມະຫະກຳກິລາຊີເກມ ໃນປີ 2031 ສະນັ້ນ ຈຶ່ງເຮັດໃຫ້ພວກເຮົາມີງົບປະມານຈຳກັດໃນການສົ່ງນັກກິລາເຂົ້າຮ່ວມ.

ທ່ານ ດາວເພັດ ເພັດສີລິແສງ ໃຫ້ຮູ້ອີກວ່າ: ໃນການເຂົ້າຮ່ວມລາຍການນີ້ ນັກກິລາລາວເຮົາຍັງມີຂໍ້ບົກຜ່ອງຫຼາຍ ສະນັ້ນ ສິ່ງທີ່ຢາກປັບປຸງ ແມ່ນເລື່ອງການຝຶກຊ້ອມຂອງຮ່າງກາຍ ແລະ ແຜນການຕີ ຕ້ອງເລັ່ງປັບປຸງຫຼາຍຈຸດ ຂໍສະແດງຄວາມຊົມເຊີຍມາຍັງສະໂມສອນ ກັບຕັນ ທີ່ໄດ້ຝຶກຊ້ອມນັກກິລາໄດ້ດີຫຼາຍ. ແນວໃດກໍຕາມດີ, ສຳລັບແຜນໃນຕໍ່ໜ້າກໍມີແຜນຈະເຂົ້າຮ່ວມ ງານເອຊຽນເກມ ທີ່ປະເທດຍີ່ປຸ່ນ ທ້າຍເດືອນກັນຍານີ້ ຈະສົ່ງນັກກິລາປະເພດຄູ່ຊາຍ ທ້າວ ນາມບຸນ ຫຼວງອາມາດ ແລະ ທ້າວ ພອນສັກ ໂຊກທະວີ ນອກນັ້ນ ກໍຍັງຈະຮ່ວມແຂ່ງຂັນງານມະຫະກຳວິທະຍາໄລໂລກ ທີ່ປະເທດມາເລເຊຍ ຕື່ມອີກ.

ທ້າວ ໄຊຍະລາດ ສຸກສະຫວັດ ຮູ້ສຶກພາກພູມໃຈຫຼາຍ ທີ່ສາມາດໄດ້ຫຼຽນຄຳ ຖືເປັນການປົດລັອກໃຫ້ກັບຕົນເອງໄດ້ ດ້ວຍການເອົາຊະນະມືວາງອັນດັບ 1 ຂອງລາຍການຈາກມຽນມາ. ແນວໃດກໍຕາມ, ສຳລັບເປົ້າໝາຍຕໍ່ໄປຈະພະຍາຍາມສືບຕໍ່ຝຶກຝົນຕົນເອງໃຫ້ໜັກຂຶ້ນ ເພື່ອຈະພິສິດຄວາມຝັນຄວ້າແຊ້ມດ່ຽວຊາຍ ໃນການແຂ່ງຂັນດອກປີກໄກ່ຊີງແຊັມທົ່ວປະເທດ ຄັ້ງທີ XXV ປະຈຳປີ 2026ທີຈະຈັດຂຶ້ນໃນທ້າຍເດືອນສິງຫານີ້.

ການແຂ່ງຂັນກິລາດອກປີກໄກ່ເຍົາວະຊົນຊີງແຊັມອາຊຽນ ລາຍການ "Southeast Asia Badminton Regional Championships 2026" ທີ່ປະເທດກໍາປູເຈຍ ລະຫວ່າງວັນທີ 15-21 ສິງຫາ 2025 ມີ 7 ປະເທດເຂົ້າຮ່ວມ ປະກອບມີ ຫວຽດນາມ, ລາວ, ມຽນມາ, ບຣູໄນ, ຕີມໍເລດເຕ, ຟີລິບປິນ ແລະ ກໍາປະເຈຍ ພາບ-ຂ່າວ: ສົງການ

ຄໍາເຫັນ

ຂ່າວສືກສາ-ກິລາ

ສກຂ ສາລະວັນ ສອບເສັງລັດຖະກອນຄູໃໝ່

ສກຂ ສາລະວັນ ສອບເສັງລັດຖະກອນຄູໃໝ່

ພະແນກສຶກສາທິການ ແລະ ກິລາແຂວງສາລະວັນ (ສກຂ) ສອບເສັງຄັດເລືອກລັດຖະກອນຄູໃໝ່ ປະຈຳສົກປີ 2026 ຈຳນວນ 93 ຕົວເລກ ເພື່ອທົດແທນຈຳນວນຄູທີ່ສູນເສຍໄປໃນຮູບການຕ່າງໆ ພ້ອມທັງຄັດເລືອກບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ຈັນຍາບັນເຂົ້າຮັບໃຊ້ວຽກງານການສຶກສາ ໂດຍມີຜູ້ສະໝັກເຂົ້າສອບເສັງທັງໝົດ 481 ຄົນ ຍິງ 294 ຄົນ ຈາກ 8 ຕົວເມືອງທົ່ວແຂວງ. ໃນນັ້ນແບ່ງຕາມສາຍວິຊາຄື: ສາຍຄູອະນຸບານ 147 ຄົນ, ຄູປະຖົມສຶກສາ 109 ຄົນ, ຄູມັດທະຍົມ 223 ຄົນ ແລະ ສາຍວິຊາຊີບ 2 ຄົນ.
ໄຊຍະບູລີ ຮັບເຍົາວະຊົນ-ອານຸຊົນທັນວາ

ໄຊຍະບູລີ ຮັບເຍົາວະຊົນ-ອານຸຊົນທັນວາ

ເມືອງໄຊຍະບູລີ ແຂວງໄຊຍະບູລີ ຈັດພິທີຮັບເຍົາວະຊົນ-ອານຸຊົນທັນວາ, ມອບໃບຢັ້ງຢືນກົມກອງ ໝວດ 3 ດີ 4 ຮູ້ ແລະ ມອບໃບຢັ້ງຢືນເຍົາວະຊົນທັນວາ ຂຶ້ນໃນວັນທີ 25 ພະຈິກຜ່ານມາ, ທີ່ໂຮງຮຽນປະ ຖົມສົມບູນບ້ານແກ້ງ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄຳຫຼ້າ ຜິວວັນນາ ຄະນະປະຈຳພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໄຊຍະບູລີ ທັງເປັນປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ມີສະຫາຍ ບຸນດີທໍ່ ກຳມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ພ້ອມດ້ວຍຄູ-ອາຈານ, ເຍົາວະຊົນ-ອານຸຊົນ ເຂົ້າຮ່ວມ.
ມອບ-ຮັບ ອາຄານຮຽນມັດທະຍົມຕອນຕົ້ນ ບ້ານດອນຂະຍຸງ

ມອບ-ຮັບ ອາຄານຮຽນມັດທະຍົມຕອນຕົ້ນ ບ້ານດອນຂະຍຸງ

ພິທີມອບ-ຮັບ ອາຄານຮຽນຫຼັງໃໝ່ ໂຮງຮຽນມັດທະຍົມຕອນຕົ້ນ ບ້ານດອນຂະຍຸງ ເມືອງຕຸ້ມລານ ແຂວງສາລະວັນ ຈັດຂຶ້ນໃນວັນທີ 24 ພະຈິກຜ່ານມາ, ທີ່ໂຮງຮຽນບ້ານດອນຂະຍຸງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາຄະນະບໍໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ, ທ່ານ ນາງ ອາລຸນີ ກົມມະສິດ ພັນລະຍາທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄອບຄົວການນຳຂັ້ນສູນກາງ, ຂັ້ນແຂວງ, ຄະນະກອງທຶນສາມັກຄີຈຳປາສັກຊ່ວຍເຫຼືອສັງຄົມ ຄູ-ອາຈານ, ນັກຮຽນ ເຂົ້າຮ່ວມ.
ກິດຈະກຳອ້າຍຊ່ວຍນ້ອງ ມອບອຸປະກອນການຮຽນໃຫ້ 2 ໂຮງຮຽນ ຢູ່ເມືອງສະໜາມໄຊ

ກິດຈະກຳອ້າຍຊ່ວຍນ້ອງ ມອບອຸປະກອນການຮຽນໃຫ້ 2 ໂຮງຮຽນ ຢູ່ເມືອງສະໜາມໄຊ

ວັນທີ 24 ພະຈິກຜ່ານມາ, ຄະນະບໍລິຫານງານຊາວໜຸ່ມແຂວງອັດຕະປື ຮ່ວມກັບ 3 ອົງການຈັດຕັ້ງມະຫາຊົນ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ໄດ້ຈັດກິດຈະກຳ “ອ້າຍຊ່ວຍນ້ອງ” ໂດຍລົງຢ້ຽມຢາມ ແລະ ມອບອຸປະກອນການຮຽນ, ເຄື່ອງກິລາ ແລະ ສິ່ງຂອງຈຳເປັນໃຫ້ 2 ໂຮງຮຽນຄື: ໂຮງ ຮຽນ ມ.ຕົ້ນ ຈັນຕໍ ແລະ ໂຮງຮຽນປະຖົມໂພນສະອາດ ເມືອງສະໜາມໄຊ ແຂວງອັດຕະປື ລວມມູນຄ່າ 28 ລ້ານກີບ.
ເປີດການແຂ່ງຂັນກິລາມິດຕະພາບ ຕ້ອນຮັບວັນສຳຄັນຂອງພັກ-ຂອງຊາດ

ເປີດການແຂ່ງຂັນກິລາມິດຕະພາບ ຕ້ອນຮັບວັນສຳຄັນຂອງພັກ-ຂອງຊາດ

ວັນທີ 23 ພະຈິກຜ່ານມາ, ທີ່ເດີ່ນກິລາເມືອງເງິນ ແຂວງໄຊຍະບູລີ ໄດ້ເປີດການແຂ່ງຂັນກິລາ ສ້າງຂະບວນການຂໍ່ານັບຊົມເຊີຍວັນສ້າງຕັ້ງເມືອງເງິນ ຄົບຮອບ 34 ປີ ແລະ ຕ້ອນຮັບວັນຊາດທີ 2 ທັນວາ ຄົບ ຮອບ 51 ປີ, ເຂົ້າຮ່ວມເປັນກຽດຂອງທ່ານ ທອງພັນ ສຸກສະຫວັດ ກຳມະການພັກແຂວງ ເລຂາຄະນະບໍລິ ຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ-ກົມກອງ, ແຂກຖືກເຊີນ ແລະ ນັກກິລາ ເຂົ້າຮ່ວມ.
ໂຮງຮຽນສາທາລະນະສຸກຄໍາມ່ວນ ສອບເສັງລະດັບຊາດ ພະຍາບານ ແລະ ຜະດຸງຄັນ

ໂຮງຮຽນສາທາລະນະສຸກຄໍາມ່ວນ ສອບເສັງລະດັບຊາດ ພະຍາບານ ແລະ ຜະດຸງຄັນ

ພິທີສອບເສັງລະດັບຊາດ ສໍາລັບພະຍາບານ ແລະ ຜະດຸງຄັນ ຄັ້ງທີ 7 ປະຈໍາປີ 2026 ໄດ້ຈັດຂຶ້ນພ້ອມກັນໃນຂອບເຂດທົ່ວປະເທດ ລະຫວ່າງວັນທີ 21-22 ພະຈິກຜ່ານມາ, ທີ່ໂຮງຮຽນສາທາລະນະສຸກແຂວງຄໍາມ່ວນ ໂດຍມີທ່ານ ນາງ ແພງດີ ອິນທະພານິດ ຫົວໜ້າບ໋ອດພະຍາບານ ແລະ ຜະດຸງຄັນ, ມີທ່ານ ຖາວອນ ໄກຍະລາດ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ນາງ ສຸກສະຫວັນ ປະເສີດສັກ ຮັກສາການຜູ້ອໍານວຍການໂຮງຮຽນສາທາລະນະສຸກແຂວງ ພ້ອມດ້ວຍຄູ-ອາຈານ ແລະ ນັກສອບເສັງ ເຂົ້າຮ່ວມ.
ສ​ສກເກັບ​ຂໍ້ມູນການ​ສຶກ​ສາ​ຄົ້ນ​ຄວ້າເພື່ອສົ່ງເສີມ ການສຶກສາຮຽນຮ່ວມຂອງນັກຮຽນພິການ

ສ​ສກເກັບ​ຂໍ້ມູນການ​ສຶກ​ສາ​ຄົ້ນ​ຄວ້າເພື່ອສົ່ງເສີມ ການສຶກສາຮຽນຮ່ວມຂອງນັກຮຽນພິການ

ການເຂົ້າໃຈສິ່ງທີ່ເກີດຂຶ້ນໃນຫ້ອງຮຽນຕົວຈິງແມ່ນມີຄວາມສໍາຄັນສໍາລັບການປັບປຸງການສຶກສາສໍາລັບເດັກພິການ, ຄູສາມາດໃຊ້ວິທີການທີ່ແຕກຕ່າງກັນເພື່ອຊ່ວຍໃຫ້ນັກຮຽນມີສ່ວນຮ່ວມໃນບົດຮຽນ. ປະສົບການໃນຫ້ອງຮຽນຈະແຕກຕ່າງກັນຫຼາຍສໍາລັບນັກຮຽນທີ່ມີຄວາມຫຍຸ້ງຍາກໃນດ້ານການເບິ່ງເຫັນ, ການໄດ້ຍິນ, ການສື່ສານ, ການເຄື່ອນໄຫວ ຫຼື ດ້ານການຮຽນຮູ້, ການເຂົ້າໃຈປະສົບການເຫຼົ່ານີ້ ຈະຊ່ວຍໃຫ້ຄູ ແລະ ຜູ້ເຮັດວຽກສຶກສານິເທດເຂົ້າໃຈຕໍ່ຄວາມຕ້ອງການຂອງນັກຮຽນເພື່ອໃຫ້ນັກຮຽນທຸກຄົນສາມາດຮຽນຮູ້ຮ່ວມກັນໄດ້.
ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026

ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026

ງານພົບປະເຍົາວະຊົນທັນວາ ປະຈໍາປີ 2026 ຈັດຂຶ້ນໃນວັນທີ 20 ພະຈິກຜ່ານມາ ທີ່ໂຮງຮຽນມັດທະ ຍົມສົມບູນ ຟ້າສີຄາມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ພູວອນ ພົງລາດແລ້ວ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ບັນດາຫ້ອງການ, ຄະນະກໍາມະການປົກຄອງຕາແສງ, ບ້ານ, ຄະນະຜູ້ອໍານວຍການໂຮງຮຽນ, ຄູ-ອາຈານ ແລະ ສະມາ ຊິກເຍົາວະຊົນທັນວາ ເຂົ້າຮ່ວມ.
ໂຮງຮຽນພູນສະຫວັດ-ຟ້າສີຄາມ ຊະນະເລີດແຂ່ງຂັນສິລະປະຟ້ອນ ນັກຮຽນມັດທະຍົມປີ 2026

ໂຮງຮຽນພູນສະຫວັດ-ຟ້າສີຄາມ ຊະນະເລີດແຂ່ງຂັນສິລະປະຟ້ອນ ນັກຮຽນມັດທະຍົມປີ 2026

ບໍລິສັດ ລາວເວີນ ຈໍາກັດ ຮ່ວມກັບ ຂະແໜງກິລາກາຍະກໍາ ແລະ ສິລະປະສຶກສາ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ຈັດການແຂ່ງຂັນສິລະປະຟ້ອນລວມໝູ່ ນັກຮຽນມັດທະຍົມສຶກສາ ທົ່ວ ນວ ຊີງທຶນການສຶກສາ ປະຈໍາປີ 2026 ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ຈັດຂຶ້ນໃນວັນທີ 21-22 ພະຈິກ ນີ້ ຢູ່ສູນການຄ້າລາວ-ໄອເຕັກ ເພື່ອເຮັດໃຫ້ຊາວໜຸ່ມ-ເຍົາວະຊົນ ທີ່ມັກຮັກໃນການສະແດງສິລະປະ-ວັດທະນະທໍາຮີດຄອງປະເພນີລາວ (ຮີດ 12 ຄອງ 14) ແລະ ໃຊ້ເວລາຫວ່າງໃຫ້ເກີດປະໂຫຍດ ຫ່າງໄກຈາກສິ່ງເສບຕິດ.
ມສ ອຸທຸມພອນຈັດກິດຈະກໍາແຂ່ງຂັນພາລະ-ສິລະປະສຶກສາ ປະຈໍາປີ 2026- 2027

ມສ ອຸທຸມພອນຈັດກິດຈະກໍາແຂ່ງຂັນພາລະ-ສິລະປະສຶກສາ ປະຈໍາປີ 2026- 2027

ໂຮງຮຽນມັດທະຍົມສົມບູນອຸທຸມພອນເມືອງອຸທຸມພອນແຂວງສະຫວັນນະເຂດ, ໄດ້ຈັດກິດຈະກໍາງານແຂ່ງຂັນພາລະສຶກສາ-ສິລະປະສຶກສາ ປະຈໍາປີ 2026-2027ໃນວັນທີ 19 ພະຈິກນີ້ ທີ່ເດິ່ນໂຮງຮຽນດັ່ງກ່າວ,ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສີວິໄລ ສຸລິໂຍຮອງປະທານຄະນະກໍາມະການປົກຄອງເມືອງອຸທຸມພອນ.
ເພີ່ມເຕີມ