ທິມງານຜູ້ມີຄວາມຫວັງແບ່ງປັນນ້ຳໃຈ ມອບເຄື່ອງໃຫ້ໂຮງຮຽນ ຫົວນໍ້າຂາມ ເມືອງນາໝໍ້

ທິມງານຜູ້ມີຄວາມຫວັງແບ່ງປັນນ້ຳໃຈ ມອບເຄື່ອງໃຫ້ໂຮງຮຽນ ຫົວນໍ້າຂາມ ເມືອງນາໝໍ້
ໃນວັນທີ 19 ກຸມພາ ນີ້, ທິມງານຜູ້ມີຄວາມຫວັງແບ່ງປັນນ້ຳໃຈ ນຳໂດຍທ່ານ ນາງ ວັນນິດາ ພົມມະວົງ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ເມືອງນາໝໍ້ ແຂວງອຸດົມໄຊ ລົງມອບເຄື່ອງຊ່ວຍເຫຼືອໃຫ້ນ້ອງນັກຮຽນ ທີ່ໂຮງຮຽນຫົວນ້ຳຂາມ ເມືອງນາໝໍ້ ແຂວງອຸດົມໄຊ.
ເຄື່ອງທີ່ນໍາມາມອບຄັ້ງນີ້ ປະກອບມີມີ ອຸປະກອນການຮຽນ, ອຸປະກອນກິລາ, ປ້າຍໂຮງຮຽນ, ເສື້ອກັນໜາວ ຈໍານວນ 156 ຜືນ ແລະ ເຂົ້າໜົມໃຫ້ແກ່ນ້ອງນັກຮຽນ ພ້ອມທັງລ້ຽງອາຫານທ່ຽງແກ່ນ້ອງນັກຮຽນ ລວມມູນຄ່າ 32 ລ້ານກີບ. ໂດຍແມ່ນທຶນຊ່ວຍເຫຼືອຈາກທ່ານ ພົງພັດ ພົມສຸວັນ ນັກທຸລະກິດຮຸ່ນໜຸ່ມຈາກນະຄອນຫຼວງວຽງຈັນ. 
ຈຸດປະສົງຂອງການລົງເຄື່ອນໄຫວມອບເຄື່ອງຄັ້ງນີ້, ເພື່ອແບ່ງປັນນ້ຳໃຈ, ວັດຖຸ-ປັດໃຈ, ເຄື່ອງອຸປະໂພກ - ບໍລິໂພກ ຈໍານວນໜື່ງ ໃຫ້ແກ່ນັກຮຽນເຂດຊົນນະບົດຫ່າງໄກສອກຫຼີກ ເພື່ອບັນເທົາທຸກຊ່ວຍແບ່ງເບົາພາລະຂອງພໍ່່ແມ່ຜູ້ປົກຄອງ. 
(ຂ່າວ:  ແສງອາທິດ)

ຄໍາເຫັນ

ຂ່າວສືກສາ-ກິລາ

ປະກາດແຕ່ງຕັ້ງອະທິການບໍດີ ແລະ ຄະນະບໍດີ ມຊ

ປະກາດແຕ່ງຕັ້ງອະທິການບໍດີ ແລະ ຄະນະບໍດີ ມຊ

ພິທີປະກາດແຕ່ງຕັ້ງອະທິການບໍດີ ແລະ ຄະນະບໍດີມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພານີ້ ທີ່ ມຊ ເປັນກຽດເຂົ້າຮ່ວມຂອງທ່ານ ພຸດ ສິມມາລາວົງ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍແຂກຖືກເຊີນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ສສກ ຕີລາຄາວຽກງານຜູ້ບໍລິຫານສະຖານການສຶກສາຄູປະຈໍາປີ 2024

ສສກ ຕີລາຄາວຽກງານຜູ້ບໍລິຫານສະຖານການສຶກສາຄູປະຈໍາປີ 2024

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຜູ້ບໍລິຫານສະຖານການສຶກສາຄູປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂຶ້ນເມື່ອບໍ່ດົນມານີ້ທີ່ຫ້ອງປະຊຸມຕຶກໄອຊີທີ ກະຊວງ ສສກພາຍໃຕ້ການເປັນປະທານຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສສກ, ມີທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງ ສສກ, ທ່ານ ວົງເດືອນ ໂອໄສ ວ່າການແທນຫົວໜ້າກົມສ້າງຄູ ສສກພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມແບບປົກກະຕິ ແລະ ອອນລາຍ.

ສາລະວັນ ແຂ່ງຂັນກິລາກ໊ອບ ຊິງຂັນທ່ານເຈົ້າແຂວງ ສະຫຼອງວັນກໍາມະກອນສາກົນ

ສາລະວັນ ແຂ່ງຂັນກິລາກ໊ອບ ຊິງຂັນທ່ານເຈົ້າແຂວງ ສະຫຼອງວັນກໍາມະກອນສາກົນ

ສະຫະພັນກິລາກ໊ອບແຂວງ ຮ່ວມກັບ ອົງການປົກຄອງແຂວງສາລະວັນ ຈັດງານແຂ່ງຂັນກິລາກ໊ອບ ຊິງຂັນທ່ານເຈົ້າແຂວງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 139 ປີ ຈັດຂຶ້ນໃນວັນທີ 3 ພຶດສະພາຜ່ານມາ ທີ່ສະໜາມກິລາກ໊ອບ ເຂື່ອນໄຟຟ້າເຊເສັດ 1 - 2, ໂດຍການເຂົ້າຮ່ວມແຂ່ງຂັນຂອງທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ປະທານຈັດງານແຂ່ງຂັນ,
ມີ 4 ສາເຫດ ຂອງການຂາດແຄນຄູສອນ ຢູ່ແຂວງອັດຕະປື

ມີ 4 ສາເຫດ ຂອງການຂາດແຄນຄູສອນ ຢູ່ແຂວງອັດຕະປື

ທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມອົງການປົກຄອງແຂວງອັດຕະປື ປະຈໍາງວດ I ປີ 2025 ທີ່ຫາກໍສໍາເລັດເມື່ອບໍ່ດົນມານີ້ວ່າ: 4 ສາເຫດຕົ້ນຕໍ ຂອງການຂາດແຄ້ນຄູສອນ ຢູ່ແຂວງອັດຕະປື ຄື: ໜຶ່ງ, ຍ້ອນ ອາຍຸກະສຽນຂອງຄູສອນ ຮອດເງື່ອນໄຂເຂົ້າຮັບອຸດໜູນບໍານານ ຊຶ່ງກວມເອົາ 2% ຕໍ່ປີ. ສອງ,
ແຂ່ງຂັນກິລາເຕະບານນັກຮຽນມັດທະຍົມສຶກສາທົ່ວແຂວງຫຼວງພະບາງ

ແຂ່ງຂັນກິລາເຕະບານນັກຮຽນມັດທະຍົມສຶກສາທົ່ວແຂວງຫຼວງພະບາງ

ການແຂ່ງຂັນກິລາເຕະບານ ນັກຮຽນມັດທະຍົມສຶກສາ ທົ່ວແຂວງຫຼວງພະບາງ ຄັ້ງທີ 1ປະຈຳປີ 2025 ຊີງຂັນປະທານສະມາຄົມກິລາ-ກາຍຍະກຳແຂວງ ໄດ້ສຳເລັດໃນວັນທີ 4 ພຶດສະພາ ຜ່ານມາ, ພາຍຫຼັງດຳເນີນການແຂ່ງຂັນມາແຕ່ວັນທີ 26 ເມສາຊຶ່ງປະກອບມີ ຮຸ່ນມັດທະຍົມຕອນຕົ້ນ (ຊາຍ) ແລະຮຸ່ນມັດຍົມຕອນປາຍ (ຊາຍ), ໃນນັ້ນ ຮຸ່ນມັດທະຍົມຕອນປາຍ
ໂຮງຮຽນເຕັກນິກວິຊາຊີບເວດສະພົງ ສ້າງສີມືແຮງງານຮັບໃຊ້ປະເທດຊາດຢ່າງຫຼວງຫຼາຍ

ໂຮງຮຽນເຕັກນິກວິຊາຊີບເວດສະພົງ ສ້າງສີມືແຮງງານຮັບໃຊ້ປະເທດຊາດຢ່າງຫຼວງຫຼາຍ

ໂດຍ: ພູວັນ ເນື່ອງ​ໃນ​ໂອກາດວັນ​ກໍາມະກອນ​ສາກົນ 1 ພຶດສະພາ(1/5/1886-1/5/2025)ຄົບຮອບ139ປີ ຊຶ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ກໍຄືກຳມະກອນໃນທົ່ວໂລກ ທ່ານ ຄຳພຽງ ແກ້ວລັງສີ ຜູ້ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບເວດສະພົງ
ລົດແກ້ວ ສ້າງຊື່ສຽງໃຫ້ປະເທດຊາດ ຍາດໄດ້ 2 ຫຼຽນຄຳ ແລ່ນ-ລານ ສິງກະໂປ ໂອເພັນ 2025

ລົດແກ້ວ ສ້າງຊື່ສຽງໃຫ້ປະເທດຊາດ ຍາດໄດ້ 2 ຫຼຽນຄຳ ແລ່ນ-ລານ ສິງກະໂປ ໂອເພັນ 2025

ນາງ ລົດແກ້ວ ອິນທະກຸມມານ ນັກກິລາແລ່ນ-ລານທີມຊາດລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນເປັນກຽດສັກສີ ແລະ ຊື່ສຽງມາໃຫ້ປະເທດຊາດ ດ້ວຍການຍາດໄດ້2 ຫຼຽນຄຳ ຈາກລາຍການແລ່ນ 5,000 ແມັດຍິງ ແລະ ແລ່ນ 10,000 ແມັດຍິງ ໃນການແຂ່ງຂັນແລ່ນ-ລານ ສິງກະໂປ ໂອເພັນ 2025 ຄັ້ງທີ 85 (The 85th Singapore Open Track & Field Championships 2025)
ຄົ້ນຄວ້າ, ຄັດເລືອກນາຍ ແລະ ພົນທະຫານ ໄປຝຶກອົບຮົມວິຊາຄູ  ເພື່ອໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ

ຄົ້ນຄວ້າ, ຄັດເລືອກນາຍ ແລະ ພົນທະຫານ ໄປຝຶກອົບຮົມວິຊາຄູ ເພື່ອໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ

ໃນວັນທີ 22 ເມສາຜ່ານມາ, ຄະນະຮັບຜິດຊອບເກັບຂໍ້ມູນໂຮງຮຽນທີ່ຂາດແຄນຄູສອນ, ຄົ້ນຄວ້າ, ຄັດເລືອກເອົານາຍ ແລະ ພົນທະຫານໄປຝຶກອົບຮົມວິຊາຄູ ເພື່ອໄປຊ່ວຍສອນຊັ້ນປະຖົມສຶກສາ ແລະ ເຂດຫ່າງໄກສອກຫຼີກ ແລະ ເກັບກຳສະຖິຕິຄູສອນອາສາສະໝັກເຂົ້າເປັນທະຫານ
ສະຖາບັນຂົງຈື ມຊເອົາໃຈໃສ່ກໍ່ສ້າງບຸກຄະລາກອນດ້ານພາສາຈີນຮັບໃຊ້ປະເທດຊາດ

ສະຖາບັນຂົງຈື ມຊເອົາໃຈໃສ່ກໍ່ສ້າງບຸກຄະລາກອນດ້ານພາສາຈີນຮັບໃຊ້ປະເທດຊາດ

ທ່ານ ຄຳຮຸ່ງ ຈັນທະວົງ ເລຂາພັກຮາກຖານ ຜູ້ອຳນວຍການສະຖາບັນຂົງຈືຝ່າຍລາວ (ມຊ) ກ່າວລາຍງານໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ມຊ ຄັ້ງທີ VI ວ່າ: ໂດຍພາຍໃຕ້ການນໍາພາ-ຊີ້ນໍາຂອງອົງຄະນະພັກມຊ ສະຖາບັນຂົງຈືສາມາດສ້າງຜົນງານອັນພົ້ນເດັ່ນຫຼາຍດ້ານເຊັ່ນ: ດ້ານການເມືອງ-ແນວຄິດ, ວິຊາການ, ການແລກປ່ຽນວັດທະນະທໍາ,
ເພີ່ມເຕີມ