![]() |
ພິທີເຊັນສັນຍາສືບຕໍ່ການຊຳລະດັ່ງກ່າວມີຂຶ້ນໃນວັນທີ 27 ສິງຫາຜ່ານມາທີ່ ທຄຕລ ສາຂາເຊກອງ ໂດຍມີທ່ານ ສຸກສະຫວັນ ໄຊຍະແສງ ຫົວໜ້າ ທຄຕລ ມະຫາຊົນ ສາຂາເຊກອງ, ທ່ານ ອິນພອນຮັກ ພັດສະຟອງ ຜູ້ອຳນວຍການລັດວິສາຫະກິດນໍ້າປະປາ ແຂວງ ພ້ອມພະນັກງານທັງສອງຝ່າຍ ເຂົ້າຮ່ວມ.
ທ່ານ ໄຊຊະນະ ພົມມະສີ ຮອງຫົວໜ້າ ທຄຕລ ມະຫາຊົນ ສາຂາເຊກອງ ລາຍງານວ່າ: ທຄຕລ ມະຫາຊົນ ສາຂາເຊກອງ ແລະ ລັດວິສາຫະກິດນໍ້າປະປາ ແຂວງ ໄດ້ເປັນຄູ່ຮ່ວມຍຸດທະສາດກັນມາ ເປັນເວລາ 9 ປີແລ້ວ ໂດຍມີການຊຳລະຄ່ານໍ້າປະປາ ຜ່ານລະບົບ ຂອງທະນາຄານ ( Bill Payment ) ທີ່ໄດ້ນໍາເອົາເຕັກໂນໂລຊີ ມານໍາໃຊ້ ຊ່ວຍໃຫ້ການເກັບລາຍຮັບ ແລະ ການຊຳລະສະສາງ ມີຄວາມສະດວກວ່ອງໄວ, ໂປ່ງໃສ, ສາມາດກວດສອບໄດ້, ຊ່ວຍຫຼຸດຂັ້ນຕອນການນໍາໃຊ້ເງິນສົດ, ຫຼຸດພາລະພະນັກງານ ແລະ ດ້ານເອກະສານ ໂດຍລັດວິສາຫະກິດນໍ້າປະປາ ແຂວງເຊກອງ ໄດ້ເຫັນດີສືບຕໍ່ສັນຍາການຊຳລະຄ່ານໍ້າປະປາ ຜ່ານລະບົບ ຂອງ ທຄຕລ, ພ້ອມມີການສະເໜີປັບປຸງການເກັບຄ່າບໍລິການ, ການຮັບຊໍາລະຄ່ານໍ້າປະປາ ຈາກ 1,5% ຕໍ່ເດືອນ ມາເປັນ 0,5% ຕໍ່ເດືອນ, ເນື່ອງຈາກປັດຈຸບັນ, ມີຜູ້ຊົມໃຊ້ນໍ້າປະປາ ເພີ່ມຂຶ້ນຫຼາຍ ແລະ ທາງລັດວິສາຫະກິດນໍ້າປະປາ ແຂວງ ກໍມີແຜນຂະຫຍາຍຖານຜູ້ຊົມໃຊ້ໃຫ້ທົ່ວເຖິງຫຼາຍຂຶ້ນ; ພ້ອມນີ້, ລູກຄ້າສ່ວນຫຼາຍ ກໍໄດ້ຫັນມາຊຳລະຄ່ານໍ້າ ຜ່ານລະບົບ ຂອງ ທຄຕລ ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ທັງສອງຝ່າຍ ໄດ້ຫາລື ແລະ ເຫັນດີເປັນເອກະພາບກັນ ນໍາໃຊ້ການບໍລິການຮັບຊໍາລະຄ່ານໍ້າປະປາ ຜ່ານປ່ອງບໍລິການ, ຕູ້ ATM, BCEL One, BCEL I-Bank ແລະ ຜ່ານຜະລິດຕະພັນການບໍລິການອີເລັກໂຕຼນິກອື່ນໆ ຂອງທະນາຄານ ໃນຂອບເຂດທົ່ວປະເທດ.
ຂ່າວ:ພຸດທະສອນ

ຄໍາເຫັນ