ທນບ ສາຂາຈໍາປາສັກສຸມແຫຼ່ງທຶນໃສ່ຂະແໜງກະສິກໍາ

ທນບ ສາຂາຈໍາປາສັກສຸມແຫຼ່ງທຶນໃສ່ຂະແໜງກະສິກໍາ

ທນບ ສາຂາຈໍາປາສັກສຸມແຫຼ່ງທຶນໃສ່ຂະແໜງກະສິກໍາ
ຫວ່າງບໍ່ດົນມານີ້,ທ່ານ ທິບພະກອນ ສູນດາລາ ຫົວໜ້າສາຂາທະນາຄານນະໂຍບາຍ (ທນບ) ແຂວງຈໍາປາສັກ ໄດ້ຊີ້ແຈງບາງບັນຫາ ທີ່ພົ້ນເດັ່ນໃນຜ່ານມາໂດຍສະເພາະວຽກງານສິນເຊື່ອປີ 2025 ສາຂາໄດ້ຮັບອະນຸມັດທຶນທັງໝົດ 160.55 ຕື້ກີບ, ໄລ ຍະສັ້ນ 24,100 ຕື້ກີບ, ໄລຍະກາງ 110.45 ຕື້ກີບ ແລະ ໄລຍະຍາວ 26 ຕື້ກີບ; ແຫຼ່ງທຶນແມ່ນໄດ້ສະໜອງເຂົ້າເມືອງເປົ້າໝາຍທຸກຍາກ 51.48 ຕື້ກີບ,ຈຸດສຸມ 43,90 ຕື້ກີບ, ບ້ານ3 ສ້າງ 17 ຕື້ກີບ ແລະ ນອກເມືອງເປົ້າໝາຍ 48.16 ຕື້ກີບ.ປ່ອຍໃນ 5ໂຄງການ.
ທນບ ສາຂາຈາປາສກສມແຫງທນໃສຂະແໜງກະສກາ - image 1
 

ໃນ 5 ເດືອນປ່ອຍກູ້ໄດ້ 25,466 ຕື້ກີບ ແລະຕົ້ນເດືອນ 6 ໄດ້ຮັບອະນຸມັດອີກ 12 ຕື້ກີບ ໝາຍຄວາມວ່າ ການປ່ອຍເງິນກູ້ຮອດກາງເດືອນ 6/2025 ໄດ້ທັງໝົດ 37,466 ຕື້ກີບທຽບໃສ່ແຜນການປີປະຕິບັດໄດ້ 23%. ສາມາດເກັບກູ້ໜີ້ສິນໄດ້ທັງໝົດ 51.4 ຕື້ກີບທຽບໃສ່ແຜນປີປະຕິບັດໄດ້ 26.7% (ຕົ້ນທຶນ 36.55 ຕື້ກີບ ແລະດອກເບ້ຍ 14.85 ຕື້ກີບ) ເກັບໜີ້ NPL 21.44 ຕື້ກີບ ທຽບໃສ່ແຜນການປີປະຕິບັດໄດ້ 30% (70 ຕື້ກີບ) ຊຶ່ງຜົນປະກອບການໃນ 6 ເດືອນ ປີ 2025 ສາມາດສ້າງຜົນກໍາໄລໄດ້ 24.72 ຕື້ກີບ.

ການສະໜອງສິນເຊື່ອ ຂອງສາຂາໃນຊຸມປີຜ່ານມາ ແລະປະຈຸບັນ ໄດ້ສຸມໃສ່ຂະແໜງກະສິກໍາ (ການປູກຝັງ ແລະລ້ຽງສັດ) ແລະບໍລິການຈໍານວນໜຶ່ງ ເພື່ອສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ເປັນຕົ້ນໂຄງການປູກກາເຟ, ຢາງພາລາ, ມັນຕົ້ນ, ນາປີ, ນາ ແຊງ ແລະລ້ຽງສັດໃຫຍ່ (ງົວ, ຄວາຍ); ໃນປີ 2024 ຜ່ານມາໂຄງການ ທີ່ພົ້ນເດັ່ນ ແລະສ້າງລາຍຮັບໃຫ້ກັບສະມາຊິກຜູ້ກູ້ຢືມທຶນໂຄງການປູກກາເຟ ສະເລ່ຍລາຄາ 170 ລ້ານກີບ/ໂຕນ ຮອງລົງມາຢາງພາລາ ແລະນາແຊງ ຕາມລໍາດັບທຸກເປົ້າໝາຍ ມີຕະຫຼາດພາຍໃນ ຮອງຮັບສາມາດສ້າງລາຍຮັບໄດ້ຈໍານວນຫຼາຍ ຄາດຄະເນໃນການປະເມີນໂຄງການຕົວແບບ ແລະຄອບຄົວຕົວແບບຕ້ອງລື່ນແຜນການປີ.

ທນບ ສາຂາຈາປາສກສມແຫງທນໃສຂະແໜງກະສກາ - image 2
 

ສ່ວນໂຄງການປູກມັນຕົ້ນ ກໍ່ເຫັນໄດ້ວ່າໃນປີ 2024 ສາຂາປ່ອຍກູ້ທັງໝົດ 84.41 ຕື້ກີບ ໃນເນື້ອທີ່ 5,628 ເຮັກຕາ ມີ 322 ກຸ່ມຜະລິດ, 2,635 ຄອບຄົວ ກວມ 2 ແຂວງ, 14 ເມືອງ, ສາມາດເກັບກູ້ຜົນຜະລິດໄດ້ທັງໝົດ 140,693 ໂຕນ ຄິດເປັນມູນຄ່າ 122.55 ຕື້ກີບ, ຖ້າລົບກັບຕົ້ນທຶນ ທີ່ລົງທຶນໄປສະມາຊິກຍັງມີລາຍຮັບເຫຼືອ 38.14 ຕື້ກີບ ຖືວ່າເປັນລາຍຮັບທີ່ສາມາດມີກໍາໄລໄດ້, ແຕ່ເມື່ອສົມທຽບໃສ່ລາຄາມັນຕົ້ນ ປີ 2023 ເຫັນວ່າລາຍຮັບຫຼຸດລົງເຖິງ 50% ເກີດຈາກປັດໃຈທາງການຕະຫຼາດທີ່ສົ່ງມັນຕົ້ນດິບ, ແຫ້ງໄປສປຈີນຫຼຸດລົງ. ລາຄາຮັບຊື້ພາຍໃນຕົກຕໍ່າ ຖ້າສົມທຽບປີຜ່ານມາ ແຕ່ຂໍ້ດີຍັງມີຜູ້ເກັບຊື້ພາຍໃນປົກກະຕິ ເຮັດໃຫ້ບໍ່ມີຜົນຜະລິດຕົກຄ້າງ ສະມາຊິກຍັງສາມາດຊໍາລະໜີ້ສິນຂອງ ທນບ ໄດ້ເປັນປົກກະຕິທັງຕົ້ນທຶນ ແລະດອກເບ້ຍ.

ທ່ານຫົວໜ້າ ທນບ ສາຂາ ແຂວງຈໍາປາສັກ ຍັງຢືນຢັນ ກ່ຽວກັບການຈັດຕັ້ງປະຕິບັດຕົວຈິງຍັງມີຂໍ້ສະດວກຫຼາຍດ້ານຍ້ອນຄະນະພັກ-ຄະນະອໍານວຍການ ຕະຫຼອດຮອດອໍານາດການປົກຄອງແຕ່ລະຂັ້ນ ມີແນວທາງທີ່ສອດຄ່ອງກັນ ເຮັດໃຫ້ການປະຕິບັດວຽກງານສະດວກສະບາຍ; ມີການເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດຈາກຂັ້ນເທິງ ຕໍ່ກັບສາຂາຢ່າງສະໝ່ໍ່າສະເໝີ; ບັນດາສະມາຊິກພັກ-ພະນັກງານພາຍໃນສາຂາ ມີຄວາມກະຕືລືລົ້ນ ດຸໝັ້ນ ພ້ອມທັງມີຄວາມສາມັກຄີ ບວກໃສ່ກັບແບບແຜນການນໍາພາ ທີ່ສອດຄ່ອງກັບສະພາບທ້ອງຖິ່ນ ເຮັດໃຫ້ໝາກຜົນຂອງວຽກງານອອກມາໄດ້ຕາມເປົ້າໝາຍທີ່ວາງໄວ້.ຄຽງຄູ່ກັນນັ້ນກໍ່ຍັງມີຂໍ້ຫຍຸ້ງຍາກຈຳນວນໜຶ່ງ ຍ້ອນປັດໄຈເລື່ອງລາຄາຜົນຜະລິດບໍ່ແນ່ນອນ ເຮັດໃຫ້ຄວາມຍືນຍົງ ຂອງໂຄງການບໍ່ໝັ້ນຄົງ; ພາກສ່ວນກ່ຽວຂ້ອງບໍ່ສາມາດສະໜອງປັດໄຈການຜະລິດ ເປັນຕົ້ນແນວພັນທີ່ດີມີຄຸນນະພາບໃຫ້ກັບປະຊາຊົນໄດ້ ຍັງເຮັດຕາມຄວາມເຂົ້າໃຈແບບເກົ່າ ເຮັດໃຫ້ຜົນຜະລິດ ບໍ່ສູງເທົ່າທີ່ຄວນ.

ສ່ວນການສະໜອງສິນເຊື່ອໃນໄລຍະໃໝ່ ສາຂາ ໄດ້ມີມາດຕະການປ້ອງກັນຄວາມສ່ຽງແຕ່ຫົວທີໂລດເຊັ່ນ: ສິນເຊື່ອລາຍກຸ່ມກ່ອນຈະສ້າງແຜນສິນເຊື່ອຂັ້ນບ້ານທຸກໆບ້ານ ພະນັກງານຕ້ອງໄດ້ເຜີຍແຜ່ນະໂຍບາຍສິນເຊື່ອເລກທີ 01/ທຫລ ເຊິ່ງເປັນຄູ່ມືໃນການປະຕິບັດວຽກງານສິນເຊື່ອຂອງ ທນບ ໃນປັດຈຸບັນ ໃຫ້ປະຊາຊົນເຂົ້າໃຈ ຕໍ່ກົດລະບຽບຂອງສິນເຊື່ອ ແລະຄວາມຮັບຜິດຊອບ ຕໍ່ໜີ້ສິນ, ບັນດາຂໍ້ຫ້າມໃນການນໍາໃຊ້ເງິນກູ້, ຖ້າເປັນສິນເຊື່ອ ອກສກ ກໍ່ເຜີຍແຜ່ກົດລະບຽບສິນເຊື່ອເລກທີ 1695/ທນບ ພ້ອມເລີຍ; ໂດຍສ້າງຂໍ້ມູນປະຈັກຕາໃຫ້ຜູ້ເຂົ້າຮ່ວມຮັບຟັງລົງທະບຽນ ເພື່ອກວດກາເບີ່ງລາຍຊື່ຜູ້ສະເໜີກູ້ຢືມໄດ້ເຂົ້າຮ່ວມຮັບຟັງບໍ່ ຖ້າບໍ່ໄດ້ເຂົ້າຈະຕັດຊື່ອອກທັນທີ, ຂັ້ນຕອນນີ້ໄດ້ເຊີນຄະນະກໍາມະການຂັ້ນເມືອງ, ຂັ້ນບ້ານລົງເຮັດວຽກຮ່ວມເລີຍ, ການອະນຸມັດເງິນກູ້ ຕ້ອງຜ່ານຄະນະກໍາມະການຮັບຮອງຂັ້ນບ້ານ ເພື່ອປ້ອງກັນການຖິ້ມຄວາມຮັບຜິດຊອບໃສ່ກັນໃນຕໍ່ໜ້າກໍລະນີເກີດມີບັນຫາຕາມມາ, ການເຜີຍແຜ່ນະໂຍບາຍຕ່າງໆນີ້ ເວລາມີກອງປະຊຸມຄະນະກໍາມະການຂັ້ນແຂວງ, ຂັ້ນເມືອງໄດ້ເຜີຍແຜ່ ເພື່ອໃຫ້ຄະນະກໍາມະການກໍາໄດ້ນະໂຍບາຍສິນເຊື່ອຂອງ ທນບ ເວລາລົງຮາກຖານຊີ້ນໍາກຸ່ມບ້ານ ຈິ່ງສາມາດອະທິບາຍໃຫ້ປະຊາຊົນເຂົ້າໃຈໄດ້ຢ່າງຖືກຕ້ອງ.

ທນບ ສາຂາຈາປາສກສມແຫງທນໃສຂະແໜງກະສກາ - image 3
 

ສຳລັບສິນເຊື່ອລາຍບຸກຄົນ, ນິຕິບຸກຄົນ ສາຂາໄດ້ແຕ່ງຕັ້ງຄະນະປະເມີນຫຼັກຊັບ ຂັ້ນສາຂາລົງປະເມີນຮ່ວມກັບໜ່ວຍບໍລິ ການທຸກລາຍ ຖ້າເຫັນວ່າບໍ່ເໝາະສົມ ກໍ່ສາມາດປະຕິເສດກັບທີ່ໄດ້ເລີຍ; ໜ່ວຍບໍລິການ, ຫ້ອງການປະສານງານ ບໍ່ມີສິດປະເມີນຫຼັກຊັບເອງ ແຕ່ມີສິດຮັບຄໍາຮ້ອງຂໍກູ້ຢືມ ແລະສໍາພາດຂໍ້ມູນລູກຄ້າໃນເບື້ອງຕົ້ນ ແລ້ວຈິ່ງສະເໜີຫາສາຂາ ເພື່ອລົງກວດກາໂຄງການ ແລະປະເມີນຫຼັກຊັບຄໍ້າປະກັນ ທັງນີ້ກໍ່ເພື່ອປ້ອງກັນບັນຫາປະເມີນບໍ່ໄປ ຕາມຫຼັກການຂອງສິນເຊື່ອ.

ຜ່ານການນໍາໃຊ້ແບບແຜນການບໍລິຫານ-ຈັດການຄືດັ່ງກ່າວ ສັງເກດເຫັນໄດ້ຈະແຈ້ງວ່າ ການສະໜອງສິນເຊື່ອ ມີຄຸນນະ ພາບ ສາມາດເກັບກູ້ດອກເບ້ຍ ແລະຕົ້ນທຶນໄດ້ ຕາມສັນຍາເປັນປົກກະຕິ ສະມາຊິກຜູ້ກູ້ຢືມນໍາໃຊ້ເງິນກູ້ຖືກຕ້ອງຕາມເປົ້າໝາຍ; ສາມາດສ້າງລາຍຮັບເພີ່ມຂຶ້ນຈາກການຂາຍຜົນຜະລິດ, ຫຼາຍໂຄງການ ຖືກຮັບຮອງເອົາເປັນຕົວແບບ ແລະ ຄອບຄົວຕົວແບບຂອງ ທນບ ໃນແຕ່ລະປີ; ບັນຫາທີ່ສໍາຄັນທີ່ສຸດຄືເຮັດໃຫ້ການຜະລິດຢູ່ຂັ້ນບ້ານເປັນຂະບວນຟົດຟື້ນ ສາມາດສະກັດກັ້ນບັນຫາຫຍໍ້ທໍ້ຮູບແບບຕ່າງໆ ທີ່ເກີດຂຶ້ນກັບວຽກສິນເຊື່ອໄດ້ ເຮັດໃຫ້ການຜະລິດສິນຄ້າອຸປະໂພກ-ບໍລິໂພກຈໍານວນໜຶ່ງສາມາດທົດແທນການນໍາເຂົ້າຂອງເມືອງ, ແຂວງໄດ້ເທື່ອລະກ້າວ ເຮັດໃຫ້ ສາຂາຈໍາປາສັກ ມີສະພາບຄ່ອງທາງການເງິນສາມາດກຸ້ມຕົນເອງ ຕາມແຜນທຸລະກິດປະຈໍາປີດັ່ງທີ່ຕົວເລກໄດ້ລາຍງານມາຂ້າງເທິງ.

(ຂ່າວ: ຣັດສະໝີ ດວງສັດຈະ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ