ທົ່ວແຂວງບໍ່ແກ້ວ ມີຄອບຄົວວັດທະນະທໍາທັງໝົດ  27.674  ຄອບຄົວ

ທົ່ວແຂວງບໍ່ແກ້ວ ມີຄອບຄົວວັດທະນະທໍາທັງໝົດ  27.674  ຄອບຄົວ
ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພ້ອມຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຖວທ ຢູ່ແຂວງບໍ່ແກ້ວ ໃນລະຫວ່າງວັນທີ 12-13 ພະຈິກ ນີ້.
ທ່ານ ສົມຄິດ ວົງປັນຍາ ຫົວໜ້າພະແນກ ຖວທ ແຂວງບໍ່ແກ້ວ ໄດ້ລາຍງານສະພາບລວມຈຸດພິເສດຂອງແຂວງ ໂດຍສະເພາະເເມ່ນວຽກງານ ຖວທ ໄລຍະຜ່ານມາ ໄດ້ສຸມໃສ່ການຂຶ້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ສໍາເລັດການກໍານົດພາລະບົດບາດ ແລະ ແຜນກໍານົດຕໍາແໜ່ງງານ ພ້ອມທັງບັນຈຸສັບຊ້ອນ, ຈັດວາງພະນັກງານ-ລັດຖະກອນເຂົ້າຕາມຕໍາແໜ່ງງານຍັງວ່າງ, ການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ແມ່ນປະຕິບັດຕາມບັນດາຄາດໝາຍ  ແລະ ແຜນວຽກງານຈຸດສຸມສໍາເລັດຕາມແຜນການແຕ່ລະໄລຍະ, ກົນໄກການເຮັດວຽກບໍລິຫານໄດ້ຮັບການປັບປຸງ; ໄດ້ເປັນເຈົ້າການອະນຸລັກ ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາອັນດີງາມ ແລະ ມໍລະດົກອັນລໍ້າຄ່າຂອງຊາດ ຂອງທ້ອງຖິ່ນໃຫ້ຍືນຍົງ ຢ່າງຕໍ່ເນື່ອງ, ມາຮອດປັດຈຸບັນທົ່ວແຂວງ ມີຄອບຄົວວັດທະນະທໍາທັງໝົດ  27.674  ຄອບຄົວ ເທົ່າກັບ 76,08% ຂອງຄອບຄົວທັງໝົດ (36.375 ຄອບຄົວ), ບ້ານວັດທະນະທໍາທັງໝົດ 208 ບ້ານ ເທົ່າກັບ 83,87% ຂອງບ້ານທົ່ວແຂວງ (248 ບ້ານ), ກຸ່ມບ້ານວັດທະນະທໍາທັງໝົດ 14 ກຸ່ມ ເທົ່າກັບ 32,56% ຂອງກຸ່ມບ້ານທັງໝົດ 43 ກຸ່ມບ້ານ ແລະ ໄດ້ເອົາໃຈໃສ່ປົກປັກຮັກສາ, ສົ່ງເສີມວັດທະນະທໍາ ຮີດຄອງປະເພນີລາວ.
ທ່ານ ສົມຄິດ ວົງປັນຍາ ໄດ້ສະເໜີຕໍ່ຮອງລັດຖະມົນຕີກະຊວງ ຖວທ ຄົ້ນຄວ້າໂຕເລກລັດຖະກອນໃຫ້ພະແນກ ຖວທ ແຂວງ ແລະ ຫ້ອງການ ຖວທ ບັນດາເມືອງເພີ່ມອີກ. ພ້ອມທັງຂໍໃຫ້ກົມແຜນການ ແລະ ການຮ່ວມມືສາກົນ ຄົ້ນຄວ້າເຂົ້າແຜນໂຄງການຕິດຕັ້ງເຄື່ອງສົ່ງສະຖານນີວິທະຍຸ ເມືອງເມິງ, ໂຄງການກໍ່ສ້າງຫໍສະໝຸດແຂວງບໍ່ແກ້ວ, ປັບປຸງຫ້ອງວາງສະແດງມູນເຊື້ອຂອງແຂວງ; ຄົ້ນຄວ້າວິຊາການເຕັກນິກໂທລະພາບ ເພື່ອກວດກາສ້ອມແປງໂທລະພາບແຂວງໃຫ້ສາມາດໃຊ້ງານໄດ້ປົກກະຕິ, ແກ້ໄຂກ່ອງສັນຍານ, ຄົ້ນຄວ້າໂທລະໂຄ່ງໃຫ້ບັນດາບ້ານຊາຍແດນ ແລະ ບ້ານທີ່ລະບົບໂທລະໂຄ່ງເປ່ເພ. ນອກຈາກນີ້, ຄົ້ນຄວ້າງົບປະມານສົ່ງເສີມວຽກງານວັດທະນະທໍາ ໃຫ້ກັບແຂວງບໍ່ແກ້ວ ແລະ ກໍ່ສ້າງ-ບໍາລຸງພະນັກງານ-ລັດຖະກອນ ໃຫ້ມີຄວາມເຂັ້ມແຂງ ທາງດ້ານຄວາມຮູ້ ຄວາມສາມາດ, ຕອບສະໜອງວຽກງານໄລຍະໃໝ່ຕື່ມອີກ.
   ໂອກາດນີ້, ທ່ານ ວັນສີ ກົວມົວ ໄດ້ຍ້ອງຍໍຊົມເຊີຍການນໍາພະແນກ ແລະ ພະນັກງານ-ລັດຖະກອນ ທີ່ພ້ອມກັນຈັດຕັ້ງປະຕິບັດວຽກງານ ຖວທ ໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ້ ແລະ ປູກຈິດສໍານຶກໃຫ້ສັງຄົມປົກປັກຮັກສາ ຮີດຄອງປະເພນີອັນດີງາມຂອງຊາດ ກໍຄືຂອງຊົນເຜົ່າ, ອະນຸລັກ ແລະ ປົກປັກຮັກສາວັດຖຸບູຮານ, ວັດຖຸມີຄ່າ ທີ່ໄດ້ເກັບຮັກສາໄວ້ ປະຕິບັດນິຕິກໍາ ແລະ ກົດໝາຍວ່າດ້ວຍມໍລະດົກ, ສົ່ງເສີມການຜະລິດບົດເພງ, ບົດກອນ, ຟອນ, ລໍາຕ່າງໆ ໃຫ້ມີຫຼາຍສີສັນ. 
ພ້ອມກັນນີ້, ທ່ານຮອງລັດຖະມົນຕີ ຖວທ ຍັງໄດ້ນໍາເອົາແຄນ 6 ດວງ ພ້ອມດ້ວຍປຶ້ມເພງ ມາມອບໃຫ້ພະແນກ ຖວທ ແຂວງບໍ່ແກ້ວ ຕື່ມອີກ.
ຂ່າວ-ພາບ: ຄໍາເພັງ ສີສະຫວ່າງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພາຍໃຕ້ການນໍາພາຂອງພັກ ສື່ມວນຊົນລາວເຕີບໃຫຍ່ ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ

ພາຍໃຕ້ການນໍາພາຂອງພັກ ສື່ມວນຊົນລາວເຕີບໃຫຍ່ ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ

ສື່ມວນຊົນລາວ ກຳເນີດທ່າມກາງແປວໄຟປະຕິວັດຕິດພັນກັບຢາດເຫື່ອ, ເລືອດເນື້ອ ແລະ ແປວໄຟແຫ່ງການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າ. ພາຍໃຕ້ການນໍາພາຂອງພັກ ເຮັດໃຫ້ສື່ມວນຊົນລາວເຕີບໃຫຍ່ ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ.
ສານປະຊາຊົນສູງສຸດ ເຊື່ອມຊຶມມະຕິວ່າດ້ວຍການເພີ່ມທະວີການນຳພາຂອງພັກ

ສານປະຊາຊົນສູງສຸດ ເຊື່ອມຊຶມມະຕິວ່າດ້ວຍການເພີ່ມທະວີການນຳພາຂອງພັກ

ສານປະຊາຊົນສູງສຸດ (ສປສສ) ເຜີຍແຜ່ເຊື່ອມຊຶມມະຕິວ່າດ້ວຍການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງໃນໄລຍະໃໝ່ ແລະ ມອບ-ຮັບ ໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ຈັດຂຶ້ນໃນວັນທີ 6 ສິງຫາ ນີ້ ທີ່ ສປສສ, ໃຫ້ກຽດເຜີຍເອກະສານໂດຍ ສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ ເລຂາບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີສະຫາຍຮອງປະທານ, ຫົວໜ້າກົມ, ຮອງກົມ ພ້ອມດ້ວຍພະນັກງານອ້ອມຂ້າງ ສປສສ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ສທໜລ ສະຫຼຸບການເຄື່ອນໄຫວ 6 ເດືອນຕົ້ນປີ

ສທໜລ ສະຫຼຸບການເຄື່ອນໄຫວ 6 ເດືອນຕົ້ນປີ

ສະມາຄົມນັກທຸລະກິດໜຸ່ມລາວ (ສທໜລ) ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຂຶ້ນໃນວັນທີ 6 ສິງຫາ ນີ້ ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ ພາຍໃຕ້ໃນຫົວຂໍ້ “ ການພັດທະນາ ສທໜລ ແລະ ການສົ່ງເສີມຊາວໜຸ່ມສ້າງເສດຖະກິດ“ ໂດຍການເປັນປະທານຂອງ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ນາງ ສຸວາລີ ຄຳຜຸຍ ປະທານສະມາຄົມນັກທຸລະກິດໜຸ່ມລາວ ມີບັນດາທ່ານຮອງເລຂາຂັ້ນສູນກາງ, ຄະນະກົມຈາກສູນກາງຊາວໜຸ່ມ, ຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຟຟ້າຫົງສາຖວາຍທຽນພັນສາແລະຜ້າອາບນໍ້າຝົນແດ່ວັດພາຍໃນເມືອງຫົງສາປະຈໍາປີ2026

ໄຟຟ້າຫົງສາຖວາຍທຽນພັນສາແລະຜ້າອາບນໍ້າຝົນແດ່ວັດພາຍໃນເມືອງຫົງສາປະຈໍາປີ2026

ໃນລະຫວ່າງວັນທີ22ກໍລະກົດ - 4ສິງຫາ2026,ບໍລິສັດໄຟຟ້າຫົງສາຈໍາກັດໄດ້ຈັດກິດຈະກໍາຖວາຍທຽນພັນສາແລະຜ້າອາບນໍ້າຝົນແດ່ວັດພາຍໃນເມືອງຫົງສາຈໍານວນ15ວັດເນື່ອງໃນໂອກາດວັນບຸນເຂົ້າພັນສາປະຈໍາປີ2026ເພື່ອຮ່ວມສືບສານປະເພນີອັນດີງາມແລະສົ່ງເສີມຄຸນຄ່າທາງຈິດໃຈຂອງຊຸມຊົນທ້ອງຖິ່ນໃຫ້ຄົງຢູ່ສືບໄປ
ກອງປະຊຸມຕິດຕາມການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງແຂວງບໍ່ແກ້ວ

ກອງປະຊຸມຕິດຕາມການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງແຂວງບໍ່ແກ້ວ

ໃນວັນທີ 5 ສິງຫານີ້, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ຮ່ວມກັບ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມຕິດຕາມການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງແຂວງບໍ່ແກ້ວ ແລະ ປະເມີນການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ສະບັບເລກທີ 359/ນຍ, ລົງວັນທີ 22 ພະຈິກ 2023 ນັບແຕ່ມື້ປະກາດໃຊ້ມາຮອດປັດຈຸບັນ. ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ພອນວັນ ອຸທະວົງ ເລຂາຄະນະບໍລິຫານງານພັກ ຮອງລັດມົນຕີ ຮອງປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຜູ້ປະຈໍາການ ແລະ ປະທານຮ່ວມ ໂດຍ ທ່ານ ພົຈວ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ. ໃນວັນທີ 5 ສິງຫານີ້, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ຮ່ວມກັບ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມຕິດຕາມການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງແຂວງບໍ່ແກ້ວ ແລະ ປະເມີນການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ສະບັບເລກທີ 359/ນຍ, ລົງວັນທີ 22 ພະຈິກ 2023 ນັບແຕ່ມື້ປະກາດໃຊ້ມາຮອດປັດຈຸບັນ. ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ພອນວັນ ອຸທະວົງ ເລຂາຄະນະບໍລິຫານງານພັກ ຮອງລັດມົນຕີ ຮອງປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຜູ້ປະຈໍາການ ແລະ ປະທານຮ່ວມ ໂດຍ ທ່ານ ພົຈວ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ.
ຈາກພູມປັນຍາທ້ອງຖິ່ນ ສູ່ສະຫະກອນທີ່ເຂັ້ມແຂງ

ຈາກພູມປັນຍາທ້ອງຖິ່ນ ສູ່ສະຫະກອນທີ່ເຂັ້ມແຂງ

ທ່ານ ໄພທອງ ແສງປະທຸມ ປະທານສະຫະກອນ ຜະລິດເສັ້ນເຝີພັດທະນາຊຸມຊົນ ດອນຂະເໝົາ ລາຍງານຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງຕາແສງຂະເໝົາໃນວັນທີວັນທີ 4 ສິງຫາ ນີ້ວ່າ: ເສັ້ນເຝີ ດອນຂະເໝົາ ເມືອງໂຂງ ແຂວງຈຳປາສັກ ມີຈຸດເລີ່ມຕົ້ນຈາກພູມປັນຍາຊາວບ້ານ ທີ່ສືບທອດກັນມາແຕ່ຮຸ່ນປູ່ຍ່າຕາຍາຍ ເຊິ່ງໃນອະດີດແມ່ນເຮັດແບບຄອບຄົວກະແຈກກະຈາຍ, ຕໍ່ມາໃນປີ 2013 ໄດ້ໂຮມໂຕກັນສ້າງຕັ້ງເປັນກຸ່ມຜະລິດ ໂດຍມີ 17 ຄອບຄົວ, ດ້ວຍລົດຊາດ ແລະ ຄຸນນະພາບທີ່ເປັນເອກະລັກ, ໃນປີ 2015 ຈຶ່ງໄດ້ຮັບນາມມະຍົດເປັນສິນຄ້າ ODOP ແຫ່ງຊາດ.
ການນໍາເມືອງທຸລະຄົມ ລົງຕິດຕາມຈຸດລະບາຍນໍ້າ ຢູ່ບ້ານປາກຫາງ

ການນໍາເມືອງທຸລະຄົມ ລົງຕິດຕາມຈຸດລະບາຍນໍ້າ ຢູ່ບ້ານປາກຫາງ

ຍ້ອນຄວາມເປັນຫ່ວງເປັນໃຍຕໍ່ກັບພື້ນຖານການດໍາລົງຊີວິດພໍ່ແມ່ປະຊາຊົນ ໃຫ້ໄດ້ຮັບການແກ້ໄຂທີ່ເໝາະສົມ, ໃນຕອນບ່າຍຂອງວັນທີ 4 ສິງຫາຜ່ານມາ, ທ່ານ ຄໍາເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງທຸລະຄົມ ແຂວງວຽງຈັນ, ທ່ານ ພອນແກ້ວ ແສງສຸລິຈັນ ຮອງຜູ້ອໍານວຍການເຂື່ອນໄຟຟ້າ ນໍ້າມັງ 3, ທ່ານ ຄໍາສອນ ກຸນນະວົງ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ, ມີຄະນະປະຈໍາ ພ້ອມດ້ວຍພະນັກງານວິຊາການ ຈາກຫ້ອງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມ ແລະ ເກັບກໍາຂໍ້ມູນຈຸດລະບາຍນໍ້າກ້ອງທາງເລກ 10 ຢູ່ເຂດບ້ານປາກຫາງ ແລະ ບ້ານໃກ້ຄຽງ.
ກອງປະຊຸມຖອນບົດຮຽນ ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ປ່າໄມ້

ກອງປະຊຸມຖອນບົດຮຽນ ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ປ່າໄມ້

ວັນທີ 5 ສິງຫາ 2026 ນີ້, ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ ຂັ້ນແຂວງ (P-WEN) ແຂວງຈຳປາສັກ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາໂດຍການເປັນປະທານຮ່ວມຂອງ ທ່ານ ໄຊຍະສິດ ວິລະພັດ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ ແລະ ທ່ານ ຈັນຊະນະ ສີຈັນທອງທິບ ຮອງຫົວໜ້າກົມກວດກາ ກະຊວງກະສິກຳ ແລະ ສິ່ງແວດລ້ອມ; ໂດຍມີຜູ້ຕາງໜ້າຈາກກອງບັນຊາການ ປກສ, ປກຊ, ພາສີ, ອົງການໄອຍະການ, ອົງການປົກຄອງທ້ອງຖິ່ນ 5 ເມືອງ (ໂຂງ, ສຸຂຸມາ, ໂພນທອງ, ມຸນລະປາໂມກ, ປະທຸມພອນ) ແລະ ອົງການອະນຸລັກສັດປ່າ (WCS) ເຂົ້າຮ່ວມ.
ນະຄອນ ຫຼວງພະບາງ ປະ​ກາດ​ສ້າງ​ຕັ້ງ 4 ຕາແສງ

ນະຄອນ ຫຼວງພະບາງ ປະ​ກາດ​ສ້າງ​ຕັ້ງ 4 ຕາແສງ

ນະຄອນ ຫຼວງພະບາງ ໄດ້ຈັດພິທີປະກາດສ້າງຕັ້ງ 4 ຕາແສງ ໃນ​ວັນ​ທີ 5 ສິງ​ຫາ​ນີ້ ທີ່ ນະ​ຄອນ ຫຼວງ​ພະ​ບາງ ໂດຍການເປັນປະທານຂອງ ທ່ານ ບຸນເຫຼືອ ສີນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳນະຄອນ ຫຼວງພະບາງ, ຕາງໜ້າພະແນກການ-ກົມກອງ ແລະປະທານບ້ານ ເຂົ້າຮ່ວມ.
ປະກາດ ແຕ່ງຕັ້ງບຸກຄະລາກອນ ປະຈໍາເຂດເລືອກຕັ້ງທີ 12

ປະກາດ ແຕ່ງຕັ້ງບຸກຄະລາກອນ ປະຈໍາເຂດເລືອກຕັ້ງທີ 12

ພິທີປະກາດກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ການແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ຈັດ​ຂຶ້ນ​ໃນ​ວັນ​ທີ 4 ສິງ​ຫາ​ຜ່ານ​ມາ ທີ່ ແຂວງ​ຄຳ​ມ່ວນ ໂດຍການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ກຳມະການສູນກາງພັກ ຮອງປະທານຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ), ມີທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາພັກຄະນະບໍລິຫານງານແຂວງ ປະທານສະພາປະຊາຊົນແຂວງ (ສພຂ), ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ເພີ່ມເຕີມ