ພິທີປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈຳປີ 2023 ຂອງ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 18 ຕຸລາ ນີ້, ໂດຍການເປັນປະທານຂອງ ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກ ຖວທ ແຂວງ, ມີຄະ ນະຮັບຜິດຊອບປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນຂັ້ນແຂວງ ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ເຊື່ອມຊຶມບັນດາເອກະສານສຳຄັນທີ່ຕິດພັນກັບພະນັກງານ-ລັດຖະກອນເປັນ ຕົ້ນ ດຳລັດວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ, ຄຳແນະນຳໃນການຈັດຕັ້ງປະຕິບັດດຳລັດວ່າ ດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ ແລະ ດຳລັດວ່າດ້ວຍການປະເມີນຜົນ ການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ພ້ອມທັງຮັບຟັງວິທີການໃຫ້ຄະແນນຕົນເອງ ແລະ ໝູ່ຄະນະ.
ການປະເມີນ ຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນແມ່ນປະເມີນຕາມ 3 ເນື້ອໃນເຊັ່ນ: ດ້ານຄຸນທາດການເມືອງ, ຄຸນສົມບັດ-ສິນທຳປະຕິວັດ, ມາດຕະຖານວັດແທກດ້ານຄວາມຮູ້, ຄວາມສາມາດ ແລະ ປະສົບການ ແລະ ມາດຕະຖານດ້ານຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານ. ຊຶ່ງພະນັກງານ-ລັດຖະກອນທຸກໆທ່ານຈະໄດ້ໃຫ້ຄະແນນ ພ້ອມທັງຜ່ານບົດປະເມີນຂອງຕົນເອງເພື່ອໃຫ້ໝູ່ ຄະນະຕີລາຄາຕຳນິສົ່ງຂ່າວ ກໍ່ສ້າງຊ່ວຍເຫຼືອຊຶ່ງກັນ ແລະ ກັນ. ທັງນີ້ເພື່ອຕີລາຄາ ແລະ ປະເມີນຜົນຕາມ ມາດຕະຖານວັດແທກ ເພື່ອຊອກໃຫ້ເຫັນຜົນງານ, ຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານຂອງພະນັກ ງານ-ລັດຖະກອນ ລວມທັງກົມກອງລວມໝູ່ ແລະ ຊອກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ ປັບປຸງແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້າ.
ຂ່າວ-ພາບ: ກອງຄຳ

ຄໍາເຫັນ