ບໍລິສັດແພັກຄອນຈະຮ່ວມມືສຶກສາພັດທະນາການທ່ອງທ່ຽວແບບຍືນຍົງ

ຖວທ ນວ ແລະ ບໍລິສັດແພັກຄອນຈະຮ່ວມມືສຶກສາພັດທະນາການທ່ອງທ່ຽວແບບຍືນຍົງ

ຖວທ ນວ ແລະ ບໍລິສັດແພັກຄອນຈະຮ່ວມມືສຶກສາພັດທະນາການທ່ອງທ່ຽວແບບຍືນຍົງ
ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືການສຶກສາພັດທະນາການທ່ອງທ່ຽວນະຄອນຫຼວງວຽງຈັນແບບຍືນຍົງລະຫວ່າງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ (ຖວທ ນວ)

 

 ແລະ ບໍລິສັດແພັກຄອນ ຈຳກັດ ໄດ້ຈັດຂຶ້ນໃນວັນທີ 28 ມັງກອນ ນີ້ ທີ່ພະແນກ ຖວທ ນວ ໂດຍຮ່ວມລົງນາມມີທ່ານນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖວທ ນວ; ທ່ານ ພາກພູມ ສີທິມາກຸລ ປະທານບໍລິສັດ ແພັກຄອນ ຈຳກັດ ແລະ ທ່ານ ສຸລິຍະສັກ ວົງສີປະສົມ ທີ່ປຶກສາໂຄງການບໍລິສັດ ແພກຄອນ ຈຳກັດ ມີຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ການລົງນາມຄັ້ງນີ້ສອງຝ່າຍຈະຮ່ວມກັນສະໜັບສະໜູນ ແລະ ສ້າງການຮ່ວມມືໃນການສຶກສາການພັດທະນາການທ່ອງທ່ຽວນະຄອນຫຼວງວຽງຈັນແບບຍືນຍົງ (Vientiane's Sustainable tourism) ແລະ ໂດຍໃຊ້ນະວັດຕະກຳເຕັກໂນໂລຊີສະໄໝໃໝ່ເຂົ້າມານໍາໃຊ້ໃນການບໍລິການທ່ອງທ່ຽວແບບຍືນຍົງໃຫ້ເປັນຕົ້ນແບບສໍາລັບການຂະຫຍາຍກິດຈະກຳການທ່ອງທ່ຽວໄປຫາສະຖານທີ່ທ່ອງທ່ຽວອື່ນໆຂອງນະຄອນຫຼວງວຽງຈັນໃນອະນາຄົດ ຊຶ່ງໄດ້ຕົກລົງບົນພື້ນຖານຄວາມເປັນເອກະພາບກັນ ສຶກສາໂຄງການການລົງທຶນໂຄງສ້າງພື້ນຖານຮອງຮັບແກ່ການພັດທະນາການທ່ອງທ່ຽວດ້ວຍນະວັດຕະກຳເຕັກໂນໂລຊີເຊັ່ນ: ເຕັກໂນໂລຊີການກໍ່ສ້າງຖະໜົນຫົນທາງ, ການຈັດການພະລັງງານທີ່ສະອາດ (ໄຟຟ້າ ແລະ ນໍ້າມັນ), ການຄຸ້ມຄອງນໍ້າ (ນໍ້າດື່ມ ລະບົບສົ່ງນໍ້າ ນໍ້າປະປາ ນໍ້າເປື້ອນ ລະບົບລະບາຍນໍ້າ ການຄຸ້ມຄອງນໍ້າຖ້ວມ), ການຈັດການຂີ້ເຫຍື້ອ, ການສື່ສານຂໍ້ມູນ 5G ແລະ WiFiສໍາລັບການຄຸ້ມຄອງຕົວເມືອງ ການຮັກສາຄວາມປອດໄພຂອງຕົວເມືອງ, ການສົ່ງເສີມສຸຂະພາບປະຊາຊົນ ຈັດການຈະລາຈອນການຂົນສົ່ງສາທາລະນະ, ການຈັດການອຸບັດເຫດ ແລະ ໄພພິບັດ.

ນອກຈາກນີ້, ຍັງຈະຮ່ວມມືກັນດ້ານການອອກແບບ ແລະ ພັດທະນາແຫຼ່ງທ່ອງທ່ຽວຕົ້ນແບບວາງມາດຕະຖານຄຸນນະພາບເພື່ອພັດທະນາສະຖານທີ່ທ່ອງທ່ຽວໃນອະນາຄົດ, ໂດຍເລີ່ມຈາກການພັດທະນາຈຸດທ່ອງທ່ຽວຄື: ເສັ້ນທາງທ່ອງທ່ຽວທາງນໍ້າ ແລະ ຈຸດຕ່າງໆລວມມີການທ່ອງທ່ຽວແມ່ນໍ້າຂອງ (Mekong Rivera);ທ່ອງທ່ຽວຄອງນໍ້າວຽງຈັນ (ບຶງທາດຫຼວງ); ທ່ອງທ່ຽວທາງນໍ້າຕາມແມ່ນໍ້າງື່ມ ແລະ ເສັ້ນທາງສະຖານທີ່ທ່ອງທ່ຽວອື່ນໆໃນອະນາຄົດ; ສຳລັບເສັ້ນທາງ ແລະ ສະຖານທີ່ທ່ອງທ່ຽວຕາມແຄມຝັ່ງແມ່ນໍ້າຂອງລວມມີ: ທ່ຽວຕະຫຼາດສິນລະປິນ, ທ່ຽວຊົມວິຖີຊີວິດກາງຄືນວຽງຈັນ (ຣາຕີວຽງຈັນ), ທ່ຽວຊົມໂຮງລະຄອນວຽງຈັນທາມ, ທ່ຽວຊົມຖະໜົນຄົນຍ່າງອ້ອມຮອບພະທາດຫຼວງວຽງຈັນ ແລະ ເສັ້ນທາງສະຖານທີ່ທ່ອງທ່ຽວອື່ນໆໃນອະນາຄົດ. ກຳນົດມາດຕະຖານສະຖານທີ່ທ່ອງທ່ຽວເອກະຊົນທີ່ຈະໄດ້ເຂົ້າຮ່ວມພັດທະນາໃນໂຄງການ ອອກແບບລົດທົວໄຟຟ້າທີ່ເປັນສັນຍາລັກຂອງຕົວເມືອງນະຄອນຫຼວງວຽງຈັນ ລວມທັງເຮືອໄຟຟ້າແມ່ນໍ້າຂອງ, ລົດເມທ່ອງທ່ຽວ (ໄຟຟ້າ) ແບບເປີດຫຼັງຄາ (ຂະໜາດກາງ-ໃຫຍ່) ພັດທະນາການຕະຫຼາດ ແລະ ປະຊາສຳພັນທີ່ສະໜັບສະໜູນ ແລະ ຮອງຮັບການພັດທະນາການທ່ອງທ່ຽວເຊັ່ນ: ການພັດທະນາລະບົບ Digital Marketing ສໍາລັບການທ່ອງທ່ຽວ ການພັດທະນາລະບົບ Social Listening,ການທ່ອງທຽວ ພັດທະນາລະບົບ Data Analytic ສໍາລັບການທ່ອງທຽ່ວ ພັດທະນາລະບົບ Big Data.ສໍາລັບການທ່ອງທຽ່ວ ພັດທະນາສິ່ງອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວຮອງຮັບການພັດທະນາການທ່ອງທ່ຽວເຊັ່ນ: ການພັດທະນາລະບົບນິເວດທາງທຸລະກິດການທ່ອງທ່ຽວ (Travel Ecosystem) ເພື່ອເຊື່ອມຕໍ່ນັກທ່ອງທ່ຽວແບບ 1:1 ພັດທະນາໂປຣແກຣມຢູ່ມືຖືສໍາລັບບໍລິການນັກທ່ອງທ່ຽວ, ຜູ້ປະກອບການຮ້ານຄ້າ ແລະ ຜູ້ທີ່ກ່ຽວຂ້ອງກັບທຸລະກິດການທ່ອງທ່ຽວ, ພັດທະນານະວັດຕະກຳເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວໃນດ້ານລະບົບການເຂົ້າ-ອອກປະເທດ ບໍລິການນໍາທ່ຽວ, ການບໍລິການຂົນສົ່ງນັກທ່ອງທ່ຽວ, ບໍລິການຮ້ານອາຫານ, ບໍລິການຮ້ານຂາຍສິນຄ້າ ບໍລິການທີ່ພັກ ແລະ ບໍລິການອື່ນໆ, ອອກແບບ ແລະ ກຳນົດມາດຕະຖານການທ່ອງທ່ຽວໃຫ້ມີຄຸນນະພາບລະດັບສາກົນ ແລະ ການນໍາໃຊ້ໂດຍກົງກັບຜູ້ທີ່ກ່ຽວຂ້ອງຕ່າງໆໃນຕ່ອງໂສ້ການດໍາເນີນທຸລະກິດການທ່ອງທ່ຽວ, ພັດທະນາລະບົບຂໍ້ມູນຂ່າວສານການຄຸ້ມຄອງຈາກພາກສ່ວນທີ່ກ່ຽວຂ້ອງເພື່ອກຳນົດມາດຕະຖານ ແລະ ຮັກສາຄຸນນະພາບດ້ານການທ່ອງທຽ່ວຜ່ານລະບົບຂໍ້ມູນຂ່າວສານແບບລວມສູນ (ສູນບັນຊາ ແລະ ຄວບຄຸມນະຄອນຫຼວງວຽງຈັນ ຫຼື Vientiane's Information Operation Center. V-IoC ເພື່ອວິເຄາະ ແລະ ອອກແບບຕາມຄວາມຕ້ອງການດ້ານວິຊາການ (ຮາດແວ ແລະ ຊັອຟແວ) ສໍາລັບໂຄງການພັດທະນານະວັດຕະກຳການທ່ອງທ່ຽວ “ນະຄອນຫຼວງວຽງຈັນ" (Vientiane's Smart Travel) ບົດບັນທຶກຄວາມເຂົ້າໃຈສະບັບນີ້ມີໄລຍະເວລາການຈັດຕັ້ງປະຕິບັດ 6 ເດືອນ.

ຂ່າວ-ພາບ: ຍຸພິນທອງ

ແຫຼ່ງຂ່າວ: ວຽງຈັນໃໝ່

ຄໍາເຫັນ

ຂ່າວເດັ່ນ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເພີ່ມເຕີມ