ຖວທ ສະຫວັນນະເຂດ ມອບລິຂະສິດເພງໃຫ້ແກ່ວິລະຊົນແຮງງານຄົນທຳອິດຂອງລາວ

ຖວທ ສະຫວັນນະເຂດ ມອບລິຂະສິດເພງໃຫ້ແກ່ວິລະຊົນແຮງງານຄົນທຳອິດຂອງລາວ

ເພື່ອເປັນການເຊີດຊູກຽດສັກສີ ແລະ ເຫັນໄດ້ຄວາມສຳຄັນຂອງວິລະຊົນແຮງງານແຫ່ງຊາດໜຶ່ງດຽວຂອງສປປລາວ, ໃນວັນທີ 25 ຕຸລາຜ່ານມາ, ທ່ານ ໂພສີ ສ້ອຍກຸທິລາດ ຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງສະຫວັນນະເຂດ ພ້ອມດ້ວຍນັກປະພັນເພງຊື່ດັງ (ອາຈານດອກເພັກແດນຈຳພອນ) ແລະ ນັກຮ້ອງທີ່ມີຊື່ສຽງ (ລັ່ງແສງອຳພອນ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງໄດ້ນຳເອົາເພງທີ່ມີຊື່ວ່າ: ‘ວິລະຊົນແຮງງານຕົວຈິງ” ມອບໃຫ້ແກ່ທ່ານ ເກຍ ອູ໊ສິດທິເດດ ວິລະຊົນແຮງງານແຫ່ງຊາດ ທັງເປັນເຈົ້າຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳຢ່າງເປັນທາງການ.
    ໃນໂອກາດດັ່ງກ່າວ, ທ່ານ ທັດ ສີຫາວົງ ຮອງຫົວໜ້າຫ້ອງການບໍລິຫານພະແນກ ຖວທ ແຂວງໄດ້ຜ່ານຂໍ້ຕົກລົງຂອງທ່ານຫົວໜ້າພະແນກ ຖວທ ແຂວງ ວ່າດ້ວຍການອະນຸຍາດນຳໃຊ້ເພງ ‘ວິລະຊົນແຮງງານຕົວຈິງ’ ແລະ ມອບລິຂະສິດເພງດັ່ງກ່າວໃຫ້ຄອບຄົວທ່ານ ເກຍ ອູ໊ສິດທິເດດ ເພື່ອເປັນການເຜີຍແຜ່ຜົນງານອັນໂດດເດັ່ນຂອງວິລະຊົນແຮງງານຄົນທຳອິດຂອງ ສປປລາວ ອອກສູ່ສັງຄົມຢ່າງກວ້າງຂວາງ ໂດຍຜ່ານສື່ຕ່າງໆຢ່າງຖືກຕ້ອງຕາມລະບຽບກົດໝາຍ ພ້ອມນັ້ນພະແນກ ຖວທ ແຂວງ ຍັງໄດ້ມອບໃບສັນລະເສີນໃຫ້ແກ່ທ່ານ ເກຍ ອູ໊ສິດທິເດດ ທີ່ໄດ້ປະກອບສ່ວນວຽກງານເຂົ້າໃນການພັດທະນາວຽກງານ ຖວທ ຢ່າງຮອບດ້ານຕື່ມອີກ.
    ທ່ານ ໂພສີ ສ້ອຍກຸທິລາດ ໄດ້ກ່າວມີຄຳເຫັນ ແລະ ສະແດງຄວາມຂອບໃຈມາຍັງທ່ານ ເກຍ ອູ໊ສິດທິເດດ ທີ່ມີນໍ້ໃຈເສຍສະຫຼະ ປະກອບສ່ວນເຂົ້າໃສ່ການພັດທະນາປະເທດຊາດ ໂດຍສະເພາະການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ແຂວງສະຫວັນນະເຂດ ກໍຄືການປະກອບສ່ວນຊ່ວຍເຫຼືອສັງຄົມດ້ວຍຄວາມສະໝັກໃຈ.
    ໂອກາດນີ້, ທ່ານ ເກຍ ອູ໊ສິດທິເດດ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ໂພສີ ສ້ອຍກຸທິລາດ ແລະ ທ່ານ ຄຳສິດ ພົມມະຈັນ ອາຈານຜູ້ແຕ່ງເພງ, ທ່ານ ລັ່ງ ແສງອຳພອນ ນັກຮ້ອງເພງ ພ້ອມດ້ວຍການຈັດຕັ້ງທຸກພາກສ່ວນທີ່ໄດ້ເອົາໃຈໃສ່ເຫັນໄດ້ເຖິງຜົນງານຂອງຂ້າພະເຈົ້າ ປະດິດແຕ່ງເພງອອກມາເພື່ອໂຄສະນາຜົນ
ງານໃຫ້ສັງຄົມໄດ້ຮັບຮູ້, ການໄດ້ຮັບນາມມະຍົດ ຍ້ອນການຊຸກຍູ້ຂອງສັງຄົມ ແລະ ການປະກອບສ່ວນຂອງ ທຸກໆພາກສ່ວນ ລວມໄປເຖິງປະຊາຊົນໃນແຕ່ລະທ້ອງຖິ່ນ ກໍຄືປະຊາຊົນໃນ 2 ໂຄງການຄື: ການແກ້ໄຂລຶບ ລ້າງຄວາມທຸກຍາກຂອງປະຊາຊົນບ້ານຄໍາປ່າແໜ ເມືອງຊົນນະບູລີ, ບ້ານປ່າກ້ວຍ ເມືອງຈຳພອນ, ບ້ານຕະ ຍົງ ແລະ ບ້ານປະແນະ ຈຸດສຸມຕັງອາໄລ-ລະແບງ ເມືອງນອງ ແຂວງສະຫວັນນະເຂດ, ຕະຫຼອດໄລຍະ 5 ປີ (2016-2021) ເປັນໂອກາດດີທີ່ປະເທດຊາດ ກໍຄືແຂວງສະຫວັນະເຂດໃນເວລານັ້ນ ໄດ້ເປີດຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາ, ໃນປີ 2015 ຂ້າພະເຈົ້າຈຶ່ງໄດ້ຮັບນາມມະຍົດເປັນນັກພັດທະນາດີເດັ່ນ ແລະ ໄດ້ຮັບຫຼຽນນາມມະຍົດວິລະຊົນແຮງງານແຫ່ງຊາດລາວໃນໄລຍະປີຕໍ່ມາ. ໃນພິທີທ່ານຍັງໄດ້ມອບປື້ມບອກເລົ່າ ປະສົບການໂດຍຫຍໍ້ກ່ອນຈະມີວັນນີ້ຂອງທ່ານ ເກຍ ອູ໊ສິດທິເດດ ໃຫ້ພະແນກ ຖວທ ແຂວງນຳອີກ.
ຂ່າວ: ສະຫວັນນະເຂດ

   

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫວັນນະເຂດ ເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ

ສະຫວັນນະເຂດ ເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ

ກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ໄດ້ຈັດຂຶ້ນວັນທີ 21 ເມສານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ
ວາງກະຕ່າດອກໄມ້ ໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ວາງກະຕ່າດອກໄມ້ ໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ຄະນະນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ ເນື່ອງໃນໂອກາດ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ
ໜ່ວຍພັກສະຖານທູດລາວ ທີ່ປັກກິ່ງດຳເນີນກອງປະຊຸມໃຫຍ່ ຄັ້ງທີ III

ໜ່ວຍພັກສະຖານທູດລາວ ທີ່ປັກກິ່ງດຳເນີນກອງປະຊຸມໃຫຍ່ ຄັ້ງທີ III

ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກສະຖານທູດລາວ ທີ່ປັກກິ່ງສປ ຈີນ ໄດ້ຈັດຂຶ້ນໃນວັນທີ 19 ເມສາຜ່ານມານີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມພອນ ສີຈະເລີນ ເລຂາໜ່ວຍພັກເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ.
ຫາລືການແກ້ໄຂບັນຫາຂາດແຄນຄູສອນ ຢູ່ແຂວງຫຼວງພະບາງ

ຫາລືການແກ້ໄຂບັນຫາຂາດແຄນຄູສອນ ຢູ່ແຂວງຫຼວງພະບາງ

ໃນວັນທີ 21 ເມສານີ້ ຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືແກ້ໄຂບັນຫາການຂາດແຄນຄູສອນ ໂດຍການເປັນທານ ຂອງສະຫາຍ ພັນເອກ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ.
ຂະແໜງ ພບ ຈະປັບປຸງການເຮັດວຽກຫຼາຍດ້ານ

ຂະແໜງ ພບ ຈະປັບປຸງການເຮັດວຽກຫຼາຍດ້ານ

ປີ 2024 ທີ່ຜ່ານມາ, ຂະແໜງພະລັງງານ ແລະ ບໍ່ແຮ່ (ພບ) ບົນພື້ນຖານໃນເງື່ອນໄຂ ແລະ ສະພາບລວມທີ່ເກີດຂຶ້ນຂອງເສດຖະກິດໂລກ ແລະ ພາກພື້ນ,ແຕ່ຂະແໜງ ພບ ໄດ້ພ້ອມກັນປຸກລຸກຈິດໃຈເປັນເຈົ້າການໃຫ້ສູງຂຶ້ນ ແລະ ມີຄວາມພະຍາຍາມ ນໍາໃຊ້ທຸກຫົວຄິດປະດິດສ້າງ
ຮັກສາການຫົວໜ້າ ຄຕພ ຕ້ອນຮັບ ບັນດາເອກອັກຄະລັດຖະທູດລາວ

ຮັກສາການຫົວໜ້າ ຄຕພ ຕ້ອນຮັບ ບັນດາເອກອັກຄະລັດຖະທູດລາວ

ໃນວັນທີ 18 ເມສາ ຜ່ານມານີ້, ທ່ານ ບຸນເຫຼືອ ພັນດານຸວົງຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຈໍານວນ 4 ທ່ານ ທີ່ຈະໄປດໍາລົງຕໍາແໜ່ງເອກອັກຄະລັດຖະທູດ ຢູ່ຕ່າງປະເທດ,ໂດຍມີ ທ່ານ ຈາຕຸລົງ ບົວສີສະຫວັດ
ການເພີ່ມພື້ນທີ່ສີຂຽວໃນຕົວເມືອງມີຄວາມສໍາຄັນຫຼາຍ

ການເພີ່ມພື້ນທີ່ສີຂຽວໃນຕົວເມືອງມີຄວາມສໍາຄັນຫຼາຍ

ໂດຍ: ວັນເພັງ ອິນທະໄຊ ການເພີ່ມພື້ນທີ່ສີຂຽວໃນຕົວເມືອງ ໂດຍສະເພາະໃນນະຄອນຫຼວງວຽງຈັນ(ນວ) ເປັນໜຶ່ງບັນຫາສໍາຄັນຫຼາຍ ທີ່ພາກສ່ວນກ່ຽວຂ້ອງ ມີຄວາມພະຍາຍາມໃນການເພີ່ມພື້ນທີ່ສີຂຽວ ໃນຕົວເມືອງ. ໃນນັ້ນ, ປະເທດເພື່ອນບ້ານ,
ຮອງປະທານ ສນຊ ຜູ້ປະຈໍາການ ຢ້ຽມຢາມ ເຜົ່າກຣີ

ຮອງປະທານ ສນຊ ຜູ້ປະຈໍາການ ຢ້ຽມຢາມ ເຜົ່າກຣີ

ໃນວັນທີ 20 ເມສານີ້, ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກຮອງປະທານ ສູນກາງແນວລາວສ້າງຊາດ (ສນຊ) ຜູ້ປະຈໍາການ ພ້ອມດ້ວຍຄະນະ ລົງເຄື່ອນໄຫວວຽກງານແນວລາວສ້າງຊາດ ຢູ່ແຂວງໄຊຍະບູລີ ຊຶ່ງຄະນະໄດ້ໄປຢ້ຽມຢາມຊີວິດການເປັນຢູ່ຂອງຊົນເຜົ່າກຣີ (ເຜົ່າຕອງເຫຼືອງ)
ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ໂດຍ: ສ.ບຸດປະຊາ ອັດຕາເງິນເຟີ້ຂອງ ສປປ ລາວ ໃນໄລຍະ 3 ເດືອນຕົ້ນປີ 2025 ໄດ້ມີຈັງຫວະທີ່ຊ້າລົງຕິດຕໍ່ກັນ ຊຶ່ງສາເຫດຕົ້ນຕໍ ທີ່ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ລະບຸໃນບົດລາຍງານອັດຕາເງິນເຟີ້ ປະຈໍາເດືອນມັງກອນ, ກຸມພາ ແລະ ມີນາ
ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ເມື່ອບໍ່ດົນມານີ້,ກະຊວງການເງິນ ແລະ ບໍລິສັດ ໄອຄິວຣີ້ເທັກ ຈໍາກັດ ໄດ້ລົງນາມສັນຍາພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝລວມສູນ ໂດຍການລົງນາມຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ສີສຸລິນ ໂຊກໄຊ
ເພີ່ມເຕີມ