ທູດລາວ ປະຈຳ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ

ທູດລາວ ປະຈຳ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ
ສະຫາຍ ນາງ ຄຳເພົາ ເອີນທະວັນ    ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ  ໄດ້ເຂົ້າຢ້ຽມຂ່ຳນັບ ແລະ ພົບປະ ກັບ ສະຫາຍ ດິງ ຕຽນ ຢຸງ ກຳມະການກົມການເມືອງ ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ເມື່ອບໍ່ດົນມານີ້ ທີ່ ນະຄອນຫຼວງຮ່າໂນ້ຍ, ໃນໂອກາດທີ່ສະຫາຍໄດ້ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດລາວຄົນໃໝ່ປະຈໍາຫວຽດນາມ.
    ໃນໂອກາດນີ້, ສະຫາຍ ນາງ ຄຳເພົາ ເອີນທະວັນ ໄດ້ນຳເອົາຄຳຢື້ຢາມຖາມຂ່າວ ແລະ ຄຳອວຍພອນໄຊອັນປະເສີດ ຈາກສະຫາຍເລຂາພັກນະຄອນຫຼວງວຽງຈັນ ກໍຄືການນຳທຸກຂັ້ນຂອງ ສປປ ລາວ ມາຍັງ ສະຫາຍ ດິງ ຕຽນ ຢຸງ ພ້ອມດ້ວຍການນຳຂັ້ນສູງຂອງຫວຽດນາມ. ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມຂອງສະຫາຍເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ແລະ ສະແດງຄວາມຮູ້ສຶກປິຕິຍິນດີເປັນຢ່າງຍິ່ງຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມໃນໄລຍະຜ່ານມາ ຊຶ່ງສາມາດນຳພາປະເທດຊາດຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນນະຄອນຫຼວງຮ່າໂນ້ຍ ໄດ້ຮັບການພັດທະນາຢ່າງວ່ອງໄວ ແລະ ກ້າວກະໂດດ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນເຫັນໄດ້ຢ່າງຈະແຈ້ງ. ສະຫາຍ ນາງ ຄຳເພົາ ເອີນທະວັນ ໄດ້ຕີລາຄາສູງຕໍ່ຜົນສຳເລັດການເຄື່ອນໄຫວວຽກງານຕ່າງປະເທດຂອງຫວຽດນາມ ໂດຍສະເພາະແມ່ນນະຄອນຫຼວງຮ່າໂນ້ຍ ໄດ້ມີການເຄື່ອນໄຫວຢ່າງຫຼວງຫຼາຍຂອງບັນດາການນຳຫວຽດນາມ ໄດ້ເຄື່ອນໄຫວເຂົ້າຮ່ວມກອງປະຊຸມສາກົນໃນລະດັບສອງຝ່າຍ ແລະ ຫຼາຍຝ່າຍໃນໄລຍະຜ່ານມາ. ພ້ອມທັງໄດ້ຕ້ອນຮັບການມາຢ້ຽມຢາມຫວຽດນາມຢ່າງເປັນທາງການ, ການເຂົ້າຮ່ວມກອງປະຊຸມຫຼາຍຝ່າຍຂອງການນຳສູງສຸດຕ່າງປະເທດຫຼາຍຄະນະ ຊຶ່ງໄດ້ເຮັດໃຫ້ຖານະ ແລະ ບົດບາດຂອງ ສສ ຫວຽດນາມ ພົ້ນເດັ່ນຂຶ້ນໃນພາກພື້ນ ແລະ ສາກົນຢ່າງຈະແຈ້ງ. ສະຫາຍເຊື່ອໝັ້ນວ່າ, ສສ ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນ ນະຄອນຫຼວງຮ່າໂນ້ຍ ຈະປະສົບຜົນສຳເລັດໃນວິໄສທັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງຕົນ ຕາມແຜນການທີ່ໄດ້ວາງໄວ້. 
ໃນໂອກາດດຽວກັນນີ້, ສະຫາຍທູດຍັງໄດ້ຕາງໜ້າໃຫ້ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈຕໍ່ການນຳ ພັກ, ລັດ ແລະ ປະຊາຊົນຫວຽດນາມເວົ້າລວມ, ເວົ້າສະເພາະແມ່ນນະຄອນຫຼວງຮ່າໂນ້ຍ ທີ່ໄດ້ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ  ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຈະສືບຕໍ່ເປັນຂົວຕໍ່, ຮ່ວມມືກັບທຸກພາກສ່ວນຂອງທັງສອງຝ່າຍປະຕິບັດໜ້າທີ່ດັ່ງກ່າວນີ້ໃຫ້ນັບມື້ມີໝາກຜົນຍິ່ງໆຂຶ້ນ.
ສະຫາຍ ດິງ ຕຽນ ຢຸງ ໄດ້ສະແດງຄວາມຊົມເຊີຍທີ່ສະຫາຍ ນາງ ຄຳເພົາ ເອີນທະວັນ ໄດ້ມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດລາວປະຈໍາ ສສ ຫວຽດນາມ. ດ້ວຍຄວາມໄວ້ເນື້ອເຊື່ອໃຈຂອງການນຳ ຂັ້ນສູງພັກ, ລັດ ລາວ ສະຫາຍເອກອັກຄະລັດຖະທູດລາວຄົນໃໝ່ ຈະສືບຕໍ່ເປັນຂົວຕໍ່ ແລະ ປະຕິບັດໜ້າທີ່ການເມືອງ ຂອງຕົນທີ່ໄດ້ຮັບມອບໝາຍໃຫ້ສຳເລັດຜົນໃຫຍ່ຫຼວງກວ່າເກົ່າ. ສຳລັບນະຄອນຫຼວງຮ່າໂນ້ຍ ແມ່ນພ້ອມແລ້ວທີ່ຈະໃຫ້ການສະໜັບສະໜູນ, ຊຸກຍູ້ການຮ່ວມມືກັບນະຄອນຫຼວງວຽງຈັນ ໃນການພັດທະນາຊັບພະຍາກອນມະນຸດ, ບຳລຸງສ້າງພະນັກງານການນຳຂອງນະຄອນຫຼວງວຽງຈັນ.
ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ

ຄໍາເຫັນ

ຂ່າວການຮ່ວມມື

ຮອງລັດຖະມົນຕີ ເຂົ້າຮ່ວມກອງປະຊຸມປຶກສາຫາລືສອງຝ່າຍ ລາວ-ສິງກະໂປ ຄັ້ງທີ IIທີ່ ສິງກະໂປ

ຮອງລັດຖະມົນຕີ ເຂົ້າຮ່ວມກອງປະຊຸມປຶກສາຫາລືສອງຝ່າຍ ລາວ-ສິງກະໂປ ຄັ້ງທີ IIທີ່ ສິງກະໂປ

ໃນວັນທີ 21ກໍລະກົດ ຜ່ານມານີ້ ທີ່ ກະຊວງການຕ່າງປະເທດສິງກະໂປ ໄດ້ມີການຈັດກອງປະຊຸມປຶກສາຫາລືສອງຝ່າຍ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ສິງກະໂປ ຄັ້ງທີ II ຊຶ່ງຕາງໜ້າຝ່າຍລາວ ນໍາພາຄະນະເຂົ້າຮ່ວມໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າຈາກຝ່າຍສິງກະໂປ ເຂົ້າຮ່ວມໂດຍ ທ່ານນາງ ຟູ ຈີ ເຊຍ (Foo Chi Hsia) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ພ້ອມດ້ວຍຄະນະ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ເເບບຄົບຄະນະ ຄັ້ງທີ 59 ເເບບວົງເເຄບ ແລະ ກອງປະຊຸມປຶກສາຫາລື

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ເເບບຄົບຄະນະ ຄັ້ງທີ 59 ເເບບວົງເເຄບ ແລະ ກອງປະຊຸມປຶກສາຫາລື

ໃນຕອນເຊົ້າວັນທີ 21 ກໍລະກົດ ນີ້ ທີ່ມະນິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ນາງ ມາ ເຕເຣຊາ ລາຊາໂຣລັດຖະມົນຕີຕ່າງປະເທດ ຟີລິບປິນ. ໃນພິທີເປີດ ໄດ້ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນເປັນຕົ້ນແມ່ນ ບັນດາລັດຖະມົນຕີຕ່າງປະເທດອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ແຂກຮັບເຊີນຈາກບັນດາຂະແໜງການຕ່າງໆ.
ລັດຖະມົນຕີກະຊວງການຕ່າງປະເທດລາວ-ຣັດເຊຍພົບປະສອງຝ່າຍ

ລັດຖະມົນຕີກະຊວງການຕ່າງປະເທດລາວ-ຣັດເຊຍພົບປະສອງຝ່າຍ

ໃນວັນທີ 21 ກໍລະກົດ2026ນີ້, ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມປິ່ນອ້ອມ ທີ່ ນະຄອນຫຼວງມະນິລາສາທາລະນະລັດ ຟິລິບປິນ, ທ່ານ ທອງສະຫວັນ ພົມວິຫານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ເຊຣເກ ລາວະຣົບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ.
ທ່ານ ທອງສະຫວັນ ພົມວິຫານ ພົບປະກັບ ລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ທ່ານ ທອງສະຫວັນ ພົມວິຫານ ພົບປະກັບ ລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໃນວັນທີ 21 ກໍລະກົດ ຜ່ານມານີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ເຈົ້າຊາຍ ອັບດູລ ມາທີນ ໂບລເກຍ (His Royal Highness Prince Abdul Mateen Bolkiah) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ບຣູໄນ ດາຣູຊາລາມ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງທີ່ ນະຄອນຫຼວງມະນິລາສາທາລະນະລັດ ຟິລິບປິນ.
ຮອງນາຍົກລັດຖະມົນຕີ ພົບປະສອງຝ່າຍກັບລັດຖະມົນຕີກະຊວງການຕ່າງປະເທດອົສຕຣາລີ

ຮອງນາຍົກລັດຖະມົນຕີ ພົບປະສອງຝ່າຍກັບລັດຖະມົນຕີກະຊວງການຕ່າງປະເທດອົສຕຣາລີ

ໃນວັນທີ 21 ກໍລະກົດນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ເພັນນີ ວອງ (Penny WONG) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງອົສຕຣາລີ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 19-25 ກໍລະກົດ 2026 ທີ່ນະຄອນຫຼວງມະນິລາ ສາທາລະນະລັດ ຟີລິບປິນ.
ເລຂາພັກແຂວງອັດຕະປື ຕ້ອນຮັບກົງສູນໃຫຍ່ ກຳປູເຈຍ ປະຈຳພາກໃຕ້

ເລຂາພັກແຂວງອັດຕະປື ຕ້ອນຮັບກົງສູນໃຫຍ່ ກຳປູເຈຍ ປະຈຳພາກໃຕ້

ທ່ານ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງອັດ​ຕະ​ປືໄດ້ຕ້ອນຮັບການເຂົ້າຢ້ຽມຢາມ ແລະ ພົບປະຂອງ ທ່ານ ດາວ ບົດມຸນີ ກົງສູນໃຫຍ່ ແຫ່ງ ຣາຊະອານາຈັກ ກຳປູເຈຍ ປະຈຳພາກໃຕ້ຂອງ ສ​ປ​ປລາວ ( ທີ່ນະຄອນປາກເຊ)ພ້ອມດ້ວຍຄະນະ ເມື່ອ​ວັນ​ທີ 21 ກໍ​ລະ​ກົດ​ນີ້ ທີ່​ ແຂວງ​ອັດ​ຕະ​ປື, ເນື່ອງໃນໂອກາດທີ່ມາຮັບໜ້າທີ່ເປັນ​ກົງ​ສູນ​ໃຫຍ່ ປະ​ຈຳ​ພາກ​ໃຕ້​ຂອງ ສ​ປ​ປລາວຄົນໃໝ່.
ມູນນິທິ GX ຮົງກົງ ສືບຕໍ່ໂຄງການປ້ອງກັນພະຍາດໄຂ້ເລືອດອອກຕາມເສັ້ນທາງລົດໄຟລາວ-ຈີນ

ມູນນິທິ GX ຮົງກົງ ສືບຕໍ່ໂຄງການປ້ອງກັນພະຍາດໄຂ້ເລືອດອອກຕາມເສັ້ນທາງລົດໄຟລາວ-ຈີນ

ມູນນິທິ GX ຮົງກົງ ຮ່ວມກັບ ສຳນັກງານໃຫຍ່ທາງລົດໄຟລາວ-ຈີນ ໄດ້ຈັດກິດຈະກຳເຜີຍແຜ່ກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດໄຂ້ເລືອດອອກ ຂຶ້ນໃນວັນທີ 20 ກໍລະກົດ ນີ້ ທີ່ສໍານັກງານໃຫຍ່ທາງລົດໄຟລາວ-ຈີນ ໂດຍມີ ທ່ານ ລຽງ ເຈິງຢິງ (LEUNG Chun-ying) ປະທານມູນນິທິ GX, ທ່ານ ລູ່ ຫາຍໂຈວ (Mr.Lu haizhou) ຜູ້ອຳນວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນ, ທ່ານ ນາງ ພູນ ເຢີນເຢິນ (POON Yen-yen) ຜູ້ອຳນວຍການໂຄງການອາຊີຕາເວັນອອກສ່ຽງໃຕ້ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ພະນັກງານເຂົ້າຮ່ວມ.
ທ່ານ ໄມທອງ ທໍາມະວົງສາ ​ພົບ​ປະ​ກັບ​ທ່ານລັດຖະມົນຕີເລຂາທິການ  ລັດຖະບານ ສ ອິດສະລາມ ໂມຣີຕານີ

ທ່ານ ໄມທອງ ທໍາມະວົງສາ ​ພົບ​ປະ​ກັບ​ທ່ານລັດຖະມົນຕີເລຂາທິການ ລັດຖະບານ ສ ອິດສະລາມ ໂມຣີຕານີ

ໃນວັນທີ 20 ກໍລະກົດ ຜ່ານມານີ້ ທີ່ ​ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງ​ສາຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້​ຕ້ອນ​ຮັບ ແລະ ພົບປະກັບ ທ່ານ ມອກຕາ ລາມ(Moctar LAM) ລັດຖະມົນຕີ ເລຂາທິການລັດຖະບານ ສາທາລະນະລັດ ອິດສະລາມ ໂມຣີຕານີ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 18-21 ກໍລະກົດ 2026 ນີ້.
ກອງປະຊຸມຄະນະກໍາມະການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້ ແລະ ກອງປະຊຸມພົບປະ ລມຕ ອາຊຽນ ແລະ ຄະນະກຳມາທິການ

ກອງປະຊຸມຄະນະກໍາມະການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້ ແລະ ກອງປະຊຸມພົບປະ ລມຕ ອາຊຽນ ແລະ ຄະນະກຳມາທິການ

ໃນວັນທີ 20 ກໍລະກົດຜ່ານມານີ້ ທີ່ມະນິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມຄະນະກໍາມະການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້ ແລະ ກອງປະຊຸມພົບປະລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ ແລະ ຄະນະກຳມາທິການລະຫວ່າງລັດຖະບານອາຊຽນວ່າດ້ວຍສິດທິມະນຸດ ໂດຍການເປັນປະທານຂອງ ລັດຖະມົນຕີຕ່າງປະເທດຟີລິບປິນ ພ້ອມດ້ວຍບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ທ່ານ ໄມທອງ ທໍາມະວົງສາພົບປະກັບ ທ່ານເລຂາທິການບໍລິຫານງານຂອງອົງການCTBTO

ທ່ານ ໄມທອງ ທໍາມະວົງສາພົບປະກັບ ທ່ານເລຂາທິການບໍລິຫານງານຂອງອົງການCTBTO

ໃນວັນທີ 20 ກໍລະກົດນີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕ້ອນຮັບການພົບປະຂອງທ່ານ ໂຣເບີດ ໂຟລຍ(Robert Floyd), ເລຂາທິການບໍລິຫານງານຂອງອົງການສົນທິສັນຍາວ່າດ້ວຍການເກືອດຫ້າມການທົດລອງອາວຸດນິວເຄລຍທຸກຮູບແບບ (Comprehensive Nuclear-Test-Ban Treaty Organization: CTBTO) ໃນໂອກາດທີ່ມາເຮັດວຽກກັບບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກໍຄືຢູ່ ສປປ ລາວ ໃນລະຫວ່າງວັນທີ 19-22 ກໍລະກົດ 2026.
ເພີ່ມເຕີມ