ຍີ່ປຸ່ນກຳລັງພິຈາລະນາໃຫ້ພະນັກງານລັດສາມາດເຮັດວຽກ 4 ມື້ຕໍ່ອາທິດ

ໂຕກຽວ ພິຈາລະນາໃຫ້ພະນັກງານລັດເຮັດວຽກ 4 ມື້ຕໍ່ອາທິດ

ໂຕກຽວ ພິຈາລະນາໃຫ້ພະນັກງານລັດເຮັດວຽກ 4 ມື້ຕໍ່ອາທິດ
ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດ ຜ່ານມາວ່າ: ອຳນາດການປົກຄອງນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນກຳລັງພິຈາລະນາໃຫ້ພະນັກງານລັດສາມາດເຮັດວຽກ 4 ມື້ຕໍ່ອາທິດ

ເລີ່ມຕັ້ງແຕ່ປີງົບປະມານໜ້າຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການສ້າງຄວາມດຸ່ນດ່ຽງລະຫວ່າງອາຊີບການງານ ແລະ ການເບິ່ງແຍງເດັກນ້ອຍ.

ທ່ານ ຍູຣິໂກະ ໂຄອິເກະ ເຈົ້າຄອງນະຄອນຫຼວງໂຕກຽວ ເປີດເຜີຍກ່ອນໜ້ານີ້ວ່າ: ແຜນລິເລີ່ມດັ່ງກ່າວອະນຸຍາດໃຫ້ພະນັກງານຂອງເທດສະບານນໍາໃຊ້ລະບົບເຮັດວຽກທີ່ມີຄວາມຍືດຍຸ່ນ ຊຶ່ງຕອບສະໜອງຄວາມຕ້ອງການສ່ວນຕົວຂອງພວກເຂົາໄດ້.

ພາຍໃຕ້ລະບົບການເຮັດວຽກ 4 ມື້, ພະນັກງານລັດທີ່ມີຄຸນສົມບັດຜ່ານເກນຈະສາມາດພັກວຽກເພີ່ມໄດ້ 1 ມື້ຕໍ່ອາທິດ. ໂດຍບໍ່ໄດ້ລວມເອົາຜູ້ທີ່ເຮັດວຽກນອກເວລາຫຼືມີຕໍາແໜ່ງທີ່ຈັດສັນຕາມປີງົບປະມານ.

ປັດຈຸບັນ, ພະນັກງານລັດທີ່ເຮັດວຽກ 155 ຊົ່ວໂມງໃນໄລຍະ 4 ອາທິດສາມາດພັກວຽກເພີ່ມອີກໄດ້ 1 ມື້ໃນໄລຍະດັ່ງກ່າວ. ຖ້າຫາກເລີ່ມນຳໃຊ້ລະບົບໃໝ່ແລ້ວ ຊົ່ວໂມງການເຮັດວຽກທີ່ຈຳເປັນທັງໝົດຈະຍັງຄົງຄືເກົ່າແຕ່ພະນັກງານຈະໄດ້ຮັບອະນຸຍາດໃຫ້ພັກວຽກເພີ່ມໄດ້ 1 ມື້ ພາຍໃນ 1ອາທິດ.

ພາກພື້ນອື່ນໆໃນຍີ່ປຸ່ນເລີ່ມໃຊ້ລະບົບທີ່ຄ້າຍຄືກັນໃນປີນີ້ ເຊັ່ນ: ແຂວງອິບາຣາກິ ແລະ ຊິບະ. ໂດຍແຂວງຊິບະລາຍງານວ່າມີພະນັກງານ 150 ຄົນ ທີ່ໄດ້ຮັບຜົນປະໂຫຍດຈາກລະບົບດັ່ງກ່າວນັບແຕ່ວັນທີ 1 ພະຈິກ ຜ່ານມາ.

ເຈົ້າຄອງນະຄອນໂຄອິເກະ ເນັ້ນໜັກເຖິງຄວາມຈຳເປັນຂອງການປະຕິຮູບເພື່ອໜູນຊ່ວຍແມ່ຍິງສາມາດສືບຕໍ່ເຮັດວຽກໄດ້ ເຖິງວ່າຈະມີການປ່ຽນແປງໃນຊີວິດຂອງເຂົາເຈົ້າເຊັ່ນ: ການເກີດລູກ ແລະ ການລ້ຽງດູລູກ. ໂຄງການນີ້ຍັງມີຈຸດປະສົງເພື່ອເປັນແບບຢ່າງໃຫ້ບັນດາວິສາຫະກິດຢູ່ນະຄອນຫຼວງໂຕກຽວໃຊ້ມາດຕະການທີ່ຄ້າຍຄືກັນ.

ແຜນການດັ່ງກ່າວມີຂຶ້ນຍ້ອນວ່າຈໍານວນການເກີດໃນປະເທດຍີ່ປຸ່ນປີ 2024 ມີທ່າອ່ຽງຫຼຸດລົງຕໍ່າກວ່າ 700,000 ຄົນເປັນຄັ້ງທໍາອິດ. ໂດຍຂໍ້ມູນເປີດເຜີຍວ່າ: ໂຕເລກໃນເຄິ່ງປີທໍາອິດຫຼຸດລົງ 6.3%ຈາກປີກ່ອນ, ຍັງເຫຼືອ 329,998 ຄົນ.

ຄໍາເຫັນ

ຂ່າວຕ່າງປະເທດ

ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ

ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ທັນວາ ຜ່ານມາວ່າ: ຂໍ້ມູນຈາກທະນາຄານ Barclays ຊີ້ໃຫ້ເຫັນວ່າ, ການໃຊ້ຈ່າຍຜ່ານບັດເດບິດ ແລະ ບັດເຄຣດິດຂອງຜູ້ຊື້ສິນຄ້າຊາວອັງກິດໃນປີ 2025 ຫຼຸດລົງເປັນຄັ້ງທຳອິດນັບຕັ້ງແຕ່ການລະບາດຂອງ ໂຄວິດ-19. ເຖິງຢ່າງໃດກໍຕາມ, ຊາວອັງກິດຍັງຄົງເຕັມໃຈທີ່ຈະໃຫ້ຄວາມສຸກຕົນເອງດ້ວຍການຊື້ສິນຄ້າຟຸ່ມເຟືອຍ ລວມທັງໃຊ້ຈ່າຍກັບການຫາປະສົບການໃໝ່ໆ.
ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດ

ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດ

ຂ່າວຕ່າງປະເທດລາຍງານໃນວັນທີ 30 ທັນວາ ຜ່ານມາວ່າ: ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດໃນປະຫວັດສາດຂອງໂລກ, ໂດຍອ້າງເຖິງການເຜົາໄໝ້ເຊື້ອໄຟຟອດຊິວຢ່າງບໍ່ຢຸດຢັ້ງເປັນສາເຫດຫຼັກຂອງໄພພິບັດທົ່ວໂລກ, ໄດ້ເອົາຊີວິດຄົນນັບບໍ່ຖ້ວນ ແລະ ກໍ່ໃຫ້ເກີດຄວາມເສຍຫາຍທີ່ບໍ່ສາມາດວັດແທກໄດ້.
ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້ວ່າ: ຄະ​ນະ​ກຳ​ມະ​ການ​ກົດ​ລະ​ບຽບ​ພາ​ສີ​ຂອງ​ລັດ​ຖະ​ບານ​ຈີນ​ ໄດ້​ເຜີຍ​ແຜ່ “ແຜນ​ການ​ປັບ​ປຸງ​ພາ​ສີ​ປີ 2026”, ແຜນ​ການ​ສະ​ບັບ​ນີ້​ຈະຈັດ​ຕັ້ງ​ປະ​ຕິ​ບັດ​ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026 ເປັນ​ຕົ້ນ​ໄປ.
ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ມາເລເຊຍໄດ້ຮັບເງິນລົງທຶນທັງໝົດ 54.13 ຕື້ຣິງກິດ (ປະມານ 13.33 ຕື້ໂດລາ) ໃນໄຕມາດທີສາມຂອງປີ 2025 ພາຍໃຕ້ໂຄງການສົ່ງເສີມເສດຖະກິດດີຈີຕອນ “Malaysia Digital” ຊຶ່ງຊ່ວຍສ້າງວຽກເຮັດງານທໍາທີ່ມີຄຸນນະພາບສູງຫຼາຍກວ່າ 21,815 ຕໍາແໜ່ງໃນ 402 ບໍລິສັດດີຈີຕອນ.
ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ທັນວາ ຜ່ານມາວ່າ: Roscosmos ຊຶ່ງເປັນອົງການອາວະກາດຂອງຣັດເຊຍ ໄດ້ລາຍງານການຍິງຈະຫຼວດ Soyuz-2.1b ທີ່ບັນທຸກດາວທຽມ 52 ດວງເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສຳເລັດຜົນໃນຕອນບ່າຍວັນທີ 28 ທັນວາ ຜ່ານມາ.
ອິນໂດເນເຊຍ ວາງແຜນຈະນຳເຂົ້ານໍ້າຕານອຸດສາຫະກຳ 3.1 ລ້ານໂຕນ

ອິນໂດເນເຊຍ ວາງແຜນຈະນຳເຂົ້ານໍ້າຕານອຸດສາຫະກຳ 3.1 ລ້ານໂຕນ

ຂ່າວຕ່າງປະເທດລາຍງານໃນວັນທີ 30 ທັນວາ ຜ່ານມາວ່າ: ທ່ານ ຕາຕັງ ຍູເລຍໂນ ເຈົ້າໜ້າທີ່ອາວຸໂສຈາກກະຊວງປະສານງານດ້ານອາຫານຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍ ວາງແຜນທີ່ຈະນຳເຂົ້ານ້ຳຕານ 3.1 ລ້ານໂຕນ ສຳລັບການນຳໃຊ້ໃນຂະແໜງອຸດສາຫະກຳໃນປີ 2026. ໂດຍປະລິມານການນຳເຂົ້ານີ້ແມ່ນແນໃສ່ຕອບສະໜອງຄວາມຕ້ອງການຂອງຂະແໜງການຜະລິດເປັນຫຼັກ, ໂດຍເນັ້ນໜັກວ່າລັດຖະບານບໍ່ມີແຜນການທີ່ຈະນຳເຂົ້ານ້ຳຕານສຳລັບການບໍລິໂພກໃນຄົວເຮືອນ.
ຫວຽດນາມ ຖື​ການ​ພັດ​ທະ​ນາ​ທັກ​ສະ​ດີ​ຈີ​ຕອນ​ໃຫ້​​ປວງ​ຊົນ​ແມ່ນ​ຈຸດ​ສຸມ​​ການ​ຫັນ​ເປັນ​ດີ​ຈີ​ຕອນ

ຫວຽດນາມ ຖື​ການ​ພັດ​ທະ​ນາ​ທັກ​ສະ​ດີ​ຈີ​ຕອນ​ໃຫ້​​ປວງ​ຊົນ​ແມ່ນ​ຈຸດ​ສຸມ​​ການ​ຫັນ​ເປັນ​ດີ​ຈີ​ຕອນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 29 ທັນວາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ສະຖາບັນບັນດິດວິທະຍາສາດ-ສັງຄົມ ຫວຽດນາມ ຈັດເວທີປາໄສວິທະຍາສາດ 2025 “ຄຸ້ມຄອງການພັດທະນາເສດຖະກິດ - ສັງຄົມຫວຽດນາມ ໃນສະພາບການຫັນເປັນດີຈີຕອນ” ເພື່ອແນໃສ່ບົດບາດຂອງການຫັນເປັນດີຈີຕອນ ໃນການປ່ຽນແປງໃໝ່ວິທີການຄຸ້ມຄອງ, ພັດທະນາເສດຖະກິດ - ສັງຄົມ ແລະ ສະເໜີບັນດາຂໍ້ສະເໜີແນະນະໂຍບາຍ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາປະເທດຊາດໃນສັງກາດດີຈີຕອນ.
ສ ເກົາຫຼີ ຍ້າຍທໍານຽບປະທານາທິບໍດີກັບຄືນສູ່ຊົງວະແດ

ສ ເກົາຫຼີ ຍ້າຍທໍານຽບປະທານາທິບໍດີກັບຄືນສູ່ຊົງວະແດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 29 ທັນວາ ຜ່ານມາ, ສ ເກົາຫຼີ ໄດ້ສໍາເລັດການຍ້າຍສະຖານທີ່ທໍານຽບປະທານາທິບໍດີຢ່າງເປັນທາງການ ໂດຍໄດ້ຍ້າຍກັບຄືນສູ່ຊົງວະແດອີກຄັ້ງ ພາຍຫຼັງຖືກຍ້າຍໄປຢູ່ບ່ອນໃໝ່ເປັນເວລາ 3 ປີກັບ 7 ເດືອນ. ຈາກນັ້ນ, ທໍານຽບປະທານາທິບໍດີ ສ ເກົາຫຼີ ໄດ້ປ່ຽນຊື່ເປັນ “ຊົງວະແດ” ອີກຄັ້ງ.
ສິງກະໂປ ຈະເລີ່ມລົງໂທດກຸ່ມຫຼອກລວງ - ບັນຊີມ້າ ດ້ວຍການທຸບຕີດ້ວຍໄມ້ຄ້ອນ

ສິງກະໂປ ຈະເລີ່ມລົງໂທດກຸ່ມຫຼອກລວງ - ບັນຊີມ້າ ດ້ວຍການທຸບຕີດ້ວຍໄມ້ຄ້ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ທັນວາ ຜ່ານມາວ່າ: ກອງກຳລັງຕຳຫຼວດສິງກະໂປ (SPF) ໄດ້ເປີດເຜີຍໃຫ້ຮູ້ວ່າ: ຜູ້ກະທໍາຜິດໃນຄະດີສໍ້ໂກງ ຫຼື ອາຊະຍາກໍາທີ່ກ່ຽວຂ້ອງກັບການຫຼອກລວງໃນສິງກະໂປ ອາດຈະປະເຊີນກັບການລົງໂທດດ້ວຍການທຸບຕີດ້ວຍໄມ້ຄ້ອນ (caning) ຊຶ່ງຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 30 ທັນວາ 2025 ເປັນຕົ້ນໄປ, ພາຍໃຕ້ກົດ ໝາຍອາຍາສະບັບປັບປຸງ 2025 ທີ່ໄດ້ຮັບການອະນຸມັດຈາກລັດຖະສະພາໃນເດືອນພະຈິກທີ່ຜ່ານມາ.
ເພີ່ມເຕີມ