ຂ່າວລະບຸວ່າ: ອາເມຣິກາ ນຳໜ້າທົ່ວໂລກກ່ຽວກັບໂຕເລກເສດຖີຄົນໃໝ່, ດ້ວຍຈຳນວນ 440.000 ກວ່າຄົນ ໄດ້ເຂົ້າຮ່ວມກຸ່ມນີ້ໃນປີຜ່ານມາ, ກວມເອົາເກືອບເຄິ່ງໜຶ່ງຂອງຈຳນວນເສດຖີໃໝ່ທັງໝົດໃນທົ່ວໂລກ. ຖັດຈາກນັ້ນແມ່ນ ຈີນ, ຍີ່ປຸ່ນ, ເຢຍລະມັນ, ອັງກິດ ແລະ ຝລັ່ງ. ຕາມບົດລາຍງານແລ້ວ, ກຸ່ມເສດຖີ USD ກວມເອົາພຽງແຕ່ 1.5% ຂອງປະຊາກອນທົ່ວໂລກ.
ບົດລາຍງານຊີ້ໃຫ້ເຫັນວ່າ: ຈຳນວນເສດຖີໃນໂລກສືບຕໍ່ເພີ່ມຂຶ້ນ. ໄລ່ຮອດເດືອນເມສາ 2026, ທະນາຄານ UBS ຮັບຮູ້ມີເສດຖີ 3,302 ຄົນ ຢູ່ 47 ຕະຫຼາດທີ່ໄດ້ເຂົ້າຮ່ວມການສຳຫຼວດ, ເພີ່ມຂຶ້ນ 383 ຄົນ ເມື່ອທຽບໃສ່ບົດລາຍງານຄັ້ງກ່ອນ. ໃນນັ້ນ, ອາເມລິກາ ນຳໜ້າດ້ວຍຈຳນວນເສດຖີ 1.000 ກວ່າຄົນ, ຖັດຈາກນັ້ນແມ່ນ ຈີນ ແລະ ອິນເດຍ.
ຄໍາເຫັນ