ກ່າວວ່າ: ຂໍ້ຕົກລົງນີ້ເປັນຈຸດໝາຍສຳຄັນຕໍ່ການກ້າວໄປສູ່ການເຊື່ອມໂຍງເຂົ້າກັບເຄືອຂ່າຍຫຼາຍຝ່າຍຢ່າງຮອບດ້ານ ແລະ ມີປະສິດທິຜົນ.
ຂ່າວລະບຸວ່າ: ຫຼັງຈາກທີ່ມີການເຈລະຈາກັນເຖິງ 9 ເດືອນ ຂໍ້ຕົກລົງດັ່ງກ່າວໄດ້ສ້າງວິໄສທັດຮ່ວມຂອງການມີອະນາຄົດດີຈີຕອນທີ່ປອດໄພ ແລະ ຍືນຍົງ ກໍໄດ້ຖືກຮັບຮອງໃນໄລຍະເລີ່ມຕົ້ນຂອງກອງປະຊຸມສຸດຍອດແຫ່ງອະນາຄົດ ທີ່ຈັດຂຶ້ນເປັນເວລາ 2 ວັນທີ່ ນະຄອນນິວຢອກ ສະຫະລັດ ອາເມຣິກາ.
ທ່ານ ອັນໂຕນີໂອ ກູເຕີເຣສ ກ່າວວ່າ: ຂໍ້ຕົກລົງເພື່ອອະນາຄົດ ເປັນຂໍ້ຕົກລົງເພື່ອການຮ່ວມມື ແລະ ຄວາມພະຍາຍາມໃນການຮັບມື ແລະ ບັນເທົາວິກິດການຕ່າງໆທົ່ວໂລກ ກວມເອົາຫົວຂໍ້ຕ່າງໆເຊັ່ນ: ສັນຕິພາບ, ຄວາມໝັ່ນຄົງ, ການພັດທະນາແບບຍືນຍົງ, ການປ່ຽນແປງສະພາບພູມອາກາດ, ຄວາມຮ່ວມມືທາງດີຈີຕອນ ແລະ ສິດທິມະນຸດ ໂດຍມີແຜນຮ່າງປະມານ 56 ຈຸດ ທີ່ບັນດາປະເທດໃຫ້ຄຳໝັ້ນສັນຍາຈະປະຕິບັດ. ພວກເຮົາຮັບຮູ້ວ່າ ລະບົບຫຼາຍຝ່າຍ ແລະ ສະຖາບັນ ເຊັ່ນ: ກົດບັດສະຫະປະຊາຊາດ (UN Charter)ຊຶ່ງອົງການສະຫະປະຊາຊາດຖືເປັນຫຼັກການສຳຄັນ ຕ້ອງໄດ້ຮັບການເສີມຂະຫຍາຍປະສິດທິຜົນ ແລະ ຄວາມສາມາດບົ່ມຊ້ອນເພື່ອໃຫ້ທັນກັບການປ່ຽນແປງຂອງໂລກ ແລະ ເພື່ອໃຫ້ເໝາະສົມກັບປັດຈຸບັນ, ກຽມພ້ອມສໍາລັບອະນາຄົດຍຸຕິທຳ, ເປັນປະຊາທິປະໄຕ ແລະມີຄວາມສະເໝີພາບ.
ຄໍາເຫັນ