ແຈ້ງການໃຫ້ຮູ້ວ່າ: ໂດຍອີງໃສ່ກຳລັງການຜະລິດຂອງບັນດາຜູ້ຜະລິດ, ຮອດປີ 2025 ອາດຈະຜະລິດວັກຊິນໄດ້ປະມານ 12 ລ້ານໂດສ. UNICEF ຈະສ້າງຂໍ້ຕົກລົງສະໜອງໂດຍມີເງື່ອນໄຂສຳລັບບັນດາຜູ້ຜະລິດວັກຊິນ. ປັດຈຸບັນ, ມີປະເທດຈຳນວນໜຶ່ງໄດ້ໃຫ້ຄຳໝັ້ນສັນຍາຈະມອບສົ່ງວັກຊິນໃຫ້ກັບບັນດາປະເທດອາຟຣິກາທີ່ພວມຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ໂດຍສະເພາະ ແອັດສະປາຍ ໄດ້ໃຫ້ຄຳໝັ້ນສັນຍາຈະສະໜອງວັກຊິນ 500.000 ໂດສ. ໄລ່ມາຮອດວັນທີ 27 ສິງຫາ, ມີ 22.863 ກໍລະນີຖືກສົງໄສຕິດພະຍາດ ແລະ ມີ 622 ກໍລະນີ ເສຍຊີວິດທີ່ກ່ຽວຂ້ອງເຖິງໄວຣັດໝາກສຸກລີງແຕກຕ່າງກັນຢູ່ທະວີບນີ້.
ຄໍາເຫັນ