![]() |
ທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ໄດ້ລາຍງານວ່າ: ໂຄງການດັ່ງກ່າວ, ໄດ້ຮັບທຶນສະໜັບສະໜູນລັດຖະບານອິນເດຍ, ພາຍໃຕ້ໂຄງການເຫັນຜົນໄວ ໃນຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳຄົງຄາ, ມີມູນຄ່າ 49,993 ໂດລາສະຫະລັດ ຫຼື ປະມານ 1 ຕື້ກວ່າກີບ, ເປັນອາຄານຊັ້ນດຽວ ຖາວອນ, ມີຂະໜາດ 12 x 17 ແມັດ, ມີ 5 ຫ້ອງຄື: ຫ້ອງປະສູດ, ຫ້ອງນອນຄົນເຈັບ, ຫ້ອງແມ່ ແລະ ເດັກ, ຫ້ອງຈ່າຍຢາ, ຫ້ອງເຮັດວຽກ ແລະ 2 ຫ້ອງນ້ຳ. ໄດ້ເລີ່ມລົງມືດຳເນີນການກໍ່ສ້າງມາແຕ່ຕົ້ນເດືອນທັນວາ 2025 ແລະ ກໍານົດເວລາການກໍ່ສ້າງ 6 ເດືອນ ແມ່ນໃຫ້ສຳເລັດ 100%, ໂດຍແມ່ນບໍລິສັດ ພັກດີຈະເລີນຊັບ ກໍ່ສ້າງ ເປັນຜູ້ຮັບຜິດຊອບໃນການດຳເນີນການກໍ່ສ້າງ. ໄລຍະຜ່ານມາສະຖານທູດອິນເດຍ ກໍໄດ້ໃຫ້ການສະໜັບສະທູນທຶນໃນການສ້າງອາຄານປະສູດ ຢູ່ສຸກສາລາ ບ້ານກະຊະ ແລະ ສຸກສາລາ ບຶງຂາມ ເມືອງສາລະວັນ ມູນຄ່າເກືອບ 50 ພັນໂລດາສະຫະລັດ ແລະ ໂຄງການກໍ່ສ້າງສຸກສາລາ ບ້ານປົ່ງ ເມືອງຄົງເຊໂດນ ກໍເປັນອິກໜຶ່ງໂຄງການ ທີ່ມີຄວາມສໍາຄັນ ເພື່ອຍົກສູງຄຸນນະພາບການບໍລິການດ້ານສາທາລະນະສຸກ ໃນເຂດປົກຄຸ້ມດັ່ງກ່າວ ແລະ ເຮັດໃຫ້ພໍ່ແມ່ປະຊາຊົນ ໄດ້ເຂົ້າເຖີງການບໍລິການຢ່າງທົ່ວເຖີງ.
![]() |
ສຸກສາລາ ບ້ານປົ່ງ ສ້າງຕັ້ງຂຶ້ນໃນປີ 2021, ຫ່າງຈາກເທສະບານເມືອງ 35 ກິໂລແມັດ, ເປັນເສັ້ນທາງດິນແດງ ສາມາດທຽວໄດ້ແຕ່ລະດູແລ້ງ, ຊຶ່ງເຂດສຸກສາລາ ປົກຄຸມເອົາ 3 ບ້ານ ຄື: ບ້ານປົ່ງ, ປັດຊຸມ ແລະ ບ້ານສະເທີ້ມ, ມີປະຊາກອນ 3,629 ຄົນ ຍິງ 1,808 ຄົນ.
ຈາກນັ້ນ, ທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ, ທ່ານ ວັນນະລອນ ອິນທະພອນເດດ ແລະ ທ່ານ ໂລຫິດ ບັບບາ ກໍໄດ້ຮ່ວມກັນວາງສີລາລຶກດຳເນີນໂຄງການກໍ່ສ້າງສຸກສາລາ ບ້ານປົ່ງ ຢ່າງເປັນທາງການ ແລະ ເລາະຊົມເບີ່ງບັນດາກິດຈະກໍາ, ໜ້າວຽກ ທີ່ຈະໄດ້ດຳເນີນໄປ ຕາມແຜນໂຄງສ້າງອາຄານສຸກສາລາ ຫຼັງໃໝ່.
(ຂ່າວ-ພາບ: ວິໄລວອນ ສິດທິໄຊ)


ຄໍາເຫັນ