ການອະນາໄມເກັບມ້ຽນ-ຂົນສົ່ງຂີ້ເຫຍື້ອຢູ່ໃນງານບຸນນະມັດສະການພະທາດຫຼວງປະຈໍາປີ 2024

ວາງຖັງຂີ້ເຫຍື້ອ 300 ຖັງ ເພື່ອອຳນວຍຄວາມສະດວກຖີ້ມຂີ້ເຫຍື້ອໃນງານບຸນພະທາດຫຼວງ

ວາງຖັງຂີ້ເຫຍື້ອ 300 ຖັງ ເພື່ອອຳນວຍຄວາມສະດວກຖີ້ມຂີ້ເຫຍື້ອໃນງານບຸນພະທາດຫຼວງ
ອີງຕາມຂໍ້ມູນຈາກຄະນະຮັບຜິດຊອບວຽກພາກສະໜາມໃນການອະນາໄມເກັບມ້ຽນ-ຂົນສົ່ງຂີ້ເຫຍື້ອຢູ່ໃນງານບຸນນະມັດສະການພະທາດຫຼວງປະຈໍາປີ 2024

 

ໃຫ້ຮູ້ວ່າ: ພາກສ່ວນກ່ຽວຂ້ອງໄດ້ນຳເອົາຖັງຂີ້ເຫຍື້ອມາວາງໄວ້ບໍລິ ການຖີ້ມຂີ້ເຫຼື້ຍອຫຼາຍກວ່າ 300 ຖັງມີ75 ຈຸດ. ພິເສດປີນີ້ມີປຸ່ມເປົ້າສີຂາວຫ້ອຍຢູ່ຖັງເພື່ອອຳນວຍຄວາມສະດວກໃນການຖີ້ມຂີ້ເຫຍື້ອລວມເຖິງໄດ້ນຳໃຊ້ແຮງງານອະນາໄມເດີ່ນພະທາດຫຼວງຈຳນວນ 250 ຄົນເພື່ອຮັກສາຄວາມສະອາດຈົບງາມ.

ນອກຈາກນີ້, ບໍລິສັດ ສະມໍບີ້ ທີ່ປຶກສາດ້ານການລົງທຶນ ໃນນາມຜູ້ຮັບໜ້າທີ່ດ້ານການຮັກສາຄວາມສະອາດຈົບງາມໄດ້ຍົກລະດັບຄວາມເອົາໃຈໃສ່ຕື່ມ ເພື່ອເຮັດແນວໃດໃຫ້ງານບຸນນະມັດສະການພະທາດຫຼວງປີນີ້ມີສິ່ງແວດ ລ້ອມສົດໃສ, ສະອາດ, ປາສະຈາກຂີ້ເຫຍື້ອຕະຫຼອດງານ ໄດ້ມີການແບ່ງງານ, ແບ່ງເວລາກັນຮັບຜິດຊອບຕະຫຼອດ 24 ຊົ່ວໂມງ (ມີທີມພາກເດິກ ແລະ ທີມພາກເຊົ້າ) ໂດຍມີການຂົນສົ່ງຂີ້ເຫຍື້ອໄປກໍາຈັດບໍ່ຕໍ່າກວ່າ 20 ຖ້ຽວຕໍ່ມື້.

ຢ່າງໃດກໍຕາມ, ຂໍໃຫ້ທຸກຄົນທີ່ມາທ່ຽວບຸນນະມັດສະການພະທາດຫຼວງມີຄວາມເອົາໃຈໃສ່ ແລະ ເປັນເຈົ້າການຮ່ວມກັນໃນການຮັກສາຄວາມສະອາດ ເພື່ອເຮັດໃຫ້ງານບຸນພະທາດຫຼວງ ເປັນງານບຸນສະອາດ ແລະ ເອກອ້າງໃຫ້ຊາວຕ່າງຊາດທີ່ມາທ່ອງທ່ຽວງານຄັ້ງນີ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫະພັນແມ່ຍິງກະຊວງ ຮສສ ສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ

ສະຫະພັນແມ່ຍິງກະຊວງ ຮສສ ສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ

ຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ (8/3/1910-8/3/2026) ຄົບຮອບ 116 ປີ ພາຍໃຕ້ຄໍາຂວັນ: “ສິດທິ, ຄວາມຍຸຕິທໍາ, ການລົງມືປະຕິບັດເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ”, ໃນວັນທີ 6 ມີນາຜ່ານມາ ທີ່ຫ້ອງປະຊຸມກະຊວງ ຮສສ ໂດຍການໃຫ້ກຽດປາຖະກະຖາຂອງສະຫາຍ ນາງ ແກ້ວ ຈັນທະວີໄຊ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງ ຮສສ ທັງເປັນຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີສະຫາຍ ນາງ ມອນທອງ ອິນທະວົງ ປະທານສະຫະພັນແມ່ຍິງກະຊວງ ຮສສ ພ້ອມດ້ວຍຄະນະໜ່ວຍ ແລະ ສະມາຊິກແມ່ຍິງເຂົ້າຮ່ວມ.
ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງ 7 ບ້ານຂອງເມືອງແກ່ນທ້າວ ສໍາເລັດການຝຶກອົບຮົມ

ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງ 7 ບ້ານຂອງເມືອງແກ່ນທ້າວ ສໍາເລັດການຝຶກອົບຮົມ

ເມື່ອບໍ່ດົນມານີ້, ຢູ່ທີ່ຫ້ອງການຍຸຕິທໍາເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ປິດຊຸດຝຶກອົບຮົມການໄກ້ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ລົງເລິກການໄກ່ເກ່ຍຂໍ້ຂັດແຍ່ງກ່ຽວກັບທີ່ດິນ ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 3 ວັນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ໂກສິດ ສິງສະຖິດ ຮອງຫົວໜ້າພະແນກຍຸຕິທໍາແຂວງ, ມີຫ້ອງການຍຸຕິທຳເມືອງ ແລະ ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງບ້ານຈອມແກ້ວ, ບ້ານປາກແຄມ, ບ້ານດອນເມນ, ບ້ານວັງປາ, ບ້ານຫ້ວຍອີ່ຮຸມ, ບ້ານນາຫີນ ແລະ ບ້ານໜອງ ເຂົ້າຮ່ວມ.
ສຳເລັດຊຸດຝຶກອົບຮົມການນໍາໃຊ້ລະບົບ TaxRIS ປະຈໍາປີ 2026

ສຳເລັດຊຸດຝຶກອົບຮົມການນໍາໃຊ້ລະບົບ TaxRIS ປະຈໍາປີ 2026

ກົມສ່ວຍສາອາກອນ ກະຊວງການເງິນ ຈັດພິທີປິດຊຸດຝຶກອົບຮົມການນໍາໃຊ້ລະບົບ TaxRIS ປະຈໍາປີ 2026 ຊຸດທີ 1 ໃນວັນທີ 6 ມີນາ ຜ່ານມາ ໂດຍການເປັນປະທານຂອງທ່ານ ອານຸວົງ ບົວພັນ ຮອງຫົວໜ້າກົມສ່ວຍສາອາກອນ, ມີບັນດາຫົວໜ້າພະແນກ, ຄະນະພະແນກ, ຄູຝຶກ ແລະ ສຳມະນາກອນເຂົ້າຮ່ວມ.
ສໍາມະນາວິທະຍາສາດ ຂັ້ນວິທະຍາຄານ ໄກສອນ ພົມວິຫານ

ສໍາມະນາວິທະຍາສາດ ຂັ້ນວິທະຍາຄານ ໄກສອນ ພົມວິຫານ

ກອງປະຊຸມສໍາມະນາວິທະຍາສາດ ຂັ້ນວິທະຍາຄານ ໄກສອນ ພົມວິຫານ (ວປກ) ພາຍໃຕ້ຫົວຂໍ້: "ພື້ນຖານວິທະຍາສາດ ຕິດພັນກັບການຮຽນ-ການສອນ ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໃນເງື່ອນໄຂໃໝ່" ປະຈໍາປີ 2025 ຈັດຂຶ້ນໃນວັນທີ 5 ມີນາ ຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຕີ ພັນແສງ ບຸນພັນ ຫົວໜ້າການເມືອງ ວປກ. ມີຄະນະພັກ-ຄະນະອໍານວຍການ, ຄະນະພັກ-ຄະນະບັນຊາເຂົ້າຮ່ວມ.
ປກສ ເມືອງໄຊເສດຖາ ສະຫຼຸບວຽກງານປະຈຳປີ 2025

ປກສ ເມືອງໄຊເສດຖາ ສະຫຼຸບວຽກງານປະຈຳປີ 2025

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ທິດທາງປີ 2026 ຂຶ້ນໃນວັນທີ 6 ມີນາຜ່ານມາ ໂດຍການເປັນປະທານຂອງທ່ານ ພັທ ສັງທອງ ພັນວົງສາ ຫົວໜ້າກອງບັນຊາການ ປກສ ເມືອງ, ມີທ່ານ ນາງ ບົວວອນ ສຸກລາແສງ ປະທານຄະນະກຳມະການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ເມືອງ, ທ່ານ ພັອ ຫຼຽນຄຳ ອ່ອນດາວົງ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມທົບທວນຜົນການດໍາເນີນງານ ປະຈໍາປີ 2025 ຂອງທະນາຄານພັດທະນາຊົນນະບົດ

ກອງປະຊຸມທົບທວນຜົນການດໍາເນີນງານ ປະຈໍາປີ 2025 ຂອງທະນາຄານພັດທະນາຊົນນະບົດ

ກອງປະຊຸມທົບທວນຜົນການດໍາເນີນງານ ປະຈໍາປີ 2025 ແລະ ກໍານົດເປົ້າໝາຍການດໍາເນີນງານປີ 2026 ຂອງທະນາຄານພັດທະນາຊົນນະບົດ (ທພບ) ໄດ້ຈັດຂຶ້ນ ລະຫວ່າງວັນທີ 4-5 ມີນາຜ່ານມາ ທີ່ໂຮງແຮມແລນມາກ ພາຍໃຕ້ການເປັນປະທານຂອງທ່ານ ສຸພັກ ຖິ່ນໄຊພອນ ຜູ້ອໍານວຍການ ທພບ, ມີບັນດາຄະນະອໍານວຍການ, ຫົວໜ້າພະແນກ, ຫົວໜ້າສາຂາ ຂອງ ທພບ ເຂົ້າຮ່ວມ. ກອງປະຊຸມຕັ້ງນີ້, ເປັນກອງປະຊຸມຄັ້ງທໍາອິດພາຍຫຼັງການຫັນປ່ຽນຈາກທະນາຄານນະໂຍບາຍ ມາເປັນ ທພບ ໂດຍການຜັນຂະຫຍາຍມະຕິ 04/ກມສພ, ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໂດຍການຫັນປ່ຽນຈາກທະນາຄານສະເພາະກິດ ໄປເປັນທະນາຄານທຸລະກິດສະເພາະ ເພື່ອເປັນການຮັກສາທະນາຄານ ທີ່ເປັນສະຖາບັນການເງິນຂອງລັດທີ່ມີບົດບາດປະຕິບັດແນວທາງນະໂຍບາຍຂອງພັກ-ລັດໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຢ່າງມີປະສິດທິຜົນ ແລະ ມີຄວາມຍືນຍົງ.
ປກສ ເມືອງພຽງ ສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2025

ປກສ ເມືອງພຽງ ສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2025

ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2025 ແລະ ກໍານົດທິດທາງແຜນການວຽກງານຈຸດສຸມປີ 2026 ຂອງກອງບັນຊາການ ປກສ ເມືອງພຽງ ແຂວງໄຊຍະບູລີໄດ້ຈັດຂຶ້ນໃນວັນທີ 6 ມີນາຜ່ານມາ ທີ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງ ພາຍໃຕ້ການເປັນປະທານຂອງສະຫາຍ ພັທ ຈິດຕະພົງ ພົງວິໄລ ກຳມະການປະຈຳພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງ.
ແນວ​ຄິດ ​ໄກ​ສອນ ພົມ​ວິ​ຫານ ກ່ຽວ​ກັບວຽກ​ງານ​ແມ່​ຍິງ

ແນວ​ຄິດ ​ໄກ​ສອນ ພົມ​ວິ​ຫານ ກ່ຽວ​ກັບວຽກ​ງານ​ແມ່​ຍິງ

ໃນໂອກາດທີ່ສູນກາງສະຫະພັນແມ່ຍິງລາວ (ສສຍລ) ໄດ້ຈັດພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ແມ່​ຍິງ​ສ​າ​ກົນ ວັນທີ 8 ມີນາ 1910 ຫາ ວັນທີ 8 ມີນາ 2026 ຄົບຮອບ 116 ປີ ຂຶ້ນໃນວັນທີ 6 ມີນາຜ່ານມານີ້ ທີ່ໂຮງແຮມຮໍລີເດອີນ ຍັງໄດ້ຈັດກອງປະຊຸມເຜີຍແຜ່ບົດຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງລາວ, ມີບັນ​ດາ​​ພະ​ນັກ​ງານ​ປະ​ຕິ​ວັດ​ອາ​ວຸ​ໂສ​ຂອງ​ສະ​ຫະ​ພັນ​ແມ່​ຍິງ​ລາວ, ຜູ້ຕາງໜ້າຈາກ ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.
ຄໍາມ່ວນ ມີນໍ້າມັນພຽງພໍສຳລັບການນຳໃຊ້ພາຍໃນ

ຄໍາມ່ວນ ມີນໍ້າມັນພຽງພໍສຳລັບການນຳໃຊ້ພາຍໃນ

ທ່ານ ຂວັນໃຈ ສຸວັນລາສີ ຮັກສາການ ຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ໃນວັນທີ 5 ມີນາ 2026ນີ້ວ່າ: ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ໄດ້ມີການປະສານງານຢ່າງໃກ້ສິດ ກັບກົມການຄ້າພາຍໃນ ກະຊວງອຸກສາຫະກຳ ແລະ ການຄ້າ (ອຄ) ແລະ ບັນດາບໍລິສັດຜູ້ນຳເຂົ້ານໍ້າມັນເຊື້ອໄຟ ພາຍໃນແຂວງ. ຊຶ່ງແຂວງຄໍາມ່ວນ ມີບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟທັງໝົດ 9 ບໍລິສັດ, ມີສາງທີ່ສາມາດບັນຈຸນໍ້າມັນໄດ້ທັງໝົດຄື: ນໍ້າມັນແອັດຊັງ 772,000 ລິດ, ນໍ້າມັນກາຊວນ 2,906,000 ລິດ.
ກອງປະຊຸມຫາລືວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ

ກອງປະຊຸມຫາລືວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ

ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດກອງປະຊຸມປຶກສາຫາລືວຽກງານຕິດຕາມກວດກາຄ້າຍຄຸມຂັງ - ດັດສ້າງ ຂຶ້ນໃນວັນທີ 5 ມີນາ ນີ້ ທີ່ ອອປສ, ໂດຍການເປັນປະທານຂອງ ທ່ານ ບົວລີ ເພັດມີໄຊ ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອອປສ, ມີ ຫົວໜ້າຄະນະສານອາຍາ ສານປະຊາຊົນສູງສຸດ, ຕາງໜ້າຄະນະກົມ ຈາກກົມຕຳຫຼວດຄຸມຂັງ-ດັດສ້າງ, ກົມຕໍາຫຼວດສືບສວນ-ສອບສວນ, ກົມຕໍາຫຼວດປ້ອງກັນ-ປາບປາມຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ