ວັນແຫ່ງໄຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ

ວັນແຫ່ງໄຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ

ວັນແຫ່ງໄຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ
(ທ່ານ Sergei Zhestkii ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ) ໃນວັນທີ 9 ພຶດສະພາ 2026 ຢູ່ຣັດເຊຍຈະມີການສະເຫຼີມສະຫຼອງວັນແຫ່ງໄຊຊະນະໃນສົງຄາມປົກປ້ອງປິຕຸພູມຄົບຮອບ 81 ປີ ແລະ ໄຊຊະນະຂອງທົ່ວໂລກຕ້ານລັດທິຟາດຊິດ. ສົງຄາມໂລກຄັ້ງທີສອງໄດ້ກາຍເປັນການສູນເສຍຄັ້ງຍິ່ງໃຫຍ່ທີ່ສຸດໃນປະຫວັດສາດຂອງມວນມະນຸດ. ໃນໄລຍະສົງຄາມ, ສະຫະພາບໂຊວຽດເປັນສະໜາມຮົບຫຼັກໃນເອີຣົບຄຽງຄູ່ກັບຈີນໃນພາກພື້ນຕະເວັນອອກໄກ.
ວນແຫງໄຊະນະສງຄາມປກປອງປຕພມ ຄບຮອບ 81 ປ - image 1
 

 

 ສະຫະພາບໂຊວຽດ ເປັນກໍາລັງຫຼັກໃນການຕໍ່ສູ້ຕ້ານການຮຸກຮານຂອງຟາດຊິດເຢຍລະມັນຮິດເລີ ແລະ ພັນທະມິດ, ພ້ອມທັງໄດ້ມີບົດບາດສຳຄັນໃນການທຳລາຍລ້າງລັດທິຟາດຊິດ ແລະ ລັດທິຂຸນເສິກ. ປະຊາຊົນໂຊວຽດທີ່ໄດ້ອົດທົນຕໍ່ຄວາມທຸກຍາກຈາກການຮຸກຮານ ແລະ ຮັບຮູ້ເຖິງຄວາມໜ້າຢ້ານກົວຂອງສົງຄາມນັ້ນໄດ້ຕໍ່ສູ້ຢ່າງພິລະອາດຫານຕ້ານຜູ້ຮຸກຮານ ແລະ ໄດ້ເສຍສະຫຼະຢ່າງຫຼວງຫຼາຍ ເພື່ອຍາດມາໄດ້ຊຶ່ງໄຊຊະນະອັນຍິ່ງໃຫຍ່.

ເຫດການນີ້ມີຄວາມໝາຍສຳຄັນຕໍ່ທົ່ວໂລກ, ການທຳລາຍລ້າງນາຊີເຢຍລະມັນ ແລະ ລັດທິຂຸນເສິກຍີ່ປຸ່ນໄດ້ນໍາໄປສູ່ການລົ້ມສະຫຼາຍຂອງຜູ້ທີ່ຢຶດໝັ້ນໃນອຸດົມການຕ້ານມວນມະນຸດຂອງລັດທິຟາດຊິດທີ່ຕ້ອງການຄອບງຳໂລກ ແລະ ຄວາມປາຖະໜາຂອງພວກເຂົາທີ່ຕ້ອງການເຮັດໃຫ້ປະຊາຊົນທັງໝົດຕົກຢູ່ໃນສະພາວະເປັນທາດ.

ໃນປັດຈຸບັນ, ສ ຣັດເຊຍ ແລະ ບັນດາປະເທດເພື່ອນມິດ ທີ່ມີຈຸດຢືນດຽວກັນກຳລັງຮ່ວມກັນປະຕິບັດພາລະກິດ ໂດຍໝູນໃຊ້ທຸກອໍານາດທີ່ມີ ດ້ວຍຄວາມຮັບຜິດຊອບ, ຮອບຄອບ ແລະ ມີເຫດຜົນ, ເຮັດທຸກສິ່ງທຸກຢ່າງທີ່ເປັນໄປໄດ້ເພື່ອຮັກສາຄວາມເປັນຈິງທາງປະຫວັດສາດຂອງສົງຄາມໂລກຄັ້ງທີສອງ. ປະເທດຂອງພວກເຮົາຈະລະນຶກເຖິງວິລະກຳອັນຍິ່ງໃຫຍ່ຂອງປະຊາຊົນສະຫະພາບໂຊວຽດ, ຈີນ ແລະ ບັນດາປະເທດພັນທະມິດອື່ນໆທີ່ໄດ້ຮ່ວມກັນປົກປ້ອງສັນຕິພາບໂລກຕະຫຼອດມາ. ໃນວັນທີ 9 ພຶດສະພາ, ພວກເຮົາສະແດງຄວາມລະນຶກເຖິງທະຫານໂຊວຽດ 27 ລ້ານຄົນລວມທັງປະຊາຊົນຜູ້ບໍລິສຸດ ທີ່ໄດ້ຕໍ່ສູ້ເສຍສະຫຼະຊີວິດ ເພື່ອອິດສະລະພາບ ແລະ ຄວາມເປັນເອກະລາດຂອງຄົນຮຸ່ນຫຼັງ. ພວກເຮົາຂໍສະແດງຄວາມເຄົາລົບນັບຖືຢ່າງສຸດຊຶ້ງ ຕໍ່ທະຫານທັງໃນແນວໜ້າ ແລະ ແນວຫຼັງ, ຜູ້ທີ່ອຸທິດຕົນຕໍ່ສູ້ເສຍສະຫຼະຊີວິດໃນໄລຍະສົງຄາມ. ໃນປະເທດຣັດເຊຍແມ່ນມີການເອົາໃຈໃສ່ເປັນພິເສດຕໍ່ການສຶກສາອົບຮົມຊາວໜຸ່ມໂດຍການຍົກເອົາຄົນຮຸ່ນກ່ອນມາເປັນຕົວຢ່າງທີ່ສະແດງໃຫ້ເຫັນເຖິງການທີ່ມີນໍ້າໃຈຮັກຊາດ, ຮັກປະຊາຊົົນ ແລະ ຄວາມພ້ອມທີ່ຈະເສຍສະຫຼະເພື່ອອະນາຄົດ ແລະ ຄວາມຈະເລີນຮຸ່ງເຮື່ອງ.

ວນແຫງໄຊະນະສງຄາມປກປອງປຕພມ ຄບຮອບ 81 ປ - image 2
 

ແຕ່ໜ້າເສຍດາຍ, ຕະຫຼອດໄລຍະ 8 ທົດສະວັດທີ່ຜ່ານມາ, ບາງກຸ່ມຄົນໄດ້ລືມບົດຮຽນອັນໂຫດຮ້າຍຂອງສົງຄາມນັ້ນ ແລະໃນມື້ນີ້, ພວກເຮົາຕ້ອງປົກປ້ອງຜົນຂອງໄຊຊະນະສົງຄາມໂລກຄັ້ງທີສອງຢ່າງເດັດຂາດອີກຄັ້ງ, ສະກັດກັ້ນຄວາມພະຍາຍາມໃນການບິດເບືອນປະຫວັດສາດ, ການດູໝິ່ນ ຫຼື ການບໍ່ຮັບຮູ້ການປະກອບສ່ວນທາງປະຫວັດສາດຂອງສະຫະພາບໂຊວຽດຕໍ່ໄຊຊະນະດັ່ງກ່າວ ພ້ອມທັງການທຳລາຍຊື່ສຽງຂອງຜູ້ຮັກຫອມເສລີພາບ. ພວກເຮົາເຫັນວ່າບາງປະເທດໄດ້ມີການຟື້ນຟູແນວຄິດ ລັດທິນາຊີ ແລະ ການຈໍາແນກເຊື້ອຊາດຢ່າງເປີດເຜີຍ ແລະ ໄດ້ຍົກຍໍພວກນາຊີ ແລະ ພັນທະມິດວ່າເປັນວິລະບູລຸດ. ລັດທິນາຊີໃໝ່ ແລະ ລັດຂຸນເສິກກຳລັງກໍາເນີດຂຶ້ນ ຊຶ່ງນໍາໄປສູ່ການເພີ່ມຂຶ້ນໃນຫຼາຍຮູບແບບຕ່າງໆຂອງການຈຳແນກເຊື້ອຊາດ, ລັດທິຊາດນິຍົມລວມທັງການຈຳແນກທາງສີຜິວ, ການກຽດຊັງຄົນຕ່າງດ້າວ ແລະ ການບໍ່ຍອມຮັບຄວາມຄິດທີ່ແຕກຕ່າງ. ຕົວຢ່າງທີ່ສາມາດເຫັນໄດ້ຊັດເຈນຂອງການຟືນຄືນຂອງລັດທິນາຊີ ແມ່ນ ການບໍ່ຮັບຮູ້ກ່ຽວກັບສິດໃນການນໍາໃຊ້ພາສາແມ່ ແລະ ຄວາມເຊື່ອດັ້ງເດີມ ຂອງກຸ່ມຄົນທີ່ເວົ້າພາສາຣັດເຊຍ, ລວມທັງການຈູດປຶ້ມວັນນະກໍາທີ່ຂຽນໂດຍຄົນຣັດເຊຍ ແລະ ການທໍາລາຍບັນດາອະນຸສອນສະຖານທີ່ລະນຶກແກ່ວິລະຊົນ ແລະ ຜູ້ທີ່ໄດ້ເສຍສະຫຼະຊີວິດໃນໄລຍະສົງຄາມໂລກຄັ້ງທີ 2 ບົນພື້ນຖານການຫວັງທໍາລາຍເອກະລັກຊາດ.

ໃນສະພາບການດັ່ງກ່າວ ສ ຣັດເຊຍ ໄດ້ຮຽກຮ້ອງຢ່າງຕໍ່ເນື່ອງໃຫ້ປະຊາຄົມໂລກເຄົາລົບ ແລະ ປົກປ້ອງຫຼັກການແນໃສ່ການສະກັດກັ້ນການເກີດສົງຄາມ, ການຂ້າລ້າງເຜົ່າພັນ, ອາຊະຍາກຳສົງຄາມ, ການທໍລະມານ ແລະ ອາຊະຍາກຳອື່ນໆຕໍ່ມະນຸດຊາດທີ່ພັດທະນາໂດຍສານຕຸລາການທະຫານສາກົນ ຢູ່ນະຄອນນູເຣນເບິກ ແລະ ສານຕຸລາການທະຫານສາກົນສຳລັບຕາເວັນອອກ. ຄຳຕັດສິນຂອງທັງສອງສານແມ່ນພື້ນຖານທີ່ໝັ້ນຄົງ ແລະ ບໍ່ສາມາດປ່ຽນແປງໄດ້ຂອງກົດໝາຍສາກົນ ແລະ ລະບຽບໂລກໃນປັດຈຸບັນ.

ໃນຖານະເປັນເອກອັກຄະລັດຖະທູດ ແຫ່ງ ສ ຣັດເຊຍ ປະຈຳສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເປັນພົນລະເມືອງຂອງ ສ ຣັດເຊຍ ຂ້າພະເຈົ້າຮູ້ສຶກດີໃຈເປັນພິເສດໃນມື້ນີ້ທີ່ໄດ້ຮັບຮູ້ວ່າສອງປະເທດຂອງພວກເຮົາຢືນຢູ່ຝ່າຍດຽວກັນຂອງປະຫວັດສາດໂລກ, ເປັນເອກະພາບກັນໃນການເຄົາລົບອະດີດ ແລະ ຄຳໝັ້ນສັນຍາໃນການຮັກສາຄວາມເປັນຈິງທາງປະຫວັດສາດ ແລະ ສະກັດກັ້ນຄວາມພະຍາຍາມທີ່ຈະບິດເບືອນມັນ.

ປະຊາຊົນລາວໄດ້ຜ່ານຜ່າຄວາມຫຍຸ້ງຍາກລຳບາກຈາກສົງຄາມໃນໄລຍະການຕໍ່ສູ້ກູ້ຊາດຕ້ານຜູ້ຮຸກຮານຕ່າງດ້າວ ແລະ ປັດຈຸບັນຜົນກະທົບຈາກສົງຄາມ ກໍຍັງສືບຕໍ່ເປັນໄພຂົ່ມຂູ່ ແລະ ກີດຂວາງ ຕໍ່ການດໍາລົງຊີວິດຂອງປະຊາຊົນ ເນື່ອງຈາກວ່າມີການຖິ້ມລະເບີດໃສ່ ລາວ ຫຼາຍກວ່າ 3 ລ້ານລູກ ແລະ ລູກລະເບິີດຈໍານວນຫຼາຍ ຍັງຕົກຄ້າງຢູ່ໃນດິນແດນລາວ.ໃນໄລຍະເວລາທີ່ຍາກລຳບາກທີ່ສຸດຂອງລາວ, ໄດ້ສະແດງໃຫ້ເຫັນເຖິງສາຍພົວພັນທີ່ໃກ້ຊິດລະຫວ່າງປະຊາຊົນສອງປະເທດເຖິງແມ່ນວ່າຈະມີທີ່ຕັ້ງພູມສາດທີ່ຫ່າງໄກກັນ, ສະຫະພາບໂຊວຽດ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນກອງປະຊຸມເຈນີວາໃນປີ 1953 ທີ່ເຮັດໃຫ້ລັດທິລ່າເມືອງຂຶ້ນໃນອິນດູຈີນສິ້ນສຸດລົງ, ໄດ້ໃຫ້ການສະໜັບສະໜູນຢ່າງຫຼວງຫຼາຍແກ່ກອງກຳລັງຮັກຊາດຂອງລາວໃນໄລຍະສົງຄາມປິດລັບ, ປະກອບສ່ວນຍາດເອົາໄຊຊະນະ, ພ້ອມທັງໄດ້ຊ່ວຍຮັບປະກັນຄວາມອາດສາມາດໃນການປ້ອງກັນປະເທດ ແລະ ການພັດທະນາເສດຖະກິດ ພາຍຫຼັງການສະຖາປະນາ ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ຝ່າຍຣັດເຊຍສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ ສປປ ລາວ ທີ່ໄດ້ລະນຶກເຖິງວິລະກໍາອັນພິລະອາດຫານຂອງນັກບິນສາກົນນິຍົມໂຊວຽດໃນອະນຸສອນສະຖານທີ່ສ້າງຂຶ້ນໃນປີ 2022 ທີ່ນະຄອນຫຼວງວຽງຈັນ ແລະ ເມືອງແປກແຂວງຊຽງຂວາງ. ພວກເຮົາຮັບຮູ້ເຖິງນະໂຍບາຍທີ່ເປັນເອກະລາດ ແລະ ມີເຫດມີຜົນຂອງລາວ ຊຶ່ງຮ່ວມກັບ ສ ຣັດເຊຍ ແລະ ບັນດາປະເທດທີ່ມີຈຸດຢືນດຽວກັນລວມທັງພາຍໃນກຸ່ມປະເທດເພື່ອນມິດໃນການປົກປ້ອງກົດບັດສະຫະປະຊາຊາດ, ໄດ້ຮັບຮອງເອົາມະຕິຂອງສະຫະປະຊາຊາດ ແລະ ອົງການຕ່າງໆຢ່າງຕໍ່ເນື່ອງກ່ຽວກັບການຕໍ່ສູ້ຕ້ານການສັນລະເສີນລັດທິນາຊີ, ການຕໍ່ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ໃນທຸກຮູບແບບ ແລະ ປະກົດການ, ຄວາມສຳຄັນຂອງສົນທິສັນຍາສາກົນວ່າດ້ວຍສິດທິມະນຸດ ແລະ ອື່ນໆ.

ວນແຫງໄຊະນະສງຄາມປກປອງປຕພມ ຄບຮອບ 81 ປ - image 3
 

ໃນປີ 2025 ຣັດເຊຍ ແລະ ລາວສະເຫຼີມສະຫຼອງວັນຄົບຮອບທີ່ສຳຄັນຂອງຊາດ ແລະ ຂອງສອງປະເທດ ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນແຫ່ງໄຊຊະນະໃນສົງຄາມປ້ອງກັນປິຕຸພູມ ຄົບຮອບ 80 ປີ, ວັນຄົບຮອບ 65 ປີຂອງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດຂອງພວກເຮົາ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ.ໃນປີທີ່ຜ່ານມາ, ບັນດາຄະນະຜູ້ແທນຂັ້ນສູງຈາກ ສປປ ລາວ ທີ່ໄດ້ເຂົ້າຮ່ວມໃນການສະເຫຼີມສະຫຼອງວັນທີ 9 ພຶດສະພາທີ່ນະຄອນຫຼວງມົສກູປະກອບມີ: ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານພົນເອກ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ຊຶ່ງໃນປັດຈຸບັນໄດ້ດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ. ກ້ອນກໍາລັງກອງທັບປະຊາຊົນລາວກໍໄດ້ເດີນຂະບວນສວນສະໜາມຜ່ານຈະຕຸລັດແດງ. ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຢ້ຽມຢາມນະຄອນຫຼວງມົສກູຢ່າງເປັນທາງການ (ເດືອນກໍລະກົດ), ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມເສດຖະກິດຕາເວັນອອກທີ່ເມືອງວລາດີວອດສະຕົກ (ເດືອນກັນຍາ). ໃນໂອກາດຄົບຮອບ 50 ປີວັນສະຖາປະນາ ສປປ ລາວ (ເດືອນທັນວາ) ຄະນະຜູ້ແທນຂັ້ນສູງຂອງ ສ ຣັດເຊຍ ກໍໄດ້ເດີນທາງມາຮ່ວມງານນຳໂດຍທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງຣັດເຊຍ ແລະ ທ່ານ ວາຊີລີ ໂອຊີມາກົບ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍ. ນອກຈາກນັ້ນ, ຍັງໄດ້ຕ້ອນຮັບການຢ້ຽມຢາມຂອງທ່ານ ເຊຣເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍ (ເດືອນທັນວາ).

ໃນປີນີ້, ຣັດເຊຍມີຄວາມຍິນດີຈະຕ້ອນຮັບທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໃນໂອກາດການສະເຫຼີມສະຫຼອງວັນໄຊຊະນະສົງຄາມປົກປ້ອງປິຕຸພູມເມື່ອວັນທີ 9 ພຶດສະພາ 2026.

ການເປັນຄູ່ຮ່ວມມືທີ່ເຂັ້ມແຂງ ແລະ ໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນໃນລະດັບສູງ ແລະ ລະດັບສູງສຸດ ສົ່ງເສີມໃຫ້ແກ່ການພັດທະນາການຮ່ວມມືລະຫວ່າງຣັດເຊຍ ແລະ ລາວໃນຫຼາຍຂົງເຂດຄື: ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ການປະສານງານທັງໃນພາກພື້ນ ແລະ ສາກົນ, ລວມທັງໃນຂອບຂອງອົງການສະຫະປະຊາຊາດ ແລະ ຄູ່ເຈລະຈາຣັດເຊຍ-ອາຊຽນ, ການຮ່ວມມືດ້ານເສດຖະກິດທີ່ຫຼາກຫຼາຍ, ການສຶກສາ ແລະ ການຝຶກອົບຮົມ ແລະ ການແລກປ່ຽນດ້ານມະນຸດສະທຳ. ພວກເຮົາຫວັງຢ່າງຈິງໃຈວ່າໃນການກ້າວໄປຂ້າງໜ້າຕາມເສັ້ນທາງນີ້, ພວກເຮົາຈະສາມາດເສີມຂະຫຍາຍສາຍພົວພັນຂອງພວກເຮົາໃຫ້ມີເນື້ອໃນທີ່ມີຄຸນນະພາບໃໝ່ ແລະ ຍົກລະດັບໃໝ່ໃຫ້ສູງຂຶ້ນກວ່າເກົ່າ, ບົນພື້ນຖານມິດຕະພາບອັນເປັນມູນເຊື້ອແລະຄວາມເປັນອ້າຍນ້ອງທີ່ໄດ້ກໍານົດໄວ້ໃນສົນທິສັນຍາວ່າດ້ວຍພື້ນຖານຂອງການພົວພັນມິດຕະພາບ ໃນວັນທີ 9 ມີນາ 1994 ແລະ ຖະແຫຼງການວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດດ້ານຄວາມໝັ້ນຄົງ ໃນພາກພື້ນອາຊີ-ປາຊີຟິກ ໃນວັນທີ 14 ຕຸລາ 2011.

ຂ້າພະເຈົ້າເຊື່ອໝັ້ນວ່າການຮ່ວມມືລະຫວ່າງຣັດເຊຍ ແລະ ລາວ ຈະສືບຕໍ່ປະກອບສ່ວນເຂົ້າໃນການເສີມສ້າງຄວາມຍຸຕິທຳສາກົນປົກປ້ອງລະບຽບໂລກຫຼັງສົງຄາມຮ່ວມກັບປະຊາຊົນທີ່ຮັກຫອມສັນຕິພາບໃນທຸກປະເທດເພື່ອອະນາຄົດທີ່ສວຍງາມຂອງສອງປະເທດພວກເຮົາ ກໍຄືຂອງມວນມະນຸດທັງໝົດ ແລະ ການສະໜັບສະໜູນ, ພ້ອມກັບປະຊາຊົນທີ່ຮັກສັນຕິພາບຂອງທຸກປະເທດ, ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງໂລກຫຼັງສົງຄາມໃນນາມຂອງການສ້າງອະນາຄົດທີ່ສົດໃສສຳລັບສອງປະເທດຂອງພວກເຮົາ ແລະ ເພື່ອມະນຸດຊາດທັງໝົດ.

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມປະຈໍາປີຂອງກຸ່ມແມ່​ຍິງ​​ອາ​ຊຽນທີ່​ນະ​ຄອນ​ຫຼວງວຽງ​ຈັນ (ກຍອວ)

ກອງປະຊຸມປະຈໍາປີຂອງກຸ່ມແມ່​ຍິງ​​ອາ​ຊຽນທີ່​ນະ​ຄອນ​ຫຼວງວຽງ​ຈັນ (ກຍອວ)

ໃນວັນທີ 4 ກັນຍາ ຜ່ານມານີ້, ກຸ່ມແມ່ຍິງອາຊຽນທີ່ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV) ໄດ້ຈັດກອງປະຊຸມປະຈຳປີ 2026 ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ, ທັງເປັນປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ປະທານກຸ່ມ ກຍອວ ຊຶ່ງມີທ່ານເອກອັກຄະລັດຖະທູດຍິງ, ພັນລະຍາຂອງທ່ານເອກອັກຄະລັດຖະທູດ, ນັກການທູດຍິງ ແລະ ພັນລະຍາຂອງນັກການທູດຈາກບັນດາສະຖານທູດຂອງປະເທດສະມາຊິກອາຊຽນປະຈໍາ ສປປ ລາວ, ລວມທັງນັກການທູດ ແລະ ກອງເລຂາຂອງກຸ່ມດັ່ງກ່າວຈາກກະຊວງການຕ່າງປະເທດແຫ່ງ ສປປ ລາວ ກໍຄືຄະນະບໍລິຫານງານ ແລະ ສະມາຊິກຂອງກຸ່ມດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມສາມັນ ຄັ້ງທີ 10 ລະຫວ່າງ ກອງພົນທີ 5 ແລະ ບໍລິສັດ ມິດຕະພາບ 206

ກອງປະຊຸມສາມັນ ຄັ້ງທີ 10 ລະຫວ່າງ ກອງພົນທີ 5 ແລະ ບໍລິສັດ ມິດຕະພາບ 206

ວັນທີ 4 ກັນຍາ 2026, ຢູ່ທີ່ຫ້ອງປະຊຸມ ບໍລິສັດ ມິດຕະພາບ 206 ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ໄດ້ຈັດກອງປະຊຸມສາມັນ ຄັ້ງທີ 10 ປະຈຳປີ 2026 ລະຫວ່າງ ກອງພົນທີ 5 ກອງທັບປະຊາຊົນລາວ ແລະ ບໍລິສັດ ມິດຕະພາບ 206 ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຈັດຕະວາ ບຸນສົມ ອິນທະລາ ຫົວໜ້າການທະຫານ ກອງພົນທີ 5 ກອງທັບປະຊາຊົນລາວ ແລະ ສະຫາຍ ໂງ ແມັງ ຮຸ່ງ ອຳນວຍການບໍລິສັດ ມິດຕະພາບ 206, ມີບັນດາຄະນະພັກ-ຄະນະບັນຊາ ແລະ ພາກສ່ວນກ່ຽວຂ້ອງ ທັງສອງຝ່າຍ ເຂົ້າຮ່ວມ.
ການນຳແຂວງຊຽງຂວາງອວຍພອນຊາວ​ຫວຽດ​ນາມໂອ​ກາດວັນຊາດຄົບ​ຮອບ 81 ປີ

ການນຳແຂວງຊຽງຂວາງອວຍພອນຊາວ​ຫວຽດ​ນາມໂອ​ກາດວັນຊາດຄົບ​ຮອບ 81 ປີ

ທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ອວຍພອນວັນວັນຊາດ ສສຫວຽດນາມ ຄົບຮອບ81ປີ( 2ກັນຍາ1945-2ກັນຍາ2026) ໃນ​ວັນ​ທີ 3 ກັນ​ຍາ​ຜ່ານ​ມາທີ່ ແຂວງ​ຊຽງ​ຂວາງ ໂດຍມີຄະນະຄຸ້ມຄອງຊາວຫວຽດນາມ, ກອງຂຸດຄົ້ນອັດຖິທະຫານອາສາສະມັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດຢູ່ແຂວງຊຽງຂວາງ ໃນພາລະກິດຕ້ານຈັກກະພັດຜູ້ຮຸກຮານ, ບໍລິສັດໂກເອໂກ, ກອງກໍ່ສ້າງກ່າ(ກອງກ່າ), ທະນາຄານຮ່ວມທຸລະກິດລາວ-ຫວຽດ ແລະ ຄະນະບໍລິສັດລາວຈັງໂກ ວີນາມີ້ວ.
ສະຫຼອງຄົບຮອບ 30 ປີ ການສ້າງຕັ້ງສະຖາບັນແມ່ນໍ້າຂອງ  ພາຍໃຕ້ຫົວຂໍ້ “People-Partnership-Progress”

ສະຫຼອງຄົບຮອບ 30 ປີ ການສ້າງຕັ້ງສະຖາບັນແມ່ນໍ້າຂອງ ພາຍໃຕ້ຫົວຂໍ້ “People-Partnership-Progress”

ຫວ່າງບໍ່ດົນມານີ້, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ, ໃນນາມປະທານສະພາບໍລິຫານງານ ສະຖາບັນແມ່ນໍ້າຂອງ ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງທີ່ຂອນແກ່ນ ປະເທດໄທ, ໂດຍມີສະມາຊິກສະພາບໍລິຫານງານສະຖາບັນແມ່ນ້ຳຂອງ, ສະມາຊິກຄະນະປະຈຳສະຖາບັນແມ່ນ້ຳຂອງ, ບັນດາຜູ້ຕາງໜ້າຈາກສະຖານກົງສຸນໃຫຍ່ຂອງບັນດາປະເທດສະມາຊິກອະນຸພາກພື້ນແມ່ນໍ້າຂອງ (GMS) ທີ່ ຂອນແກ່ນ, ຄູ່ຮ່ວມງານ, ຄູ່ຮ່ວມພັດທະນາ ແລະ ພະນັກງານຂອງສະຖາບັນດັ່ງກ່າວ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສ ລັດເວຍ

ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສ ລັດເວຍ

ເມື່ຶອບໍ່ດົນມານີ້ ທີ່ທຳນຽບປະທານາທິບໍດີ ນະຄອນຫຼວງ Riga ປະເທດລັດເວຍ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ພະນະທ່ານ Edgars Rinkevics ປະທານາທິບໍດີແຫ່ງ ສາທາລະນະລັດ ລັດເວຍ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາທາລະນະລັດ ລັດເວຍ.
ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29 ຢູ່ປະເທດໄທ

ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29 ຢູ່ປະເທດໄທ

ຄະນະຜູ້ແທນລາວ ນໍາໂດຍທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29, ກອງປະຊຸມເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ ຄັ້ງທີ 22 ແລະ ກອງປະຊຸມປິ່ນອ້ອມຢູ່ບາງກອກປະເທດໄທ ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍການເປັນເຈົ້າພາບຂອງກະຊວງແຮງງານແຫ່ງປະເທດໄທ ພາຍໃຕ້ຫົວຂໍ້: “ການພັດທະນາທຶນມະນຸດອາຊຽນ ເພື່ອນຳໄປສູ່ການຮັບຮູ້ການຢັ້ງຢືນສີມືແຮງງານໃນລະດັບສາກົນ”, ຊຶ່ງມີຜູ້ແທນຈາກ 11 ປະເທດສະມາຊິກອາຊຽນ, ຄູ່ຮ່ວມພັດທະນາ ແລະ ປະເທດຄູ່ເຈລະຈາເຂົ້າຮ່ວມ.
ສໍາມະນາເວທີການທ່ອງທ່ຽວລະດັບສູງ ITE HCMC 2026 ທີ່ ສສ ຫວຽດນາມ

ສໍາມະນາເວທີການທ່ອງທ່ຽວລະດັບສູງ ITE HCMC 2026 ທີ່ ສສ ຫວຽດນາມ

ທ່ານ ສຸກສະຫວັນ ວິໄລວົງ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ​ຈໍາປາສັກພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາເວທີການທ່ອງທ່ຽວລະດັບສູງ ITE HCMC 2026 ພາຍໃຕ້ຫົວຂໍ້ “ການທ່ອງທ່ຽວ MICE ໃນຍຸກໃໝ່: ຍືນຍົງ - ເຊື່ອມໂຍງ - ໂອກາດ” ຈັດຂຶ້ນໃນລະຫວ່າງວັນທີ 27 - 29 ສິງຫາ 2026 ທີ່ນະຄອນໂຮ່ຈີມິນ ສສ ຫວຽດນາມ.
ຄະນະສື່ມວນຊົນລາວ ຢ້ຽມຊົມບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ

ຄະນະສື່ມວນຊົນລາວ ຢ້ຽມຊົມບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ

ວັນທີ 3 ກັນຍາ ນີ້, ທ່ານ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໄດ້ນຳພາຄະນະສື່ມວນຊົນລາວ ເຂົ້າຢ້ຽມຊົມ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (China Southern Power Grid) ເພື່ອຮັບຮູ້ເຖິງການນຳໃຊ້ເຕັກໂນໂລຊີສະໄໝໃໝ່ ແລະ ນະວັດຕະກຳໃນວຽກງານພະລັງງານ-ໄຟຟ້າ.
ປະທານອົງການກາແດງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດໄທ

ປະທານອົງການກາແດງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດໄທ

ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ, ໃນວັນທີ 2 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ.
ສະມາຄົມນັກທຸລະກິດໜຸ່ມໂຮ່ຈິມິນ ມອບຫໍສະໝຸດໃຫ້ໂຮງຮຽນມິດຕະພາບລາວ-ຫວຽດ​ນາມ ແຂວງອັດຕະປື.

ສະມາຄົມນັກທຸລະກິດໜຸ່ມໂຮ່ຈິມິນ ມອບຫໍສະໝຸດໃຫ້ໂຮງຮຽນມິດຕະພາບລາວ-ຫວຽດ​ນາມ ແຂວງອັດຕະປື.

ສະມາຄົມນັກທຸລະກິດໜຸ່ມໂຮ່ຈິມິນ ແຫ່ງ ສສ ຫວຽດນາມ ໄດ້ມອບ-ຮັບໂຄງການ “ຫໍສະໝຸດ 2030” ຄັ້ງທີ 17 ແລະ ອຸປະກອນການຮຽນ ໃຫ້ແກ່ໂຮງຮຽນປະຖົມ-ມັດທະຍົມຕອນຕົ້ນມິດຕະພາບລາວ-ຫວຽດນາມ ແຂວງອັດຕະປື.ພິທີໄດ້ຈັດຂຶ້ນ ໃນ​ວັນທີ​ 31​ ສິງຫາ​ 2026​ ທີ່ໂຮງຮຽນດັ່ງກ່າວ,​ ໂດຍການເຂົ້າຮ່ວມຂອງທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີທ່ານ ນາງ ຕ້າ ເຟືອງ ຢຸງ ກົງສຸນໃຫຍ່ຫວຽດ​ນາມ ປະຈຳ 4 ແຂວງພາກໃຕ້ລາວ, ພ້ອມດ້ວຍຜູ້ແທນ, ນັກທຸລະກິດ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ເພີ່ມເຕີມ