ເວທີປຶກສາຫາລືການແລກປ່ຽນດ້ານວັດທະນະທຳລະດັບສູງຈີນ-ຝຣັ່ງ

ເວທີປຶກສາຫາລືການແລກປ່ຽນດ້ານວັດທະນະທຳລະດັບສູງຈີນ-ຝຣັ່ງ
ຂ່າວສານຊີອາໄອລາຍງານໃນທ້າຍເດືອນເມສາຜ່ານມາວ່າ: ເນື່ອງໃນໂອກາດທີ່ທ່ານສີຈິ້ນຜິງ ປະທານປະເທດຈີນຈະເດີນທາງໄປຢ້ຽມຢາມຝຣັ່ງທາງລັດຖະກິດ, ໃນວັນທີ 30 ເມສາຜ່ານມາຕາມເວລາທ້ອງຖິ່ນ, ເວທີປຶກສາຫາລືການແລກປ່ຽນດ້ານວັດທະນະທຳລະດັບສູງຈີນ-ຝຣັ່ງໄດ້ຈັດຂຶ້ນທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໂດຍການເປັນເຈົ້າພາບຮ່ວມຂອງສະມາຄົມການຕ່າງປະເທດສາທາລະນະຈີນ, ວິທະຍຸໂທລະພາບສູນກາງຈີນຫຼື CMG ແລະສະຖານທູດຈີນປະຈຳຝຣັ່ງ. 
ທ່ານເສີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ຫົວໜ້າວິທະຍຸໂທລະພາບສູນກາງຈີນຫຼື CMG ໄດ້ກ່າວຄຳປາໄສຜ່ານທາງວິດີໂອ, ທ່ານບຣູໂນ ຟອກສ ສະມາຊິກສະພາແຫ່ງຊາດຝຣັ່ງແລະທ່ານອື່ນໆໄດ້ເຂົ້າຮ່ວມກິດຈະກຳແລະກ່າວຄຳປາໄສ. ເຈົ້າໜ້າທີ່ລັດຖະບານ ແລະຜູ້ຮັບຜິດຊອບສະມາຄົມມິດຕະພາບ, ຜູ້ຕາງໜ້າອົງກອນຄົ້ນຄວ້າແລະບຸກຄົນໃນວົງການສື່ມວນຊົນຂອງສອງປະເທດຈີນ-ຝຣັ່ງໄດ້ດຳເນີນການສົນທະນາໂດຍປິ່ນອ້ອມຫົວຂໍ້ຈຸດສຸມຕ່າງໆເຊັ່ນ: ການຂະຫຍາຍການພົວພັນລະຫວ່າງສອງປະເທດ, ການເພີ່ມທະວີການແລກປ່ຽນດ້ານວັດທະນະທຳ, ການຊຸກຍູ້ການຮ່ວມມືດ້ານສື່ມວນຊົນແລະຫົວຂໍ້ອື່ນໆ.

ຄໍາເຫັນ

ຂ່າວຕ່າງປະເທດ

ຫວຽດ​ນາມ - ອິນ​ເດຍ ນຳວົງເງິນການຄ້າສອງສົ້ນໃຫ້ບັນ​ລຸ 25 ຕື້ໂດລາ

ຫວຽດ​ນາມ - ອິນ​ເດຍ ນຳວົງເງິນການຄ້າສອງສົ້ນໃຫ້ບັນ​ລຸ 25 ຕື້ໂດລາ

ວິທະຍຸກະຈາຍຫວຽດນາມລາຍງານວ່າ: ໃນວັນ​ທີ 12 ກັນ​ຍາ ຜ່ານມາ ຢູ່​ນະ​ຄອນຫຼວງນິວແດນລີ, ໃນ​ຂອບ​ເຂດ​ການ​ເດີນ​ທາງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຫາ​ກໍພົ້ນ​ເດັ່ນ​ຂຶ້ນ (BRICS) ຄັ້ງ​ທີ 18, ທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ມີ​ການ​ພົບປະ​ເຈ​ລະ​ຈາ ​ກັບ​ທ່ານ ນາເຣນດາ ໂມດີ ນາ​ຍົກ​ລັດ​ຖະ​ມົນ​ຕີອິນ​.
ອັງກິດ ຮ່ວມມືກັບອຸດສາຫະກຳຂາຍຍ່ອຍ ຊ່ວຍຊາວໜຸ່ມ 100,000 ຄົນ ມີວຽກເຮັດງານທຳ

ອັງກິດ ຮ່ວມມືກັບອຸດສາຫະກຳຂາຍຍ່ອຍ ຊ່ວຍຊາວໜຸ່ມ 100,000 ຄົນ ມີວຽກເຮັດງານທຳ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 9 ກັນຍາ ຜ່ານມາວ່າ: ບັນດາຮ້ານຄ້າຂາຍຍ່ອຍຊັ້ນນໍາຂອງອັງກິດກໍາລັງຮ່ວມມືກັບລັດຖະບານໃນການດຳເນີນໂຄງການທີ່ສະໜອງໂອກາດໃຫ້ແກ່ໄວໜຸ່ມ ທີ່ມີອາຍຸ 18-24 ປີ ທີ່ບໍ່ໄດ້ຢູ່ໃນລະບົບການສຶກສາ, ການຈ້າງງານ ແລະ ບໍ່ໄດ້ຮັບການຝຶກອົບຮົມ ຫຼື ເອີ້ນວ່າ NEET (Not in Education, Employment or Training)ຈຳນວນ 11,000 ຄົນ ເພື່ອໃຫ້ໄດ້ຮັບວຽກເຮັດງານທຳ 16-35 ຊົ່ວໂມງຕໍ່ອາທິດ ເປັນເວລາ 2-4 ອາທິດ. ໂດຍມີເປົ້າໝາຍເພື່ອສ້າງວຽກເຮັດງານທຳ 100,000 ຕຳແໜ່ງ ພາຍໃນທ້າຍສະໄໝລັດຖະສະພາປັດຈຸບັນໃນປີ 2029.
IMF ຊີ້ໃຫ້ເຫັນວ່າ ເສດຖະກິດໂລກຍັງຄົງເຂັ້ມແຂງ

IMF ຊີ້ໃຫ້ເຫັນວ່າ ເສດຖະກິດໂລກຍັງຄົງເຂັ້ມແຂງ

ຂ່າວຕ່າງປະເທດລາຍງານໃນວັນທີ 11 ກັນຍາ ຜ່ານມາວ່າ: ກອງທຶນການເງິນສາກົນ (IMF) ເປີດເຜີຍວ່າ,ເສດຖະກິດໂລກຍັງຄົງຟື້ນຕົວໄດ້ເຖິງວ່າຈະມີການຂັດແຍ້ງທີ່ຍາວນານເຖິງ 6 ເດືອນ ລະຫວ່າງສະຫະລັດ ອາເມຣິກາ ແລະ ອີຣານ, ແຕ່ຄວາມບໍ່ແນ່ນອນກ່ຽວກັບທ່າອ່ຽງເສດຖະກິດໂລກຍັງຢູ່ໃນລະດັບສູງ.
ຈີນ​​ ປະ​ກາດ 11 ອາ​ຊີບ​ໃໝ່ ແລະ 23 ຕໍາແໜ່ງ​ງານ​ໃໝ່

ຈີນ​​ ປະ​ກາດ 11 ອາ​ຊີບ​ໃໝ່ ແລະ 23 ຕໍາແໜ່ງ​ງານ​ໃໝ່

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 9 ກັນ​ຍາຜ່ານມາ, ພາກ​ສ່ວນ​ຕ່າງໆ​ຂອງ​ຈີນ ລວມ​ທັງກະ​ຊວງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ປະ​ກັນ​ສັງ​ຄົມ​ຈີນ​ ໄດ້​ປະ​ກາດ 11 ອາ​ຊີບໃໝ່ ເຊັ່ນ: ​ຊ່າງ​ເຕັກ​ນິກການ​ປະ​ຍຸກ​ໃຊ້​ຫຸ່ນ​ຍົນ​ອັດ​ສະ​ລິ​ຍະ, ນັກ​ວິ​ເຄາະ​ຂໍ້​ມູນ​ການ​ກິ​ລາ ແລະ ​ອື່ນໆ ແລະ 23 ຕໍາແໜ່ງ​ງານ​ໃໝ່ ເຊັ່ນ: ແຮງ​ງານ​ໃນ​ຄຸ້ມ​ຊຸມ​ຊົນ, ຜູ້​ສົ່ງ​ເມ​ດ່ວນ​ເຂດ​ອາ​ກາດ​ຕ່ຳ​ ແລະ​ ອື່ນໆ. ອາ​ຊີບ​ໃໝ່​ທີ່​ປະ​ກາດຄັ້ງ​ນີ້​ລວມ​ທັງ 5 ອາ​ຊີບ​ດີ​ຈີ​ຕອນ ແລະ 3 ອາ​ຊີບ​ສີ​ຂຽວ.
8 ເດືອນ ຫວຽດນາມ ​ສົ່ງ​ອອກ​ເຂົ້າ​ສານບັນລຸ 6 ລ້ານກວ່າໂຕນ

8 ເດືອນ ຫວຽດນາມ ​ສົ່ງ​ອອກ​ເຂົ້າ​ສານບັນລຸ 6 ລ້ານກວ່າໂຕນ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 10 ກັນຍາ ຜ່ານມາວ່າ: ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ລາຍງານວ່າ, ໃນ 8 ເດືອນ​ຂອງ​ປີ 2026, ການ​ສົ່ງ​ອອກ​ເຂົ້າສາ​ນ​ບັນລຸ​ 6 ລ້ານກວ່າໂຕນ, ດ້ວຍ​ມູນ​ຄ່າ​ການ​ສົ່ງ​ອອກ​ບັນ​ລຸ​ເກືອບ 2.91 ຕື້ໂດລາ, ຫຼຸດລົງ​ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ 2025. ເຖິງ​ຢ່າງໃດ​ກໍ​ຕາມ, ລາ​ຄາ​ສົ່ງ​ອອກ​ເລີ່ມ​ຟື້ນ​ຟູ​ພ້ອມ​ກັບ​ບັນ​ດາ​ການ​ປ່ຽນ​ແປງ​ກ່ຽວ​ກັບ​​ການ​ສະ​ໜອງ ແລະ ຄວາມ​ຕ້ອງ​ການ​ຢູ່​ບັນ​ດາ​ຕະຫຼາດ​ໃຫຍ່ທີ່​ພວມ​ສ້າງ​ໂອ​ກາດ​ໃຫ້​ຂະ​ແໜງການນີ້ ເພີ່ມ​ລະ​ດັບ​ຄວາມ​ໄວ​ໃນ​ທ້າຍ​ປີ.
ທຶນສຳຮອງເງິນຕາຕ່າງປະເທດຍີ່ປຸ່ນ ຫຼຸດລົງ 79.5 ຕື້ໂດລາ ໃນເດືອນສິງຫາ

ທຶນສຳຮອງເງິນຕາຕ່າງປະເທດຍີ່ປຸ່ນ ຫຼຸດລົງ 79.5 ຕື້ໂດລາ ໃນເດືອນສິງຫາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ກະຊວງການເງິນຍີ່ປຸ່ນເປີດເຜີຍວ່າ, ທຶນສຳຮອງເງິນຕາຕ່າງປະເທດໄດ້ຫຼຸດລົງ 79.5 ຕື້ໂດລາ ຫຼື 6.18% ຈາກເດືອນກໍລະກົດ ມາເປັນ 1.21 ພັນຕື້ໂດລາ ໃນທ້າຍເດືອນສິງຫາ. ນີ້ແມ່ນເດືອນທີ 4 ຕິດຕໍ່ກັນທີ່ຫຼຸດລົງ ແລະ ເປັນການຫຼຸດລົງທີ່ໃຫຍ່ທີ່ສຸດແບບບໍ່ເຄີຍມີມາກ່ອນ ທັງໃນດ້ານສັດສ່ວນ ແລະ ມູນຄ່າເປັນໂດລາ.
ເດັກນ້ອຍບຣູໄນ ຢູ່ໃນ 3 ອັນດັບຕົ້ນໆຂອງອາຊຽນ ດ້ານຄະນິດສາດ ແລະ ວິທະຍາສາດ

ເດັກນ້ອຍບຣູໄນ ຢູ່ໃນ 3 ອັນດັບຕົ້ນໆຂອງອາຊຽນ ດ້ານຄະນິດສາດ ແລະ ວິທະຍາສາດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 9 ກັນຍາ ຜ່ານມາວ່າ: ການສຶກສາຈາກໂຄງການປະເມີນນັກສຶກສາຕ່າງປະເທດ (PISA) ປະຈຳປີ 2025 ໄດ້ເປີດເຜີຍວ່າ, ນັກຮຽນບຣູໄນມີຜົນການປະເມີນຄວາມສາມາດດ້ານຄະນິດສາດ ແລະ ວິທະຍາສາດ ຢູ່ໃນ 3 ອັນດັບຕົ້ນໆຂອງປະເທດອາຊຽນ ແລະ ຢູ່ໃນອັນດັບສອງໃນດ້ານການອ່ານ. ໂດຍມີນັກຮຽນບຣູໄນຫຼາຍກວ່າ 5,000 ຄົນຈາກໂຮງຮຽນມັດທະຍົມຕອນປາຍ 55 ແຫ່ງໄດ້ເຂົ້າຮ່ວມໃນການປະເມີນລະຫວ່າງເດືອນເມສາ ຫາ ເດືອນພຶດສະພາ 2025.
ອາ​ຊຽນ ​ປຶກ​ສາ​ຫາ​ລື​​ການ​ສ້າງ​ຕັ້ງກົນ​ໄກ​ຄັງ​ສຳ​ຮອງ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ພາກ​ພື້ນ

ອາ​ຊຽນ ​ປຶກ​ສາ​ຫາ​ລື​​ການ​ສ້າງ​ຕັ້ງກົນ​ໄກ​ຄັງ​ສຳ​ຮອງ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ພາກ​ພື້ນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 9 ກັນຍາ ຜ່ານມາວ່າ: ຫວ່າງມໍ່ໆມານີ້, ກະ​ຊວງ​ອຸດ​ສາ​ຫະ​ກຳ​ ແລະ ການ​ຄ້າ​ຟີ​ລິບ​ປິນ​ເປີດ​ເຜີຍ​ວ່າ, ອາ​ຊຽນພວມ​ຄົ້ນ​ຄວ້າ​ສ້າງຕັ້ງ​ກົນ​ໄກ​ຄັງ​ສຳ​ຮອງ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ພາກ​ພື້ນ ເພື່ອ​ຮັບ​ມື​ກັບ​ວິ​ກິດ​​ດ້ານ​ການ​ສະໜອງ ແລະ ເພີ່ມ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ. ການ​ຄົ້ນ​ຄວ້າ​ທີ່​ກ່ຽວ​ຂ້ອງ​ຈະ​ມອບ​ໃຫ້​ສະ​ຖາ​ບັນ​ຄົ້ນ​ຄວ້າ​ເສດ​ຖະ​ກິດ​ອາ​ຊຽນ ​ແລະ​ ອາ​ຊີຕາ​ເວັນ​ອອກ​ເປັນ​ຜູ້​ຮັບ​ຜິດ​ຊອບ ແລະ ຄາດ​ວ່າ​ຈະ​​ສຳ​ເລັດ​ໃນ​ເດືອນ​ພະ​ຈິກ​ປີ​ນີ້.
AI - ຄລາວ ຈະຊຸກຍູ້ຄວາມຕ້ອງການໄຟຟ້າສຳລັບສູນຂໍ້ມູນໃນພາກພື້ນອາຊີປາຊີຟິກໃຫ້ເພີ່ມຂຶ້ນ

AI - ຄລາວ ຈະຊຸກຍູ້ຄວາມຕ້ອງການໄຟຟ້າສຳລັບສູນຂໍ້ມູນໃນພາກພື້ນອາຊີປາຊີຟິກໃຫ້ເພີ່ມຂຶ້ນ

ສຳນັກຂ່າວສານຊິນຮວາລາຍງານ ໃນວັນທີ 8 ກັນຍາ ຜ່ານມາວ່າ: ບໍລິສັດ JLL ຊຶ່ງເປັນບໍລິສັດຄຸ້ມຄອງຊັບສິນຊັ້ນນໍາຂອງໂລກ, ຄາດຄະເນວ່າຄວາມຕ້ອງການພະລັງງານໄຟຟ້າຂອງສູນຂໍ້ມູນໃນພາກພື້ນອາຊີປາຊີຟິກຈະບັນລຸ 57 ກິກະວັດພາຍໃນປີ 2030, ເພີ່ມຂຶ້ນເກືອບສອງເທົ່າຈາກ 32 ກິກະວັດໃນປັດຈຸບັນ. ຍ້ອນການຂະຫຍາຍຕົວຂອງລະບົບການປະມວນຜົນແບບຄລາວຂະໜາດໃຫຍ່ ແລະ ຄວາມຕ້ອງການທີ່ເພີ່ມຂຶ້ນສໍາລັບປັນຍາປະດິດ (AI) ຊຶ່ງກໍາລັງຊຸກຍູ້ການກໍ່ສ້າງສູນຂໍ້ມູນທົ່ວໂລກ.
ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ບັງ​ກ​ລາ​ເທດ ດຳ​ຕຳ​ແໜ່ງ​ປະ​ທານ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ບັງ​ກ​ລາ​ເທດ ດຳ​ຕຳ​ແໜ່ງ​ປະ​ທານ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 9 ກັນຍາ ຜ່ານມາວ່າ: ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ສະ​ໄໝ​ທີ 80 ໄດ້​ປິດ​ລົງ​ໃນ​ວັນ​ທີ 8 ກັນ​ຍາ ຜ່ານມາ, ທ່ານ​ນາງ ​ອານ​ນາ​ເລ​ນາ ບາ​ເອີ​ບ໋ອກ ປະ​ທານ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 80 ໄດ້​ກ່າວ​ຄຳ​ປາ​ໄສ, ທ່ານ​ ຄາ​ລີ​ເລີ ຣາ​ມານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ບັງ​ກ​ລາເທດ​ໄດ້​ສາ​ບານ​ຕົວ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ຕໍ່​ໄປ ແລະ ຮັບ​ຄ້ອນ​ຫາ​ລື​ວຽກ​ງານ​ສະ​ມັດ​ຊາ​ໃຫຍ່​ຈາກ​ທ່ານ​ນາງ ອານ​ນາ​ເລ​ນາ ບາ​ເອີ​ບ໋ອກ.
ເພີ່ມເຕີມ