ວຽກງານສຶກສາ ຢູ່ແຂວງເຊກອງມີການຂະຫຍາຍຕົວເພີ່ມຂຶ້ນ

ວຽກງານສຶກສາ ຢູ່ແຂວງເຊກອງມີການຂະຫຍາຍຕົວເພີ່ມຂຶ້ນ
ຕາມການລາຍງານຂອງ ທ່ານ ຄໍາໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງເຊກອງ ໃນພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ໃນທ້າຍອາທິດຜ່ານມາໃຫ້ຮູ້ວ່າ: ສົກຮຽນ 2022 -2023 ຜ່ານມາ ທົ່ວແຂວງເຊກອງ ມີໂຮງຮຽນລ້ຽງເດັກ-ອະນຸບານ ທັງໝົດ 34 ແຫ່ງ (ໂຮງຮຽນເອກະຊົນ 4 ແຫ່ງ), ມີຄູສອນ 303 ຄົນ, ອັດຕາເຂົ້າຮຽນຂອງເດັກ 5 ປີ ເທົ່າກັບ 78,6% ທຽບໃສ່ສົກຮຽນ 2021-2022 ເພີ່ມຂຶ້ນ 2,5% ທຽບໃສ່ແຜນ ປີ 2023 ລື່ນແຜນ 1,4%.
     ມີໂຮງຮຽນປະຖົມສຶກສາ 219 ແຫ່ງ, ໂຮງຮຽນປະຖົມສົມບູນ 211 ແຫ່ງ ກວມເອົາ 96,3% ມີຄູສອນ 733 ຄົນ ຍິງ 347 ຄົນ, ມີນັກຮຽນ 18.356 ຄົນ ຍິງ 8.965 ຄົນ, ອັດຕາເຂົ້າຮຽນຂອງເດັກ 6 ປີ ເພີ່ມຈາກ 95% ມາເປັນ 96%, ອັດຕາເຂົ້າຮຽນຂອງເດັກ 6-10 ປີ ເພີ່ມຈາກ 95,3% ມາເປັນ 96,5% ເພີ່ມຂຶ້ນ 1,2%, ມີໂຮງຮຽນມັດທະຍົມຕອນຕົ້ນ 31 ແຫ່ງ, ມີຫ້ອງຮຽນ 253 ຫ້ອງ, ມີຄູສອນ 542 ຄົນ ຍິງ 253 ຄົນ, ມີນັກຮຽນ 7.782 ຄົນ ຍິງ 3.899 ຄົນ ທຽບໃສ່ສົກຮຽນ 2021-2022 ຈຳນວນນັກຮຽນຫຼຸດລົງ 381 ຄົນ ເທົ່າກັບ 4,7%, ອັດຕາເລື່ອນຊັ້ນຈາກ ປ.5 ຂຶ້ນ ມ.1 ທຽບໃສ່ນັກຮຽນເສັງຈົບ ປ.5 ປະຕິບັດໄດ້ 84,8%, ມີໂຮງຮຽນມັດທະຍົມສົມບູນ 16 ແຫ່ງ ແລະ ຕອນປາຍ 1 ແຫ່ງ, ມີຄູສອນທັງໝົດ 251 ຄົນ ຍິງ 117 ຄົນ, ຈໍານວນນັກຮຽນຫຼຸດລົງຈາກ 4.368 ຄົນ ຍິງ 2.088 ຄົນ ມາເປັນ 3.700 ຄົນ ຍິງ 1.795 ຄົນ.
     ສໍາລັບ ວຽກງານລຶບລ້າງຄວາມບໍ່ຮູ້ໜັງສື ແລະ ບຳລຸງຍົກລະດັບການສຶກສາ ໃຫ້ພະນັກງານ, ທະຫານ-ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ໃນສົກຮຽນນີ້ໄດ້ຈັດຕັ້ງການຮຽນ-ການສອນລຶບລ້າງຄວາມບໍ່ຮູ້ໜັງສືລະດັບ II ຈຳນວນ 15 ບ້ານ ມີຜູ້ເຂົ້າຮຽນ 150 ຄົນຍິງ 40 ຄົນ ແລະ ລະດັບ III ຈໍານວນ 20 ບ້ານ ມີຜູ້ເຂົ້າຮຽນ 275 ຄົນ ຍິງ 112 ຄົນ. ຈັດຕັ້ງການຮຽນ-ການສອນ ມັດທະຍົມຕົ້ນ ສຳລັບປະຊາຊົນ ຈຳນວນ 16 ບ້ານ ມີຜູ້ເຂົ້າຮຽນ 372 ຄົນ ຍິງ 167 ຄົນ ແລະ ຊັ້ນມັດທະຍົມຕອນປາຍ ສຳເລັດແລ້ວ 5 ສູນຢູ່ເມືອງທ່າແຕງ ມີຜູ້ເຂົ້າຮຽນ 112 ຄົນ ຍິງ 37 ຄົນ ແລະ ຍັງດຳເນີນການຮຽນ-ການສອນຢູ່ 2 ສູນ ມີຜູ້ເຂົ້າຮຽນ 137 ຄົນ ຍິງ 64 ຄົນ.
     ທ່ານ ຄໍາໄພ ສິມມາວັດ ໃຫ້ຮູ້ຕື່ມອີກວ່າ: ປີ 2023 ທົ່ວແຂວງມີສູນຝຶກອົບຮົມພາກເອກະຊົນ ຈຳນວນ 2 ສູນຄື: ສູນຮາມິເຊັນເຕີ, ສູນພາສາອັງກິດ ABC ແລະ ມີໂຮງຮຽນເຕັກນິກວິຊາຊີບ ແບບປະສົມ ແຂວງ 1 ແຫ່ງ, ມີ 9 ສາຂາຮຽນຄື: ປູກຝັງ, ລ້ຽງສັດ, ກໍ່ສ້າງ, ໄຟຟ້າ, ປຸງແຕ່ງ, ລົດຍົນ, ສ້ອມແປງ, ຊ່າງໄມ້ ແລະຕັດຫຍິບ (ໄດ້ຂະຫຍາຍຈາກຊັ້ນກາງເປັນຊັ້ນສູງມີ 3 ສາຂາຄື: ປູກຝັງ, ລ້ຽງສັດ ເເລະ ໄຟຟ້າ) ມີນັກຮຽນທັງໝົດ 605 ຄົນ ຍິງ 212 ຄົນ.  
ຂ່າວ-ພາບ: ພຸດທະສອ

ຄໍາເຫັນ

ຂ່າວສືກສາ-ກິລາ

ກອງປະຊຸມຜູ້ບໍລິຫານການສຶກສາ,ທົ່ວແຂວງໄຊສົມບູນ ປະຈຳສົກຮຽນ 2024-2025

ກອງປະຊຸມຜູ້ບໍລິຫານການສຶກສາ,ທົ່ວແຂວງໄຊສົມບູນ ປະຈຳສົກຮຽນ 2024-2025

ພະແນກສຶກສາ ທິການ ແລະ ກິລາແຂວງໄຊສົມບູນ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງ ປະຈຳສົກຮຽນ 2024-2025 ຂຶ້ນໃນວັນທີ 21 ສິງຫານີ້ ທີ່ຫ້ອງປະຊຸມຂອງພະແນກ ໂດຍການເປັນປະທານຂອງທ່ານ ຢົງຢີ ລີເຍ່ຍວື ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ.
ແຂວງວຽງຈັນ ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານສືກສາ ປະຈໍາສົກຮຽນ 2024-2025

ແຂວງວຽງຈັນ ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານສືກສາ ປະຈໍາສົກຮຽນ 2024-2025

ກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງວຽງຈັນ ປະຈໍາສົກຮຽນ 2024-2025 ແລະ ແຜນຈັດຕັ້ງປະຕິບັດສົກຮຽນ 2025-2026 ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 18-19 ສິງຫາຜ່ານມາ ທີ່ພະແນກສຶກສາທິການ ແລະ ກິລາແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ.
ສສກ ຮ່ວມກັບລັດຖະບານອົສຕຣາລີ ຖ່າຍທຳວິດີໂອສົ່ງເສີມການສຶກສາໃນທົ່ວປະເທດ

ສສກ ຮ່ວມກັບລັດຖະບານອົສຕຣາລີ ຖ່າຍທຳວິດີໂອສົ່ງເສີມການສຶກສາໃນທົ່ວປະເທດ

ເມື່ອບໍ່ດົນມານີ້, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ໂດຍຜ່ານແຜນງານບີຄວາ ໄດ້ເລີ່ມການຖ່າຍທຳບົດເລື່ອງທຳອິດຂອງແຜນໂຄສະນາການສຶກສາແຫ່ງຊາດຄັ້ງໃໝ່ ເພື່ອສົ່ງເສີມການສຶກສາໃນທົ່ວປະເທດລາວ. ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໂດຍການຊີ້ນຳຈາກກະຊວງສຶຶກສາທິການ ແລະ ກິລາ ທີ່ນຳພາການຖ່າຍທຳ. ບົດເລື່ອງທຳອິດມີຊື່ວ່າ: "ສອງເສັ້ນທາງ", ເປັນເລື່ອງລາວທີ່ປະທັບໃຈ ແລະ ເປັນເລື່ອງທຳອິດໃນບັນດາວິດີໂອທີ່ຈະຜະລິດ ເພື່ອສ້າງແຮງບັນດານໃຈໃຫ້ຮັກການຮຽນ ແລະ ຊຸກຍູ້ໃຫ້ນັກຮຽນສືບຕໍ່ການຮຽນ.
ສໍາມະນາວິທະຍາສາດສາກົນ “ບົດຮຽນການກໍາອໍານາດຂອງພັກການເມືອງມາກຊິດ” ຄັ້ງທີ VI

ສໍາມະນາວິທະຍາສາດສາກົນ “ບົດຮຽນການກໍາອໍານາດຂອງພັກການເມືອງມາກຊິດ” ຄັ້ງທີ VI

ກອງປະຊຸມສໍາມະນາສາກົນຄັ້ງນີ້ເປັນເຈົ້າພາບຮ່ວມຈັດໂດຍ ມະຫາວິທະຍາໄລກວາງຊີ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລ ຊານຕົງ, ສະພາບັນດິດວິທະຍາສາດສັງຄົມຫວຽດນາມ ແລະ ສະມາຄົມປັດຊະຍາຫວຽດນາມ ຊຶ່ງຈັດໂດຍຄະນະລັດທິມາກ ມະຫາວິທະຍາໄລກວາງຊີ, ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດລາວ, ສູນຄົ້ນຄວ້າສັງຄົມນິຍົມຮ່ວມສະໄໝ ມະຫາວິທະຍາໄລຊານຕົງ ແລະ ຊ່ວຍຈັດໂດຍກົມບັນນາທິການ ວາລະສານ “ບັນຫາສັງຄົມນິຍົມສະໄໝປັດຈຸບັນ”, ກົມບັນນາທິການວາລະສານ “ການຄົ້ນຄວ້າທິດສະດີເໝົາເຈີຕົງ-ເຕັ້ງ ສ່ຽວຜິງ”, ກົມບັນນາທິການວາລະສານ “ການຄົ້ນຄວ້າປັດຊະຍາ” ຫວຽດນາມ, ກອງປະຊຸມໄດ້ດໍາເນີນພາຍໃຕ້ຫົວຂໍ້ “ບົດຮຽນການກໍາອໍານາດ ຂອງບັນດາພັກການເມືອງມາກຊິດ” ຄັ້ງທີ VI ໃນວັນທີ 16 ສິງຫາ ຜ່ານມານີ້ ທີ່ສະໂມສອນຂອງມະຫາວິທະຍາໄລແຫ່ງຊາດ.
ຄູ-ອາຈານ 10 ໂຮງຮຽນເປົ້າໝາຍ ນວ ສຳເລັດຍົກລະດັບທັກສະການສອນພາສາຍີ່ປຸ່ນ

ຄູ-ອາຈານ 10 ໂຮງຮຽນເປົ້າໝາຍ ນວ ສຳເລັດຍົກລະດັບທັກສະການສອນພາສາຍີ່ປຸ່ນ

ພິທີປິດຊຸດຝຶກອົບຮົມພາກປະຕິບັດຕົວຈິງສຳລັບຄູ-ອາຈານ ສອນພາສາຍີ່ປຸ່ນ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສູນຝຶກອົບຮົມ ແລັບເດີລາຍ ນະຄອນຫຼວງວຽງຈັນ ໂດຍເປັນກຽດ ມອບໃບຢັ້ງຢືນຂອງ ທ່ານ ອຸທິດ ທິບມະນີ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ Murakami ຜູ້ຊ່ຽວຊານຈາກມູນນິທິຍີ່ປຸ່ນ, ມີອາສາສະໝັກຊ່ວຍສອນພາສາຍີ່ປຸ່ນ, ຄູ-ອາຈານສອນພາສາຍີ່ປຸ່ນຈາກໂຮງຮຽນພາກລັດ ແລະ ເອກະຊົນໃນນະຄອນຫຼວງວຽງຈັນ 30 ທ່ານ ເຂົ້າຮ່ວມ.
ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຫວນຄືນມູນເຊື້ອແນວລາວສ້າງຊາດ  ຄົບຮອບ 75 ປີ

ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຫວນຄືນມູນເຊື້ອແນວລາວສ້າງຊາດ ຄົບຮອບ 75 ປີ

ວັນທີ 19 ສິງຫາ ນີ້ ທີ່ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງອົງການແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 – 13 ສິງຫາ 2025), ເປັນກຽດປາຖະກະຖາໂດຍ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ຊຶ່ງມີ ທ່ານ ພັອ ສະແຫວງ ແດນນາມົນ ຫົວໜ້າການເມືອງ, ທ່ານ ພັອ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ, ມີນາຍ ແລະ ພົນທະຫານ, ຄູ-ອາຈານ, ນັກຮຽນ ເຂົ້າຮ່ວມ.
ທີມເມືອງຫາດຢູໄນເຕັດ ໄດ້ແຊັມເຕະບານຊີງຂັນນະຄອນຫຼວງວຽງຈັນ ຄັ້ງທີ 1

ທີມເມືອງຫາດຢູໄນເຕັດ ໄດ້ແຊັມເຕະບານຊີງຂັນນະຄອນຫຼວງວຽງຈັນ ຄັ້ງທີ 1

ການແຂ່ງຂັນກິລາບານເຕະຊີງຂັນນະຄອນຫຼວງວຽງຈັນ ຄັ້ງທີ 1 ຫຼື ລາຍການ THE CAPITAL CUP 2025 ເພື່ອເປັນການເລືອກເຟັ້ນຫານັກກິລາຜູ້ທີ່ມີພອນສະຫວັນດີເດັ່ນ ກຽມຕາງໜ້ານະຄອນຫຼວງວຽງຈັນ ຮ່ວມງານກິລາແຫ່ງຊາດ ຄັ້ງທີ 12 ຈະຈັດຂຶ້ນລະ ຫວ່າງວັນທີ 15-25 ພະຈິກ ນີ້.
ສຳເລັດການແຂ່ງຂັນກິລາເປຕັງ ຊີງຂັນປະທານສານປະຊາຊົນສູງສຸດ

ສຳເລັດການແຂ່ງຂັນກິລາເປຕັງ ຊີງຂັນປະທານສານປະຊາຊົນສູງສຸດ

ວັນທີ 14 ສິງຫາ ຜ່ານມາ ທີ່ສານປະຊາຊົນສູງສຸດ ໄດ້ສຳເລັດການແຂ່ງຂັນກິລາເປຕັງຊີງຂັນປະທານສານປະຊາຊົນສູງສຸດ. ໃຫ້ກຽດເຂົ້າຮ່ວມຊົມ ແລະ ມອບຂັນລາງວັນຂອງທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ຊຶ່ງມີພະນັກງານສານປະຊາຊົນສູງສຸດ, ສານປະຊາຊົນພາກກາງ, ສານປະຊາຊົນນະຄອນຫຼວງວຽງຈັນ ແລະ ສານປະຊາຊົນທັງ 4 ເຂດໃນນະຄອນຫຼວງວຽງຈັນ ແລະ ນັກກິລາເຂົ້າຮ່ວມ.
ນັກສຶກສາທິດສະດີການເມືອງລະບົບຂັ້ນສູງ 9 ເດືອນ  ຮຸ່ນທີ VII ທັດສະນະສຶກສາ ຢູ່ນະຄອນຫຼວງວຽງຈັນ

ນັກສຶກສາທິດສະດີການເມືອງລະບົບຂັ້ນສູງ 9 ເດືອນ ຮຸ່ນທີ VII ທັດສະນະສຶກສາ ຢູ່ນະຄອນຫຼວງວຽງຈັນ

ຄະນະນັກສຶກສາທິດສະດີການເມືອງລະບົບຂັ້ນສູງ 9 ເດືອນ ຮຸ່ນທີ VII ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄປທັດສະນະສຶກສາຢູ່ຫໍພິພິທະພັນປະທານ ໄກສອນ ພົມວິຫານ, ຄະນະວິສະວະກຳສາດ (ຄວສ) ມະຫາວິທະຍາໄລແຫ່ງຊາດ ແລະ ນິຄົມອຸດສາຫະກຳວຽງຈັນ-ໂນນທອງ ເຂດເສດຖະກິດພິເສດກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍການນໍາພາຢ້ຽມຢາມຂອງ ທ່ານ ແສງແກ້ວ ວົງລຳພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສມປຊ, ມີຄະນະຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.
ໂຮງຮຽນປະຖົມສາທິດມີຄວາມພ້ອມເປີດສົກຮຽນໃໝ່

ໂຮງຮຽນປະຖົມສາທິດມີຄວາມພ້ອມເປີດສົກຮຽນໃໝ່

ທ່ານ ນາງ ບຸນທັນ ປຸນຍາວົງ ຜູ້ອຳນວຍການໂຮງຮຽນປະຖົມສຶກສາສົມບູນສາທິດ ຫຼື ເອີ້ນວ່າ ໂຮງຮຽນປະຖົມສາທິດ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ ທີ່ໂຮງຮຽນປະຖົມສາທິດວ່າ: ກ່ອນຈະເປີດສົກຮຽນໃໝ່ນີ້ທາງໂຮງຮຽນໄດ້ມີແຜນກະກຽມ ໂດຍການເປີດບໍາລຸງຄູເນັ້ນໃສ່ 4 ວິຊາຫຼັກເຊັ່ນ: ວິຊາພາສາລາວ, ຄະນິດສາດ, ວິທະຍາສາດສິ່ງແວດລ້ອມ ແລະ ພາສາອັງກິດ, ໄດ້ກະ ກຽມຄວາມພ້ອມດ້ານອາຄານສະຖານທີ່, ຫ້ອງຮຽນ, ຫ້ອງນໍ້າ, ຫ້ອງການ, ຫ້ອງສະໝຸດ, ໄຟຟ້າ, ນໍ້າປະປາ, ຕັດຫຍ້າ ເພື່ອກຽມຄວາມພ້ອມໃນການຮັບນັກຮຽນ, ລົງທະບຽນນັກຮຽນເກົ່າ ແລະ ນັກຮຽນໃໝ່ປະຈຳສົກຮຽນ 2025-2026 ໃນວັນທີ 25 ສິງຫາເປັນຕົ້ນໄປ. ຄາດວ່າໃນສົກຮຽນໃໝ່ນີ້ຈະຮັບນັກຮຽນ 750 ຄົນ ຍິງ 395 ຄົນ, ທາງໂຮງຮຽນມີຄູ-ອາຈານທັງໝົດ 21 ຄົນ, ຄູອາສາ 1 ຄົນ, ໂດຍເນັ້ນຄຸນນະພາບປະຕິບັດຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາເພື່ອກຽມປະເມີນເປັນໂຮງຮຽນຕົວແບບຄຸນນະພາບດີ.
ເພີ່ມເຕີມ