ວິທະຍາຄານກອງທັບ ຍາດໄດ້2 ຫຼຽນຄຳ ບານສົ່ງໃນຮົ່ມ ຍິງ-ຊາຍ ງານກິລາມະຫາວິທະຍາໄລລາວ ຄັ້ງທີ 2

ວິທະຍາຄານກອງທັບ ຍາດໄດ້2 ຫຼຽນຄຳ ບານສົ່ງໃນຮົ່ມ ຍິງ-ຊາຍ ງານກິລາມະຫາວິທະຍາໄລລາວ ຄັ້ງທີ 2
ການແຂ່ງຂັນຄູ່ຊີງຫຼຽນຄຳ ບານສົ່ງໃນຮົ່ມຍິງ-ຊາຍ ງານມະຫະກຳກິລາມະຫາວິທະຍາໄລ ລາວ ຄັ້ງທີ 2  ຈັດຂຶ້ນ ໃນຕອນແລງວັນທີ 12 ພຶດສະພາ ຜ່ານມາ ທີ່ສະໜາມກິລາໃນຮົ່ມອາເນກປະສົງ ມຊ ວິທະຍາເຂດດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ມອບຫຼຽນລາງວັນໂດຍທ່ານ ພັນເອກ  ສົມພິນ ພົມມະຈັນ ຮອງຜູ້ອຳນວຍການ ວິທະຍາຄານປ້ອງກັນຊາດໄກສອນພົມວິຫານ ແລະ ທ່ານ ປີໄຊ ສຸວັນນະໄຊ ຮອງປະທານ ແລະ ເລຂາທິການ ສະຫະພັນບານສົ່ງແຫ່ງຊາດລາວ.
ສະຫຼຸບຜົນຂອງການແຂ່ງຂັນກິລາບານສົ່ງໃນຮົ່ມປະເພດຊາຍ.
* ຫຼຽນຄຳ: ວິທະຍາຄານກອງທັບ,ຫຼຽນເງິນ: ວິທະຍາຄານສັນຕິບານປະຊາຊົນ ແລະ ຫຼຽນທອງ ສະຖາບັນລາວ-ອາເມລິກາ. 
* ປະເພດຍິງ:ຫຼຽນຄຳ: ວິທະຍາຄານກອງທັບ,ຫຼຽນເງິນ: ມະຫາວິທະຍາໄລແຫ່ງຊາດ ແລະ ຫຼຽນທອງ: ສະຖາບັນລາວ-ອາເມລິກາ.
ຂ່າວ:ສູນຂ່າວ ກມລ2

ຄໍາເຫັນ

ຂ່າວສືກສາ-ກິລາ

ໄຊສົມບູນ ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງໄລຍະ 6 ເດືອນ ຮຸ່ນທີ II

ໄຊສົມບູນ ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງໄລຍະ 6 ເດືອນ ຮຸ່ນທີ II

ພິທີເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ໄລຍະ 6 ເດືອນ ຮຸ່ນທີ ll ຢູ່ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 3 ມິຖຸນາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ.
ໂຮງ­ຮຽນ​ອະ­ນຸ­ບານ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ຈັດ​ກິດ­ຈະ­ກຳ​ວັນ­ເດັກ­ນ້ອຍ​ສາ­ກົນ ແລະ ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ

ໂຮງ­ຮຽນ​ອະ­ນຸ­ບານ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ຈັດ​ກິດ­ຈະ­ກຳ​ວັນ­ເດັກ­ນ້ອຍ​ສາ­ກົນ ແລະ ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ

ເນື່ອງ​ໃນ​ໂອ­ກາດ​ວັນ­ເດັກ­ນ້ອຍ​ສາ­ກົນ ແລະ ວັນ​ປູກ​ຕົົົົົົົົົົົົົົົົົົົົົົ້ນ​ໄມ​ແຫ່ງ​ຊາດ ໂຮງ­ຮຽນ​ອະ­ນຸ­ບານ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ໄດ້​ຈັດ​ພິ­ທີ​​ສະ­ເຫຼີມ­ສະ­ຫຼອງ​ວັນ​ສຳ­ຄັນ​ດັ່ງ­ກ່າວ​ຂຶ້ນ​ໃນ​ວັນ​ທີ 30 ພຶດ­ສະ­ພາ​ຜ່ານ​ມາ​ທີ່​ໂຮງ­ຮຽນ​ດັ່ງ­ກ່າວ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ນາງ​ເພັດ​ສະ­ໄໝ ໄຊ​ຍະ​ມຸງ​ຄົນ ພັນ​ລະ​ຍາ​ຜູ້​ອໍາ​ນວຍ​ກາຍ​ໂຮງ­ໝໍມະ­ໂຫ­ສົດ, ທ່ານ ພອນ​ປະ­ດິດ ສັງ​ໄຊ​ຍະ​ລາດ ປະ­ທານ​ສະ­ຫະ­ພັນ​ກຳ­ມະ­ບານ​ກະ­ຊວງ, ຫົວ­ໜ້າ​ກົມ​ຄວບ​ຄຸມ­ພະ​ຍາດ​ຕິດ­ຕໍ່ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ,ມີ​ບັນດາ​ຫຼານ​ນ້ອຍ, ພໍ່​ແມ່​ຜູ້​ປົກ­ຄອງ​ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.
ປະດັບຫຼຽນໄຊ-ຫຼຽນກາ-ໃບຍ້ອງຍໍ ໃຫ້ຄະນະນັກກິລາເພາະກາຍລາວ

ປະດັບຫຼຽນໄຊ-ຫຼຽນກາ-ໃບຍ້ອງຍໍ ໃຫ້ຄະນະນັກກິລາເພາະກາຍລາວ

ພິທີປະດັບຫຼຽນໄຊແຮງງານຊັ້ນ I, II, III,ຫຼຽນກາແຮງງານ ແລະ ໃບຍ້ອງຍໍລັດຖະບານລາວໃຫ້ຄະນະບໍລິຫານງານສະຫະພັນກິລາເພາະກາຍແຫ່ງຊາດລາວ (ສພກລ) ລວມເຖິງຄູຝຶກນັກກິລາ ແລະ ບັນດາຜູ້ສະໜັບສະໜູນຂຶ້ນໃນວັນທີ 31 ພຶດສະພາຜ່ານມາທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໃຫ້ກຽດປະດັບຫຼຽນໄຊໂດຍທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ,
ໂຮງຮຽນລ້ຽງເດັກ-ອະນຸບານ-ປະຖົມສຶກສາປັນຍາມະນີເອົາໃຈໃສ່ ສອນດີ ມີວິໃນ ໃສ່ໃຈຄຸນນະພາບ  (ເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ)

ໂຮງຮຽນລ້ຽງເດັກ-ອະນຸບານ-ປະຖົມສຶກສາປັນຍາມະນີເອົາໃຈໃສ່ ສອນດີ ມີວິໃນ ໃສ່ໃຈຄຸນນະພາບ (ເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ)

ໂດຍ: ພູວັນ ເດັກນ້ອຍໃນວັນນີ້ ຄືຜູ້ໃຫຍ່ທີ່ມີອະນາຄົດສົດໃສໃນວັນໜ້າ ວັນເດັກນ້ອຍສາກົນເປັນວັນທີ່ມີຄວາມໝາຍສຳຄັນເພາະເດັກນ້ອຍແມ່ນໜໍ່ແໜງທີ່ຈະສືບຕໍ່ວຽກງານທີ່ສຳຄັນຈາກຮຸ່ນນີ້ສູ່ຮຸ່ນຕໍ່ໆໄປ, ພັກ ແລະ ລັດຖະບານເວລາໃດກໍ ໃຫ້ຄວາມສຳຄັນຕໍ່ເດັກນ້ອຍ, ທາງໂຮງຮຽນໄດ້ອົບຮົມບົ່ມສອນ, ພັດທະນາ ແລະ ສົ່ງເສີມໃຫ້ເດັກນ້ອຍຂອງພວກເຮົາເປັນຄົນທີ່ມີຄຸນນະພາບ, ມີຄຸນນະທໍາ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ.
ພິທີມອບ-ຮັບ ນໍ້າລິນ ໃຫ້ໂຮງຮຽນ ມໍສ ເທດສະບານເມືອງນາເເລ

ພິທີມອບ-ຮັບ ນໍ້າລິນ ໃຫ້ໂຮງຮຽນ ມໍສ ເທດສະບານເມືອງນາເເລ

ພິທີມອບ-ຮັບ ນໍ້າລິນໃຫ້ໂຮງຮຽນ ມໍສ ເທດສະບານເມືອງນາເເລ ເເຂວງຫຼວງນໍ້າມາ ໂດຍການສະໜັບສະໜູນຈາກສິດເກົ່າ ຊຽງຄໍາວິທະຍາຄົມ ລຸ້ນ 2520-2522 ຈັງວັດຊຽງລາຍປະເທດໄທ ໄດ້ຈັດຂຶ້ນ ໃນວັນທີ 27 ພຶດສະພາຜ່ານມາທີ່ສະໂມສອນໂຮງຮຽນມໍສ ເມືອງນາເເລ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຕັນ ວັນປະເສີດ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດວັດທະນະທໍາສັງຄົມ, ທ່ານ ອຸໄທ ຫອມນ້ານ ຕາງໜ້າທິມງານຈາກປະເທດໄທ.
ມອບ-ຮັບເຄື່ອງຫຼິ້ນໃຫ້ໂຮງຮຽນລ້ຽງເດັກ-ອະນຸບານ ໂຮງໝໍມິດຕະພາບ

ມອບ-ຮັບເຄື່ອງຫຼິ້ນໃຫ້ໂຮງຮຽນລ້ຽງເດັກ-ອະນຸບານ ໂຮງໝໍມິດຕະພາບ

ໂຮງໝໍມິດຕະພາບ ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ຄົບຮອບ 101 ປີ, ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ ແລະ ມອບ-ຮັບເຄື່ອງຫຼິ້ນໃຫ້ໂຮງຮຽນລ້ຽງເດັກ-ອະນຸບານ ໂຮງໝໍມິດຕະພາບ ມູນຄ່າ 32,900,000 ກີບ. ຈາກພັນລະຍາການນໍາພັກ-ລັດ ​ຂຶ້ນໃນວັນທີ 27 ພຶດສະພານີ້ ໂດຍການ​ເຂົ້າ​ຮ່ວມຂອງ ທ່ານ ສອນໄຊ ລາດຊະວົງ ກຳມະການຄະນະພັກກະຊວງ ເລຂາຄະນະພັກຮາກຖານຜູ້ອໍານວຍການໂຮງໝໍມິດຕະພາບ, ພັນລະຍາການນໍາພັກ-ລັດ, ມີຄະນະອໍານວຍການ, ຕາງໜ້າສາມອົງການຈັດຕັ້ງ, ພະນັກງານແພດໝໍ ແລະ ພະຍາບານ ເຂົ້າຮ່ວມ.
ສະເຫຼີມສະຫຼອງ ຄົບຮອບ 10 ປີ ພັດທະນາການສຶກສາຊັ້ນປະຖົມສຶກສາ

ສະເຫຼີມສະຫຼອງ ຄົບຮອບ 10 ປີ ພັດທະນາການສຶກສາຊັ້ນປະຖົມສຶກສາ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ແລະ ສະຖານເອກອັກຄະລັດຖະທູດອົສຕຣາລີ ສະເຫຼີມສະຫຼອງ ການຈັດຕັ້ງປະຕິບັດ ແຜນງານປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ການຮ່ວມມືເພື່ອການຫັນປ່ຽນໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງການສຶກສາຊັ້ນປະຖົມສຶກສາທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ, ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ ແລະ ມີຄວາມຫຍຸ້ງຍາກ, ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ.
ຟີຟາ ມອບສະໜາມເຕະບານຫຍ້າທຽມ ໃຫ້ໂຮງຮຽນ ມສ ນາຄວາຍ

ຟີຟາ ມອບສະໜາມເຕະບານຫຍ້າທຽມ ໃຫ້ໂຮງຮຽນ ມສ ນາຄວາຍ

ສະຫະພັນບານເຕະສາກົນ ຫຼື ຟີຟາ ມອບສະໜາມກິລາເຕະບານຫຍ້າທຽມທີ່ແທດເໝາະສຳລັບການພັດທະນານັກກິລາຮຸ່ນອະນຸຊົນ ແລະ ເຍົາວະຊົນຍິງ-ຊາຍ ທີ່ນອນໃນເປົ້າໝາຍຂອງໂຄງການ "FIFA Arena Project" ໃຫ້ແກ່ໂຮງຮຽນມັດທະຍົມສົມບູນ ນາຄວາຍ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ຊຶ່ງເປັນໂຮງຮຽນແຫ່ງທຳອິດໃນ ສປປ ລາວ ໂດຍສະໜາມດັ່ງກ່າວຈະສາມາດສ້າງນັກກິລາຮຸ່ນສືບທອດກ້າວສູ່ທີມຊາດໃນອະນາ ຄົດ.
ງານແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ ທົ່ວເຂດແຂ່ງຂັນທີ 3 ພາກກາງ-ພາກໃຕ້ ໂດຍແມ່ນກອງບັນຊາການທະຫານແຂວງສະຫວັນນະເຂດເປັນເຈົ້າພາບ

ງານແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ ທົ່ວເຂດແຂ່ງຂັນທີ 3 ພາກກາງ-ພາກໃຕ້ ໂດຍແມ່ນກອງບັນຊາການທະຫານແຂວງສະຫວັນນະເຂດເປັນເຈົ້າພາບ

ງານແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ ທົ່ວເຂດແຂ່ງຂັນທີ 3 ພາກກາງ-ພາກໃຕ້ຊິງຂັນລາງວັນຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເປີດຂຶ້ນຢ່າງເປັນທາງການໃນທ້າຍອາທິດຜ່ານມາ ຢູ່ທີ່ສະໜາມກິລາແຂວງສະຫວັນນະເຂດ ໂດຍແມ່ນກອງບັນຊາການທະຫານແຂວງສະຫວັນນະເຂດເປັນເຈົ້າພາບ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຂອງຊາດ-ຂອງພັກ.
ໂຮງຮຽນ ປະຖົມສົມບູນ ບ້ານວົງສໍາພັນ ໄດ້ຮັບອຸປະກອນກິລາ ແລະ ທືນການສຶກສາ

ໂຮງຮຽນ ປະຖົມສົມບູນ ບ້ານວົງສໍາພັນ ໄດ້ຮັບອຸປະກອນກິລາ ແລະ ທືນການສຶກສາ

ໃນອາທິດຜ່ານມານີ້ ຢູ່ເດີ່ນໂຮງຮຽນປະຖົມສົມບູນ ວົງສຳພັນ ເມືອງພູວົງ ແຂວງອັດຕະປື, ບໍລິສັດ ອາເອັມເອລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສະຫະກຳແຂວງອັດຕະປື ມອບອຸປະກອນການກິລາ ແລະ ທືນການສຶກສາ ໃຫ້ໂຮງຮຽນປະຖົມສົມບູນ ບ້ານວົງສໍາພັນ ຊຶ່ງນຳໂດຍ ທ່ານ ເເດນນຽວ ມາເຊໂດ້ ຜູ້ຈັດການບໍລິສັດ ອາເອັມເອລາວ ສາຂາປາກເຊ, ມີທ່ານ ດາບເເກ້ວ ໄຊຍະເເສງ ເຈົ້າເມືອງພູວົງ, ຄູ-ອາຈານ ເເລະ ນ້ອງນັກຮຽນ.
ເພີ່ມເຕີມ