ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເປີດສົກຮຽນ 2026-2027

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເປີດສົກຮຽນ 2026-2027

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເປີດສົກຮຽນ 2026-2027
ວັນທີ 15 ກັນຍາ 2026 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ(ວປກ) ໄດ້ເປີດສົກຮຽນ 2026-2027, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຫົວໜ້າການທະຫານ ວກປ, ມີຄະນະພັກ-ຄະນະອໍານວນການ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.
ວທະຍາຄານປອງກນຊາດ ໄກສອນ ພມວຫານ ເປດສກຮຽນ 2026-2027 - image 1
 

ສະຫາຍ ພັນເອກ ຄໍາຕ້ອຍ ມະນີວອນ ຮອງຫົວໜ້າການທະຫານ, ຫົວໜ້າກົມອົບຮົມ-ກໍ່ສ້າງ ວປກ ໄດ້ຜ່ານແຜນການກໍ່ສ້າງ ສົກຮຽນ 2026-2027 ມີນັກສຶກສາທັງໝົດ 512 ສະຫາຍ ໃນນັ້ນ, ມີນັກສຶກສາເກົ່າ 240 ສະຫາຍ, ນັກສຶກສາໃໝ່ 272 ສະຫາຍ ໃນຈໍານວນ 11 ເປົ້າໝາຍຄື: ກໍ່ສ້າງເລັ່ງລັດ ຍຸດທະບັ້ນຮົບ-ຍຸດທະສາດ ລະບົບ 1 ປີ ຊຸດທີ XXIII ມີ 29 ສະຫາຍ; ກໍ່ສ້າງປະລິນຍາໂທ ການທະຫານ ລະບົບ 2 ປີ ຊຸດທີ XIX ມີ 9 ສະຫາຍ; ກໍ່ສ້າງປະລິນຍາຕີ ການທະຫານ ຂັ້ນ ກອງພັນໃຫຍ່-ກອງພົນ ລະບົບ 2 ປີ ຊຸດທີ XVII ມີ 30 ສະຫາຍ; ກໍ່ສ້າງເລັ່ງລັດການທະຫານ ຂັ້ນກອງພັນໃຫຍ່ ລະບົບ 1 ປີ ຊຸດທີ XII ມີ 26 ສະຫາຍ; ກໍ່ສ້າງເລັ່ງລັດການທະຫານ ຂັ້ນກອງພັນ ລະບົບ 1 ປີ ຊຸດທີ XII ມີ 39 ສະຫາຍ; ກໍ່ສ້າງຄູເລັ່ງລັດ ການທະຫານ ຂັ້ນ ກອງພັນໃຫຍ່-ກອງພົນ ລະບົບ 1 ປີ ຊຸດທີ V ມີ 20 ສະຫາຍ; ກໍ່ສ້າງຊັ້ນສູງ ພາສາອັງກິດ ລະບົບ 4 ປີ ຊຸດທີ XXII ມີ 20 ສະຫາຍ; ກໍ່ສ້າງຊັ້ນສູງ ພາສາຫວຽດນາມ ລະບົບ 3 ປີ ຊຸດທີ XVI ມີ 25 ສະຫາຍ; ກໍ່ສ້າງຊັ້ນສູງ ພາສາຣັດເຊຍ ລະບົບ 3 ປີ ຊຸດທີ X ມີ 20 ສະຫາຍ; ກໍ່ສ້າງຊັ້ນສູງ ພາສາຈີນ ລະບົບ 4 ປີ ຊຸດທີ XXIV ມີ 25 ສະຫາຍ; ບໍາລຸງວຽກງານການທະຫານທ້ອງຖິ່ນ ລະບົບ 3 ເດືອນ ຊຸດທີ XII ມີ 29 ສະຫາຍ. ທັງນີ້, ເພື່ອແນໃສ່ຍົກລະດັບຄວາມຮັບຮູ້ເຂົ້າໃຈຕໍ່ພື້ນຖານທິດສະດີ, ຫຼັກມູນວິທະຍາສາດ ຂອງລັດທິ ມາກ-ເລນິນ, ແນວທາງແຜນນະໂຍບາຍຂອງພັກ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໜ້າທີ່ການເມືອງ ຂອງກອງທັບ ໃນສະພາບແວດລ້ອມ ແລະ ຄວາມຮຽກຮ້ອງຕ້ອງການ ຂອງການໜ້າທີ່ການເມືອງໃນໄລຍະໃໝ່ ໃຫ້ສອດຄ່ອງກັບສະພາບຈຸດພິເສດ ແລະ ເງື່ອນໄຂຕົວຈິງ ຂອງກົມກອງທ້ອງຖິ່ນ ຢ່າງມີປະສິດທິຜົນ.

ວທະຍາຄານປອງກນຊາດ ໄກສອນ ພມວຫານ ເປດສກຮຽນ 2026-2027 - image 2
 

ໂອກາດນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ໄອ້ລົມເນັ້ນໜັກໃຫ້ຄະນະພັກ-ຄະນະອໍານວຍການ ຕ້ອງເປັນເຈົ້າການປັບປຸງວິທະຍາຄານ, ປັບປຸງໂຄງການຫຼັກສູດ ເພື່ອພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ ຂອງພະນັກງານ ແຕ່ລະຂັ້ນໃຫ້ຖືກຕ້ອງ, ເດັດດ່ຽວສະກັດກັ້ນທຸກປະກົດການຫຍໍ້ທໍ້ໃນໝູ່ຄະນະ ແລະ ກົມກອງ-ໜ່ວຍພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ສ້າງນາຍທະຫານ ໃຫ້ຮູ້ນໍາໃຊ້ບົດຮຽນ ທີ່ຮຽນມາເຂົ້າໃນພາກປະຕິບັດຕົວຈິງ, ນຳພາສຶກສາອົບຮົມເປັນເຈົ້າການກໍ່ສ້າງໂຄງການ ການຮຽນ-ການສອນ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີໃນໝູ່ຄະນະ, ເອົາໃຈໃສ່ປະຕິບັດຂໍ້ກໍານົດ, ກົດລະບຽບ ຂອງວິທະຍາຄານ ວາງອອກໃຫ້ເຂັ້ມງວດ. ສຳລັບພາກສ່ວນອົງການ, ວິຊາການ, ຄູ-ອາຈານ ໃຫ້ເອົາໃຈໃສ່ ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ຄົ້ນຄວ້າ ແລະ ແຕ່ງບົດສອນຂຶ້ນຫ້ອງສອນຕາມໂຄງການອົບຮົມ ແລະ ຕາຕະລາງແຜນການໃຫ້ຖືກຕ້ອງ ແລະ ເຂັ້ມງວດ, ສຸມທຸກຄວາມພະຍາຍາມຖ່າຍທອດຄວາມຮູ້ ຄວາມສາມາດທາງດ້ານທິດສະດີ ແລະ ພຶດຕິກໍາ ຂອງຕົນທີ່ມີໃຫ້ບັນດານັກຮຽນ, ນັກສຶກສາຢ່າງເປັນລະບົບຄົບຊຸດ, ອອກແຮງແຂ່ງຂັນກັນເຝິກຝົນຄຸນສົມບັດ, ຈັນຍາທຳໃຫ້ກາຍເປັນຄູປະຕິວັດ ສອນດີ-ສອນເກັ່ງ ແລະ ມີລະບຽບວິໄນເຂັ້ມງວດ.ຂ່າວ: ບຸນຊ້ອຍ ວິໄລພອນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ