ພິທີປິດຊຸດຮຽນຂອງນັກສຶກສາສາລະດັບຊັ້ນສູງຮຸ່ນທີ V

ວິທະຍາໄລຕຳຫຼວດປະຊາຊົນເລກ II ມີ 185 ສະຫາຍ ສຳເລັດການສຶກສາ

ວິທະຍາໄລຕຳຫຼວດປະຊາຊົນເລກ II ມີ 185 ສະຫາຍ ສຳເລັດການສຶກສາ
ວິທະຍາໄລຕໍາຫຼວດປະຊາຊົນເລກ II ໄດ້ຈັດພິທີປິດຊຸດຮຽນຂອງນັກສຶກສາສາລະດັບຊັ້ນສູງຮຸ່ນທີ V ຂຶ້ນເມື່ອບໍ່ດົນມານີ້ ທີ່ສະໂມສອນຂອງວິທະຍາໄລຕໍາຫຼວດປະຊາຊົນເລກ II, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນ ໂຈມ ອຸບົນປະເສີດ

 ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ທັງເປັນປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ, ສະຫາຍ ພັອ ມີໄຊ ໄຊສົງຄາມ ຮອງຫົວໜ້າກົມກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ, ສະຫາຍ ພັອ ວິຄໍາ ຂຸນສໍານານ ຫົວໜ້າວິທະຍາໄລຕຳຫລວດປະຊາຊົນເລກ II, ມີການຈັດຕັ້ງກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ສະຫາຍ ພັອ ມີໄຊ ໄຊສົງຄາມ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງວ່າດ້ວຍການອະນຸມັດປິດຊຸດຮຽນຮຸ່ນທີ V ແລະ ໄດ້ປະກາດການປະຕິບັດນະໂຍບາຍເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ. ໃນນີ້, ຊັ້ນຮ້ອຍເອກຂຶ້ນພັນຕີ 3 ສະຫາຍ, ຮ້ອຍໂທຂຶ້ນຮ້ອຍເອກ 5 ສະຫາຍ, ຮ້ອຍຕີຂຶ້ນຮ້ອຍໂທ 2 ສະຫາຍ, ປະດັບຊັ້ນຮ້ອຍຕີ 120 ສະຫາຍ ພ້ອມທັງໄດ້ມີການປະດັບຊັ້ນຍ້ອງຍໍຂັ້ນກົມໃຫຍ່ການເມືອງອີກຈຳນວນ 34 ສະຫາຍໂດຍການໃຫ້ກຽດປະດັບຊັ້ນໂດຍສະຫາຍ ເລຂາພັກແຂວງສະຫວັນນະເຂດ. ຕໍ່ຈາກນັ້ນ, ໃນພິທີກໍຍັງໄດ້ມີການມອບໃບຍ້ອງຍໍຂັ້ນກອງບັນຊາການ ປກສ ແຂວງ 112 ສະຫາຍ, ຂັ້ນວິທະຍາໄລ 31 ສະຫາຍ ແລະ ຍັງໄດ້ມອບໃບກຽດຕິຄຸນໃຫ້ແກ່ພາກສ່ວນຕ່າງໆທີ່ມີຜົນງານການປະກອບສ່ວນແກ່ວຽກງານການສຶກສາຂອງນັກສຶກສາຮຸ່ນທີ V ນຳອີກ.

ສະຫາຍ ພັທ ມິ່ງແກ້ວ ວົງຄຳພາ ຮອງຫົວໜ້າວິທະຍາໄລຕຳຫຼວດປະຊາຊົນເລກ II ໄດ້ຜ່ານບົດສະຫຼຸບຕີລາຄາໃນການຈັດຕັ້ງເຄື່ອນໄຫວແຜນການຮຽນ-ການສອນຂອງລະບົບກໍ່ສ້າງຊັ້ນສູງ ຮຸ່ນທີ V, ຊຶ່ງມີຈຳນວນພົນທັງໝົດ 185 ສະຫາຍ ຍິງ 43 ສະຫາຍ, ປະກອບມີ 4 ຂະແໜງການຮຽນຄື: ຂະແໜງຄຸມຂັງດັດສ້າງ, ຂະແໜງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ຂະແໜງສືບຂ່າວອາຍາ ແລະ ຂະແໜງປ້ອງກັນເສດຖະກິດ, ຊຶ່ງການຮຽນ ແລະ ສອບເສັງປະກອບມີ 3 ພາກວິຊາຄື: ພາກວິຊາການເມືອງ, ພາກວິຊາກົດໝາຍ, ພາກວິຊາສະເພາະກຳລັງ ປກສ.

ໃນພິທີ, ສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນຄັ້ງນີ້ ຊຶ່ງເປັນການສ້າງບຸກຄະລາກອນ, ຍົກສູງກຳລັງປ້ອງກັນຄວາມສະຫງົບ ໃຫ້ເຕີບໃຫຍ່ເຂັ້ມແຂງ ພ້ອມນີ້, ທ່ານຍັງໄດ້ເນັ້ນໜັກຕໍ່ກຳລັງ ປກສ ໃຫ້ເປັນເສນາທິການ, ເປັນເຈົ້າການໃຫ້ແກ່ພັກ-ລັດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ມີສະຕິຕໍ່ກົນອຸບາຍຂອງສັດຕູກໍຄືກຸ່ມຄົນທີບໍ່ຫວັງດີ, ນໍາໃຊ້ຄວາມຮູ້-ຄວາມສາມາດເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະໃຫ້ຖືກຕ້ອງສອດຄ່ອງກັບລະບຽບຫຼັກການ, ກົດໝາຍ, ສືບຕໍ່ຝຶກຝົນຫຼໍ່ຫຼ້ອມຕົນເອງດ້ວຍການຍົກລະດັບຄວາມຮູ້ຄວາມສາມາດໃນດ້ານຕ່າງໆເປັນຕົ້ນ: ດ້ານທິດສະດີການເມືອງ, ວິຊາສະເພາະ, ເຕັກໂນໂລຊີ, ພາສາຕ່າງປະເທດ ໃຫ້ຢູ່ໃນລະດັບທີ່ແນ່ນອນ./.

(ຂ່າວ: ສະຫວັນ)

ຄໍາເຫັນ

ຂ່າວສືກສາ-ກິລາ

ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດງານແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປ WTT 2026

ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດງານແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປ WTT 2026

ໃນວັນທີ 25 ກໍລະກົດ ຜ່ານມາ ທີ່ໂຮງແຮມແລນມາກ ລີເວີໄຊ, ສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ (ສປລ) ໄດ້ຈັດພິທີຖະແຫຼງຂ່າວຢ່າງເປັນທາງການ ເພື່ອປະກາດຄວາມພ້ອມໃນການເປັນເຈົ້າພາບຈັດງານແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມ-ເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປ ລາຍການ "WTT Youth Contender" (ຄັ້ງທີ 4) ແລະ "WTT Feeder Series" (ຄັ້ງທີ 2) ປະຈຳປີ 2026. ງານແຂ່ງຂັນລະດັບໂລກຄັ້ງນີ້ ຈະຈັດຂຶ້ນໃນລະຫວ່າງວັນທີ 30 ກໍລະກົດ ຫາ 8 ສິງຫາ 2026 ທີ່ສູນການຄ້າ ລາວ-ໄອເຕັກມໍ ຊັ້ນ 7 ນະຄອນຫຼວງວຽງຈັນ.
ຊາວໜຸ່ມແຂວງວຽງຈັນ ລົງເຄື່ອນໄຫວວຽກງານ ຢູ່ເມືອງທຸລະຄົມ

ຊາວໜຸ່ມແຂວງວຽງຈັນ ລົງເຄື່ອນໄຫວວຽກງານ ຢູ່ເມືອງທຸລະຄົມ

ວັນທີ 23 ກໍລະກົດຜ່ານມາ, ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງວຽງຈັນ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານຮອບດ້ານ ໃນຂົງເຂດວຽກງານຊາວໜຸ່ມ-ເຍົາວະຊົນ ຢູ່ເມືອງທຸລະຄົມ, ນໍາພາໂດຍ ສະຫາຍ ນາງ ທິບພະຈັນ ສຸທໍາມະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງວຽງຈັນ, ເຂົ້າຮ່ວມມີ ສະຫາຍ ນາງ ກຸ້ງ ສິງຫາວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງທຸລະຄົມ, ມີຄະນະບໍລິຫານງານຊາວໜຸ່ມເມືອງ, ຄະນະຊາວໜຸ່ມໜ່ວຍຮາກຖານອ້ອມຂ້າງເມືອງ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.
ສຳເລັດຊຸດອົບຮົມດົນຕີພື້ນເມືອງລາວ ໃຫ້ເດັກນ້ອຍສູນວັດທະນະທຳເດັກແຂວງອັດຕະປື

ສຳເລັດຊຸດອົບຮົມດົນຕີພື້ນເມືອງລາວ ໃຫ້ເດັກນ້ອຍສູນວັດທະນະທຳເດັກແຂວງອັດຕະປື

ຊຸດຝຶກອົບຮົມການຮຽນ-ການສອນດົນຕີພື້ນເມືອງລາວ ໃຫ້ເດັກນ້ອຍສູນວັດທະນະທຳເດັກແຂວງອັດຕະປື​ ຄັ້ງທີ III ໄດ້ສຳເລັດໃນວັນທີ 17 ກໍລະກົດຜ່ານມາ. ພາຍຫຼັງດໍາເນີນມາແຕ່ວັນທີ​ 6​ ກໍລະກົດ 2026 ທີ່ຫໍປະຊຸມໃຫຍ່ແຂວງ ໂດຍການຮ່ວມມືລະຫວ່າງ ໂຄງການມູນນິທິມໍຣະດົກລາວ ແລະ ພະແນກວັດທະ​ນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງອັດຕະປື, ໂດຍມີທ່ານ ອ໋ອງຄໍາ ຄູນສະໄໜ ຮອງຫົວໜ້າພະແນກ ວທ ແຂວງ ພ້ອມດ້ວຍຄູ-ອາຈານ​, ຜູ້ປົກຄອງ​ ແລະ​ ນ້ອງນ້ອຍສູນວັດທະນະທຳເດັກເຂົ້າຮ່ວມ.
ສກຂ ບໍລິຄຳໄຊ ສ້າງຄວາມເຂັ້ມແຂງໃຫ້ຄູສອນພາສາອັງກິດຊັ້ນມັດທະຍົມ

ສກຂ ບໍລິຄຳໄຊ ສ້າງຄວາມເຂັ້ມແຂງໃຫ້ຄູສອນພາສາອັງກິດຊັ້ນມັດທະຍົມ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງບໍລິຄໍາໄຊ ຈັດກອງປະຊຸມຝຶກອົບຮົມຫຼັກສູດການຮຽນ-ການສອນໃຫ້ຄູສອນພາສາອັງກິດໄລຍະ 3 ສໍາລັບຊັ້ນມັດທະຍົມສຶກສາ ມ1-ມ7 ໃນວັນທີ 20 ກໍລະກົດຜ່ານມາ, ທີ່ສະໂມສອນໂຮງຮຽນ ມສ ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ ໂດຍການໃຫ້ທຶນຂອງອົງການ (ELIC) ພາຍໄຕ້ການເປັນປະທານຂອງທ່ານ ດາວເຮືອງ ກອງສົມບັດ ຄະນະພະແນກ ສກຂ ບໍລິຄໍາໄຊ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ລິນດາ ໂດເດັນ ຜູ້ຕາງໜ້າອົງການ ELIC ແລະ ທ່ານ ສົງກາ ແກ້ວຈັນສີ ຕາງໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄູສອນພາສາອັງກິດທີ່ມາຈາກ 7 ຕົວເມືອງທົ່ວແຂວງເຂົ້າຮ່ວມ.
ສົກຮຽນ 2025-2026 ເມືອງຫາດຊາຍຟອງ ມີນັກຮຽນທີ່ສອບເສັງໄດ້ໃປະກາດສະນີຍະບັດແດງ 22 ຄົນ

ສົກຮຽນ 2025-2026 ເມືອງຫາດຊາຍຟອງ ມີນັກຮຽນທີ່ສອບເສັງໄດ້ໃປະກາດສະນີຍະບັດແດງ 22 ຄົນ

ຫ້ອງການສຶກສາທິການ ແລະ ກີລາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັດພິທີສະຫຼຸບຜົນການສອບເສັງຈົບຂັ້ນຮຽນປະຖົມສຶກສາ ຊັ້ນ(ປ5) ມັດທະຍົມສຶກສາຕອນຕົ້ນ ຊັ້ນ(ມ4) ທັງພາກລັດ-ເອກະຊົນ ທົ່ວເມືອງ ປະຈໍາສົກຮຽນ 2025-2026 ໃນວັນທີ 17 ກໍລະກົດ 2026 ທີ່ສູນການຄ້າ ລາວ-ໄອເຕັກ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາແກ້ວ ມະຫາໄຊ ຮອງປະທານຄະນະກໍາມະການປົກຄອງ ເມືອງຫາດຊາຍຟອງ ທ່ານ ສົມສີ ເທບພະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຫາດ ຊາຍຟອງ ມີຕາງໜ້າຈາກພະແນກສຶກສາທິການ-ກິລາ ນະຄອນ ຫຼວງວຽງຈັນ ບັນດາຄູອາຈານ ຜູ້ປົກຄອງ ນັກຮຽນເຂົ້າຮ່ວມ
ວິທະຍາໄລຄູສາລະວັນ ຍົກລະດັບຄວາມຮູ້ພື້ນຖານການສຶກສາພົນລະເມືອງໂລກ ໃຫ້ນັກສຶກສາ

ວິທະຍາໄລຄູສາລະວັນ ຍົກລະດັບຄວາມຮູ້ພື້ນຖານການສຶກສາພົນລະເມືອງໂລກ ໃຫ້ນັກສຶກສາ

ຊຸດຝຶກອົບຮົມສ້າງຄວາມເຂ້ັມແຂງດ້ານການສຶກສາພົນລະເມືອງໂລກ ໃຫ້ຄູຝຶກຢູ່ວິທະຍາໄລຄູສາລະວັນ, ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ 2026, ຢູ່ທີ່ສະໂມສອນຂອງວິທະຍາໄລຄູສາລະວັນ, ໂດຍການປະທານຮ່ວມຂອງ ທ່ານ ນາງ ສົມປອງ ແສນທະວີສຸກ ຮອງຜູ້ອໍານວຍການວິທະຍາໄລຄູສາລະວັນ, ທ່ານ ກຽງໄກ ອຸ່ນມະນີ ຮອງຜູ້ອຳນວຍການສູນປະສານງານການສຶກສາພົນລະເມືອງໂລກ ປະຈຳ ສປປ ລາວ, ມີວິທະຍາກອນຈາກສູນກາງ ແລະ ພາຍໃນວິທະຍາຄູສາລະວັນ, ພ້ອມດ້ວຍສໍາມະນາກອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແຂວງວຽງຈັນ ສະຫຼອງວັນກິລາ-ກາຍຍະກຳແຫ່ງຊາດ ຄົບຮອບ 60 ປີ ຢ່າງຄຶກຄື້ນ

ແຂວງວຽງຈັນ ສະຫຼອງວັນກິລາ-ກາຍຍະກຳແຫ່ງຊາດ ຄົບຮອບ 60 ປີ ຢ່າງຄຶກຄື້ນ

ໃນຕອນເຊົ້າວັນທີ 14 ກໍລະກົດ 2026 ນີ້, ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນກິລາ-ກາຍະກຳແຫ່ງຊາດ ຄົບຮອບ 60 ປີ (13 ກໍລະກົດ 1966 - 13 ກໍລະກົດ 2026) ຂຶ້ນຢ່າງເບີກບານມ່ວນຊື່ນ ແລະ ມີຄວາມໝາຍຄວາມສຳຄັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ, ມີ ທ່ານ ພູວົງ ບຸນຊູ ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ທ່ານ ປອ ບົວຄ່ອງ ແກ້ວອາສາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ, ພ້ອມດ້ວຍບັນດາທ່ານການນໍາຂັ້ນແຂວງ, ຫົວໜ້າພະແນກການ, ກົມກອງ, ລັດວິສາຫະກິດ, ພະນັກງານວິຊາການ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ແຂວງຄຳມ່ວນ ມອບໂຕະ-ຕັ່ງ ໃຫ້ໂຮງຮຽນເມືອງໜອງບົກ ພ້ອມທັງຕິດຕາມວຽກແກ້ໄຂນ້ຳຖ້ວມຢູ່ເມືອງທ່າແຂກ

ແຂວງຄຳມ່ວນ ມອບໂຕະ-ຕັ່ງ ໃຫ້ໂຮງຮຽນເມືອງໜອງບົກ ພ້ອມທັງຕິດຕາມວຽກແກ້ໄຂນ້ຳຖ້ວມຢູ່ເມືອງທ່າແຂກ

ວັນທີ 13 ກໍລະກົດນີ້, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍຄະນະນຳແຂວງ ໄດ້ລົງເຄື່ອນໄຫວຢູ່ເມືອງໜອງບົກ ເພື່ອມອບໂຕະ-ຕັ່ງ ຈຳນວນ 100 ຊຸດ ມູນຄ່າ 115 ລ້ານກີບ ໃຫ້ແກ່ໂຮງຮຽນມັດທະຍົມຕອນຕົ້ນໜອງບົກ ໂດຍມີ ທ່ານ ສຸລິນ ພົມມະໄຊ ເລຂາພັກເມືອງໜອງບົກ ເປັນຜູ້ຕາງໜ້າຮັບ.
ໂຮງຮຽນ ສະຖາພອນ ສະຫຼຸບຜົນການຮຽນ-ການສອນ ປະຈຳສົກຮຽນ 2025-2026

ໂຮງຮຽນ ສະຖາພອນ ສະຫຼຸບຜົນການຮຽນ-ການສອນ ປະຈຳສົກຮຽນ 2025-2026

ໂຮງຮຽນ ລ້ຽງເດັກ-ອະນຸບານ-ປະຖົມ-ມັດທະຍົມ ສົມບູນ ສະຖາພອນ ໄດ້ຈັດພິທີສະຫຼຸບຜົນການຮຽນ-ການສອນ ແລະ ການເຄື່ອນໄຫວຕ່າງໆ ປະຈຳສົກຮຽນ 2025-2026 ທີ່ໂຮງຮຽນດັ່ງກ່າວ ໃນວັນທີ 11 ກໍລະກົດ 2026 ໂດຍມີ ທ່ານ ວາຍຸ ແຫ່ງດາວົງໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ທ່ານ ນາງ ສຸກສະຖາພອນ ສູນທະວົງ ປະທານໂຮງຮຽນ ສະຖາພອນ, ທ່ານ ນາງ ຄຳສິລິພອນ ສູນທະວົງ ຜູ້ອຳນວຍການໂຮງຮຽນ ສະຖາພອນ, ພ້ອມດ້ວຍຕາງໜ້າສະມາຄົມຜູ້ປົກຄອງ ຄູອາຈານ, ຜູ້ປົກຄອງ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ດັບເບິນຢູໄອຈີ ນາຄາ ແຊັມໄອເບີ ຄັບ 2 ສະໄໝ ຖືກຕ້ອນຮັບຢ່າງສົມກຽດ

ດັບເບິນຢູໄອຈີ ນາຄາ ແຊັມໄອເບີ ຄັບ 2 ສະໄໝ ຖືກຕ້ອນຮັບຢ່າງສົມກຽດ

ທີມເຕະບານ ສະໂມສອນ ດັບເບິນຢູໄອຈີ ນາຄາ ໄດ້ເດີນທາງກັບເຖິງບ້ານເກີດເມືອງນອນ ພ້ອມຂັນແຊັມ ເຕະບານເຍົາວະຊົນຊີງແຊັມນານາຊາດ ລາຍການ ໄອເບີ ຄັບ 2026 ຈັດຂຶ້ນທີ່ປະເທດປອກຕຸຍການ ທີ່ສາມາດປ້ອງກັນແຊັມສະໄໝທີ 2 ຕິດຕໍ່ກັນ ໄດ້ຮັບການຕ້ອນຈາກການນຳ ນະຄອນຫຼວງວຽງຈັນ ແລະ ປະຊາຊົນບັນດາເຜົ່າ ຢ່າງສົມກຽດ.
ເພີ່ມເຕີມ