ວິວັດທະນາການ ບົນເສັ້ນທາງແຫ່ງການກຳເນີດ ທະນາຄານ

ວິວັດທະນາການ ບົນເສັ້ນທາງແຫ່ງການກຳເນີດ ທະນາຄານ
ໂດຍ: ພະແນກຂໍ້ມູນຂ່າວສານ ແລະ ປະຊາສຳພັນ
ບົນເສັ້ນທາງແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຕະຫຼອດໄລຍະ 55 ປີ ຜ່ານມາ, ຂະແໜງການທະນາຄານຂອງ ສປປ ລາວ ໄດ້ຜ່ານວິວັດທະນາການ ທາງດ້ານປະຫວັດສາດອັນສຳຄັນຫຼາຍຢ່າງ ທີ່ຕິດພັນກັບຂະບວນການຕໍ່ສູ້ກູ້ຊາດ ບໍ່ວ່າຈະເປັນໃນໄລຍະທີ່ຕົກເປັນຫົວເມືອງຂຶ້ນຂອງຈັກກະພັດແບບເກົ່າ ແລະ ແບບໃໝ່ ກໍຄື ໄລຍະແຫ່ງການປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ. ເມື່ອຫວນຄືນເບິ່ງສະພາບຂອງຂະ  ແໜງການທະນາຄານ ໄລຍະທີ່ພວກລາເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ໄດ້ເຄີຍມາປົກຄອງປະເທດເຮົາເປັນເວລາເກືອບຮ້ອຍປີ, ພວກເຂົາກໍ່ບໍ່ໄດ້ສ້າງລະບົບທະນາຄານ ທີ່ເປັນພື້ນຖານ ໃຫ້ແກ່ປະເທດເຮົາ.
ໃນໄລຍະຕົກເປັນຫົວເມືອງຂຶ້ນ ຫໍທະນະບັດ ໄດ້ຖືກສ້າງຕັ້ງຂຶ້ນ ໃນປີ 1951 ຕາມຂໍ້ຕົກລົງວ່າດ້ວຍການສ້າງຕັ້ງສະຖາບັນພິມຈຳໜ່າຍເງິນຂອງສາມຊາດອິນດູຈີນ ເພື່ອພິມຈຳໜ່າຍເງິນປຽດສ ອິນດູ ຈີນອອກນໍາໃຊ້.
  ໃນວັນທີ 25 ທັນວາ 1954, ຝ່າຍຣາຊະອານາຈັກລາວ ໄດ້ຍຸບຫໍທະນະບັດແຫ່ງຊາດລາວ ແລະ ໄດ້ສ້າງຕັ້ງທະນາຄານແຫ່ງຊາດລາວຂຶ້ນ. ຈາກນັ້ນ, ທະນາຄານໄດ້ພິມຈໍາໜ່າຍເງິນກີບວຽງຈັນ ໃນວັນ ທີ 5 ພຶດສະພາ 1955 ໃຊ້ແທນເງິນປຽດສ ອິນດູຈີນ (Piastre). ຈຸດປະສົງໃນການສ້າງຕັ້ງທະນາຄານ ແມ່ນເປັນເຄື່ອງມືຮັບໃຊ້ພວກຈັກກະພັດລ່າເມືອງຂຶ້ນ ເພື່ອຕ້ານຂະບວນການຮັກຊາດຂອງປະຊາຊົນລາວ ບັນດາເຜົ່າ. ທະນາຄານແຫ່ງຊາດລາວຂອງຝ່າຍຣາຊະອານາຈັກລາວ ໃນເວລານັ້ນ ມີສຳນັກງານຕັ້ງຢູ່ນະຄອນຫຼວງວຽງຈັນ (ໃກ້ນໍ້າພຸ) ແລະ ມີສາຂາສອງແຫ່ງ; ພາກເໜືອ ຢູ່ເມືອງຫຼວງພະບາງ (ແຂວງຫຼວງພະບາງ) ແລະ ພາກໃຕ້ ຢູ່ເມືອງປາກເຊ (ແຂວງຈໍາປາສັກ). ສໍາລັບກໍາລັງຂອງແນວລາວຮັກຊາດ ຝ່າຍປະເທດລາວ ທີ່ຢູ່ 2 ແຂວງເຕົ້າໂຮມ (ແຂວງຫົວພັນ ແລະ ແຂວງຜົ້ງສາລີ) ກໍນຳໃຊ້ເງິນກີບວຽງຈັນ ເຊັ່ນດຽວກັບ ຝ່າຍວຽງຈັນ.
ໃນເວລານີ້ ລະບົບທະນາຄານຢູ່ໃນເຂດຄວບຄຸມຂອງຝ່າຍຣາຊະອານາຈັກລາວ ປະກອບມີ: ທະນາຄານແຫ່ງຊາດລາວ ທີ່ໄດ້ສ້າງຕັ້ງໃນເມື່ອກ່ອນ ແລະ ມີທະນາຄານທຸລະກິດເອກະຊົນ (ພາຍໃນ ແລ ຕ່າງປະເທດ) ຈຳນວນໜຶ່ງຄື: (1) ທະນາຄານອິນດູຈີນ; (2) ທະນາຄານລາວພານິດ ພັດທະນາ; (3) ທະນາຄານພັດທະນາແຫ່ງຣາຊະອານາຈັກລາວ; (4) ທະນາຄານລາວວຽງ ແລະ (5) ທະນາຄານໂຕກຽວ; ຊື່ງ ທັງໝົດຕັ້ງຢູ່ນະຄອນຫຼວງວຽງຈັນເທົ່ານັ້ນ.
  ໃນເວລານັ້ນຢູ່ເຂດປົດປ່ອຍຂອງກຳລັງຮັກຊາດ ກໍໄດ້ມີການສ້າງຕັ້ງຄັງເງິນຢູ່ ຄັງໄຂ ທີ່ແຂວງຊຽງຂວາງ ໃນປີ 1961 ໂດຍແມ່ນ ທ່ານ ສີສະຫວາດ ສີສານ ເປັນອະທິບໍດີຄັງເງິນ ໄດ້ຮັບການແຕ່ງຕັ້ງໂດຍທ່ານນາຍົກລັດຖະມົນຕີ ສຸວັນນະພູມາ ແລະ ໄດ້ມີການພິມຈຳ
ໜ່າຍເງິນກີບຄັງໄຂ ໃນປີ 1961, ຈຳນວນ 750 ລ້ານກີບ ທີ່ປະເທດບຸນກາລີ ເພື່ອຮັບໃຊ້ກຳລັງແນວລາວຮັກຊາດ ແລະ ກຳລັງເປັນກາງຮັກຊາດ. ເງິນກີບຄັງໄຂທີ່ພິມສ່ວນໃຫຍ່ແມ່ນຈໍລະຈອນຢູ່ໃນເຂດປົດປ່ອຍ ຊຶ່ງແມ່ນເຂດຄວບຄຸມຂອງບັນດາກຳລັງຮັກຊາດ.
    ເພື່ອສ້າງເຂດປົດປ່ອຍ ຊຶ່ງເປັນຖານທີ່ໝັ້ນສຳຄັນຂອງການປະຕິວັດໃຫ້ກາຍເປັນລັດໜຶ່ງທີ່ເປັນເອກະລາດທາງດ້ານການເມືອງ, ດ້ານເສດຖະກິດ, ມີຄວາມເປັນເຈົ້າຕົນເອງທາງດ້ານການເງິນ ແລະ ໝັ້ນຄົງດີຂຶ້ນ, ທັງເປັນການເພີ່ມທະວີການກໍ່ສ້າງ ແລະ ປັບປຸງພື້ນຖານເສດຖະກິດໃນເຂດປົດປ່ອຍໃຫ້ກ້າວໜ້າ ເພື່ອຊຸກຍູ້ການເພີ່ມພູນຜະລິດຜົນ ຮັບໃຊ້ການຕໍ່ສູ້ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ສາມາດຕອບສະໜອງໄດ້ພາລະກິດຕໍ່ສູ້ປົດປ່ອຍຊາດໃນຂອບເຂດທົ່ວປະເທດນັ້ນ; ກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີ 13 ສະໄໝທີ I ໃນເດືອນພຶດສະພາ 1965 ໄດ້ວາງທິດທາງໜ້າທີ່ຄື:  ກ. ອອກແຮງປັບປຸງເຂດປົດປ່ອຍໃນທຸກດ້ານ ແລະ ຂ. ກໍ່ສ້າງເຂດປົດປ່ອຍໃຫ້ເປັນຄືລັດໜຶ່ງ ເພື່ອເປັນບ່ອນອີງອັນໜັກແໜ້ນໃຫ້ແກ່ການຕໍ່ສູ້ຢູ່ໃນທົ່ວປະເທດ.
   ໂດຍປະຕິບັດແຜນນະໂຍບາຍ ແລະ ທິດທາງທີ່ກໍານົດໄວ້ຂ້າງເທິງ, ໃນເດືອນ ມີນາ 1966 ສູນກາງພັກ ໄດ້ອອກມະຕິກ່ຽວກັບວຽກງານເສດຖະກິດ-ການເງິນຂອງເຂດປົດປ່ອຍ ໂດຍໄດ້ກໍານົດທິດທາງລວມຄື: ຕ້ອງອອກແຮງຈັດຕັ້ງນຳພາລະດົມກຳລັງຂອງປະຊາຊົນ, ຂຸດຄົ້ນຄວາມອາດສາມາດບົ່ມຊ້ອນຂອງປະເທດ, ນໍາໃຊ້ການຊ່ວຍເຫຼືອຂອງບັນດາປະເທດອ້າຍນ້ອງໃຫ້ດີ, ຊຸກຍູ້ການຜະລິດໃຫ້ຂະຫຍາຍຕົວ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປະຕິວັດ,ປົວແປງຊີວິດການເປັນຢູ່ຂອງປະຊາຊົນເທື່ອລະກ້າວ, ສະ
ເພາະໜ້ານີ້ແມ່ນແກ້ໄຂບັນຫາສະບຽງອາຫານ, ກໍ່ສ້າງພື້ນຖານເບື້ອງຕົ້ນ ໃຫ້ແກ່ເສດຖະກິດທີ່ເປັນເອກະລາດ ເປັນເຈົ້າຕົນເອງ.
 ໂດຍປະຕິບັດຈິດໃຈມະຕິດັ່ງກ່າວ, ຄະນະກຳມະການສູນກາງພັກ ຈຶ່ງໄດ້ກະກຽມເງື່ອນໄຂຕ່າງໆໃນການສ້າງຕັ້ງທະນາຄານຂຶ້ນຢູ່ໃນເຂດປົດປ່ອຍ ໂດຍມີຈຸດປະສົງສ້າງຄວາມເປັນເອກະລາດທາງດ້ານການເງິນ, ທັງເປັນການສ້າງຜົນງານຂ່ຳນັບຮັບຕ້ອນວັນປະກາດເອກະລາດ ວັນທີ 12 ເດືອນຕຸລາ ຄົບຮອບ 23 ປີ (12 ຕຸລາ 1945-12 ຕຸລາ 1968). ດັ່ງນັ້ນ, ຈຶ່ງໄດ້ວາງນະໂຍບາຍໃນການເອົາເງິນກີບປົດປ່ອຍອອກໝູນວຽນຈໍລະຈອນໃນທົ່ວເຂດປົດປ່ອຍ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປະຕິວັດ, ທັງເປັນພາຫະນະເຄື່ອງມືຮັບໃຊ້ໃຫ້ແກ່ການຕໍ່ສູ້ກູ້ຊາດຂອງປະຊາຊົນເຮົາ, ເພື່ອຂະຫຍາຍການຜະລິດ ແລະ ແກ້ໄຂຊີວິດການເປັນຢູ່ ຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ, ດ້ານໜຶ່ງກໍ່ເພື່ອສ້າງພື້ນຖານເງິນຕາຂອງເຂດປົດປ່ອຍໃຫ້ມີຄວາມເປັນເອກະລາດ ເປັນເຈົ້າຕົນເອງ ແລະ ໝັ້ນຄົງດີຂຶ້ນ.
ໂດຍໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ກໍຄືທະນາຄານແຫ່ງລັດຫວຽດນາມ, ຄະນະກຳມະການສູນກາງພັກໄດ້ຈັດສົ່ງພະນັກງານທີ່ເປັນຫຼັກແຫຼ່ງຈຳນວນ 35 ທ່ານ ໄປຮຽນຢູ່ ໂຮງຮຽນ T-16 ເຊິນໄຕ, ສສ.ຫວຽດນາມ, ຈາກນັ້ນ, ກໍ່ໄດ້ສືບຕໍ່ສົ່ງໄປບຳລຸງກໍ່ສ້າງວຽກງານທະນາຄານ ຢູ່ທະນາຄານແຫ່ງລັດຫວຽດນາມ ແລະ ກະຊວງການເງິນ ສສ.ຫວຽດນາມ. ຮອດເດືອນກັນຍາ 1968, ພະນັກງານທີ່ໄດ້ສົ່ງໄປຝຶກອົບຮົມຈຳນວນໜຶ່ງໄດ້ກັບຄືນມາ ເພື່ອກະກຽມໃຫ້ແກ່ການສ້າງຕັ້ງທະນາ ຄານ ຢ່າງເປັນທາງການ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ