ວົງເງິນການຄ້າ ຫວຽດນາມ - ອິນເດຍ ບັນລຸ 16 ຕື້ກວ່າໂດລາ ໃນປີ 2025

ວົງເງິນການຄ້າ ຫວຽດນາມ - ອິນເດຍ ບັນລຸ 16 ຕື້ກວ່າໂດລາ ໃນປີ 2025

ວົງເງິນການຄ້າ ຫວຽດນາມ - ອິນເດຍ ບັນລຸ 16 ຕື້ກວ່າໂດລາ ໃນປີ 2025
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ໃຫ້ຮູ້ວ່າ, ຍອດວົງເງິນການຄ້າ 2 ຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ບັນລຸລະດັບສະຖິຕິ 16.46 ຕື້ໂດລາ ໃນປີ 2025, ເພີ່ມຂຶ້ນ 10.5% ເມື່ອທຽບໃສ່ປີ 2024. ໂດຍການສົ່ງອອກຈາກ ຫວຽດນາມ ໄປ ອິນເດຍ ບັນລຸ 10.3 ຕື້ໂດລາ, ເພີ່ມຂຶ້ນ 14.2%, ນຳເຂົ້າຈາກ ອິນເດຍ ບັນລຸ 6.1 ຕື້ໂດລາ ເພີ່ມຂຶ້ນ 4.9%.

ຂ່າວລະບຸວ່າ: ໝວດສິນຄ້າມີວົງເງິນສົ່ງອອກໃຫຍ່ ຫຼື ເຕີບໂຕຢ່າງແຮງ, ລວມມີໂທລະສັບ, ຜະລິດຕະພັນເອເລັກໂຕຣນິກ ແລະ ກົນຈັກ. ອິນເດຍ ສະໜອງວັດຖຸດິບທີ່ຈຳເປັນຄື: ເຫຼັກກ້າ, ທາດເຄມີ, ຢາ, ເຄື່ອງຕ່ຳແຜ່ນຕັດຫຍິບ. ໃນຂະນະທີ່ ຫວຽດນາມ ສົ່ງອອກບັນດາຜະລິດຕະພັນເຕັກໂນໂລຊີ, ເຄື່ອງເອເລັກໂຕຣນິກ, ເຄື່ອງຕ່ຳແຜ່ນຕັດຫຍິບ, ທາດເຄມີ ແລະ ກາເຟ.

ດ້ວຍພື້ນຖານການເຕີບໂຕເສດຖະກິດຂອງທັງ 2 ປະເທດ ແລະ ຄວາມຕ້ອງການຕະຫຼາດເພີ່ມເຕີມໃຫ້ແກ່ກັນ, ການຄ້າ ຫວຽດນາມ - ອິນໂດຍ ໄດ້ຮັບການຕີລາຄາວ່າຈະສາມາດບັນລຸລະດັບ 20 ຕື້ໂດລາ ໃນຊຸມປີຈະມາເຖິງ.

ຄໍາເຫັນ

ຂ່າວຕ່າງປະເທດ

ນັກຄົ້ນຄວ້າຄົ້ນພົບຮັງໄດໂນເສົາທີ່ມີໄຂ່ອາຍຸປະມານ 150 ລ້ານປີ

ນັກຄົ້ນຄວ້າຄົ້ນພົບຮັງໄດໂນເສົາທີ່ມີໄຂ່ອາຍຸປະມານ 150 ລ້ານປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ມັງກອນ ຜ່ານມາວ່າ: ສະມາຄົມປະຫວັດສາດທຳມະຊາດເມືອງຕໍເຣສ ເວດຣາສ ໃນປະເທດປອກຕຸຍການ ໄດ້ເປີດເຜີຍການຄົ້ນພົບຮັງໄດໂນເສົາທີ່ມີໄຂ່ອາຍຸປະມານ 150 ລ້ານປີ ຈາກຍຸກຈູຣາສສິກຕອນປາຍ ບໍລິເວນໜ້າຜາໃກ້ກັບຫາດຊາຍຊານຕາຄຣູຊ ໃກ້ກັບເມືອງຕໍເຣສເວຣາສ ຊຶ່ງຫ່າງຈາກ ນະຄອນຫຼວງລິສບອນ ໄປທາງທິດເໜືອປະມານ 50 ກິໂລແມັດ.
ການປ່ຽນແປງນະໂຍບາຍ ກຳລັງສັ່ນສະເທືອນຕະຫຼາດລົດໄຟຟ້າທົ່ວໂລກ

ການປ່ຽນແປງນະໂຍບາຍ ກຳລັງສັ່ນສະເທືອນຕະຫຼາດລົດໄຟຟ້າທົ່ວໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ມັງກອນ ຜ່ານມາວ່າ: ການລົງທະບຽນລົດໄຟຟ້າ (EV) ທົ່ວໂລກເພີ່ມຂຶ້ນ 20% ໃນປີ 2025, ແຕ່ມີທ່າອ່ຽງຈະຊ້າລົງໃນປີ 2026 ເນື່ອງຈາກການຊະລໍຕົວຂອງຕະຫຼາດຈີນ ແລະ ການຜ່ອນຄາຍເປົ້າໝາຍການຫັນປ່ຽນໄປສູ່ພະລັງງານໄຟຟ້າໃນຫຼາຍປະເທດ. ສົ່ງຜົນເຮັດໃຫ້ການເຕີບໂຕຂອງຍອດຂາຍໃນເດືອນທັນວາເພີ່ມຂຶ້ນໃນອັດຕາຕໍ່າທີ່ສຸດນັບຕັ້ງແຕ່ເດືອນກຸມພາ 2024, ອີງຕາມຂໍ້ມູນທີ່ເປີດເຜີຍໃນວັນທີ 14 ມັງກອນ ຜ່ານມາ.
ການສົ່ງອອກ ICT ຂອງ ສ ເກົາຫຼີ ເພີ່ມຂຶ້ນຫຼາຍກວ່າ 12% ໃນປີ 2025

ການສົ່ງອອກ ICT ຂອງ ສ ເກົາຫຼີ ເພີ່ມຂຶ້ນຫຼາຍກວ່າ 12% ໃນປີ 2025

ຂ່າວຕ່າງປະເທດລາຍງານວ່າ: ກະຊວງວິທະຍາສາດ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ຂອງ ສ ເກົາຫຼີ ລາຍງານໃນວັນທີ 14 ມັງກອນ ຜ່ານມາວ່າ: ການສົ່ງອອກຜະລິດຕະພັນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ຂອງ ສ ເກົາຫຼີ ໃນປີ 2025, ເພີ່ມຂຶ້ນ 12.4% ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ທີ່ 264.2 ຕື້ໂດລາ, ທຽບກັບປີ 2024 ຢູ່ທີ່ 235 ຕື້ໂດລາ. ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເຂັ້ມແຂງໃນອຸດສາຫະກຳປັນຍາປະດິດ (AI).
ທ່ານ ຮຸນມາແນັດ ຮຽກຮ້ອງປະຊາຊົນເຂົ້າຮ່ວມການປາບປາມພວກຫຼອກລວງທາງອອນລາຍ

ທ່ານ ຮຸນມາແນັດ ຮຽກຮ້ອງປະຊາຊົນເຂົ້າຮ່ວມການປາບປາມພວກຫຼອກລວງທາງອອນລາຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ມັງກອນ ຜ່ານມາວ່າ: ທ່ານ ຮຸນມາແນັດ ນາຍົກລັດຖະມົນຕີກຳປູເຈຍ ໄດ້ເປີດເຜີຍວ່າ, ການຕໍ່ສູ້ກັບອາຊະຍາກຳທາງໄຊເບີແມ່ນໜຶ່ງໃນບຸລິມະສິດອັນດັບຕົ້ນໆຂອງລັດຖະບານໃນປັດຈຸບັນ. ທ່ານກ່າວວ່າ: ການຮັກສາຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ລວມທັງການປາບປາມອາຊະຍາກຳ ແມ່ນບຸລິມະສິດອັນດັບຕົ້ນໆເພື່ອຮັບປະກັນວ່າພົນລະເມືອງໃນປະເທດຈະມີຊີວິດຢ່າງສະຫງົບສຸກ.
ທະ​ນາ​ຄານ​​ພັ​ດ​ທະ​ນາ​ຈີນ​ ​ສະ​ໜອງ​ທຶນ 290 ຕື້ຢວ​ນ​ ​ສະ​ໜັບ​ສະ​ໜູ​ນ​​ການສ້າງ “​ໜຶ່ງ​ແລວ​ໜຶ່ງ​ເສັ້​ນ​ທາງ”

ທະ​ນາ​ຄານ​​ພັ​ດ​ທະ​ນາ​ຈີນ​ ​ສະ​ໜອງ​ທຶນ 290 ຕື້ຢວ​ນ​ ​ສະ​ໜັບ​ສະ​ໜູ​ນ​​ການສ້າງ “​ໜຶ່ງ​ແລວ​ໜຶ່ງ​ເສັ້​ນ​ທາງ”

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 14 ມັງ​ກອນ​ ຜ່ານມາ, ທະ​ນາ​ຄານ​​ພັດ​ທະ​ນາ​ຈີນ​ເປີດ​ເຜີຍ​ໃຫ້​ຮູ້​ວ່າໃນ​ປີ 2025, ທາງ​ທະ​ນາ​ຄານ​ໄດ້​ສະ​ໜອງ​ທຶນ 290 ຕື້ຢວ​ນ ​ເພື່ອ​ສະ​ໜັບ​ສະ​ໜູ​ນ​ການ​ຮ່ວມ​ກັນ​ສ້າງ “​ໜຶ່ງ​ແລວ​ໜຶ່ງ​ເສັ້​ນ​ທາງ”​ ຢ່າງ​ມີ​ຄຸນ​ນະ​ພາບ​ສູງ.
Honda ປະກາດໃຊ້ໂລໂກ້ H ແບບໃໝ່ສຳລັບລົດໄຟຟ້າ

Honda ປະກາດໃຊ້ໂລໂກ້ H ແບບໃໝ່ສຳລັບລົດໄຟຟ້າ

ຂ່າວຕ່າງປະເທດລາຍງານໃນວັນທີ 13 ມັງກອນ ຜ່ານມາວ່າ: ບໍລິສັດ Honda Motor ໄດ້ປະກາດວ່າຈະນໍາໃຊ້ໂລໂກ້ “H” ແບບໃໝ່ສຳລັບລົດໄຟຟ້າ (EV) ແລະ ລົດໄຮບຣິດລຸ້ນໃໝ່, ລວມທັງເຄືອຂ່າຍຕົວແທນຈຳໜ່າຍ ແລະກິດຈະກຳມໍເຕີສະປອດ.
ນັກຄົ້ນຄວ້າພັດທະນາ AI ຟັງສຽງຂອງປາທີ່ຫິວ

ນັກຄົ້ນຄວ້າພັດທະນາ AI ຟັງສຽງຂອງປາທີ່ຫິວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 13 ມັງກອນ ຜ່ານມາວ່າ: ທີມນັກຄົ້ນຄວ້າອິສຣາແອນ ໄດ້ເປີດເຜີຍການພັດທະນາລະບົບປັນຍາປະດິດ (AI) ທີ່ສາມາດກວດຫາຄວາມຫິວຂອງປາໂດຍການວິເຄາະສຽງທີ່ປາປ່ອຍອອກມາໃນຂະນະທີ່ກິນອາຫານ ຊຶ່ງຖືເປັນເຄື່ອງມືໃໝ່ສຳລັບການລ້ຽງສັດນ້ຳທີ່ສະຫຼາດ ແລະ ຍືນຍົງ.
ອິນໂດເນເຊຍ ຈະຢຸດຕິການນຳເຂົ້ານໍ້າມັນກາຊວນ

ອິນໂດເນເຊຍ ຈະຢຸດຕິການນຳເຂົ້ານໍ້າມັນກາຊວນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 13 ມັງກອນ ຜ່ານມາວ່າ: ທ່ານ ບາລິລ ລາຮາດາເລຍ ລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ປະກາດຫວ່າງມໍ່ໆມານີ້ວ່າ, ອິນໂດເນເຊຍຈະຢຸດການນຳເຂົ້ານ້ຳມັນກາຊວນເລີ່ມແຕ່ປີນີ້ເປັນຕົ້ນໄປ ຫຼັງຈາກທີ່ມີການຂະຫຍາຍກຳລັງການກັ່ນນ້ຳມັນພາຍໃນປະເທດ.
ພູເຂົາໄຟມາຍອນ ໃນຟີລິບປິນ ພົ່ນລາວາຮ້ອນຍາວປະມານ 100 ແມັດ

ພູເຂົາໄຟມາຍອນ ໃນຟີລິບປິນ ພົ່ນລາວາຮ້ອນຍາວປະມານ 100 ແມັດ

ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 13 ມັງກອນ ຜ່ານມາ, ສະຖາບັນວິທະຍາສາດພູເຂົາໄຟ ແລະ ແຜ່ນດິນໄຫວຟີລິບປິນ ໄດ້ລາຍງານການກວດພົບກະແສລາວາຮ້ອນໄຫຼອອກຈາກປາກພູເຂົາໄຟມາຍອນ (Mayon Volcano) ເທິງເກາະລູຊອນເປັນໄລຍະທາງປະມານ 100 ແມັດ ຊຶ່ງເກີດຂຶ້ນໃນຕອນເຊົ້າມືດ ເປັນເວລາສັ້ນໆປະມານ 35 ວິນາທີ
ມູນຄ່າການຄ້ານຳເຂົ້າ - ສົ່ງອອກຂອງຈີນສ້າງສະຖິຕິໃໝ່ໃນປີ 2025

ມູນຄ່າການຄ້ານຳເຂົ້າ - ສົ່ງອອກຂອງຈີນສ້າງສະຖິຕິໃໝ່ໃນປີ 2025

ຂ່າວສານຊີອາໄອລາຍງານ ໃນວັນທີ 14 ມັງກອນ ຜ່ານມາວ່າ: ໂຕເລກສະຖິຕິຂອງອົງການພາສີແຫ່ງຊາດຈີນສະແດງໃຫ້ເຫັນວ່າ, ປີ 2025 ມູນຄ່າການຄ້ານຳເຂົ້າ - ສົ່ງອອກຂອງຈີນມີເຖິງ 45,470 ຕື້ຢວນ, ເພີ່ມຂຶ້ນ 3.8%. ໃນນັ້ນ, ການຄ້າສົ່ງອອກມີເຖິງ 26,990 ຕື້ຢວນ, ເພີ່ມຂຶ້ນ 6.1%, ການຄ້ານຳເຂົ້າມີເຖິງ 18,480 ຕື້ຢວນ, ເພີ່ມຂຶ້ນ 0.5% ໂດຍມີຈຸດພິເສດ 5 ຂໍ້ດັ່ງນີ້:
ເພີ່ມເຕີມ