ໄຊຍະບູລີ ສະເຫຼີມສະຫຼອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ໄຊຍະບູລີ ສະເຫຼີມສະຫຼອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ໄຊຍະບູລີ ສະເຫຼີມສະຫຼອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ
ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ໃນ 13 ກໍລະກົດນີ້ ທີ່ ບ້ານປົ່ງ ແຂວງໄຊຍະບູລີ ໂດຍມີ ທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີການນໍາແຂວງ, ເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ, ຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງໄຊຍະບູລີ, ແຂກທີ່ຖືກເຊີນ ພ້ອມດ້ວຍ ຊາວໜຸ່ມ-ເຍົາວະຊົນ ເຂົ້າຮ່ວມ.
ໄຊຍະບລ ສະເຫມສະຫອງວນປອຍປາ ແລະ ສດນາແຫງຊາດ - image 1
 

 

ໃນພິທີ ທ່ານ ຄໍາຫຼ້າ ຜິວວັນນາ ຄະນະປະຈໍາພັກແຂວງ ເລຂາພັກເມືອງ ໄດ້ກ່າວເປີດພິທີສະເຫຼີມສະຫຼອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ບາງຕອນທ່ານກ່າວວ່າ: ເພື່ອເປັນການ ຈັດຕັ້ງຜັນຂະຫຍາຍກົດໝາຍວ່າດ້ວຍສັດນໍ້າ ແລະ ການປະມົງ, ບັນດານິຕິກຳຕ່າງໆທີ່ກ່ຽວຂ້ອງ ໃນໄລຍະທີ່ຜ່ານມາ ການນໍາຂັ້ນຕ່າງໆ ໄດ້ເອົາໃຈໃສ່ ຊີ້ນໍາ ແລະ ນໍາພາ ຕໍ່ການປົກປັກຮັກສາ, ການອະນຸລັກປ່າໄມ້, ສັດນໍ້າ ແລະ ສັດປ່າ ເພື່ອແນໃສ່ເຮັດໃຫ້ຊັບພະຍາກອນປ່າໄມ້, ສັດນໍ້າ ແລະ ສັດປ່າ ໄດ້ຮັບການຄຸ້ມຄອງ ແລະ ເພີ່ມຄວາມອຸດົມສົມບູນໃຫ້ແກ່ທຳມະຊາດ, ມີການຄຸ້ມຄອງນໍາໃຊ້ແບບຍືນຍົງ ຕາມນະໂຍບາຍວາງອອກ.

ສະເພາະເມືອງໄຊຍະບູລີ ແມ່ນມີແຜນຈະປ່ອຍປາທັງໝົດ ຈຳນວນ 10 ລ້ານກ່ວາໂຕ, ໃນນີ້ໄດ້ປ່ອຍປາກ່ອນວັນທີ 13 ກໍລະກົດ 2026 ແລ້ວຈໍານວນ 3 ລ້ານກ່ວາໂຕ, ປ່ອຍໃນວັນທີ 13 ກໍລະກົດ 2026 ຈໍານວນ 2 ລ້ານກ່ວາໂຕ ແລະ ຈຸດອື່ນໆທີ່ໄດ້ກຳນົດ ຍັງຈະໄດ້ສືບຕໍ່ປ່ອຍພາຍຫຼັງວັນທີ 13 ກໍລະກົດ 2026 ຈໍານວນ 5 ລ້ານກວ່າໂຕ. ຊະນິດປາທີ່ປ່ອຍໃນປີນີ້ປະກອບມີ 6 ຊະນິດ ຄື: ປານິນ, ປາໄນ, ປາກປາກ, ປາມາລີການ, ປາແກັດແລບ ແລະ ປາອິນເດຍ. ຈຸດປະສົງກໍເພື່ອເປັນການສົ່ງເສີມການລ້ຽງປາແບບຄອບຄົວ, ແບບເປັນໜອງ ແລະ ປ່ອຍປາລົງສູ່ແມ່ນໍ້າທໍາມະຊາດ ເພື່ອຄືນຄວາມອຸດົມສົມບູນຂອງລະບົບນິເວດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສື່ມວນຊົນ ປກສ ຈະປັບປຸງສື່ໃຫ້ກ້າວສູ່ຍຸກສະໄໝໃໝ່

ສື່ມວນຊົນ ປກສ ຈະປັບປຸງສື່ໃຫ້ກ້າວສູ່ຍຸກສະໄໝໃໝ່

ສື່ມວນຊົນ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈະສືບຕໍ່ບຸກທະລຸພັດທະນາວຽກງານສື່ມວນຊົນຂອງຕົນໃຫ້ກ້າວຂຶ້ນສູ່ຄວາມທັນສະໄໝໃນຍຸກດີຈີຕອນ ເພື່ອເປັນກະບອກສຽງທີ່ເຂັ້ມແຂງໃຫ້ພັກ-ລັດ ແລະ ຈະພະຍາ ຍາມປັບປຸງສື່ຕົນເອງໃຫ້ກ້າວສູ່ຍຸກສະໄໝໃໝ່ ເພື່ອໃຫ້ສື່ມວນຊົນ ປກສ ເຂົ້າຫາປະຊາຊົນຢ່າງແທ້ຈິງ.
ກອງປະຊຸມວຽກງານສື່ມວນຊົນ ຈະເພີ່ມຄວາມເຂັ້ມແຂງ ຍົກສູງບົດບາດຂອງສື່ມວນຊົນໃຫ້ສູງຂຶ້ນ

ກອງປະຊຸມວຽກງານສື່ມວນຊົນ ຈະເພີ່ມຄວາມເຂັ້ມແຂງ ຍົກສູງບົດບາດຂອງສື່ມວນຊົນໃຫ້ສູງຂຶ້ນ

ໂອກາດເຂົ້າຮ່ວມກອງປະຊຸມສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I. ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 13 ກໍລະກົດນີ້, ທີ່ຫໍປະຊຸມແຫ່ງຊາດວ່າ: ມື້ນີ້ຮູ້ສຶກດີໃຈ ແລະ ປະທັບໃຈຫຼາຍ ຖືວ່າເປັນຄັ້ງປະຫວັດສາດທີ່ສື່ມວນຊົນທັງສູນກາງ ແລະ ທ້ອງຖິ່ນ (ພາກລັດ, ເອກະຊົນ) ໄດ້ມາເຕົ້າໂຮມກັນໃນກອງປະຊຸມໃນຄັ້ງນີ້ ແລະ ເປັນອີກກິດຈະກຳໜຶ່ງທີ່ສຳຄັນ. ກອງປະຊຸມວຽກງານສື່ມວນຊົນ ຄັ້ງທີ I ຍັງເປັນເຫດການສໍາຄັນທາງປະຫວັດສາດ, ເປັນນິມິດໝາຍທີ່ດີໃນວຽກງານສື່ມວນຊົນ ໄດ້ຫັນເຂົ້າສູ່ຄວາມເປັນເອກະພາບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນໃນເງື່ອນໄຂໃໝ່. ຊຶ່ງບົດບາດຂອງພັກ ຈະໄດ້ເພີ່ມທະວີໃນການນຳພາ-ຊີ້ນຳວຽກງານສື່ມວນຊົນໃຫ້ມີຄວາມເຂັ້ມແຂງຂຶ້ນ, ໃຫ້ການເຄື່ອນໄຫວຂອງວຽກງານສື່ມວນຊົນ ໄປສູ່ລວງດຽວກັນ ຕາມຈຸດໝາຍລວມອັນດຽວກັນ ກໍຄືຮັບໃຊ້ພັກໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕາມຈຸດໝາຍກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ.
ທ່ານ ກິແກ້ວ ໄຂຄໍາພິທູນ ຢ້ຽມຊົມຮ້ານວາງສະແດງຜົນງານຂອງບັນດາສື່ມວນຊົນ

ທ່ານ ກິແກ້ວ ໄຂຄໍາພິທູນ ຢ້ຽມຊົມຮ້ານວາງສະແດງຜົນງານຂອງບັນດາສື່ມວນຊົນ

ທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ປະທານສະພາທິດສະດີສູນກາງພັກ, ມີທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະ ທານສະພາທິດສະດີສູນກາງພັກ ພ້ອມດ້ວຍແຂກຖຶກເຊີນ ໄດ້ຢ້ຽມຊົມຮ້ານວາງສະແດງຜົນງານຂອງບັນດາສື່ມວນຊົນ
ສື່ມວນຊົນຕ້ອງເຄົາລົບ ແລະ ປະຕິບັດຢ່າງເຂັ້ມງວດໃນການປະຕິບັດໜ້າທີ່

ສື່ມວນຊົນຕ້ອງເຄົາລົບ ແລະ ປະຕິບັດຢ່າງເຂັ້ມງວດໃນການປະຕິບັດໜ້າທີ່

ຖັນແຖວສື່ມວນຊົນຕ້ອງຖືເປັນຄະຕິປະຈຳໃຈເຄົາລົບ ແລະ ປະຕິບັດຢ່າງເຂັ້ມງວດໃນການປະຕິບັດໜ້າທີ່ການເມືອງຂອງຕົນ, ໃນຂະດຽວກັນ ຕ້ອງກຳແໜ້ນຈັນຍາບັນສື່ມວນຊົນ, ເນື້ອໃນຈັນຍາບັນ, ພຶດຕິກຳການປະຕິ ບັດຈັນຍາບັນ, ບັນຫາທີ່ຕັ້ງຂຶ້ນກ່ຽວຂ້ອງຈັນຍາບັນ ແລະ ການກຳນົດທດທາງໃນການປະຕິບັດໜ້າທີ່ໃນຕໍ່ໜ້າ.
ສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I

ສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I

ກອງປະຊຸມສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: ເພີ່ມທະວີບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດນີ້, ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນກຽດເຂົ້າຮ່ວມເຜີຍແຜ່ເອກະສານຂອງທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ປະທານສະພາທິດສະດີສູນກາງພັກ, ໂດຍການເປັນປະທານຂອງທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານສະພາທິດສະດີສູນກາງພັກ, ມີຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ມີບັນດາການນໍາພັກ-ລັດ, ຜູ້ແທນສື່ມວນຊົນສູນກາງ ແລະ ທ້ອງຖິ່ນ ທົ່ວປະເທດເຂົ້າຮ່ວມ.
ຊາວກະສິກອນເມືອງໝື່ນ ປັກດໍາເຂົ້ານາປີ ສໍາເລັດແລ້ວ 60%

ຊາວກະສິກອນເມືອງໝື່ນ ປັກດໍາເຂົ້ານາປີ ສໍາເລັດແລ້ວ 60%

ທ່ານ ຕຸ້ຍ ວິໄລວົງ ກຳມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງໝື່ນ ແຂວງວຽງຈັນ ລາຍງານເມື່ອວັນທີ 13 ກໍລະກົດນີ້ ໃຫ້ຮູ້ວ່າ: ຊາວກະສິກອນທົ່ວເມືອງໝື່ນ ແຂວງວຽງຈັນ ພວມສຸມໃສ່ການຜະລິດເຂົ້ານາປີ ປະຈໍາລະດູການຢ່າງຟົດຟື້ນ ມາຮອດປັດຈຸບັນ
ການນໍາ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ລະນຶກວັນເກີດ ປະທານ ສຸພານຸວົງ ຄົບຮອບ 117 ປີ

ການນໍາ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ລະນຶກວັນເກີດ ປະທານ ສຸພານຸວົງ ຄົບຮອບ 117 ປີ

ເນື່ອງໃນໂອກາດລະນຶກວັນເກີດຄົບຮອບ 117 ປີຂອງປະທານສຸພານຸວົງ ( 13 ກໍລະກົດ 1909 - 13 ກໍລະກົດ 2026), ໃນວັນທີ 13 ກໍລະກົດ 2026, ການນໍາພັກ-ລັດແຂວງຄໍາມ່ວນ ນໍາພາໂດຍ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ, ພ້ອມດ້ວຍຄະນະບໍລິຫານງານພັກແຂວງ, ບັນດາອົງການຈັດຕັ້ງທຽບເທົ່າຂັ້ນແຂວງ, ກໍາລັງປະກອບອາວຸດ ແລະ ນ້ອງນ້ອຍເຍົາວະຊົນ-ຊາວໜຸ່ມ ໄດ້ພ້ອມພາກັນຂໍ່ານັບ, ວາງກະຕ່າດອກໄມ້, ຈູດທູບທຽນ ຕໍ່ໜ້າຮູບປັ້ນຫຼໍ່ ຢູ່ທີ່ອະນຸສອນປະທານ ສຸພານຸວົງ ເມືອງທ່າແຂກ.
ຄຳມ່ວນ ປາຖະກະຖາ ວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ

ຄຳມ່ວນ ປາຖະກະຖາ ວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ

ແຂວງຄຳມ່ວນ ໄດ້ຈັດພິທີປາຖະກະຖາເນື່ອງໃນໂອກາດວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ (13 ກໍລະກົດ 1909–13 ກໍລະກົດ 2026) ໃນວັນທີ 13ອກໍລະກົດນີ້, ທີ່ ແຂວງຄຳມ່ວນ ໂດຍໄດ້ຮັບກຽດປະຖະກະຖາຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ; ມີບັນດາການນຳຂອງແຂວງ, ພະແນກການ, ອົງການຈັດຕັ້ງຂັ້ນແຂວງ, ພະນັກງານລັດຖະກອນເຂົ້າຮ່ວມ.
ເປີດຂະບວນການຂ່ຳນັບຮັບຕ້ອນກອງປະຊຸມວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ I

ເປີດຂະບວນການຂ່ຳນັບຮັບຕ້ອນກອງປະຊຸມວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ I

ພິທີເປີດຂະບວນການຂ່ຳນັບຮັບຕ້ອນກອງປະຊຸມວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດການນຳພາຂອງພັກ, ພັດທະນາວຽກງານສື່ມວນຊົນ ໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ” ຈັດຂຶ້ນໃນວັນທີ 12 ກໍລະກົດນີ້, ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໄຟຟ້າຫົງສາມອບກອງທຶນຄຸ້ມຄອງລະບົບສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ

ໄຟຟ້າຫົງສາມອບກອງທຶນຄຸ້ມຄອງລະບົບສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ

ເມື່ອ​ບໍ່​ດົນ​ມາ​ນີ້, ພະແນກຊຸມຊົນສໍາພັນ ຝ່າຍພັດທະນາສັງຄົມ ສາຍງານກິດຈະການອົງກອນບໍລິສັດ ໄຟຟ້າ ຫົງສາ ຈໍາກັດໄດ້ຈັດພິທີ ມອບກອງທຶນຄຸ້ມຄອງ ແລະ ປົກປັກຮັກສາລະບົບສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ ງວດທີ່ 1 ເດືອນພຶດສະພາ - ມິຖຸນາ 2026 ໃຫ້ເມືອງຫົງສາ, ເມືອງເງິນ ແລະ ເມືອງຊຽງຮ່ອນ ລວມທັງໝົດ ຈໍານວນ 200 ລ້ານກີບ ລວມພື້ນທີ່ແລວສາຍສົ່ງໄລຍະທາງທັງໝົດ 67 ກິໂລເມັດ.
ເພີ່ມເຕີມ