ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງໄຊສົມບູນ ໄດ້ຈັດພິທີ ປາຖະກະຖາວັນຜູ້ອາຍຸສູງແຫ່ງຊາດ ວັນທີ 1 ຕຸລາ ປະຈຳປີ 2023 ຂຶ້ນ ໃນວັນທີ 4 ຕຸລາ ນີ້ ທີ່ສະໂມສອນເມືອງອະນຸວົງ, ເປັນປະທານ ແລະ ປາຖະກະຖາໂດຍ ທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ, ມີ ທ່ານ ວັນຄຳເກັ່ງ ຢ່າຊົງກົວ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ພ້ອມດ້ວຍ ພະແນກການອ້ອມຂ້າງແຂວງ ຕະຫຼອດຮອດພະນັກງານອາວຸໂສບຳນານ ແລະ ຜູ້ອາຍຸສູງເຂົ້າຮ່ວມ.
ທ່ານ ຕົ່ງມົວ ຊົວໂກ້ ໄດ້ຍົກໃຫ້ເຫັນເຖິງຄວາມເປັນມາ ຂອງວັນຜູ້ອາຍຸສູງແຫ່ງຊາດ ຊຶ່ງຂະບວນວິວັດແຫ່ງການຊ່ວຍເຫຼືອ, ຟື້ນຟູ, ບຳບັດ ແລະ ພັດທະນາຜູ້ອາຍຸສູງ ຢູ່ ສປປ ລາວ ໄດ້ດຳເນີນການຊ່ວຍເຫຼືອ ແລະ ພັດທະນາມາໂດຍຕະຫຼອດ ນັບແຕ່ສະໄໝຕໍ່ສູ້ກູ້ຊາດ ກໍຄືສະໄໝປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຊຶ່ງພັກ-ລັດຖະບານ ຍາມໃດກໍໄດ້ເປັນຫ່ວງເປັນໃຍ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນຜູ້ອາຍຸສູງ ທີ່ດຳລົງຊີວິດ ຢູ ສປປ ລາວ ດ້ວຍເຫດນີ້ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງຜູ້ອາຍຸສູງ ໄດ້ຮັບການປິ່ນປົວນັບມື້ດີຂຶ້ນ ລັດຖະບານຈຶ່ງໄດ້ອອກດຳລັດ ເລກທີ 473/ລບ, ລົງວັນທີ 12 ກໍລະກົດ 2021 ວ່າດ້ວຍຜູ້ອາຍຸສູງ ແລະ ມີຄະນະກຳມະການເພື່ອຄົນພິການ ແລະ ຜູ້ອາຍຸສູງຂັ້ນສູນກາງ ຮອດທ້ອງຖິ່ນ ເພື່ອຈັດຕັ້ງ ແລະ ເຄື່ອນໄຫວເປັນຕົວແທນຂອງລັດຖະບານ ໃນການຄົ້ນຄວ້າ, ກຳນົດນະໂຍບາຍ ແລະ ລະບຽບກົດໝາຍ ແນໃສປົກປ້ອງ ແລະ ສົ່ງເສີມສິດທິຂອງຜູ້ອາຍຸສູງໃນແຕ່ລະໄລຍະ. ສຳລັບແຂວງໄຊສົມບູນກໍໄດ້ເອົາໃຈໃສ່ນຳພາ-ຊີ້ນຳວຽກງານຜູ້ອາຍຸສູງ ຢ່າງຕັ້ງໜ້າ. ນອກນີ້ ຍັງໄດ້ປະກອບທຶນຮອນຕາມຄວາມສາມາດຂອງແຂວງ ເພື່ອສົ່ງເສີມໃຫ້ມີງານສະຫຼອງວັນຜູ້ອາຍຸສູງແຫ່ງຊາດ ໃນແຕ່ລະປີ ເພື່ອເປັນການເຊື່ອມໂຍງວຽກງານຜູ້ອາຍຸສູງ ໃຫ້ຂະແໜງການທີ່ກ່ຽວຂ້ອງ, ການຈັດຕັ້ງພັກ-ລັດ ແລະ ທົ່ວສັງຄົມ ໄດ້ຮັບຮູ້-ເຂົ້າໃຈ ພ້ອມທັງມີສ່ວນຮ່ວມໃນການຊ່ວຍເຫຼືອ, ປະກອບທຶນຮອນ ເຂົ້າໃນວຽກງານຜູ້ອາຍຸສູງ ພາຍໃນແຂວງ ໃຫ້ດີຂຶ້ນເທື່ອລະກ້າວ ໃຫ້ຜູ້ອາຍຸສູງ ສາມາດຊ່ວຍເຫຼືອຕົນເອງໄດ້, ສາມາດພັດທະນາຄອບຄົວ ແລະ ພັດທະນາສັງຄົມ ຕາມຄວາມສາມາດ. ຂະນະດຽວກັນ ທ່ານ ຕົ່ງມົວ ຊົວໂກ້ ໄດ້ມອບເຄື່ອງ ແລະ ກວດສຸຂະພາບ ໃຫ້ຜູ້ອາຍຸສູງຕື່ມອີກ.
ຂ່າວ-ພາບ: ຈິນລະວອນ ວໍລະສົມບູ

ຄໍາເຫັນ