ແຂວງໄຊສົມບູນປະຕິບັດ15 ຄາດໝາຍຂະແໜງສຶກສາທິການ ແລະ ກິລາ,ສາມາດບັນລຸແລ້ວ 10 ຄາດໝາຍ

ໄຊສົມບູນປະຕິບັດຄາດໝາຍຂະແໜງສຶກສາທິການ ແລະ ກິລາ ສາມາດບັນລຸ10 ຄາດໝາຍ

ໄຊສົມບູນປະຕິບັດຄາດໝາຍຂະແໜງສຶກສາທິການ ແລະ ກິລາ ສາມາດບັນລຸ10 ຄາດໝາຍ
ໂດຍ:ສຳນານ ພົມພັກດີ ແຂວງໄຊສົມບູນປະຕິບັດ15 ຄາດໝາຍຂະແໜງສຶກສາທິການ ແລະ ກິລາ,ສາມາດບັນລຸແລ້ວ 10 ຄາດໝາຍ,ໃນບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2024 ແລະ ທິດທາງແຜນ 6 ເດືອນ ທ້າຍປີ 2024

ຂອງແຂວງໄຊສົມບູນຊີ້ໃຫ້ເຫັນວ່າ:ທົ່ວແຂວງໄຊສົມບູນ ມີໂຮງຮຽນທັງໜົດ 157 ແຫ່ງ ໃນນັ້ນມີ: ໂຮງຮຽນລ້ຽງເດັກ-ອະນຸບານ 29 ແຫ່ງ,ມູນລະປະຖົມ ແລະ ປະຖົມສົມບູນ 98 ແຫ່ງ, ມັດທະຍົມຕົ້ນ 11 ແຫ່ງ, ມ.ສ 18 ແຫ່ງ ແລະ ວີຊາຊີບ 1 ແຫ່ງ, ມີພະນັກງານ ທັງໜົດ 1.807 ຄົນ ຍິງ 719 ຄົນ, ເອກະຊົນ 54 ຄົນ ຍິງ 49 ຄົນ,ຄູວິຊາສະເພາະ 1.616 ຄົນ ຍິງ 677 ຄົນ, ຄູອາສາ 153 ຄົນ,ພະນັກງານບໍລິຫານ 191 ຄົນ ຍິງ 42 ຄົນ,ອາສາສະໝັກ 7 ຄົນ ຍິງ 3 ຄົນ ມີນັກຮຽນ 29.751 ຄົນ ຍິງ 13.245 ຄົນ,ການປະຕິບັດຕາມ 15 ຄາດໝາຍ ຂອງຂະແໜງສຶກສາທິການ ແລະ ກິລາ ສາມາດບັນລຸແລ້ວ 10 ຄາດໝາຍຄື:ອັດຕາເຂົ້າຮຽນຂອງເດັກ 5 ປີ ຄາດໝາຍ 74,13% ປະຕິບັດໄດ້ 82,8%,ອັດຕາເຂົ້າຮຽນສຸດທິໃໝ່ ປ.1 ຄາດໝາຍ 95,17% ປະຕິບັດໄດ້ 99,4%,ອັດຕາປະລະການຮຽນ ຂອງນັກຮຽນ ປ.1ຄາດໝາຍ8,53% ປະຕິບັດໄດ້5,8%,ອັດຕາເລື່ອນຂັ້ນ - ຈົບຊັ້ນປະຖົມ ຄາດໝາຍ 92,27% ປະຕິບັດໄດ້ 94,6%,ອັດຕາເລື່ອນຊັ້ນຈາກ ປ.5 ຫາ ມ.1 ທຽບໃສ່ນັກຮຽນຕົ້ນປີ ຄາດໝາຍ 94% ປະຕິບັດໄດ້ 96,2%,ອັດຕາປະລະຊັ້ນປະຖົມ ຄາດໝາຍ4% ປະຕິບັດໄດ້3,5%,ສູ້ຊົນໃຫ້ຄູຊັ້ນປະຖົມ ແລະ ມັດທະຍົມໄດ້ຮັບການຝຶກອົບຮົມ ຄາດໝາຍ 22,9% ປະຕິບັດໄດ້25,8%,ນັກຮຽນຈົບ ມ.ຕົ້ນ ໄດ້ເຂົ້າຮຽນສາຍອາຊີວະ ແລະ ຝຶກອົບຮົມວິຊາຊີບ ຄາດໝາຍ6,3% ປະຕິບັດໄດ້6,5%,ນັກຮຽນຈົບ ມ.ປາຍ ໄດ້ເຂົ້າຮຽນວິທະຍາໄລ ແລະ ມະຫາວິທະຍາໄລ ຄາດໝາຍ192ຄົນ ປະຕິບັດໄດ້ 307 ຄົນ,ສົ່ງເສີມມວນຊົນທຸກເພດ, ທຸກໄວ ໄດ້ເຂົ້າຮ່ວມການຫັດກາຍະບໍລິຫານ, ການອອກກຳລັງກາຍ ແລະ ການຫຼິ້ນກິລາເພື່ອສຸຂະພາບເຂົ້າຮ່ວມແຂ່ງຂັນກິລາປະຈຳປີ, ກິລາບຸນປະເພນີ ແລະ ກິລາວັນສໍາຄັນຕ່າງໆຂອງຊາດ-ສາກົນ ຄາດໝາຍ 21,2% ປະຕິບັດໄດ້ 28,5%.

ໃນນັ້ນ, ຄາດໝາຍທີ່ໃກ້ຈະບັນລຸ 1 ຄາດໝາຍຄື:ດັດສະນີຄວາມສະເໝີພາບຍິງ-ຊາຍ ຂອງອັດຕາການເລື່ອນຂັ້ນ-ຈົບ ຈາກ ປ.5 ຫາ ມ.1 ໃນລະຫວ່າງ 0,97% ຫາ 1,03% ປະຕິບັດໄດ້ 0,93%ຄາດໝາຍທີ່ຍັງບໍ່ທັນບັນລຸ 4 ຄາດໝາຍຄື:ອັດຕາເຂົ້າຮຽນໃໝ່ລວມ ປ.5ຄາດໝາຍ95,67% ປະຕິບັດໄດ້92,8%.ອັດຕາເຂົ້າຮຽນໃໝ່ລວມຂັ້ນ ມ.4 ຊັ້ນມັດທະຍົມຕອນຕົ້ນ ຄາດໝາຍ 81,4% ປະຕິບັດໄດ້ 77,2%,ອັດຕາປະລະຊັ້ນມັດທະຍົມຕອນຕົ້ນ ຄາດໝາຍ9,3% ປະຕິບັດໄດ້ 10,8%,ປະຊາກອນໜຸ່ມຜູ້ປະລະການຮຽນ ແລະ ຜູ້ພາດໂອກາດຮຽນໃຫ້ໄດ້ບຳລຸງຜ່ານການສຶກສານອກໂຮງຮຽນ ແລະ ອົບຮົມວິຊາຊີບ ຄາດໝາຍ1.907ຄົນ ປະຕິບັດໄດ້1.717 ຄົນ.

ໃນຂະນະດຽວກັນວຽກງານຈຸດສຸມຕົ້ນຕໍວຽກງານການສຶກສາກ່ອນໄວຮຽນຄື:ໄດ້ສັງລວມສະຖິຕິການສຶກສາກ່ອນໄວຮຽນ, ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະແມ່-ເດັກ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ຂຽນແຜນກິດຈະກໍາປະຈໍາປີ 2025 ກະກຽມເອກະສານຝຶກອົບຮົມການນໍາໃຊ້ເຄື່ອງມືປະເມີນຕໍາແໜ່ງວິຊາການຄູ ແລະ ການນໍາໃຊ້ປຶ້ມຄູ່ມືແນະນໍາການບໍລິໂພກອາຫານ ແລະ ເຄື່ອງດື່ມທີ່ຖືກຫຼັກໂພຊະນາການ ແລະ ປອດໄພ ໃນສະຖານການສຶກສາກ່ອນໄວຮຽນ ໃຫ້ແກ່ພະນັກງານວິຊາການໜວ່ຍງານສຶກສາທົ່ວແຂວງ,ວຽກງານການສາມັນສຶກສາ: ສໍາເລັດການສອບເສັງ ພາກຮຽນທີ I ສົກຮຽນ 2023-2024, ອອກຂໍ້ຕົກລົງຂອງ ແຕ່ງຕັ້ງຫົວໜ້າກຸ່ມ ໂຮງຮຽນມັດທະຍົມສຶກສາທົ່ວແຂວງ, ລາຍງານລາຍຊື່ນັກຮຽນທຸກຍາກ ຊັ້ນໂຮງຮຽນປະຖົມສຶກສາ ປ.1 ແລະ ຊັ້ນມັດທະຍົມສຶກສາຕອນຕົ້ນ ມ.1 ຢູ່ເມືອງລ້ອງແຈ້ງ ໃຫ້ກົມສາມັນສຶກສາກະຊວງສຶກສາທິການ ແລະ ກິລາ, ສອບເສັງນັກຮຽນເກັ່ງຂັ້ນແຂວງ (ປ.5, ມ.4 ແລະ ມ.7) ປະຈຳສົກຮຽນ 2023-2024,ວຽກງານພັດທະນາຄູ ແລະ ວິທະຍາສາດ,ຝຶກອົບຮົມແນະນໍາການນໍາໃຊ້ຮ່າງສັງເກດການສອນໃນຫ້ອງຮຽນຊັ້ນປະຖົມສຶກສາ ໃຫ້ແກ່ຜູ້ເຮັດວຽກສຶກສານິເທດໃນເມືອງເປົ້າໝາຍສາມສ້າງ ແລະ ວິທະຍາໄລຄູ, ຈັດກອງປະຊຸມຝຶກອົບຮົມຫຼັກສູດສະບັບປັບປຸງໃໝ່ວິຊາ ຄື:ສັງຄົມສຶກສາ, ຄຸນສົມບັດສຶກສາ, ພະລະສຶກສາ, ສີລະປະດົນຕີ, ສີລະປະກໍາ ແລະ ຫັດຖະກໍາໃຫ້ຄູສອນຊັ້ນປະຖົມສຶກສາຂັ້ນປ.4 ທີ່ເມືອງອະນຸວົງ, ທ່າໂທມ ແລະ ລ້ອງຊານ.

ຄໍາເຫັນ

ຂ່າວສືກສາ-ກິລາ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ