ຊ່າງຕັດຜົມ ສ້າງລາຍຮັບເຂົ້າສູ່ຄອບຄົວ

ຊ່າງຕັດຜົມ ສ້າງລາຍຮັບເຂົ້າສູ່ຄອບຄົວ
ໂດຍ: ພັດ ລໍວັນໄຊ
ຈະເຮັດອາຊີບໃດກໍຕາມຖ້າໃຈຮັກ-ມັກ, ມີຫົວຄິດປະລິດສ້າງ, ໃນການບໍລິຫານເວລາ ໃນແຕ່ລະມື້ໃຫ້ເໝາະສົມ ກັບວຽກທີ່ຈະລົງທຶນເຮັດ ອາຊີບນັ້ນໆກໍຈະພາສ້າງລາຍຮັບເຂົ້າມາສູ່ຄອບໄດ້ ຄືດັ່ງຄອບຄົວ ຂອງຊ່າງຕັດຜົມ ຄຳຫຼ້າ ສີສົມບັດ ທີ່ປະສົບຜົນສຳເລັດ ໃນການເປັນຊ່າງຕັດຜົມ.
ຊ່າງຕັດຜົມ ຄຳຫຼ້າ ສີສົມບັດ ໃຫ້ສຳພາດຕໍ່ຜູ້ຂຽນວ່າ: ປັດຈຸບັນ ອາຍຸ 37 ປີ ຢູ່ບ້ານໂພນປ່າເປົ້າເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. ອາຊີບເມື່ອກ່ອນແມ່ນພະນັກງານ, ໄດ້ມີໂອກາດໄປສຶກສາຕໍ່ປະລິນຍາໂທຢູ່ ສສ ຫວຽດນາມ ສາຂາວິຊາຄຸ້ມຄອງການຂົນສົ່ງ ເປັນເວລາ 3 ປີ ຂະນະທີ່ກຳລັງສຶກສາ ໄດ້ໃຊ້ເວລາວ່າງຕັດຜົມໃຫ້ໝູ່ເພື່ອນນັກສຶກສາດ້ວຍກັນ, ຮຽນຮູ້ປະສົບການຕາມຮ້ານຕັດຜົມ ຊຶ່ງເປັນຮ້ານອ້າຍຮັກ ຢູ່ ສສ ຫວຽດນາມ ແລະ ໄດ້ເຮັດໃຫ້ຕົນເອງມີຄວາມຊຳນານຂຶ້ນເລື້ອຍໆ. ຫຼັງຈາກນັ້ນກັບມາ ສປປ ລາວ ກໍມາປະຈຳການເປັນປົກກະຕິ ແລະ ໃຊ້ເວລາວ່າງຕັດຜົມເປັນອາຊີບເສີມຄຽງຄູ່ກັບວຽກປະຈຳເປັນເວລາ 2 ປີ, ເນື່ອງຈາກວ່າມີຄວາມຈຳເປັນທາງທາງຄອບຄົວ ຈຶ່ງໄດ້ຕັດສິນໃຈລາອອກຈາກວຽກປະຈຳ, ມາລົງລົງທຶນ ແລະ ເປີດກິດຈະການຮ້ານຕັດຜົມຂຶ້ນໃນປີ 2021 ໂດຍຕັ້ງຊື່ຮ້ານວ່າ: ຮ້ານຕັດຜົມຊາຍ ຊົງຫຼໍ່ 168 ສາຂາທຳອິດແມ່ນ ແມ່ນຢູ່ບ້ານໂພນປ່າເປົ້າ, ເຫັນວ່າມີການຕອບຮັບຈາກລູກຄ້າ ໂດຍສະເພາະແມ່ນໄວໜຸ່ມມາໃຊ້ບໍລິການຫຼາຍສົມຄວນ, ມື້ໜຶ່ງມີລູກຄ້າເຂົ້າຮ້ານບໍ່ຕ່ຳກວ່າ 30 ຄົນ.  ເລີ່ມເຫັນຄວາມເປັນໄປໄດ້. ສະນັ້ນ, ຈຶ່ງໄດ້ຂະຫຍາຍສາຂາອອກຕື່ມອີກ 3 ຄື: ສາຂາບ້ານໜອງໜ່ຽງ, ສາຂາບ້ານໂນນສະຫງ່າ ແລະ ສາຂາດົງປາແຫຼບ ລວມທັງໝົດມີ 4 ສາຂາ, ມີພະນັກງານ 10 ຄົນ, ລາຄາຕັດຜົມເລີ່ມຕົ້ນແມ່ນ 20 ພັນກີບ ເຖິງ 30 ພັນກີບ ຜ່ານການເຮັດກິດຈະການຮ້ານຕັດຜົມ ເຮັດຄອບຄົວມີຢູ່ມີກິນ, ມີການພັດທະນາດີຂຶ້ນເລື້ອຍໆ ແລະ ຍັງມີເງິນເກັບແຮໄວ້ເພື່ອໃຊ້ຈ່າຍໃນສິ່ງທີ່ຈຳເປັນ ແລະ ໄວ້ຕໍ່ຍອດເພື່ອຂະຫຍາຍກິດຈະການດັ່ງກ່າວ. 
ຊ່າງຕັດຜົມ ຄຳຫຼ້າ ຍັງໄດ້ກ່າວຕື່ມອີກວ່າ: ໃນຍຸກເສດຖະກິດໂລກກໍຄືເສດຖະກິດພາຍໃນພົບຄວາມຫຍຸ້ງຍາກທາງດ້ານເງິນ, ອັດຕາແລກປ່ຽນຂຶ້ນໆລົງໆ, ພົບກັບພາວະເງິນເຟີ້ແຕ່ຮ້ານເຮົາຍັງລາຄາເປັນກັນເອງ, ຈຸດພິເສດຂອງຮ້ານແມ່ນເປັນຫ້ອງຕິດແອ ທຸກ 4 ສາຂາ, ການບໍລິການລູກຄ້າດ້ວຍໃຈ ແລະ ຈະຕັດໃຫ້ລູກຄ້າຕາມຄີວ, ມີລູກຄ້າໂທຈອງລ່ວງໜ້າ ແລະ ທັກມາທາງເຟສບຸກ, ແບບອອນລາຍ ແລະ ອັອບລາຍ. ຮ້ານຕັດຜົມຊາຍຊົງຫຼໍ່ ພວກເຮົາຍັງໄດ້ຮັບສອນຕັດຜົມ ລາຄາການລົງທະບຽນຮຽນແມ່ນເປັນລາຄາລົມກັນໄດ້, ທີ່ຜ່ານມາທາງຮ້ານແມ່ນໄດ້ມອບໃບຢັ້ງຢືນໃຫ້ນັກຮຽນຈົບໄປແລ້ວຈຳນວນໜຶ່ງ,  ຖ້າຫາກຮຽນຈົບ, ເປັນແລ້ວທາງຮ້ານຍິນດີຮັບເຂົ້າບັນຈຸເປັນພະນັກງານໃນຮ້ານເລີຍ. ນອກຈາກນັ້ນທາງຮ້ານຍັງສ້າງກິດຈະກຳຄືການລົງໄປຕັດຜົມໃຫ້ເດັກນ້ອຍຊາຍຕາມໂຮງຮຽນຕ່າງໆ ໂດຍບໍ່ໄດ້ເສຍເງິນ.ສຳລັບແຜນໃນຕໍ່ໜ້າແມ່ນຈະຂະຫຍາຍສາຂາຮ້ານອອກຕື່ມເພື່ອຄວາມສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງລູກຄ້າ.
ທ້າຍນີ້, ຊ່າງຕັດຜົມ ຄຳຫຼ້າ ສີສົມບັດ ຍັງໄດ້ສະແດງຄວາມຮູ້ບຸນຄຸນມາຍັງພັກ-ລັດ ທີ່ອຳນວຍຄວາມສະດວກໃຫ້ນັກທຸລະກິດຂະໜາດນ້ອຍໄດ້ສະແດງຄວາມສາມາດດ້ວຍຕົນເອງ ແລະ ໄດ້ທຳມາຄ້າຂາຍ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ ແລະ ໄດ້ມີໂອກາດຊ່ວຍເຫຼືອສັງຄົມຕາມກຳລັງແຮງທີ່ມີ 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອັດຕະປື ລະນຶກວັນເດັກໂລກ ແລະ ວັນສາກົນຕ້ານຄວາມຮຸນແຮງຕໍ່ແມ່ຍິງ-ເດັກຍິງ

ອັດຕະປື ລະນຶກວັນເດັກໂລກ ແລະ ວັນສາກົນຕ້ານຄວາມຮຸນແຮງຕໍ່ແມ່ຍິງ-ເດັກຍິງ

ແຂວງອັດຕະປື ຈັດງານລະນຶກວັນສົນທິສັນຍາວ່າດ້ວຍສິດທິເດັກ (ວັນເດັກໂລກ) ວັນທີ 20 ພະຈິກ ແລະ ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ວັນທີ 25 ພະຈິກ ເພື່ອປຸກລະດົມທຸກພາກສ່ວນໃຫ້ຮ່ວມກັນປົກປ້ອງສິດທິເດັກ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ສ້າງສັງຄົມທີ່ປອດໄພ ປາສະຈາກຄວາມຮຸນແຮງ ຂຶ້ນໃນວັນທີ 27 ພະຈິກນີ້, ທີ່ສວນສາທາລະນະເຈົ້າໄຊເສດຖາ ໂດຍມີທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງຂັ້ນແຂວງ, ມີການນໍາແຂວງ, ມວນຊົນ ແລະ ນັກຮຽນເຂົ້າຮ່ວມ.
ປີ 2026 ອົງການກວດສອບປະຈໍາພາກໃຕ້ ໄດ້ກວດສອບສໍາເລັດ 16 ເປົ້າໝາຍ

ປີ 2026 ອົງການກວດສອບປະຈໍາພາກໃຕ້ ໄດ້ກວດສອບສໍາເລັດ 16 ເປົ້າໝາຍ

ທ່ານ ສົມສັກ ແສງສັກດາ ປະທານອົງການກວດສອບ ປະຈໍາພາກໃຕ້ ໄດ້ລາຍງານໃຫ້ຮູ້ກ່ຽວກັບຜົນສໍາເລັດການເຄື່ອນໄຫວວຽກງານຂອງອົງການກວດສອບປະຈໍາພາກໃຕ້ ປະຈໍາປີ2026 ແລະ ທິດທາງແຜນການ ປີ 2027 ແລະ ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2025ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ແຂວງສາລະວັນ ຊຸດທີ V ໃນວັນທີ 25 ພະຈິກຜ່ານ​ມາໃຫ້ຮູ້ວ່າ:
ກອງບັນຊາການທະຫານເມືອງໝື່ນ ປິດຊຸດອົບຮົມ-ຫັດແອບປະຈຳປີ 2026

ກອງບັນຊາການທະຫານເມືອງໝື່ນ ປິດຊຸດອົບຮົມ-ຫັດແອບປະຈຳປີ 2026

ວັນທີ 26 ພະຈິກຜ່ານມາ, ກອງບັນຊາການທະຫານເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທີປິດຊຸດອົບຮົມ-ຫັດແອບດ້ານການເມືອງ,ການທະຫານ,ພະລາທິການ ແລະ ເຕັກນິກປະຈຳປີ 2026 ຂຶ້ນທີ່ສະໜາມຫັດແອບ, ໃຫ້ກຽດເປັນປະທານຂອງທ່ານ ສຸພິດ ອິນທະໂພທອງ ຄະນະປະຈຳພັກເມືອງ ຮອງປະທານ ຄະນະກຳມະການປົກຄອງເມືອງ, ມີສະຫາຍພັນໂທ ເຊີຫວັງ ປາຊົງຢ່າງ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງບັນຊາການທະຫານເມືອງໝື່ນ,ມີຄະນະພັກ-ຄະນະບັນຊາ ແລະ ນັກຝຶກອົບຮົມພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເມືອງຊຽງຮ່ອນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2026

ເມືອງຊຽງຮ່ອນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2026

ເມືອງຊຽງຮ່ອນແຂວງໄຊຍະບູລີຈັດພິທີປິດການແຂ່ງຂັນກິລາຊ່ວງເຮືອປະຈຳປີ 2026 ຂຶ້ນໃນວັນທີ 25 ພະຈິກຜ່ານມາ, ທີ່ໜອງຊາງບ້ານໃໝ່ໜອງຊາງ, ເປັນກຽດເຂົ້າຮ່ວມຂອງທ່ານສົມສະຫວາດເລັ່ງສະຫວັດອະດີດຮອງນາຍົກລັດຖະມົນຕີ, ມີທ່ານດວງຕາໄຊວຸດຮອງເລຂາຄະນະບໍລິຫານງານພັກແຂວງປະທານຄະນະກຳມະການປົກຄອງແຂວງ, ມີທ່ານແສງອາທິດລາວເບຼຍຢາທໍ່ເລຂາຄະນະບໍລິຫານງານພັກເມືອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເມືອງປະທານຈັດງານແຂ່ງຂັນຊ່ວງເຮືອປະຈໍາປີ 2026 ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະພາປະຊາຊົນແຂວງອັດຕະປື ສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2

ສະພາປະຊາຊົນແຂວງອັດຕະປື ສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ (ສ​ພ​ຂ) ອັດຕະປື ຊຸດທີ V ໄດ້ປິດ​ລົງໃນ​ວັນ​ທີ26 ພະຈິກຜ່ານ​ມາ ທີ່ສະພາປະຊາຊົນແຂວງ, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີການ​ນຳແຂວງ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 17, ສະມາຊິກສະພາປະຊາຊົນແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເມືອງແກ່ນທ້າວໄດ້​ຮັບ​ການ​ຊ່ວຍ​ເຫຼືອ ​ອຸ​ປະ​ກອນ​ຮັບ​ໃຊ້​ຫ້ອງ​ການ

ເມືອງແກ່ນທ້າວໄດ້​ຮັບ​ການ​ຊ່ວຍ​ເຫຼືອ ​ອຸ​ປະ​ກອນ​ຮັບ​ໃຊ້​ຫ້ອງ​ການ

ທ່ານ ພາລາກອນ ລັດຕະເວດສະນັນ ຜູ້ອໍານວຍການຝ່າຍຈັດຊື້-ຈັດຈ້າງ ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ພ້ອມດ້ວຍຄະນະ ໄດ້ນໍາເອົາອຸປະກອນຮັບໃຊ້ວຽກງານຫ້ອງການ ປະກອບມີ ເຄື່ອງພິມເອກະສານ (Printer) ຈໍານວນ 11 ເຄື່ອງ ແລະ ຄອມພິວເຕີໂນດບຸກ (Notebook) ຈໍານວນ 1 ເຄື່ອງ ຈາກບໍລິສັດ ຊີເຄ ພາວເວີ ຈໍາກັດແລະ ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ມາມອບໃຫ້ແກ່ອົງການປົກຄອງເມືອງແກ່ນທ້າວ ແຂວງໄຊຍະບູລີ, ໃນ​ວັນ​ທີ 26 ພະ​ຈິກ​ຜ່ານ​ມາທີ່ ເມືອງ​ແກ່ນ​ທ້າວວ, ກ່າວ​ຮັບໂດຍ ທ່ານ ຄໍາປຸ່ນ ນວນສະບັບ ເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ.
ຄະນະບໍລິຫານງານພັກແຂວງເຊກອງ ດຳ​ເນີນກອງປະຊຸມເປີດກວ້າງ ຄັ້ງທີ 5 ສະໄໝທີ Xl

ຄະນະບໍລິຫານງານພັກແຂວງເຊກອງ ດຳ​ເນີນກອງປະຊຸມເປີດກວ້າງ ຄັ້ງທີ 5 ສະໄໝທີ Xl

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເຊກອງ ເປີດກວ້າງຄັ້ງທີ 5 ສະໄໝທີ Xl ​ໄດ້​ເປີດຂຶ້ນໃນວັນທີ 26 ພະຈິກຜ່ານ​ມາທີ່ສະໂມສອນແຂວງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ບຸນຫຼາຍ ບຸດທິ ກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງເຊກອງ, ມີີສະຫາຍ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມ ASEAN-COCI ຮັບຮອງ 7 ໂຄງການຮ່ວມມື

ກອງປະຊຸມ ASEAN-COCI ຮັບຮອງ 7 ໂຄງການຮ່ວມມື

ກອງປະຊຸມຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນ (ASEAN-COCI) ຄັ້ງທີ 61 ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 25 ພະຈິກຜ່ານມາ ທີ່ແຂວງວຽງຈັນ ສປປ ລາວ, ທ່ານ ຄຳພູ ເພຍສັກຂາ ໃນນາມປະທານ ຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນປະຈຳລາວ ໄດ້ແຈ້ງຜົນກອງປະຊຸມຕໍ່ສື່ມວນຊົນວ່າ:
Gen Green 2026 ສູ່ຄວາມສະອາດ ແລະ ຍືນຍົງ ລະດົມອາສາສະໝັກໄວໜຸ່ມ 250 ຄົນ ຄັດແຍກຂີ້ເຫຍື້ອໄດ້ເກືອບ 130 ກິໂລ

Gen Green 2026 ສູ່ຄວາມສະອາດ ແລະ ຍືນຍົງ ລະດົມອາສາສະໝັກໄວໜຸ່ມ 250 ຄົນ ຄັດແຍກຂີ້ເຫຍື້ອໄດ້ເກືອບ 130 ກິໂລ

​ ໂຄງການ "ການຮັກສາຄວາມສະອາດເພື່ອສຸຂະພາບສິ່ງແວດລ້ອມ ໃນໄລຍະບຸນປະເພນີໃຫຍ່ ຢູ່ນະຄອນຫຼວງວຽງຈັນ 2026" ພາຍໃຕ້ຄຳຂວັນ "Gen Green: ເທດສະການມ່ວນຊື່ນ, ຂີ້ເຫຍື້ອເປັນສູນ!" ໄດ້ສຳເລັດການຈັດກິດຈະກຳທັງ 2 ຮອບ ໃນງານບຸນອອກພັນສາປຣະວໍລະນາ (ບຸນຊ່ວງເຮືອທ່າວັດຈັນ ເດືອນຕຸລາ) ແລະ ບຸນນະມັດສະການພະທາດຫຼວງວຽງຈັນ ເດືອນພະຈິກ) ໂດຍສາມາດລະດົມກຳລັງໄວໜຸ່ມ, ຄັດແຍກວັດສະດຸຣີໄຊເຄີລ ແລະ ເກັບຂໍ້ມູນເພື່ອປະກອບເຂົ້າໃນການວາງນະໂຍບາຍງານບຸນປີ 2027.
ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ພ້ອມດ້ວຍຄະນະ ໂດຍມີທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳແຂວງ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ການຈັດ ຕັ້ງປະຕິບັດວຽກງານ ອົງການປົກຄອງຕາແສງ ເມືອງຫີນບູນ ແຂວງຄໍາມ່ວນ ໃນວັນທີ 24 ພະຈິກຜ່ານມາ, ທີ່ ຕາແສງ ຄໍາແກ້ວ, ໃຫ້ກຽດກ່າວຕ້ອນຮັບຂອງທ່ານ ຄຳສິງ ອໍລະວັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະພັກ, ອົງການປົກຄອງເມືອງຫີນບູນ ພ້ອມດ້ວຍອົງການປົກຄອງຕາແສງ 6 ຕາແສງໃນທົ່ວເມືອງ ເຂົ້າຮ່ວມ.
ເພີ່ມເຕີມ