ຊາວກະສິກອນ ແຂວງພາກເໜືອ ແລກປ່ຽນບົດຮຽນ ຄວາມສາມາດປັບໂຕກັບການປ່ຽນແປງດິນຟ້າອາກາດ

ຊາວກະສິກອນ ແຂວງພາກເໜືອ ແລກປ່ຽນບົດຮຽນ ຄວາມສາມາດປັບໂຕກັບການປ່ຽນແປງດິນຟ້າອາກາດ

ຊາວກະສິກອນ ແຂວງພາກເໜືອ ແລກປ່ຽນບົດຮຽນ ຄວາມສາມາດປັບໂຕກັບການປ່ຽນແປງດິນຟ້າອາກາດ
ວັນທີ່ 26 ມີນານີ້ ທີ່ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ, ໄດ້ຈັດກອງປະຊຸມ ແລກປ່ຽນບົດຮຽນ ຄວາມສາມາດປັບໂຕກັບການປ່ຽນແປງດິນຟ້າອາກາດ (CSA) ລະຫວ່າງ ຊາວກະສິກອນບັນດາ ແຂວງພາກເໜືອ (ຫຼວງພະບາງ, ອຸດົມໄຊ, ຫົວພັນ, ຜົ້ງສາລີ, ຊຽງຂວາງ) ໂດຍເປັນປະທານຮ່ວມຂອງ ທ່ານ ບຸນມີ ສະຫວັດ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຫຼວງພະບາງ, ທ່ານ ສຸວັນທອງ ນາມວົງ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີຊ່ຽວຊານ ແລະ ຜູ້ຕາງໜ້າໂຄງການ-ຄູ່ຮ່ວມງານຫຼາຍພາກສ່ວນ ທີ່ເຮັດວຽກກ່ຽວກັບກະສິກຳ, ການປັບໂຕເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາຊົນນະບົດທົ່ວພາກເໜືອຂອງລາວ, ລວມທັງຊາວກະສິກອນ ເຂົ້າຮ່ວມ.
ຊາວກະສກອນ ແຂວງພາກເໜອ ແລກປຽນບດຮຽນ ຄວາມສາມາດປບໂຕກບການປຽນແປງດນຟາອາກາດ - image 1
 

ກອງປະຊຸມຄັ້ງນີ້, ຈັດຂຶ້ນເປັນເວລາ 2 ວັນ ເພື່ອເອື້້ອອຳນວຍໃຫ້ເປັນບ່ອນທີ່ສາມາດຮຽນຮູ້ຈາກກັນ ແລະກັນ, ແບ່ງປັນປະສົບການຕົວຈິງ ແລະ ກຳນົດຮ່ວມກັນ ກ່ຽວກັບການສະໜັບສະໜູນສີ່ງທີ່ມີຄວາມຈໍາເປັນ ເພື່ອຜັນຂະຫຍາຍ ກິດຈະກຳໃຫ້ກວ້າງຂວາງ. ທ່ານ ສຸວັນທອງ ນາມວົງ ກ່າວເປີດກອງປະຊຸມວ່າ: “ການປ່ຽນແປງດິນຟ້າອາກາດ ກຳລັງກາຍເປັນອຸປະສັກອັນສຳຄັນ ຕໍ່ການຜະລິດກະສິກຳ ຈື່ງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້, ນຳໃຊ້ໂອກາດເປັນເວທີ ທີ່ຊາວກະສິກອນໄດ້ແລກປ່ຽນປະສົບການ, ຖ່າຍທອດບົດຮຽນທີ່ເກີດຈາກຕົວຈິງ.

ຊາວກະສກອນ ແຂວງພາກເໜອ ແລກປຽນບດຮຽນ ຄວາມສາມາດປບໂຕກບການປຽນແປງດນຟາອາກາດ - image 2
 

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ມີການຮຽນຮູ້ ແລະ ແລກປ່ຽນບົດຮຽນໃນຫົວຂໍ້: ສຽງຈາກພາກສະໜາມ - ນະວັດຕະກຳຂອງຊາວກະສິກອນກ່ຽວກັບ ການເຮັດກະສິກຳທີ່ສາມາດປັບໂຕໄດ້ ກັບການປ່ຽນແປງດິນຟ້າອາກາດ (CSA). ໃນນັ້ນ, ປະກອບມີ ປະສົບການກ່ຽວກັບຜົນກະທົບຕໍ່ສະພາບອາກາດ ແລະການເຮັກກະສິກຳແບບ CSA, ການນຳສະເໜີຕົວຢ່າງຈາກຄູ່ຮ່ວມງານ, ວິທີແກ້ໄຂທີ່ໃຊ້ໄດ້ຈິງ, ນະວັດຕະກໍາ ແລະ ໝາກຜົນທີ່ໄດ້ຮັບຕົວຈິງຈາກພາກສະໜາມ, ພ້ອມນັ້ນ ໄດ້ມີການສົນທະນາເປັນກຸ່ມ ຮ່ວມກັບບັນດາ, ໜ່ວຍງານສົ່ງເສີມທ້ອງຖິ່ນ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມງານຄົ້ນຄວ້າສຶກສາ, ພາກເອກະຊົນ ແລະ ອົງການພັດທະນາທີ່ເຂົ້າຮ່ວມເປັນຜູ້ສັງເກດການ ໂດຍລົງເລິກນະວັດຕະກໍາທີ່ຊາວກະສິກອນພາເຮັດ, ການກະສິກຳທີ່ຫຼຸດຄວາມສ່ຽງ, CSA ໃນແຜນງານສົ່ງເສີມຂອງເມືອງ/ແຂວງ, ການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສົ່ງເສີມ, ການເງິນດ້ານສະພາບອາກາດ ແລະ ບົດບາດຂອງພາກເອກະຊົນ, ຄວາມຕ້ອງການດ້ານນະໂຍບາຍສຳລັບການຂະຫຍາຍ ແລະ ການສົ່ງເສີມ CSA. ນອກຈາກການແລກປ່ຽນບົດຮຽນແລ້ວ, ຍັງໄດ້ຈັດການເປີດຕະຫຼາດນັດ ແລະ ຢ້ຽມຊົມຮ້ານວາງສະແດງ, ຂາຍສິນຄ້າກະສິກຳ ຂອງຊາວກະສິກອນ ແລະ ຄູ່ຮ່ວມງານ ຕື່ມອີກ.

ຊາວກະສກອນ ແຂວງພາກເໜອ ແລກປຽນບດຮຽນ ຄວາມສາມາດປບໂຕກບການປຽນແປງດນຟາອາກາດ - image 3
 

(ແຫຼ່ງຂ່າວ: ແຂວງຫຼວງພະບາງ)

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມປະຈໍາປີຂອງກຸ່ມແມ່​ຍິງ​​ອາ​ຊຽນທີ່​ນະ​ຄອນ​ຫຼວງວຽງ​ຈັນ (ກຍອວ)

ກອງປະຊຸມປະຈໍາປີຂອງກຸ່ມແມ່​ຍິງ​​ອາ​ຊຽນທີ່​ນະ​ຄອນ​ຫຼວງວຽງ​ຈັນ (ກຍອວ)

ໃນວັນທີ 4 ກັນຍາ ຜ່ານມານີ້, ກຸ່ມແມ່ຍິງອາຊຽນທີ່ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV) ໄດ້ຈັດກອງປະຊຸມປະຈຳປີ 2026 ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ, ທັງເປັນປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ປະທານກຸ່ມ ກຍອວ ຊຶ່ງມີທ່ານເອກອັກຄະລັດຖະທູດຍິງ, ພັນລະຍາຂອງທ່ານເອກອັກຄະລັດຖະທູດ, ນັກການທູດຍິງ ແລະ ພັນລະຍາຂອງນັກການທູດຈາກບັນດາສະຖານທູດຂອງປະເທດສະມາຊິກອາຊຽນປະຈໍາ ສປປ ລາວ, ລວມທັງນັກການທູດ ແລະ ກອງເລຂາຂອງກຸ່ມດັ່ງກ່າວຈາກກະຊວງການຕ່າງປະເທດແຫ່ງ ສປປ ລາວ ກໍຄືຄະນະບໍລິຫານງານ ແລະ ສະມາຊິກຂອງກຸ່ມດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມສາມັນ ຄັ້ງທີ 10 ລະຫວ່າງ ກອງພົນທີ 5 ແລະ ບໍລິສັດ ມິດຕະພາບ 206

ກອງປະຊຸມສາມັນ ຄັ້ງທີ 10 ລະຫວ່າງ ກອງພົນທີ 5 ແລະ ບໍລິສັດ ມິດຕະພາບ 206

ວັນທີ 4 ກັນຍາ 2026, ຢູ່ທີ່ຫ້ອງປະຊຸມ ບໍລິສັດ ມິດຕະພາບ 206 ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ໄດ້ຈັດກອງປະຊຸມສາມັນ ຄັ້ງທີ 10 ປະຈຳປີ 2026 ລະຫວ່າງ ກອງພົນທີ 5 ກອງທັບປະຊາຊົນລາວ ແລະ ບໍລິສັດ ມິດຕະພາບ 206 ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຈັດຕະວາ ບຸນສົມ ອິນທະລາ ຫົວໜ້າການທະຫານ ກອງພົນທີ 5 ກອງທັບປະຊາຊົນລາວ ແລະ ສະຫາຍ ໂງ ແມັງ ຮຸ່ງ ອຳນວຍການບໍລິສັດ ມິດຕະພາບ 206, ມີບັນດາຄະນະພັກ-ຄະນະບັນຊາ ແລະ ພາກສ່ວນກ່ຽວຂ້ອງ ທັງສອງຝ່າຍ ເຂົ້າຮ່ວມ.
ການນຳແຂວງຊຽງຂວາງອວຍພອນຊາວ​ຫວຽດ​ນາມໂອ​ກາດວັນຊາດຄົບ​ຮອບ 81 ປີ

ການນຳແຂວງຊຽງຂວາງອວຍພອນຊາວ​ຫວຽດ​ນາມໂອ​ກາດວັນຊາດຄົບ​ຮອບ 81 ປີ

ທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ອວຍພອນວັນວັນຊາດ ສສຫວຽດນາມ ຄົບຮອບ81ປີ( 2ກັນຍາ1945-2ກັນຍາ2026) ໃນ​ວັນ​ທີ 3 ກັນ​ຍາ​ຜ່ານ​ມາທີ່ ແຂວງ​ຊຽງ​ຂວາງ ໂດຍມີຄະນະຄຸ້ມຄອງຊາວຫວຽດນາມ, ກອງຂຸດຄົ້ນອັດຖິທະຫານອາສາສະມັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດຢູ່ແຂວງຊຽງຂວາງ ໃນພາລະກິດຕ້ານຈັກກະພັດຜູ້ຮຸກຮານ, ບໍລິສັດໂກເອໂກ, ກອງກໍ່ສ້າງກ່າ(ກອງກ່າ), ທະນາຄານຮ່ວມທຸລະກິດລາວ-ຫວຽດ ແລະ ຄະນະບໍລິສັດລາວຈັງໂກ ວີນາມີ້ວ.
ສະຫຼອງຄົບຮອບ 30 ປີ ການສ້າງຕັ້ງສະຖາບັນແມ່ນໍ້າຂອງ  ພາຍໃຕ້ຫົວຂໍ້ “People-Partnership-Progress”

ສະຫຼອງຄົບຮອບ 30 ປີ ການສ້າງຕັ້ງສະຖາບັນແມ່ນໍ້າຂອງ ພາຍໃຕ້ຫົວຂໍ້ “People-Partnership-Progress”

ຫວ່າງບໍ່ດົນມານີ້, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ, ໃນນາມປະທານສະພາບໍລິຫານງານ ສະຖາບັນແມ່ນໍ້າຂອງ ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງທີ່ຂອນແກ່ນ ປະເທດໄທ, ໂດຍມີສະມາຊິກສະພາບໍລິຫານງານສະຖາບັນແມ່ນ້ຳຂອງ, ສະມາຊິກຄະນະປະຈຳສະຖາບັນແມ່ນ້ຳຂອງ, ບັນດາຜູ້ຕາງໜ້າຈາກສະຖານກົງສຸນໃຫຍ່ຂອງບັນດາປະເທດສະມາຊິກອະນຸພາກພື້ນແມ່ນໍ້າຂອງ (GMS) ທີ່ ຂອນແກ່ນ, ຄູ່ຮ່ວມງານ, ຄູ່ຮ່ວມພັດທະນາ ແລະ ພະນັກງານຂອງສະຖາບັນດັ່ງກ່າວ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສ ລັດເວຍ

ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສ ລັດເວຍ

ເມື່ຶອບໍ່ດົນມານີ້ ທີ່ທຳນຽບປະທານາທິບໍດີ ນະຄອນຫຼວງ Riga ປະເທດລັດເວຍ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ພະນະທ່ານ Edgars Rinkevics ປະທານາທິບໍດີແຫ່ງ ສາທາລະນະລັດ ລັດເວຍ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາທາລະນະລັດ ລັດເວຍ.
ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29 ຢູ່ປະເທດໄທ

ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29 ຢູ່ປະເທດໄທ

ຄະນະຜູ້ແທນລາວ ນໍາໂດຍທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29, ກອງປະຊຸມເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ ຄັ້ງທີ 22 ແລະ ກອງປະຊຸມປິ່ນອ້ອມຢູ່ບາງກອກປະເທດໄທ ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍການເປັນເຈົ້າພາບຂອງກະຊວງແຮງງານແຫ່ງປະເທດໄທ ພາຍໃຕ້ຫົວຂໍ້: “ການພັດທະນາທຶນມະນຸດອາຊຽນ ເພື່ອນຳໄປສູ່ການຮັບຮູ້ການຢັ້ງຢືນສີມືແຮງງານໃນລະດັບສາກົນ”, ຊຶ່ງມີຜູ້ແທນຈາກ 11 ປະເທດສະມາຊິກອາຊຽນ, ຄູ່ຮ່ວມພັດທະນາ ແລະ ປະເທດຄູ່ເຈລະຈາເຂົ້າຮ່ວມ.
ສໍາມະນາເວທີການທ່ອງທ່ຽວລະດັບສູງ ITE HCMC 2026 ທີ່ ສສ ຫວຽດນາມ

ສໍາມະນາເວທີການທ່ອງທ່ຽວລະດັບສູງ ITE HCMC 2026 ທີ່ ສສ ຫວຽດນາມ

ທ່ານ ສຸກສະຫວັນ ວິໄລວົງ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ​ຈໍາປາສັກພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາເວທີການທ່ອງທ່ຽວລະດັບສູງ ITE HCMC 2026 ພາຍໃຕ້ຫົວຂໍ້ “ການທ່ອງທ່ຽວ MICE ໃນຍຸກໃໝ່: ຍືນຍົງ - ເຊື່ອມໂຍງ - ໂອກາດ” ຈັດຂຶ້ນໃນລະຫວ່າງວັນທີ 27 - 29 ສິງຫາ 2026 ທີ່ນະຄອນໂຮ່ຈີມິນ ສສ ຫວຽດນາມ.
ຄະນະສື່ມວນຊົນລາວ ຢ້ຽມຊົມບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ

ຄະນະສື່ມວນຊົນລາວ ຢ້ຽມຊົມບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ

ວັນທີ 3 ກັນຍາ ນີ້, ທ່ານ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໄດ້ນຳພາຄະນະສື່ມວນຊົນລາວ ເຂົ້າຢ້ຽມຊົມ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (China Southern Power Grid) ເພື່ອຮັບຮູ້ເຖິງການນຳໃຊ້ເຕັກໂນໂລຊີສະໄໝໃໝ່ ແລະ ນະວັດຕະກຳໃນວຽກງານພະລັງງານ-ໄຟຟ້າ.
ປະທານອົງການກາແດງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດໄທ

ປະທານອົງການກາແດງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດໄທ

ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ, ໃນວັນທີ 2 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ.
ສະມາຄົມນັກທຸລະກິດໜຸ່ມໂຮ່ຈິມິນ ມອບຫໍສະໝຸດໃຫ້ໂຮງຮຽນມິດຕະພາບລາວ-ຫວຽດ​ນາມ ແຂວງອັດຕະປື.

ສະມາຄົມນັກທຸລະກິດໜຸ່ມໂຮ່ຈິມິນ ມອບຫໍສະໝຸດໃຫ້ໂຮງຮຽນມິດຕະພາບລາວ-ຫວຽດ​ນາມ ແຂວງອັດຕະປື.

ສະມາຄົມນັກທຸລະກິດໜຸ່ມໂຮ່ຈິມິນ ແຫ່ງ ສສ ຫວຽດນາມ ໄດ້ມອບ-ຮັບໂຄງການ “ຫໍສະໝຸດ 2030” ຄັ້ງທີ 17 ແລະ ອຸປະກອນການຮຽນ ໃຫ້ແກ່ໂຮງຮຽນປະຖົມ-ມັດທະຍົມຕອນຕົ້ນມິດຕະພາບລາວ-ຫວຽດນາມ ແຂວງອັດຕະປື.ພິທີໄດ້ຈັດຂຶ້ນ ໃນ​ວັນທີ​ 31​ ສິງຫາ​ 2026​ ທີ່ໂຮງຮຽນດັ່ງກ່າວ,​ ໂດຍການເຂົ້າຮ່ວມຂອງທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີທ່ານ ນາງ ຕ້າ ເຟືອງ ຢຸງ ກົງສຸນໃຫຍ່ຫວຽດ​ນາມ ປະຈຳ 4 ແຂວງພາກໃຕ້ລາວ, ພ້ອມດ້ວຍຜູ້ແທນ, ນັກທຸລະກິດ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ເພີ່ມເຕີມ