ວາງສະແດງຮູບພາບການຮ່ວມມື ຊາວໜຸ່ມຫວຽດນາມ - ລາວ ແລະ ວັນສ້າງຕັ້ງຊາວໜຸ່ມກອມມູນິດໂຮ່ຈິມິນ

ວາງສະແດງຮູບພາບການຮ່ວມມື ຊາວໜຸ່ມຫວຽດນາມ - ລາວ ແລະ ວັນສ້າງຕັ້ງຊາວໜຸ່ມກອມມູນິດໂຮ່ຈິມິນ

ວາງສະແດງຮູບພາບການຮ່ວມມື ຊາວໜຸ່ມຫວຽດນາມ - ລາວ ແລະ ວັນສ້າງຕັ້ງຊາວໜຸ່ມກອມມູນິດໂຮ່ຈິມິນ
ງານວາງສະແດງຮູບພາບກ່ຽວກັບກິດຈະກຳການຮ່ວມມືຂອງຄະນະຊາວໜຸ່ມສາຍພົວພັນຄວາມສາມັກຄິພິິເສດຫວຽດນາມ-ລາວ ແລະ ຄົບຮອບ 95 ປີວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ໄດ້ຈັດຂຶ້ນໃນວັນທີ 25 ມີນາ ຜ່ານມານີ້ ທີ່ສະຖານທູດຫວຽດນາມປະຈໍາລາວ, ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີບັນດາສະມາຊິກຊາວໜຸ່ມ, ຊາວໜຸ່ມສອງປະເທດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ວາງສະແດງຮບພາບການຮວມມ ຊາວໜມຫວຽດນາມ - ລາວ ແລະ ວນສາງຕງຊາວໜມກອມມນດໂຮຈມນ - image 1
 

 

ສະຫາຍ ທອງລີ ສີສຸລິດ ໄດ້ກ່າວວ່າ: ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເຂົ້າຮ່ວມໃນງານສະເຫຼີມສະຫຼອງວັນຄົບຮອບ 95 ປີ ແຫ່ງການສ້າງຕັ້ງສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ແລະ ເປັນປີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ຈະຮ່ວມກັນລະນຶກເຖິງປະເພນີ ແລະ ປະຫວັດສາດແຫ່ງການສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລາວ-ຫວຽດນາມ, ປະທານໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ໄດ້ວາງພື້ນຖານ ແລະ ເປັນຕົວຢ່າງທີ່ສະຫງ່າງາມໃນການບຳລຸງລ້ຽງ ແລະ ພັດທະນາມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການເຊື່ອມຕໍ່ຍຸດທະສາດທີ່ເຕີບໃຫຍ່ຂະຫຍາຍຕົວຢ່າງເຂັ້ມແຂງ, ສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເປັນບ້ານໃກ້ເຮືອນຄຽງຕິດຈອດກັນດ້ວຍສາຍພູສາຍນ້ຳທີ່ຍືດຍາວທາງທຳມະຊາດ, ປະຊາຊົນສອງຊາດບໍ່ສະເພາະທີ່ມີຊີວິດຢູ່ຮ່ວມກັນຢ່າງສັນຕິສຸກເທົ່ານັ້ນ ແຕ່ຍັງໄດ້ຮ່ວມກັນຕໍ່ສູ້ຕ້ານການຮຸກຮານ, ການຢຶດຄອງ ແລະ ການປົກຄອງຂອງຈັກກະພັດຕ່າງດ້າວ ແລະ ລະບອບເຈົ້າສັກດີນາຢ່າງອົງອາດກ້າແກ່ນ, ບໍ່ຍອມຈຳນົນ, ຍາດເອົາສິດເປັນເຈົ້າອອກຈາກແອກຄອບຄອງຂອງລະບອບລ່າເມືອງຂຶ້ນ ແລະ ສັກດີນາຂຸນເສິກ ເພື່ອປົດປ່ອຍປະເທດຊາດ; ສະຫາຍ ທອງລີ ສີສຸລິດ ໄດ້ກ່າວຕື່ມວ່າ: ການຮ່ວມສຳພັນສູ້ຮົບລະຫວ່າງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເປັນອັນພິເສດທີ່ຫາຍາກ, ບໍ່ພຽງແຕ່ເປັນການຮ່ວມສຳພັນອັນໜຶ່ງທີ່ໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານຂອງສາຍພົວພັນພິເສດເທົ່ານັ້ນ, ແຕ່ຫາກຍັງເປັນການຮ່ວມສຳພັນອັນໜຶ່ງທີ່ຕັດສິນການຄົງຕົວ ແລະ ຂະຫຍາຍຕົວຂອງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ທີ່ ສອງພັກ-ສອງລັດ ໄດ້ກຳນົດໄວ້ນຳກັນນັ້ນຈະນຳຊາດທັງສອງໃຫ້ມີສະຖຽນລະພາບຢ່າງໝັ້ນຄົງ, ມີການພັດທະນາ, ຂະຫຍາຍຕົວໄປສູ່ຄວາມວັດທະນາຖາວອນ ກ້າວສູ່ສັງຄົມນິຍົມໃນອະນາຄົດ, ປະທານ ໄກສອນ ພົມວິຫານ ໄດ້ກ່າວຕໍ່ກອງປະຊຸມໃຫຍ່ພັກກອມມູນິດ ຫວຽດນາມໃນປີ 1976 ວ່າ: “ໃນປະຫວັດສາດຂອງການປະຕິວັດໂລກໄດ້ມີແວ່ນແຍງທີ່ໃສແຈ້ງແຫ່ງນ້ຳໃຈສາກົນກຳມະຊີບມາຫຼາຍແລ້ວ, ແຕ່ບໍ່ທັນມີຢູ່ໃສ ແລະ ເວລາໃດທີ່ຄວາມສາມັກຄີ, ການສຳພັນສູ້ຮົບແບບພິເສດ, ຍາວນານ, ຮອບດ້ານຄືການພົວພັນລະຫວ່າງສອງຊາດລາວ-ຫວຽດນາມ ”, ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ທີ່ເປັນຜູ້ຮ່ວມສ້າງຕຳລາແຫ່ງນ້ຳໃຈມິດຕະພາບ ແລະ ຄວາມສຳພັນສູ້ຮົບ, ຄວາມສາມັກຄີພິເສດລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໄດ້ປະພັນບົດກອນທີ່ເປັນອຳມະຕະໄວ້ວ່າ: “ຮັກຫອມກັນໝາຍໝັ້ນ ຫຼາຍສັນພູກໍປີນໄຕ່, ຫຼາຍນ້ຳໃຫຍ່ ແລະ ໂຄກຄ້ອຍຂວາງກັ້ນກໍ່ເດີນດຸ່ງໄປ, ສອງຊາດລາວ-ຫວຽດນາມ ໄດ້ຝັງຄວາມຮັກຢູ່ໃນໃຈ, ຮົ່ງຮ່າທັງແມ່ຂອງບໍ່ເລິກປຸນປານໄດ້ ”, ປະທານ ໄກສອນ ພົມວິຫານ ຍັງໄດ້ປະພັນໄວ້ອີກວ່າ: “ ພູອາດຈະຖືກເຊາະເຈື່ອນ, ແມ່ນ້ຳລຳເຊອາດຈະເຫືອດແຫ້ງ, ແຕ່ສາຍພົວພັນມິດຕະພາບລາວ-ຫວຽດນາມ ຈະໝັ້ນຄົງຂະໜງແກ່ນຊົ່ວກາລະນານ”, ປະທານ ສຸພານຸວົງ ກໍໄດ້ມີຄຳເວົ້າຕີລາຄາການພົວພັນລາວ-ຫວຽດນາມ ໄວ້ຢ່າງເລິກເຊິ່ງໃນໂອກາດຢ້ຽມຢາມ ຫວຽດນາມ ເມື່ອປີ 1971 ວ່າ: “ການພົວພັນລາວ-ຫວຽດນາມ ແມ່ນຍິ່ງໃຫຍ່, ມະຫາສານ, ບໍ່ມີບົດເພງ ແລະ ບົດກາບກອນໃດໆທີ່ສາມາດພັນລະນາໄດ້, ມິດຕະພາບດັ່ງກ່າວສູງຍິ່ງກວ່າພູເຂົາ, ຍາວກວ່າແມ່ນ້ຳ, ກວ້າງໃຫຍ່ກວ່າມະຫາສະໝຸດ, ງາມກວ່າເດືອນເພັງ, ຫອມກວ່າດອກໄມ້ນາໆຊະນິດທີ່ຫອມຫວນທີ່ສຸດ”.

ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ໃນໄລຍະຜ່ານມາ ຄະນະຊາວໜຸ່ມສອງຊາດຈະໄດ້ສືບຕໍ່ຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດອັນດີງາມຂອງ ປະທານໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ສືບຕໍ່ຮັດແໜ້ນສາຍພົວພັນຂອງສອງຊາດໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດໄປ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບ ຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ ແລະ ຊາວໜຸ່ມ-ເຍົາວະຊົນບັນດາເຜົ່າ ຫວຽດນາມ ອ້າຍນ້ອງ ເພື່ອປົກປັກຮັກສາ ແລະ ເພີ່ມພູນຄູນສ້າງ ສາຍພົວພັນແບບພິເສດ ທີ່ຫາໄດ້ຍາກໃນການພົວພັນຮ່ວມມືກັບສາກົນ.

ສະຫາຍ ຫງວຽນ ມິງ ເຕິມ ໄດ້ກ່າວວ່າ: ພິທີສະເຫຼີມສະຫຼອງ ແຫ່ງວັນສ້າງຕັ້ງ ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ຄົບຮອບ 95 ປີ, ຈະຫວນຄືນມູນເຊື້ອອັນເປັນກຽດສະຫງ່າຂອງຄະນະຊາວໜຸ່ມ, ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີຂອງສະມາຊິກຊາວໜຸ່ມຂອງການປະຕິວັດຮຸ່ນຕ່າງໆ ແລະ ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດລະຫວ່າງ ຫວຽດນາມ ແລະ ລາວ, ນັບມື້ໄດ້ຮັບການປັບປຸງ ແລະ ພັດທະນາ. ພິເສດ, ຄະນະຊາວໜຸ່ມຂອງສອງປະເທດ ຍາມໃດກໍມີຄວາມຕິດພັນໃກ້ຊິດແໜ້ນ ແລະ ກ້າວເດີນຄຽງບ່າຄຽງໄຫຼ່ພ້ອມກັບປະຫວັດສາດຂອງສອງຊາດ ແລະ ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ ມີຕົ້ນກຳເນີດຮ່ວມກັນແມ່ນ ພັກກອມມູນິດ ອິນດູຈີນ, ແລະ ຄະນະຊາວໜຸ່ມ ກອມມູນິດໂຮ່ຈິມິນ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ລ້ວນແຕ່ເປັນກອງກຳລັງສຳຮອງທີ່ໄດ້ຮັບຄວາມເຊື່ອໝັ້ນ, ມີອຸດົມການດຽວກັນ ແລະ ຕະລຸມບອນໃນທຸກຂົງເຂດ. ທັງສອງອົງການຈັດຕັ້ງແມ່ນລ້ວນແຕ່ມີສອງພັກນໍາພາໂດຍກົງ, ໂດຍປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ ທີ່ແສນເຄົາລົບຮັກ, ຜູ້ນຳທີ່ດີເດັ່ນ ແລະ ສະຫຼາດສ່ອງໃສຂອງສອງຊາດພວກເຮົາ, ການສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ ຂຶ້ນ ແມ່ນຄວາມຈຳເປັນພາວະວິໄສທາງປະຫວັດສາດ ຊຶ່ງໄດ້ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງຂະບວນການຊາວໜຸ່ມຮັກຊາດ; ພ້ອມກັນນັ້ນທັງເປັນການຢືນຢັນວິໄສທັດຍຸດທະສາດຂອງພັກທີ່ມີບົດບາດຂອງຊາວໜຸ່ມຕໍ່ກັບຊາຕາກຳຂອງປະເທດຊາດ; ພ້ອມສະແດງໃຫ້ເຫັນເຖິງຄວາມກ້າຫານ, ຈິນຕະນາການ ແລະ ສະຕິປັນຍາອັນສະຫຼາດສ່ອງໃສທີ່ກ້າວລໍ້າຍຸກສະໄໝຂອງ ພັກກອມມູນິດ ຫວຽດນາມ.

ຕະຫຼອດໄລຍະ 95 ປີແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວ, ຄະນະຊາວໜຸ່ມໄດ້ ເຕີບໂຕໃຫຍ່ ກາຍເປັນກອງກຳລັງທີ່ເຂັ້ມແຂງມະຫາສານ, ມີບົດບາດເປັນແຂນຂວາພ້ອມຮັບໃຊ້ທຸກພາລະກິດ, ກອງກຳລັງສຳຮອງທີ່ໄດ້ຮັບຄວາມເຊື່ອໝັ້ນຈາກພັກກອມມູນິດ ຫວຽດນາມ; ເປັນກຳລັງຕະລຸມບອນໃນທຸກຂົງເຂດ, ຕັ້ງແຕ່ການປົກປ້ອງປະເທດຈົນເຖິງການສ້າງສາ ແລະ ພັດທະນາເສດຖະກິດ; ເປັນ "ໂຮງຮຽນ" ສັງຄົມນິຍົມ ສະພາບແວດລ້ອມເພື່ອໃຫ້ຊາວໜຸ່ມຫຼໍ່ຫຼອມຄວາມກ້າຫານ, ຄຸນສົມບັດ ແລະ ທັກສະ; ເປັນຂົວຕໍ່ລະຫວ່າງພັກ, ອຳນາດການປົກຄອງກັບ ຊາວໜຸ່ມ, ເປັນຕົວແທນໃຫ້ແກ່ສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງໄວໜຸ່ມຫວຽດນາມ.

(ຂ່າວ-ພາບ: ບຸນອູ້ມ)

ຄໍາເຫັນ

ຂ່າວການຮ່ວມມື

ຮອງປະທານປະເທດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຍີ່ປຸ່ນ

ຮອງປະທານປະເທດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຍີ່ປຸ່ນ

ທ່ານ ນາງວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາ ຂອງທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. Koizumi Tsutomu) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ໃນວັນທີ 16 ພະຈິກນີ້ ທີ່ທໍານຽບປະທານປະເທດ.
ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ  ເພື່ອທຸກສະພາບການຂອງຍຸກໃໝ່

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ເພື່ອທຸກສະພາບການຂອງຍຸກໃໝ່

ໃນປັດຈຸບັນ, ປະເທດຈີນກຳລັງຊຸກຍູ້ການສ້າງປະເທດໃຫ້ເຂັ້ມແຂງ ແລະ ພາລະກິດອັນຍິ່ງໃຫຍ່ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດຢ່າງຮອບດ້ານ ດ້ວຍການຫັນເປັນທັນສະໄໝແບບຈີນ; ປະເທດລາວກຳລັງສຸມໃສ່ການຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ການຫັນເປັນທັນສະໄໝສັງຄົມນິຍົມ, ກ້າວໄປສູ່ເປົ້າໝາຍສູ້ຊົນຂອງ 100 ປີແຫ່ງການສ້າງຕັ້ງພັກຄອມມຸຍນິດຈີນ,ຊຶ່ງແມ່ນເປົ້າໝາຍສູ້ຊົນຮ່ວມກັນຂອງສອງພັກ ສອງລັດ.
ລມຕ ກະຊວງການຕ່າງປະເທດ ລາວ-ອິນໂດເນເຊຍ ພົບປະສອງຝ່າຍ ທີ່ມະນີລາ

ລມຕ ກະຊວງການຕ່າງປະເທດ ລາວ-ອິນໂດເນເຊຍ ພົບປະສອງຝ່າຍ ທີ່ມະນີລາ

ໃນວັນທີ 13 ພະຈິກຜ່ານມານີ້ ທີ່ ນະຄອນຫຼວງມານິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ອາມານະຖາ ຄຣິສເຕຍວານ ນາເຊຍ(ArrmanathaChristiawan Nasir) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ໃນໂອກາດ ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວ ຂ້ອງ ຊຶ່ງຈັດຂຶ້ນໃນວັນທີ 15-17 ພະຈິກ ນີ້.
ມອບ-ຮັບຈຸດກວດກາຢາເສບຕິດຢູ່ເມືອງຫົງສາ ມູນຄ່າ 280,000 ໂດລາ

ມອບ-ຮັບຈຸດກວດກາຢາເສບຕິດຢູ່ເມືອງຫົງສາ ມູນຄ່າ 280,000 ໂດລາ

ພິທີມອບ-ຮັບຈຸດກວດກາຢາເສບຕິດ ແລະ ອາຊະຍກຳທຸກປະເພດທີ່ເມືອງຫົງສາ ແຂວງໄຊຍະບູລີ ພາຍໃຕ້ໂຄງການຊ່ວຍເຫຼືອ ຈາກກອງທຶນຊັບສິນທີ່ຖືກຮິບ ຂອງອົສຕຣາລີ ແລະ ຕໍາຫຼວດແຫ່ງຊາດ ອົສຕຣາລີ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້, ທີ່ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ ປ້ອງກັນຄວາມສະຫງົບ (ປກສ), ເຂົ້າຮ່ວມໂດຍທ່ານ ພົນຈັດຕະວາ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ທ່ານ ເຄຼກ ພາມເມີ ຜູ້ບັນຊາການຕໍາຫຼວດແຫ່ງຊາດອົສຕຣາລີ ປະຈໍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ທ່ານ ນາງ ແມ ແກນ ຈອນ ເອກອັກຄະລັດຖະທູດ ອົສຕຣາລີ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ປູພື້ນຖານໃຫ້ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດ

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ປູພື້ນຖານໃຫ້ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດ

ທ່ານ ສຸລິວັນ ທຳມະວົງ ຮອງຜູ້ອຳນວຍການ ບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ ຈຳກັດ (EDL-T) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ລາວ-ຈີນ ເປັນບາດກ້າວສຳຄັນທາງຍຸດທະສາດໃນການພັດທະນາຂະແໜງພະລັງງານຂອງ ສປປ ລາວ ຊຶ່ງບໍ່ພຽງແຕ່ຊ່ວຍເພີ່ມຂີດຄວາມສາມາດໃນການສົ່ງໄຟຟ້າຂ້າມແດນ, ແຕ່ຍັງຊ່ວຍຍົກລະ ດັບຄວາມໝັ້ນຄົງດ້ານການສະໜອງໄຟຟ້າ, ສ້າງລາຍຮັບເຂົ້າປະເທດ, ຖ່າຍທອດເຕັກໂນໂລຊີ ແລະ ພັດທະນາບຸກຄະລາກອນ ໃນ ສປປ ລາວ ໃຫ້ມີຄວາມສາມາດໃນການຄຸ້ມຄອງລະບົບຕາໜ່າງໄຟຟ້າ ແຮງສູງດ້ວຍຕົນເອງ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ປະດັບຫຼຽນກາມິດຕະພາບໃຫ້ທ່ານ ຊາງກີບູນ ຊ່ຽວຊານ ສເກົາຫຼີ

ສະຖານທູດລາວ ປະຈຳ ສ ເກົາຫຼີ ປະດັບຫຼຽນກາມິດຕະພາບໃຫ້ທ່ານ ຊາງກີບູນ ຊ່ຽວຊານ ສເກົາຫຼີ

ເມື່ອບໍ່ດົນມານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ ເກົາຫຼີ ໄດ້ຈັດພິທີປະດັບຫຼຽນກາມິດຕະພາບ (Cross of Friendship Medal) ໃຫ້ແກ່ ທ່ານ ຊາງກີ ບູນ (Mr. SangkiByoun) ຊ່ຽວຊານຈາກອົງການສົ່ງເສີມອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານແຫ່ງຊາດ (NIPA) ຂອງ ສ ເກົາຫຼີ.
ສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ ກັບຕ່າງປະເທດ ສປ ຈີນ ຢ້ຽມຢາມ ສປປ ລາວ

ສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ ກັບຕ່າງປະເທດ ສປ ຈີນ ຢ້ຽມຢາມ ສປປ ລາວ

ໃນວັນທີ 12 ພະຈິກນີ້, ສະຫາຍ ນາງ Su Lin ຫົວໜ້າຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ກັບຕ່າງປະເທດ ສປ ຈີນ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ນາງ ເຂັມມະນີ ພົນເສນາ ອະດີດກຳມະການສູນກາງພັກ ອະດີດລັດຖະມົນຕີປະຈຳຫ້ອງວ່າການສຳນັກງານປະທານປະເທດ ປະທານສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ ຊຶ່ງສະຫາຍ ນາງ ເຂັມມະນີ ພົນເສນາ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ກັບຕ່າງປະເທດ, ສປ ຈີນ ຖືເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ, ຮອບດ້ານ, ໝັ້ນຄົງຍາວນານ ຕາມທິດສີ່ດີ ແລະ ການສ້າງເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງ ໜຽວແໜ້ນໃນທຸກສະພາບການ ຂອງຍຸກໃໝ່ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ.
ສປປ ລາວ ແລະ ຣາຊະອານາຈັກ ພູຖານ ສ້າງຕັ້ງສາຍພົວພັນການທູດ

ສປປ ລາວ ແລະ ຣາຊະອານາຈັກ ພູຖານ ສ້າງຕັ້ງສາຍພົວພັນການທູດ

ເມື່ອບໍ່ດົນມານີ້ ທີ່ ນະຄອນ ນິວຢອກ ສ ອາເມຣິກາ, ໄດ້ມີພິທີລົງນາມຢ່າງເປັນທາງການ ໃນຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ພູຖານ, ໂດຍຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳ ອົງການສະຫະປະຊາຊາດ ທີ່ ນິວຢອກ ແລະ ຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງຣາຊະອານາຈັກ ພູຖານ ແມ່ນ ທ່ານ ເຄຊຸບ ອິນເດລ ວັງຊຸກ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ພູຖານ ປະຈຳ ອົງການສະຫະປະຊາຊາດ.
ລັດຖະບານລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ທູດຍີ່ປຸ່ນ

ລັດຖະບານລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ທູດຍີ່ປຸ່ນ

ໃນວັນທີ 11 ພະຈິກນີ້ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານທູດ ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນອັນສໍາຄັນຂອງທ່ານທູດເຂົ້າໃນການເສີມຂະຫຍາຍ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນໃຫ້ມີບາດກ້າວຂະຫຍາຍຕົວ, ແຕກດອກອອກຜົນ ແລະ ເລິກເຊິ່ງຍິ່ງໆຂຶ້ນຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ສຳເລັດຊຸດຝຶກອົບຮົມພາສາຫວຽດນາມໄລຍະສັ້ນ ໃຫ້ພະນັກງານຢູ່ແຂວງໄຊສົມບູນ

ສຳເລັດຊຸດຝຶກອົບຮົມພາສາຫວຽດນາມໄລຍະສັ້ນ ໃຫ້ພະນັກງານຢູ່ແຂວງໄຊສົມບູນ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງໄຊສົມບູນ ຮ່ວມກັບ ນະຄອນບັກນິງ ສສ ຫວຽດນາມ ໄດ້ສຳເລັດຊຸດຝຶກອົບຮົມວິຊາພາສາຫວຽດນາມຂັ້ນພື້ນຖານໃຫ້ພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການ ແຂວງໄຊສົມບູນ. ພາຍຫຼັງດຳເນີນການຮຽນ-ການສອນມາເປັນເວລາ 3 ເດືອນ ປະຈຳປີ 2026 ຊຶ່ງເລີ່ມແຕ່ວັນທີ 15 ສິງຫາ 2026 ແລະ ໄດ້ສຳເລັດລົງຢ່າງຈົບງາມໃນວັນທີ 11 ພະຈິກນີ້, ໂດຍການເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ມີທ່ານ ພຸດລຳໄພ ທຽມພຣະສອນ ກໍາມະການພັກແຂວງ ຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຫົວໜ້າພະແນກ, ຄູ-ອາ ຈານ ຈາກນະຄອນບັກນິງ ສສ ຫວຽດນາມ ແລະ ພະນັກງານອ້ອມຂ້າງແຂວງ ເຂົ້າຮ່ວມ.
ເພີ່ມເຕີມ