ສະຫາຍ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ໃຫ້ສໍາພາດ ໃນວັນທີ 6 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ວ່າ: ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຊຶ່ງເປັນຂີດໝາຍທີ່ສໍາຄັນການເຕີບໃຫຍ່ຂະຫຍາຍຕົວຂອງພັກ ໃນການນໍາພາປະເທດຊາດ ຕະຫຼອດ 70ປີ ຜ່ານມາ ກໍຄືຜົນສໍາເລັດໃນການສ້າງສາ ພັດທະນາປະເທດຊາດຕະຫຼອດ 50 ປີຜ່ານມາ; ກອງປະຊຸມໃນຄັ້ງນີ້, ເປັນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນ ພັກຂອງພວກເຮົາຈະໄດ້ຮັບຮອງເອົາບັນດາເອກະສານທີ່ສໍາຄັນຕ່າງໆ.
ພ້ອມນີ້, ສະຫາຍ ຍັງໃຫ້ຮູ້ວ່າ: ໃນການຮັບຟັງການນໍາສະເໜີໂຄງການການເມືອງ ສະບັບທີ III ບົດລາຍງານການເມືອງ ໂດຍສະຫາຍເລຂາທິການໃຫຍ່ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ໂດຍການສະເໜີຂອງສະຫາຍນາຍົກລັດຖະມົນຕີ ຊຶ່ງພວກເຮົາກໍຮັບຮູ້ ແລະ ເຂົ້າໃຈໄດ້ວ່າ ຕະຫຼອດໄລຍະການສ້າງສາພັດທະນາປະເທດຊາດ; ຊາວໜຸ່ມ, ເຍົາວະຊົນ ໄດ້ເປັນກໍາລັງແຮງໜຶ່ງປະກອບສ່ວນເຂົ້າໃນທຸກຂະບວນການ ແລະ ຈະສືບຕໍ່ປະກອບສ່ວນໃຫ້ໄດ້ອີກໃນໄລຍະໃໝ່ ໃນຕໍ່ໜ້າ; ຜ່ານການຮັບຟັງການລາຍງານ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ (2026-2030) ເຫັນວ່າ ຍຸດທະສາດການພັດທະນາຊັບພະຍາກອນມະນຸດ ເປັນຍຸດທະສາດໜຶ່ງທີ່ມີຄວາມໝາຍສໍາຄັນ ໃນການກໍານົດທິດທາງອານາຄົດຂອງຊາດ ກໍຄືຜູ້ສືບທອດພາລະກິດຂອງພັກ ເຫັນວ່າປະເທດລາວຍັງມີສິ່ງທ້າທາຍ ເພາະວ່າອັດຕາປະລະການຮຽນຂອງນັກຮຽນໃນຊັ້ນປະຖົມ ແລະ ມັດທະຍົມ, ຄຸນນະພາບການຮຽນ-ການສອນ ແມ່ນຍັງບໍ່ທັນສູງ ສົ່ງຜົນໃຫ້ລະດັບສີມື, ການສ້າງສີມືແຮງງານ ຍັງມີຄວາມຈໍາກັດ ເຮັດໃຫ້ອັດຕາການວ່າງງານມີສູງ ໂດຍສະເພາະຢູ່ໃນໄວໜຸ່ມ. ສະນັ້ນ, ທິດທາງແຜນການຂອງລັດຖະບານ ກໍໄດ້ມີແຜນທີ່ຊັດເຈນໃນແຕ່ລະດ້ານ.
ລັດຖະບານຈະເນັ້ນໃສ່ 5 ຈຸດທີ່ສໍາຄັນຄື: ການປັບປຸງຫຼັກສູດການຮຽນ-ການສອນ ຍົກລະດັບຂອງຄູ-ອາຈານ ຕິດພັນກັບການປັບປຸງໂຄງລ່າງພື້ນຖານຂອງການຮຽນ ການສຶກສາ ທັງສູນກາງແລະທ້ອງຖິ່ນ ຄວບຄູ່ກັບວຽກງານສາທາລະນະສຸກ ເຮັດໃຫ້ສະຖານທີ່ການຮຽນຂອງນັກຮຽນມີຄວາມສະດວກ ໂດຍສະເພາະນັກຮຽນຊັ້ນປະຖົມ -ມັດທະຍົມ ໃຫ້ມີສຸຂະອະນາໄມດີ ສ້າງສິ່ງແວດລ້ອມອັນໃໝ່ ສ້າງໃຫ້ນັກຮຽນຢາກກັບມາໂຮງຮຽນ ເພື່ອຮຽນໜັງສືໃຫ້ຫຼາຍຂຶ້ນ; ການສົ່ງເສີມພັດທະນາທາງດ້ານໂຮງຮຽນວິຊາຊີບ ໄປຄຽງຄູ່ກັບການຮຽນ, ການຝຶກ ເຂົ້າໃນການປະຕິບັດວຽກຕົວຈິງ ເຮັດໄດ້ແນວນັ້ນ ຈຶ່ງຈະເຮັດໃຫ້ນັກຮຽນທີ່ຈົບຈາກໂຮງຮຽນສາມາດເຮັດວຽກຕົວຈິງໄດ້; ລັດຖະບານຈະສົ່ງເສີມ-ລົງທຶນ ເຂົ້າໃນຂົງເຂດການພັດທະນາທາງດ້ານໄອທີ ດີຈີຕອນ, ນະວັດຕະກໍາ ແລະ ເຕັກໂນໂລຊີ, ວິທະຍາສາດ ທີ່ທັນສະໄໝຕ່າງໆ. ໃນປັດຈຸບັນ, ຂົງເຂດວຽກງານດັ່ງກ່າວ ແມ່ນມີຄວາມສໍາຄັນ ແລະ ມີຄວາມຕ້ອງການຫຼາຍ ໂດຍສະເພາະເຕັກນິກວິຊາການທາງດ້ານສີຂຽວ; ສະນັ້ນ, ລັດຖະບານຈະເນັ້ນໃສ່ ເຂົ້າໃນການລົງທຶນສົ່ງເສີມນັກຮຽນທີ່ມີຄວາມຮູ້ຄວາມສາມາດ ໄປສຶກສານໍາບັນດາປະເທດທີ່ມີການພັດທະນາ ເພື່ອນໍາມາສືບຕໍ່, ຕໍ່ຍອດໃນການເຜີຍແຜ່ສຶກສາອົບຮົົມໃຫ້ກັບນັກຮຽນ ນັກສຶກສາພາຍໃນປະເທດລາວເຮົາ; ສົ່ງເສີມກົນໄກລະຫວ່າງໂຮງຮຽນ ມະຫາວິທະຍາໄລພາກເອກະຊົນ ແລະ ອຸດສາຫະກໍາໃນການສ້າງກົນໄກ ໃຫ້ສາມາດສ້າງຫຼັກສູດທີ່ສອດຄ່ອງກັບຕະຫຼາດແຮງງານທີ່ມີຢູ່ ເພື່ອເຮັດແນວໃດ ສົ່ງເສີມໂອກາດໃຫ້ນັກຮຽນ-ນັກສຶກສາ ທີ່ຮຽນຈົົບແລ້ວມີໂອກາດໄດ້ເຂົ້າເຮັດວຽກນໍາບັນດາພາກທຸລະກິດ, ວິສາຫະກິດ ແລະ ພາກອຸດສາຫະກໍາຕ່າງໆ; ທີ່ສໍາຄັນ, ແມ່ນການສົ່ງເສີມທາງດ້ານທັກສະ, ວິທີການຄິດ ຜູ້ປະກອບການໃໝ່ເຮັດແນວໃດຈະໃຫ້ຊາວໜຸ່ມ ນັກທຸລະກິດໜຸ່ມມີຄວາມຄິດລິເລີ່ມ ໃນການສ້າງທຸລະກິດອັນໃໝ່ ໂດຍການນໍາໃຊ້ນະວັດຕະກໍາເຂົ້າໃນການສຶກສາ ເພາະວ່າຂົງເຂດນີ້ ນັກຮຽນບໍ່ພຽງແຕ່ສາມາດສ້າງວຽກ, ສ້າງລາຍຮັບໃຫ້ໂຕເອງເທົ່ານັ້ນ ແຕ່ເຂົາເຈົ້າຍັງສາມາດສ້າງວຽກເຮັດງານທໍາໃຫ້ຜູ້ອື່ນ ແລະ ເຮັດໃຫ້ຜູ້ອື່ນ ສາມາດສ້າງລາຍໄດ້ຄືກັບຕົນເອງເຊັ່ນດຽວກັນ; ນີ້ກໍເປັນຈຸດໜຶ່ງທີ່ສໍາຄັນ.
ອີກອັນໜຶ່ງ, ກໍແມ່ນຫຼັກສູດທີ່ລັດຖະບານຈະເນັ້ນໃສ່ ແລະ ແນະນໍາທັກສະທາງດ້ານແນວຄິດ ລະບຽບວິໄນ, ວິທີວິເຄາະ ວິໄຈ ເພື່ອໃຫ້ຊາວໜຸ່ມ ແລະ ຜູ້ອອກແຮງງານມີຄວາມເຂົ້າໃຈ, ຮູ້ຕື່ນຕົວ, ປັບຕົວ ໃຫ້ເຂົ້າກັບສະພາບເສດຖະກິດ ແລະ ຕະຫຼາດແຮງງານໃນປັດຈຸບັນ ຊຶ່ງພວກເຮົາຕ້ອງຫັນເປັນມືອາຊີບ ແລະ ຮ່ວມວຽກກັບສາກົນໃຫ້ໄດ້ດີຂຶ້ນກວ່າເກົ່າ. ສູນກາງຊາວໜຸ່ມເອງ, ກໍພ້ອມແລ້ວທີ່ຈະເປັນສ່ວນໜຶ່ງ ປະກອບສ່ວນໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ດັ່ງກ່າວ ໂດຍສະເພາະແມ່ນຈຸດຂອງການພັດທະນາຊັບພະຍາກອນມະນຸດ ໃນອີກຕໍ່ໜ້າ.
ຄໍາເຫັນ